ສາສະໜາພຸດ ຫລື ພຸດທະສາສະນາແມ່ນຍຫັງ?

ໂພສລ່າສຸດ
ຈົ່ງລະວັງຄວາມຄິດຂອງຕົນເອງ ເພາະຄວາມຄິດຂອງຕົນເອງຈະກາຍເປັນຄວາມປະພຶດຂອງຕົນ. ຈົ່ງລະວັງຄວາມປະພຶດຂອງຕົນ ເພາະຄວາມປະພຶດຂອງຕົນນັ້ນຈະກາຍເປັນຄວາມຊິນເຄີຍຂອງຕົນ. ຄວນລະວັງຄວາມຊິນເຄີຍຂອງຕົນ ເພາະຄວາມຊິນເຄີຍຂອງຕົນນັ້ນຈະກາຍເປັນອຸບປະນິໄສຂອງຕົນ.ຈົ່ງລະວັງອຸບປະນິໄສຂອງຕົນ ເພາະອຸບປະນິໄສຂອງຕົນນັ້ນຈະກຳນົດຊະຕາກຳຂອງຕົນຊົ່ວຊີວິດ. ຂີ້ມ້ຽງເກີດຈາກເຫລັກຍ່ອມກັດກິນເຫລັກຊັ່ນໃດ ຄວາມຊົ່ວເມື່ອເກີດຂຶ້ນແລ້ວຍ່ອມທຳລາຍຕົວເອງຊັ່ນນັ້ນ.
ຕາມຫລັກພຸດທະວະຈະນະ (ຄຳສອນຈາກປາກຂອງພຣະພຸດເຈົ້າ) ການທີ່ຄົນເຮົາເກີດມາມີຄວາມສຳພັນເປັນພໍ່ ແມ່ ແລະລູກກັນນັ້ນ ມີເຫດປັດໄຈສຳຄັນມາຈາກກຳແລະສາຍສຳພັນໃນສັງສາລະວັດ ໂດຍອະທິບາຍໄດ້ຕາມຫລັກທຳດັ່ງນີ້: ຄວາມກ່ຽວພັນທີ່ຍາວນານໃນສັງສາລະວັດໃນອະນົມຕັຄຄະສັງຢຸດຕ໌ ພຣະພຸດອົງຊົງສະແດງທຳໄວ້ວ່າ: ສັງສາລະວັດນີ້ຍາວນານຫລາຍ ຫາຈຸດເລີ່ມຕົ້ນແລະຈຸດຈົບໄດ້ຍາກ. ການວຽນວ່າຍຕາຍເກີດນັບຊາດບໍ່ຖ້ວນເຮັດໃຫ້ສັດທັງຫລາຍເຄີຍມີຄວາມສຳພັນກ່ຽວຂ້ອງກັນມາກ່ອນ ດັ່ງພຸດທະພົດນ໌ຄວາມວ່າ:”ພິຂຸທັງຫລາຍ! ສັດທີ່ບໍ່ເຄີຍເກີດເປັນແມ່ ພໍ່ ອ້າຍ ນ້ອງຊາຍ ພີ່ສາວ ນ້ອງສາວ ບຸດ ຫລື ທິດາ ໂດຍການນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ” ປັດໄຈ 2 ປະການທີ່ເຮັດໃຫ້ມາຜູກພັນຢູ່ຮ່ວມກັນພຣະພຸດອົງເວົ້າໄວ້ໃນສາເກຕຊາດົກ ເຖິງເຫດທີ່ເຮັດໃຫ້ຄົນເຮົາເກີດຄວາມຮັກ ຄວາມຜູກພັນ ແລະໄດ້ມາເກີດຢູ່ຮ່ວມກັນເປັນຄອບຄົວໄວ້ 2 ປະການ ຄື:• ປຸພເພວນິວາເສນະ (ການເຄີຍຢູ່ຮ່ວມກັນໃນອະດີດຊາດ) – ການເຄີຍເຮັດບຸນຫລືເຮັດກຳຮ່ວມກັນ ມີຄວາມຜູກພັນ ເກື້ອກູນ ຫລື ຕັ້ງຈິດອະທິຖານຮ່ວມກັນມາກ່ອນໃນອະດີດຊາດ.• ປັຈຈຸປປັນນະຫິເຕນະວາ (ການເຮັດປະໂຫຍດໃຫ້ກັນໃນປັດຈຸບັນ) – ການໄດ້ຊ່ວຍເຫລືອ ເມດຕາ ແລະເກື້ອກູນກັນໃນປັດຈຸບັນຊາດ. ແຮງຂັບເຄື່ອນຂອງກຳ (ກັມມະສະພະ & ກັມມະພັນທຸ)ຕາມຫລັກກັມມັສສະກະຕາສັດທາ ສັດທັງຫລາຍມີກຳເປັນຂອງຕົນ ມີກຳເປັນເຜົ່າພັນ(ກັມມະພັນທຸ):• ກຳຮ່ວມກັນ (ກັມມະສະພາວະ):…
