ຄໍາສັຕຕະຫະ 

ຄຳສັຕຕະຫະ ແມ່ນຄຳກ່າວທີ່ໃຊ້ໃນຊ່ວງເຂົ້າພັນສາ ເມື່ອພຣະພິຂຸສົງມີຄວາມຈຳເປັນທີ່ຕ້ອງໄປນອນຄ້າງຄືນນອກວັດ. ຕາມພຣະວິໃນແລ້ວໃນຊ່ວງເຂົ້າພັນສາແມ່ນພຣະພິຂຸສົງຕ້ອງໄດ້ຈຳພັນສາຢູ່ແຕ່ໃນວັດ ຫລືວ່າບໍ່ອະນຸຍາດໃຫ້ໄປນອນຄ້າງຄືນນອກຕະຫລອດໄລຍະ 3 ເດືອນ. ໃນກໍລະນີໄປນອນນອກໃນຊ່ວງດັ່ງກ່າວຕ້ອງໄດ້ກ່າວຄຳຕໍ່ໄປນີ້ຫລັງຈາກໄຫວ້ພຣະ-ສວດມົນແລະຄະຣະວະທຳແລ້ວ ກ່ອນມີການອອກເດິນທາງໄປ. ສັຕຕະຫະກະຣະນີຍັງ ກິຈຈັງເມອັດຖີ ຕັສະມາ ມະຍາຄັນຕັພພັງ ອິມັສະມິງ ສັຕຕາຫັນພັນຕະເຣ ນິວັຕຕິສສາມີ (ວ່າ 3 ເທື່ອ).

ອ່ານຕໍ່

ພິທິບວດບັນພະຊາ

ຜູ້ຈະບວດເອົາດອກໄມ້ທຽນຄູ່ເຂົ້າໄປຂໍບວດນຳພຣະຄູອຸປັຊຊາ, ຂາບລົງ 3 ຄັ້ງ ແລ້ວລູບແຕ່ຕີນຂື້ນໄປຫາຫົວ ແລ້ວລູບຫົວລົງມາຮອດຕີນແລ້ວຂາບ ທຳ 3 ຄັ້ງ, ແລ້ວຢືນຂື້ນໃຫ້ຕີນຫ່າງກັນພໍ   ໝາກນາວລອດເຂົ້າ ແລ້ວປະນົມມືພ້ອມກັບຮ້ອງກ່າວວ່າ: ອະຫັງພັນເຕ ບັພພະຊັງຍາຈາມິ ທຸຕິຍັມປິອະຫັງພັນເຕ ບັພພະຊັງຍາຈາມິ ຕະຕິຍັມປິອະຫັງພັນເຕ ບັພພະຊັງຍາຈາມິ ສັພພະທຸກຂະ ນິສສະຣະນະນິພພານະ ສັຈສິກະຣະນັຕຖາຍະ ເອຕັງກາສາວັງ ທັຕວາ ບັພພາເຊຖະມັງພັນເຕ ອະນຸກັມປັງອຸປະທາຍະ,  ວັກນີ້ວ່າ 3 ຈົບ ແລ້ວອຸປັຊຊາເອົາຜ້າກາຍພັນຄ້ອງຄໍ ພ້ອມກັບສູດ ນະໂມ 3 ຈົບ ແລ້ວໃຫ້ກັມນັຕຖານ 5 ວ່າ: ເກສາ ໂລມາ ນັກຂາ ທັນຕາ ຕະໂຈ (ອະນຸໂລມ) ຕະໂຈ ທັນຕາ ນັກຂາ ໂລມາ ເກສາ (ປະຕິໂລມ) ເກສາ ໂລມາ ນັກຂາ ທັນຕາ ຕະໂຈ (ອະນຸໂລມ) ຕະໂຈ…

ອ່ານຕໍ່

ຄຳອາຣາທະນາສູດມຸງຄຸນ

ວິປັຕຕິປະຕິພາຫາຍະ          ສັພພະສັມປັຕຕິສິທທິຍາ ສັພພະທຸກຂະວິນາສາຍະ              ປະຣິຕຕັງ ພຣູຖະ ມັງຄະລັງ ວິປັຕຕິປະຕິພາຫາຍະ          ສັພພະສັມປັຕຕິສິທທິຍາ ສັພພະພະຍາວິນາສາຍະ               ປະຣິຕຕັງ ພຣູຖະ ມັງຄະລັງ ວິປັຕຕິປະຕິພາຫາຍະ          ສັພພະສັມປັຕຕິສິທທິຍາ ສັພພະໂຣຄະວິນາສາຍະ               ປະຣິຕຕັງ ພຣູຖະ ມັງຄະລັງ

ອ່ານຕໍ່