Forbrukernet.com

ໜ້າທຳອິດ

ສາສະໜາພຸດ ຫລື ພຸດທະສາສະນາແມ່ນຍຫັງ?

  1. ຕົ້ນກຳ​ເນີດ​

ພຸດ​ສາສະນາ​ກຳ​ເນີດ​ຂຶ້ນ​ທີ່​ປະເທດ​ອິນ​ເດຍ​ ເມື່ອປະມານກ່ອນ ຄ.ສ 543​ ປີ​ ເກີດ​ຂຶ້ນ​ໃນ​ຍຸກ​ທີ່​ກຳ​ລັງ​ມີ​ການສະແຫວງຫາວິທີການດັບ​ທຸກ​ກັນ​ຢູ່​ທົ່ວໄປ​ ໂດຍ​ຜູ້ສົນ​ໃຈໃນ​ຍຸກ​ນັ້ນ​ຈະ​ນັບ​ຖື​ສາສະນາ​ພຣາມ​ກັນ​ຢູ່​ໂດຍ​ສ່ວນຫລາຍ​

2.  ​ ສິ່ງທີ່​ເຄົາລົບ​ສູງ​ສຸດ​

ພຸດ​ທ​ສາສະນາ ​ເປັນ​ສາດສະຫນາ​ປະ​ເພດ​ອ​ະເທວ​ະນິຍົມ​ ຄື​ບໍ່​ຍອມ​ຮັບ​ວ່າ​ມີ​ເທບພະ​ເຈົ້າ​ໃດ​ໆ​ ວ່າ​ມີ​ອຳນາດ​ສູງ​ສຸດ​ແຕ່​ຈະ​ຍອມ​ຮັບ​ກົດ​ທຳມະຊາດ ​(ທໍາມະ​ ຫລື ​ທັມ​) ວ່າ​ເປັນ​ສິ່ງ​ສູງ​ສຸດ​ທີ່​ມີ​ລັກສະນະ​ຄ້າຍ​ກັບ​ພະ​ເຈົ້າ​ຂອງ​ສາດສະຫນາ​ປະ​ເພດ​ເທວະ​ນິຍົມ​.

ໂພສລ່າສຸດ

ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້: “ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ” ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ…

Continue Reading ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ບາງຄຳອະທິຖານຂອງພຣະສົງ

ຄຳຖວາຍບູຊາເຂົ້າພຣະພຸທ:       ພຸທທະບູຊາ ທັມມະບູຊາ ສັງຄະບູຊາ ອີມັງ ສູປະພະຍັນຊະນະ ສັມປັນນັງ ສາລີນັງ ອຸທະກັງ ວະຣັງ ພຸທທັສສະ ປູເຊມະ (ວ່າ 3 ຈົບ). ຂໍຖ່າຍເບົາເມື່ອຄຸມຜ້າຈີວອນຢູ່:    ທຸກຈີວະຣັງ ມຸຕຕັງ ອາກັນໂຕ ອາໂຫສິ ຄຳອະທິຖານຂຶ້ນນັ່ງຂື້ນນອນກອງບວດ:   ອີມັງ ມັນຈັງ ອຸປະສຳປະທັງ ປະລິຂາລະໂຈລັງ ອາທິຕຖາມິ ຄຳອະທິຖານກິນໝາກໄມ້ບໍ່ໄດ້ປະເຄນ:    ອາຣະເມຕັງສັພພັງ ອະທິຖາມິ ຄຳອະທິຖານກິນນ້ຳບໍ່ໄດ້ປະເຄນ:    ອາຍະອຸທທະກັງ ວິກັປເປມິ ຂໍຄຸມຜ້ານອນ:     ທຸກຈີວະຣັງ ມັຄຄະພັງ ອະໂຫສິ ແກ້ຜ້າສັງຄາ:       ມະພັງໂຄ ອະໂຫສິ ເສກໃສ່ເຂົ້າກ່ອນສັນອາຫານ:         ຈິປິ ເສຄິ ອິພິ ປັນຈະ ເສນາສານະ ຄີລະນະ ປັນຈະ ຄວາມສະລະ (ຕົວຢ່າງ: ສະລະພາເຂົ້າ ຫລັງຈາກສັນແລ້ວໃຫ້ຄົນອື່ນກິນໄດ້):…