ການບວດເປັນພຣະພິຂຸສົງໃນພຣະພຸດສາສະໜາບໍ່ແມ່ນພຽງແຄ່ການປ່ຽນເຄື່ອງແຕ່ງກາຍ ແຕ່ຄືການກ້າວເຂົ້າສູ່ “ພຣົມມະຈັນ” ຫລື ວິຖີຊີວິດທີ່ມຸ່ງຝຶກຕົນຕາມພຣະທຳວິໄນ. ສິ່ງເບື້ອງຕົ້ນທີ່ຄວນທຳຄວາມເຂົ້າໃຈແລະກຽມໃຈກ່ອນເຂົ້າສູ່ຣົ່ມກາສາວພັດຕຣ໌ ໄດ້ແກ່: 1. ເຈດຕະນາແລະຈຸດມຸ່ງໝາຍໃນການບວດ ບວດເພື່ອສຶກສາແລະຝຶກຕົນ: ຄວນຕັ້ງໃຈວ່າຈະເຂົ້າມາເພື່ອສືບທອດພຣະພຸດສາສະໜາ, ຮຽນຮູ້ພຣະທຳແລະຝຶກສະຕິປັນຍາ ລຸດລະຕັນຫາແລະກິເລດ. ບໍ່ບວດເພື່ອຫລົບຫລີກບັນຫາ: ບໍ່ວ່າຈະເປັນບັນຫາການເງິນ ຄວາມສຳພັນ ຫລື ພາລະທາງໂລກ ເພາະບັນຫາເຫລົ່ານັ້ນຈະຕາມເຂົ້າມາສ້າງຄວາມລຳບາກໃຈໃນຂະນະທີ່ຢູ່ໃຕ້ຜ້າເຫລືອງ. 2. ພຣະວິໄນແລະສິກຂາບົດ (ສິນ 227 ຂໍ້) ສິນຄືເກຣາະຄຸ້ມຄອງ: ສິນຂອງພຣະພິຂຸສົງ ມີ 227 ຂໍ້ (ພຣະປາຕິໂມກຂ໌) ລວມເຖິງອະນຸວິໄນອີກຫລາຍຢ່າງ, ຄວນສຶກສາອາບັຕິສຳຄັນ ໂດຍສະເພາະ ປາຣາຊິກ 4 (ຂາດຈາກຄວາມເປັນພຣະທັນທີ: ເສບເມຖຸນ, ລັກຊັບ, ຂ້າມະນຸດ, ອວດອຸດຕຣິມະນຸດສະທຳ ທີ່ບໍ່ມີໃນຕົນ) ແລະ ສັງຄາທິເສດ 13 (ອາບັດໜັກທີ່ຕ້ອງເຂົ້າກຳ/ປຣິວາດກຳ). ອາບັດບໍ່ແມ່ນເລື່ອງນ້ອຍ: ການລະເມີດວິໄນແມ່ນວ່າພຽງຂໍ້ເລັກນ້ອຍກໍເຮັດໃຫ້ຈິດໝອງແລະເປັນອຸປະສັກຕໍ່ການປະຕິບັດທຳ. 3. ການປັບປ່ຽນວິຖີຊີວິດ (ຄວາມເປັນຢູ່) ການສັນພັດຕາຫານ: ຕ້ອງຝຶກສັນໃນບາດ ສັນຄັ້ງດຽວ ຫລື ສອງຄັ້ງ (ເວັ້ນການສັນຍາມວິການ ຕັ້ງແຕ່ຕອນທ່ຽງເຖິງອາລຸນວັນໃຫມ່) ແລະສັນເພື່ອປຣະຄອງຊີວິດ ບໍ່ແມ່ນເພື່ອຄວາມເພີດເພີນ. ການລະຖິ້ມຄວາມສະດວກສະບາຍ: ປັບຕົວກັບທີ່ຢູ່ອາໄສທີ່ລຽບງ່າຍ (ເສນາສະນະ) ການນອນເທິງທີ່ນອນບໍ່ສູງບໍ່ໃຫຍ່ ແລະການໃຊ້ຊີວິດຮ່ວມກັບສົງຄ໌ ສິກຂາບົດໃນຊີວິດປະຈຳວັນ: ການຍ່າງ, ການເວົ້າ, ການນຸ່ງຜ້າຈີວອນ (ເສຂິຢະວັດຣ) ຕ້ອງມີຄວາມສຳຣວມລະວັງຕະຫລອດເວລາ. 