ພິທິບວດບັນພະຊາ

ຜູ້ຈະບວດເອົາດອກໄມ້ທຽນຄູ່ເຂົ້າໄປຂໍບວດນຳພຣະຄູອຸປັຊຊາ, ຂາບລົງ 3 ຄັ້ງ ແລ້ວລູບແຕ່ຕີນຂື້ນໄປຫາຫົວ ແລ້ວລູບຫົວລົງມາຮອດຕີນແລ້ວຂາບ ທຳ 3 ຄັ້ງ, ແລ້ວຢືນຂື້ນໃຫ້ຕີນຫ່າງກັນພໍ   ໝາກນາວລອດເຂົ້າ ແລ້ວປະນົມມືພ້ອມກັບຮ້ອງກ່າວວ່າ:

  1. ອຸກາສະ ວັນທາມິພັນເຕ ສັພພັງອະປະຣາທັງ ຂະມະຖາເມພັນເຕ ມະຍາກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັພພັງ ສາມິນາກະຕັງ ປຸນຍັງໄມຫັງ ທາຕັບພັງ ສາທຸ ສາທຸ ສາທຸ ອະນຸໂມທາມິ,  ແລ້ວກົມຫົວລົງຈັກໜ້ອຍແລ້ວກ່າວວ່າ:
  2. ອຸກາສະ ກາຣຸນຍັງກັຕວາ ບັພພະຊັງເທຖະເມພັນເຕ, ແລ້ວນັ່ງຢອງຢໍ້ອຸ້ມເອົາຜ້າ ເອົາສອກຕັ້ງໃສ່ຫົວເຂົ່າປະນົມມືກ່າວວ່າ:

ອະຫັງພັນເຕ ບັພພະຊັງຍາຈາມິ ທຸຕິຍັມປິອະຫັງພັນເຕ ບັພພະຊັງຍາຈາມິ ຕະຕິຍັມປິອະຫັງພັນເຕ ບັພພະຊັງຍາຈາມິ

  • ສັພພະທຸກຂະ ນິສສະຣະນະນິພພານະ ສັຈສິກະຣະນັຕຖາຍະ ອີມັງກາສາວັງ ຄະເຫຕະວາ ບັພພະເຊຖະມັງພັນເຕ ອະນຸກັມປັງອຸປະທາຍະ  ວັກນີ້ວ່າ 3 ຈົບ ແລ້ວເອົາຜ້າເຄນອຸປັຊຊາແລ້ວນັ່ງຢອງຢໍ້ຄືເກົ່າ ແລ້ວກ່າວວ່າ:

ສັພພະທຸກຂະ ນິສສະຣະນະນິພພານະ ສັຈສິກະຣະນັຕຖາຍະ ເອຕັງກາສາວັງ ທັຕວາ ບັພພາເຊຖະມັງພັນເຕ ອະນຸກັມປັງອຸປະທາຍະ,  ວັກນີ້ວ່າ 3 ຈົບ ແລ້ວອຸປັຊຊາເອົາຜ້າກາຍພັນຄ້ອງຄໍ ພ້ອມກັບສູດ ນະໂມ 3 ຈົບ ແລ້ວໃຫ້ກັມນັຕຖານ 5 ວ່າ:

ເກສາ ໂລມາ ນັກຂາ ທັນຕາ ຕະໂຈ (ອະນຸໂລມ)

ຕະໂຈ ທັນຕາ ນັກຂາ ໂລມາ ເກສາ (ປະຕິໂລມ)

ເກສາ ໂລມາ ນັກຂາ ທັນຕາ ຕະໂຈ (ອະນຸໂລມ)

ຕະໂຈ ທັນຕາ ນັກຂາ ໂລມາ ເກສາ (ປະຕິໂລມ)

ເກສາ ໂລມາ ນັກຂາ ທັນຕາ ຕະໂຈ (ອະນຸໂລມ)

ຕະໂຈ ທັນຕາ ນັກຂາ ໂລມາ ເກສາ (ປະຕິໂລມ)

  • ຈາກນັ້ນຜູ້ບວດອອກໄປຄຸມຜ້າແລ້ວມາຮັບສິນ.

ພິທິຮັບສິນສິບ

  1. ປູຜ້າແພລົງແລ້ວຂາບລົງ 3 ຄັ້ງ, ລູບແຕ່ຕີນຂື້ນຮອດຫົວ ແຕ່ຫົວລົງຮອດຕີນແລ້ວກາບ, ທຳ 3 ຄັ້ງ
  2. ຢືນຂຶ້ນແລະຈັບຜ້າພາດໃສ່ສອກເບື້ອງຊາຍ ຕີນຫ່າງກັນພໍໝາກນາວລອດໄດ້ ປະນົມມືແລ້ວກ່າວວ່າ: ອຸກາສະ ວັນທາມິ ພັນເຕ ສັບພັງ ອະປະຣະທັງ ຂະມະຖະເມ ພັນເຕ ມະຍາກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັບພັງ ສາມິນາ ກະຕັງ ປຸນຍັງ ໄມຫັງ ທາຕັບພັງ ສາທຸ ສາທຸ ສາທຸ ອະນຸໂມທາມິ ວັນທາມິພັນເຕ
  3. ກົ້ມຫົວລົງຈັກໜ້ອຍ ແລ້ວກ່າວວ່າ: ອຸກາສະ ກາລຸນຍັງກັຕວາ ຕິສະຣະເນນະສະຫະ ສີລານິເທຖະເມພັນເຕ
  4. ນັ່ງຢອງຢໍ້ເອົາຜ້າແພປົກຫົວເຂົ່າ ເອົາສອກຕັ້ງ ປະນົມມືແລ້ວກ່າວວ່າ:
  5. ອະຫັງພັນເຕ ສະຣະນະສີລັງຍາຈາມິ (ຫລາຍຄົນພ້ອມກັນໃຫ້ໃຊ້ ຈາມະ)
  6. ທຸຕິຍັມປິ ອະຫັງພັນເຕສະຣະນະສີລັງຍາຈາມິ
  7. ຕະຕິຍັມປິ ອະຫັງພັນເຕ ສະຣະນະສີລັງຍາຈາມິ
  8. ວ່າ ນະໂມ 3 ຈົບ