Continue Reading ບາງຄຳອະທິຖານຂອງພຣະສົງ

ຄຳກ່າວຂອງພຣະສົງໃນການຮັບເຄື່ອງ

ທາງພຸດທະສາສະນາ ໃນການຮັບສິ່ງຂອງໃດໜຶ່ງຈາກອອກຕົນຍາດໂຍມ ພຣະສົງຈະມີຄຳກ່າວໃນຂະນະຮັບ. ຈາກນັ້ນ (ຫລັງປະເຄນເຄື່ອງ) ກໍຈະໃຫ້ພອນເພື່ອອະນຸໂມທະນາ (ຍິນດີໃນບຸນ) ແລະ ຢາດນ້ຳຕາມລຳດັບ. ສ່ວນຍາດໂຍມກໍກ່າວຄຳວ່າ “ສາທຸ”. ຊຶ່ງແຫລ່ງຂໍ້ມູນນີ້ໄດ້ມາຈາກວັດອານຸສອນ ເມືອງປາກຊັນ ແຂວງບໍລິຄຳໄຊ. ຮັບກອງບວດ: ອິມັງ ມັນຈັງ ພີມໂພພິມພັງ ອາສະນະນັງ ຂະຣິກຂາລັງ ອຸປະສັມປະທັງ ສັພພະວັດຖຸທານັງ ອະທິຖາມິ ຮັບກອງອັດຖະ: ອີມັງ ມັນຈັງ ພິມໂພ ພິມພັງ ອາສະນານັງ ປັຈຈະຍະທານັງ ອັຕຖະປະຣິກຂາຣັງ ສັພພະວັຕຖຸທານັງ ຮັບຕົ້ນກາຣະພຶກ: ອິມັງ ກັປປາຣຸກຂັງ ອະທິຖາມິ ຮັບຂັນໝາກເບັງ: ອີມັງ ຈະຕຸທາບຸຜັງຕັມພະລານັງ ປະຕິຄັນຫາມິ ຮັບ ພາເຂົ້າ: ອີມັງ ໂພສະນະ ພາສະນັງ ອາທິຕຖາມິ ຮັບພາເຂົ້າປະດັບດິນ: ອີມັງ ມັຕຕິກະພັຕຕະພູຕາ ອາທິຕຖາມິ ຮັບພາເຂົ້າສະຫລາກ: ອີມັງ ສາລາພັດຕະພູຕາ ອາທິຕຖາມິ ຮັບຜ້າຈຳນຳພັນສາ:…

Continue Reading ຄຳກ່າວຂອງພຣະສົງໃນການຮັບເຄື່ອງ

ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ການສວດມົນຂ້າມປີມີຈຸດປະສົງຫລັກ ເພື່ອສົ່ງທ້າຍປີເກົ່າດ້ວຍສິ່ງດີງາມ ຕ້ອນຮັບປີໃໝ່ດ້ວຍສິຣິມຸງຄຸນ ໂດຍມີປະໂຫຍດທັງທາງຈິດໃຈ (ຝຶກສະມາທິ, ຊຳລະລ້າງຈິດໃຈ, ສ້າງປັນຍາ) ແລະ ທາງກາຍ (ຫລຸດອຸບັດເຫດ) ເປັນການເລີ່ມຕົ້ນປີໃໝ່ດ້ວຍພະລັງບວກ ອຸທິດບຸນໃຫ້ຜູ້ອື່ນ ແລະ ເສີມດວງຊະຕາໃຫ້ແຄລ້ວຄລາດປອດໄພ.  ເຫດຜົນ ແລະ ອານິສົງຫລັກ: ເສີມສິຣິມຸງຄຸນໃຫ້ຊີວິດ: ເຊື່ອວ່າເປັນການເລີ່ມຕົ້ນສັກກະຣາດໃໝ່ດ້ວຍມຸງຄຸນ ເຮັດໃຫ້ພົບເຈີແຕ່ສິ່ງດີໆ ຕະຫລອດທັງປີ. ຊຳລະຈິດໃຈໃຫ້ບໍລິສຸດ: ເປັນການປ່ອຍວາງເລື່ອງຮ້າຍໆ ໃນປີເກົ່າ ໃຫ້ໃຈເບົາສະບາຍພ້ອມຮັບສິ່ງໃໝ່ ດ້ວຍຄວາມສະຫງົບ. ສ້າງບຸນກຸສົນ ແລະ ບາລະມີ: ການລະນຶກເຖິງຄຸນພຣະຣັຕະນະໄຕຣ ເປັນບຸນໃຫຍ່ທາງໃຈ ສະສົມບາລະມີ ແລະ ແຜ່ເມດຕາໃຫ້ຜູ້ອື່ນ. ຝຶກສະມາທິ ແລະ ສະຕິ: ຈິດທີ່ຈົດຈໍ່ກັບການສວດມົນ ເຮັດໃຫ້ໃຈສະຫງົບ ມີສະຕິຮູ້ເທົ່າທັນບັນຫາ ແລະ ຄວາມເຄັ່ງຄຽດໄດ້ດີຂຶ້ນ. ສົ່ງເສີມປັນຍາ: ການເຂົ້າໃຈຄວາມໝາຍຂອງບົດສວດ ຊ່ວຍໃຫ້ເກີດຄວາມຮູ້ ແລະ ປັນຍາ. ຫລຸດຄວາມສ່ຽງ ແລະ ໄພອັນຕະລາຍ: ຊ່ວຍລຸດຄວາມສ່ຽງຈາກອຸບັດເຫດ, ອະບາຍຍະມຸກ ແລະ ສິ່ງຊົ່ວຮ້າຍຕ່າງໆ. ອະທິຖານຈິດຂໍພອນ:…

Continue Reading ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ມຸງກຸດກຳມະຖານ

ຄາຖາປ້ອງກັນໄພ 10 ທິດ

ທຳກຳອັນໃດໄວ້ຕ້ອງໄດ້ຮັບຜົນແນ່ນອນ

>>> ວິດີໂອເພີ່ມຕື່ມ