4. ກິດຈະວັດຂອງສົງຄ໌ (ທຸດົງຄວັດຣແລະທຳນຽບປະຕິບັດ) ທຳວັດເຊົ້າ-ແລງ: ສວດມົນຈະເລີນຈິດພາວະນາເປັນປະຈຳທຸກມື້ ການອອກບິນທະບາດ: ການລ້ຽງຊີບດ້ວຍຢາດເຫື່ອແລະຄວາມເຊື່ອຂອງຊາວບ້ານ ຊຶ່ງເປັນໂອກາດໃນການຝຶກຄວາມອ່ອນນ້ອມແລະການກະລຸນາສັດ. ການດູແລຮັກສາວັດ: ການປັດກວາດລານວັດ, ຖູສາລາ, ເບິ່ງແຍງກຸຕິ ແລະຂາບໄຫວ້ພຣະອຸປັດຊາຢ໌ອາຈານ. 5. ການຈັດການພາລະທາງໂລກໃຫ້ຮຽບຮ້ອຍ ສະສາງງານແລະໜີ້ສິນ: ຄວນສະສ່າງພາລະໜ້າທີ່-ງານການ ແລະໜີ້ສິນທາງໂລກໃຫ້ຮຽບຮ້ອຍກ່ອນເຂົ້າບວດ ເພື່ອບໍ່ໃຫ້ມີຄວາມກັງວົນ (ປະລິໂພດ) ຂະນະຢູ່ໃນສິນ. ຂໍຂະມາຍາດພີ່ນ້ອງແລະຜູ້ມີພຣະຄຸນ: ການເຮັດພິທີຂໍຂະມາອະໂຫສິກຳແກ່ພໍ່ແມ່ ຜູ້ໃຫຍ່ ແລະເພື່ອນຝູງ ເພື່ອໃຫ້ຈິດໃຈບໍລິສຸດພ້ອມເຂົ້າສູ່ບວດ.
Continue Reading ກ່ອນເຂົ້າບວດເປັນພຣະພິຂຸສົງຄວນເຂົ້າໃຈຫຍັງເບື້ອງຕົ້ນ?
ການປະຕິບັດທຳ ຄື ການນຳເອົາຫລັກຄຳສອນຂອງພຣະພຸດສາສະໜາ ຫລື ຄວາມຈິງຂອງທຳມະຊາດມາໃຊ້ດຳເນີນຊີວິດປະຈຳວັນ ເພື່ອພັດທະນາໃຈໃຫ້ສະຫງົບ, ມີສະຕິຮູ້ເທົ່າທັນອາລົມ ແລະລຸດຄວາມໂລບ, ຄວາມຄຽດ ແລະ ຄວາມຫລົງ. ການປະຕິບັດທຳບໍ່ແມ່ນແຄ່ການໄປບວດ ຫລື ໄປວັດ ແຕ່ໝາຍເຖິງການຝຶກກາຍ, ວາຈາ ແລະໃຈໃຫ້ຢູ່ໃນສິນ, ສະມາທິ ແລະປັນຍາຕະຫລອດເວລາ. ຄວາມໝາຍທີ່ແທ້ຈິງ ນຳທຳມະມາໃຊ້ແກ້ບັນຫາແລະນຳທາງຊີວິດປະຈຳວັນ ຝຶກອົບຮົມຈິດໃຈໃຫ້ມີສະຕິປັນຍາ ຮູ້ຄວາມຈິງຂອງກາຍແລະໃຈ ພັດທະນາຕົນໃຫ້ພົ້ນຈາກຄວາມທຸກແລະຄວາມຢຶດໝັ່ນຖືໝັ້ນ ຮູບແບບການປະຕິບັດ ທານ ການໃຫ້ແລະການເສຍສະລະເພື່ອລຸດຄວາມຂີ້ຖີ່ ສິນ ການຄວບຄຸມກາຍແລະວາຈາໃຫ້ບໍ່ບຽດບຽນຜູ້ອື່ນ ພາວນາ ການຝຶກສະມາທິແລະຈະເລີນສະຕິເພື່ອເກີດປັນຍາ
ເປັນຫຍັງຄົນເຮົາເກີດມາຕ່າງກັນ ບາງຄົນຮັ່ງມີ ບາງຄົນຫຍາກຈົນ ບາງຄົນງາມ ບາງຄົນອາພັບ ພຣະພຸດເຈົ້າກ່າວວ່າ: ເພາະກຳຈຳແນກສັດໃນຈູລະກຳວິມັງຄະສູດ. ພຣະພຸດທະອົງຕອບວ່າ: ອາຍຸສັ້ນເພາະຂ້າສັດຕັດຊີວິດ, ອາຍຸຍື່ນເພາະເວັ້ນຈາກການຂ້າສັດ ມີເມດຕາ, ເຈັບປ່ວຍເລື້ອຍເພາະມັກທຳຮ້າຍບຽດບຽນຜູ້ອື່ນ, ແຂງແຮງເພາະບໍ່ບຽດບຽນ, ຜິວພັນະຊຸກໂຍມເພາະມັກຄຽດຂັດເຄືອງງ່າຍ, ຜິວພັນງາມເພາະບໍ່ຄຽດບໍ່ຜູກພະຍາບາດ, ຂາດອຳນາດບາລະມີ ເພາະລິດສະຫຍາຜູ້ອື່ນ, ມີອຳນາດບາລະມີຫລາຍເພາະຍິນດີເມື່ອເຫັນຜູ້ອື່ນໄດ້ດີ, ຍາກຈົນເພາະບໍ່ຮູ້ຈັກໃຫ້ທານ, ມັ່ງຄັ່ງເພາະຍິນດີໃນການແບ່ງປັນ, ຊາດຕະກູນຕ່ຳເພາະແຂງກະດ້າງບໍ່ອ່ອນນ້ອມ, ຊາດຕະກູນສູງເພາະອ່ອນນ້ອມເຄົາລົບຜູ້ຄວນເຄົາລົບ, ໂງ່ເພາະບໍ່ຖ່າມຜູ້ຮູ້, ສະຫລາດປຣາດເປຣື່ອງເພາະມັນສອບຖາມແລະໃຟ່ຮູ້. ພຣະພຸດທະອົງຊົງສະຫລຸບວ່າ: ສັດທັງຫລາຍມີກຳເປັນຂອງຕົນ ມີກຳເປັນທາຍາດແລະກຳຍ່ອມຈຳແນກສັດໃຫ້ຊົ່ວແລະປະນີດຕ່າງກັນ ຖ້າຢາກປ່ຽນຜົນໃນອະນາຄົດມື້ນີ້ທ່ານປ່ຽນເຫດແລ້ວຫລືຍັງ?.
ກິເລດ ເປັນສະພາບທຳທີ່ເປັນເຄື່ອງເສົ້າໝອງຂອງຈິດໃຈ ເມື່ອກິເລດເກີດຂຶ້ນ ຍ່ອມເຮັດໃຫ້ຈິດເສົ້າໝອງ ກິເລດເປັນສະພາບທຳທີ່ມີຈິງ ເປັນເຈດສິກ ກິເລດ ມີ 10 ປະການ ຄື: 1. ທິຕຖິກິເລດ ອັນໄດ້ແກ່ ທິຕຖິເຈດສິກ ຄື: ຄວາມເຫັນຜິດ ທີ່ເປັນເຄື່ອງເສົ້າໝອງຈິດ 2. ວິຈິກິດສາກິເລດ ອັນໄດ້ແກ່ ຄວາມສົງໄສ ທີ່ເປັນເຄື່ອງເສົ້າໝອງຈິດ 3. ໂທສະກິເລດ ອັນໄດ້ແກ່ ຄວາມໂກດຄຽດຄວາມຂຸ່ນມົວໃຈ ທີ່ເປັນເຄື່ອງເສົ້າໝອງຈິດ 4. ໂລພະກິເລດ ອັນໄດ້ແກ່ ຄວາມຕິດຂ້ອງ ຕ້ອງການ ທີ່ເຮັດໃຫ້ໃຈເສົ້າໝອງ 5. ໂມຫະກິເລດ ອັນໄດ້ແກ່ ຄວາມຫລົງລືມບໍ່ຮູ້ຄວາມຈິງ ເປັນເຄື່ອງເສົ້າໝອງຈິດ 6. ຖີນະກິເລດ ອັນໄດ້ແກ່ ຄວາມຫົດຫູ່ ທໍ້ຖອຍ ຊຶມເຊົາ ເປັນເຄື່ອງເສົ້າໝອງຈິດ 7. ອຸດທັດຈະກິເລດ ອັນໄດ້ແກ່ ຄວາມພຸ້ງຊ່ານລຳຄານໃຈ ເປັນເຄື່ອງເສົ້າໝອງຈິດ 8. ອະຫິຣິກະກິເລດ ອັນໄດ້ແກ່ ຄວາມບໍ່ລະອາຍຕໍ່ບາບ ເປັນເຄື່ອງເສົ້າໝອງຈິດ 9. ມານະກິເລດ ອັນໄດ້ແກ່ ຄວາມສຳຄັນຕົນ ການປຽບທຽບ ເຮັດໃຫ້ໃຈເສົ້າໝອງ 10. ອະໂນຕຕັປປະກິເລດ ອັນໄດ້ແກ່ ຄວາມບໍ່ເກງກົວຕໍ່ບາບ ເຮັດໃຫ້ໃຈເສົ້າໝອງ
ມຸງກຸດກຳມະຖານ
ຄາຖາປ້ອງກັນໄພ 10 ທິດ
ທຳກຳອັນໃດໄວ້ຕ້ອງໄດ້ຮັບຜົນແນ່ນອນ






