Best i test forsikring 2026Billigst billånBilligste forbrukslån 2026Norske mobilselskapBeste lån uten Sikkerhet

ລະວັງຄວາມຄິດຂອງຕົນເອງ

ຈົ່ງລະວັງຄວາມຄິດຂອງຕົນເອງ ເພາະຄວາມຄິດຂອງຕົນເອງຈະກາຍເປັນຄວາມປະພຶດຂອງຕົນ. ຈົ່ງລະວັງຄວາມປະພຶດຂອງຕົນ ເພາະຄວາມປະພຶດຂອງຕົນນັ້ນຈະກາຍເປັນຄວາມຊິນເຄີຍຂອງຕົນ. ຄວນລະວັງຄວາມຊິນເຄີຍຂອງຕົນ ເພາະຄວາມຊິນເຄີຍຂອງຕົນນັ້ນຈະກາຍເປັນອຸບປະນິໄສຂອງຕົນ.ຈົ່ງລະວັງອຸບປະນິໄສຂອງຕົນ ເພາະອຸບປະນິໄສຂອງຕົນນັ້ນຈະກຳນົດຊະຕາກຳຂອງຕົນຊົ່ວຊີວິດ. ຂີ້ມ້ຽງເກີດຈາກເຫລັກຍ່ອມກັດກິນເຫລັກຊັ່ນໃດ ຄວາມຊົ່ວເມື່ອເກີດຂຶ້ນແລ້ວຍ່ອມທຳລາຍຕົວເອງຊັ່ນນັ້ນ.

ອ່ານຕໍ່

ເກີດມາເປັນພໍ່ແມ່ລູກກັນໃນຊາດນີ້ດ້ວຍເຫດໃດ?

ຕາມຫລັກພຸດທະວະຈະນະ (ຄຳສອນຈາກປາກຂອງພຣະພຸດເຈົ້າ) ການທີ່ຄົນເຮົາເກີດມາມີຄວາມສຳພັນເປັນພໍ່ ແມ່ ແລະລູກກັນນັ້ນ ມີເຫດປັດໄຈສຳຄັນມາຈາກກຳແລະສາຍສຳພັນໃນສັງສາລະວັດ ໂດຍອະທິບາຍໄດ້ຕາມຫລັກທຳດັ່ງນີ້: ສະຫລຸບແລ້ວ ການເກີດເປັນພໍ່ ແມ່ ລູກ ກັນ ບໍ່ໄດ້ເກີດຂຶ້ນດ້ວຍຄວາມບັງເອີນ ແຕ່ເກີດຈາກການວຽນວ່າຍຕາຍເກີດທີ່ຍາວນານ (ສັງສາລະວັດ) ຮ່ວມກັນ ການຜູກພັນທີ່ເຄີຍເຮັດຮ່ວມກັນມາໃນອະດີດ (ປຸພພະກຳ)

ອ່ານຕໍ່

ກ່ອນເຂົ້າບວດເປັນພຣະພິຂຸສົງຄວນເຂົ້າໃຈຫຍັງເບື້ອງຕົ້ນ?

ການບວດເປັນພຣະພິຂຸສົງໃນພຣະພຸດສາສະໜາບໍ່ແມ່ນພຽງແຄ່ການປ່ຽນເຄື່ອງແຕ່ງກາຍ ແຕ່ຄືການກ້າວເຂົ້າສູ່ “ພຣົມມະຈັນ” ຫລື ວິຖີຊີວິດທີ່ມຸ່ງຝຶກຕົນຕາມພຣະທຳວິໄນ. ສິ່ງເບື້ອງຕົ້ນທີ່ຄວນທຳຄວາມເຂົ້າໃຈແລະກຽມໃຈກ່ອນເຂົ້າສູ່ຣົ່ມກາສາວພັດຕຣ໌ ໄດ້ແກ່: 1. ເຈດຕະນາແລະຈຸດມຸ່ງໝາຍໃນການບວດ 2. ພຣະວິໄນແລະສິກຂາບົດ (ສິນ 227 ຂໍ້) 3. ການປັບປ່ຽນວິຖີຊີວິດ (ຄວາມເປັນຢູ່) 4. ກິດຈະວັດຂອງສົງຄ໌ (ທຸດົງຄວັດຣແລະທຳນຽບປະຕິບັດ) 5. ການຈັດການພາລະທາງໂລກໃຫ້ຮຽບຮ້ອຍ

ອ່ານຕໍ່

ການປະຕິບັດທຳແມ່ນຫຍັງ?

