ດ້ວຍຄວາມສັດທາ-ເຫລື່່ອມໃສ່ໃນພຸດທະສາສະໜາ, ຂ້າພະເຈົ້າພ້ອມດ້ວຍທີມງານໄທບ້ານທີວີ ຈຶ່ງໄດ້ສ້າງເວບໄຊນີ້ຂື້ນມາ ເພື່ອເປັນອີກຊ່ອງທາງໜຶ່ງໃຫ້ແກ່ຊາວພຸດຜູ້ທີ່ສົນໃຈທັງຫລາຍ ໄດ້ເຂົ້າເຖິງໜັງສືທຳມະ, ຄະຕິທຳ ແລະ ຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ. ທັງນີ້ກໍເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ສາສະໜາພຸດໃຫ້ກວ້າງໄກຫລາຍຂຶ້ນ, ມີຄວາມຈະເລີນຮຸ່ງເຮືອງ, ເປັນເຄື່ອງມືຊ່ວຍບຳລຸງຈິດໃຈ ແລະ ສ້າງໃຫ້ຄົນເຮົາມີສິນລະທຳປະຈຳໃຈ ຢ້ານກົວຕໍ່ກັບບາບກຳທັງປວງ.
ຂ້າພະເຈົ້າເອງໃນນາມເປັນຜູ້ທີ່ລິເລີ່ມເວບໄຊນີ້ ກໍເຄີຍໄດ້ບວດເປັນພຣະສົງ ມາກ່ອນ, ຊຶ່ງຄັ້ງທຳອິດໃນປີ 1992 ທີ່ວັດສຸວັນນະຄີລີ (ບ້ານໂພນໂຮງ, ເມືອງໂພນໂຮງ, ແຂວງວຽງຈັນ) ແລະ ຄັ້ງລ່າສຸດໃນປີ 2018 ທີ່ວັດໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.
ເອກະສານທີ່ໄດ້ລວບລວມມາປະກອບໃນເວບໄຊນີ້ ຈະມີທັງຮູບແບບໜັງສື ແລະ ວີດີໂອ ເຊັ່ນ: ປະຫວັດຄວາມເປັນມາຂອງສາສະໜາພຸດ, ພຸດທະສາສະໜາເບື້ອງຕົ້ນ, ພິທີການທາງສາສະໜາ, ວັນສຳຄັນທາງພຸດທະສາສະໜາ, ພຣະປະຈຳວັນເກີດ, ບົດໄຫວ້-ພຣະສູດມົນ, ບົດເທດສະໜາ, ຄຳຖວາຍທານ, ລະບຽບສົງ (ສິນຫ້າ, ສິນແປດ, ສິນ 227), ບົດແຜ່ເມດຕາ-ບົດຢາດນ້ຳອຸທິດສ່ວນກຸສົນ, ຄາຖາ, ແລະ ອື່ນໆ. ຊຶ່ງຂໍ້ມູນເຫລ່ົ່ານີ້ ແມ່ນໄດ້ມາຈາກແຫລ່ງທີ່ນ່າເຊື່ອຖືໄດ້ ໃນຮູບແບບປື້ມໜັງສືທຳມະ ແລະ ເວບໄຊຕ່າງໆ ຂອງພາສາລາວ ແລະ ພາສາໄທ. ພ້ອມນັ້ນ, ກໍໄດ້ປະກອບວິດີທຽບສຽງສຳລັບບາງໜັງສືທຳມະ ເພື່ອສະດວກໃຫ້ແກ່ຜູ້ທີ່ສົນໃຈໃນການຮຽນຮູ້ ແລະ ທ່ອງຈຳ ເປັນຕົ້ນແມ່ນບົດສວດມົນ ດ້ວຍທຳນອງສຽງຂອງພຣະສົງແທ້, ປະສົມປະສານກັບການອ່ານ ຊຶ່ງຈະຊ່ວຍເຮັດໃຫ້ການຈື່ຈຳໄດ້ງ່າຍຂື້ນ ແລະ ໃຊ້ເວລາໜ້ອຍລົງ.
ຖ້າຫາກ ຄຸບາ-ອາຈານທ່ານໃດ ຫາກພົບເຫັນຈຸດປົກພ່ອງປະການໃດ ໂປຣດໄດ້ກະລຸນາຊ່ວຍແນະນຳແກ່ ທາງທີມງານຂອງພວກຜູ້ຂ້າດ້ວຍ ເພື່ອຈະໄດ້ປັບປຸງແກ້ໄຂ ເຮັດໃຫ້ເປັນເອກະສານທໍາມະທີ່ມີຄວາມຖືກຕ້ອງ ແລະ ສົມບູນແບບທີ່ສຸດ ໂດຍສົ່ງຄຳເຫັນຜ່ານແບບຟອມທີ່ຢູ່ໜ້າເວບໄຊນີ້ດ້ວຍ.
ຂໍໃຫ້ໜັງສືທຳມະນີ້ ໄດ້ເປັນທຳມະທານອັນໃຫຍ່ຫລວງ ແລະ ເປັນສິຣິມຸງຄົນແກ່ທຸກໆ ທ່ານທີ່ໄດ້ເຂົ້າມາເບີ່ງ ພ້ອມທັງ ນຳໄປປະຕິບັດ ນະທີ່ນີ້ດ້ວຍເທິ້ນ.



ແບບຟອມຕິດຕໍ່/Contact Form