ການປະຕິບັດທຳ ຄື ການນຳເອົາຫລັກຄຳສອນຂອງພຣະພຸດສາສະໜາ ຫລື ຄວາມຈິງຂອງທຳມະຊາດມາໃຊ້ດຳເນີນຊີວິດປະຈຳວັນ ເພື່ອພັດທະນາໃຈໃຫ້ສະຫງົບ, ມີສະຕິຮູ້ເທົ່າທັນອາລົມ ແລະລຸດຄວາມໂລບ, ຄວາມຄຽດ ແລະ ຄວາມຫລົງ. ການປະຕິບັດທຳບໍ່ແມ່ນແຄ່ການໄປບວດ ຫລື ໄປວັດ ແຕ່ໝາຍເຖິງການຝຶກກາຍ, ວາຈາ ແລະໃຈໃຫ້ຢູ່ໃນສິນ, ສະມາທິ ແລະປັນຍາຕະຫລອດເວລາ. ຄວາມໝາຍທີ່ແທ້ຈິງ ຮູບແບບການປະຕິບັດ

ອ່ານຕໍ່

7 ສິ່ງທີ່ພຣະພຸດທະເຈົ້າບໍ່ເຄີຍສັ່ງສອນ

2. ການເຊື່ອຢ່າງໄຮ້ເຫດຜົນ ຫລື ການເຊື່ອແບບງົມງາຍ ພຣະອົງເນັ້ນໃຫ້ເກີດປັນຍາ ພິສູດດ້ວຍຕົນເອງກ່ອນເຊື່ອ 3. ການເພີ່ງພາໄຊຍະສາດ-ໂຫລາສາດ, ການດູດວງ ຫລື ເຊື່ອເຄື່ອງລາງຂອງຂັງ. 4. ການບູຊາເທບພະເຈົ້າອົງອື່ນ ຫລືສິ່ງສັກສິດນອກແນວທາງ ເພື່ອຫວັງຄວາມຫລຸດພົ້ນ. 5. ການທໍລະມານຕົນເອງຢ່າງສຸດຕົງ ຫລື ການບຳເພັນກິລິຍາທີ່ໄຮ້ປະໂຫຍດ, ພຣະອົງສອນທາງສາຍກາງ. 6. ການຢຶດຕິດໃນພິທີກຳ ເພື່ອຫວັງຜົນບຸນຫລືຄວາມຂັງ. 7. ຄວາມເຊື່ອເລື່ອງຜູດຜີວິຍານ ທີ່ວຽນວ່າຍຕາຍເກີດ.

ອ່ານຕໍ່

ບຸນ-ກຳນຳພາຊີວິດ

ຄົນເຮົາເກີດມາມີອາຍຸຍື່ນຍົງ ເພາະບໍ່ປົດປົງຊີວິດສັດ, ເກີດມາລ່ຳລວຍຊັບ ເພາະຊອບໃຫ້ທານ, ເກີດມາມີຍົດຖາບັນດາສັກ ເພາະບໍ່ອິດສາ, ເກີດມາມີຮູບຮ່າງງາມໂສພາ ເພາະບໍ່ຂີີ້ໂກດ, ເກີດມາບໍ່ມີໂລກໄພໃຫ້ທຸກໃຫ້ໂທດເພາະບໍ່ມັກທໍລະມານສັດ, ເກີດມາມີຊື່ສຽງບໍ່ວິບັດເພາະຊອບຮັກສາສິນ, ເກີດມາບໍ່ຖືກຄະດີໂທດ ເພາະບໍ່ໃສ່ຮ້າຍປາຍສີຜູ້ອື່ນ, ເກີດມາມີບໍລິວານຕາກຕື່ນ ກໍເພາະວ່າມີເມດຕາ, ເກີດມາມີປັນຍາ ເພາະຊອບຟັງເທດຟັງທຳ.

ອ່ານຕໍ່

ເມື່ອກາຍດັບແລ້ວ ຈິດໄປໃສ່?

ຫລາຍຄົນກໍຍັງມີຄວາມຄິດວ່າ ການເສັຍຊິວິດ ຫລື ຕາຍໄປ ກໍໝາຍວ່າ ທຸກສິ່ງທຸກຢ່າງໄດ້ຈົບລົງໄປແລ້ວ ແຕ່ໃນທາງພຸດທະສາສະນານັ້ນ ແມ່ນພຽງແຕ່ເປັນກາຍສະຫລາຍໄປໃນຮູບແບບຂອງຂັນຫ້າ ຄື: ການສິ້ນສຸດຂອງທາດດິນ, ນ້ຳ, ລົມ ແລະ ໄຟ ທີ່ເປັນສວ່ນປະກອບຂອງຮ່າງກາຍເທົ່ານັ້ນ. ສ່ວນຈິດຈະເດີນໄປຕໍ່ຕາມບຸນຕາມກຳຂອງຄົນນັ້ນທີ່ໄດ້ສ້າງມາ. ລະອຽດເພີ່ມຕື່ມດັ່ງລຸ່ມນີ້:

ອ່ານຕໍ່