ອາຈານວ່າ:         ຍະມະຫັງວະທາມິຕັງວະເທຫິ

ຜູ້ຮັບສິນຕອບ:     ອາມະພັນເຕ

ອາຈານວ່າ:         ຍະມະຫັງວະທາມິຕັງວະເທຫິ

ຜູ້ຮັບສິນຕອບ:     ອາມະພັນເຕ

ອາຈານວ່າ:         ຍະມະຫັງວະທາມິຕັງວະເທຫິ

ຜູ້ຮັບສິນຕອບ:     ອຸກາສະ ອາມະພັນເຕ

ຕໍ່ໄປເວົ້າຕາມຫລັງອາຈານດັ່ງນີ້:

        ພຸທທັມ ສະຣະນັມ ຄັຈສາມິ

ທັມມັມ ສະຣະນັມ ຄັຈສາມິ

ສັງຄັມ ສະຣະນັມ ຄັຈສາມິ

ທຸຕິຍັມປິ ພຸທທັມ ສະຣະນັມ ຄັຈສາມິ

ທຸຕິຍັມປິ ທັມມັມ ສະຣະນັມ ຄັຈສາມິ

ທຸຕິຍັມປິ ສັງຄັມ ສະຣະນັມ ຄັຈສາມິ

ຕະຕິຍັມປິ ພຸທທັມ ສະຣະນັມ ຄັຈສາມິ

ຕະຕິຍັມປິ ທັມມັມ ສະຣະນັມ ຄັຈສາມິ

ຕະຕິຍັມປິ ສັງຄັມ ສະຣະນັມ ຄັຈສາມິ

ພຸທທັງ ສະຣະນັງ ຄັຈສາມິ

ທັມມັງ ສະຣະນັງ ຄັຈສາມິ

ສັງຄັງ ສະຣະນັງ ຄັຈສາມິ

ທຸຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ

ທຸຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ

ທຸຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ

ຕະຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ

ຕະຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ

ຕະຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ

  • ອາຈານວ່າ: ຕິສະຣະນະຄະມະນັງ

ຜູ້ຮັບສິນຕອບ: ອາມະພັນເຕ

ອາຈານວ່າ: ຕິສະຣະນະຄະມະນັງ

ຜູ້ຮັບສິນຕອບ: ອາມະພັນເຕ

ອາຈານວ່າ: ຕິສະຣະນະຄະມະນັງນິຕທິຕັງ

ຜູ້ຮັບສິນຕອບ: ອຸກາສະອາມະພັນເຕ

  1. ປານາຕິປາຕາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  2. ອະທິນນາທານາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  3. ອະພຣົມ ມະຈະຣິຍາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  4. ມຸສາວາທາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  5. ສຸຣາເມຣະຍະ ມັຊະປະມາທັດຖານາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  6. ວິກາລະໂພຊະນາ ເວຣະມະນີສິກສາປະທັງ ສະມາທິຍາມິ
  7. ນັດຈະຄີຕະວາ ທິຕະວິສຸກະທັດສະນາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  8. ມາລາຄັນທະວິເລ ປະນະທາຣະນະ ມັນທະນະວິພູສະນັດຖານາ ເວຣະມະນີສິກຂາປະທັງ

ສະມາທິຍາມິ

  • ອຸດຈາສະຍະນະມະຫາ ສະຍະນາ ເວຣະມະນີສິກຂາປະທັງ ສະມາທິຍາມິ
  • ຊາຕະຣູປະຣະຊະຕະ ປະຕິກຄະຫະນາ ເວຣະມະນີສິກຂາປະທັງ ສະມາທິຍາມິ

ອາຈານວ່າ:    ອິມານິ ທະສະສິກຂາປະທານິສະມາທິຍາມິ

ຜູ້ຮັບສິນວ່າ:   ອາມະພັນເຕ (ວ່າ 3 ເທື່ອ)    

ຜູ້ຮັບສິນກ່າວຕໍ່:       ອິມານິ ທະສະສິກຂາປະທານິສະມາທິຍາມິ

ທຸຕິຍັມປິ ອິມານິ ທະສະສິກຂາປະທານິສະມາທິຍາມິ

ຕະຕິຍັມປິ ອິມານິ ທະສະສິກຂາປະທານິສະມາທິຍາມິ

ຈາກນ້ັ້ນອາຈານໃຫ້ພອນ:  ຍະຖາ… ສັບພີ… ຈົບການຮັບສິນ 10

ຄຳອະທິບາຍສິນສິບ

1. ປານາຕິປາຕາ: ເວັ້ນຈາກການທໍາລາຍຊິວິດ (ຂ້າສັດ, ຂ້າຄົນ…)

2. ອະທິນນາທານາ: ເວັ້ນຈາກລັກສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້

3. ອະພຣົມ ມະຈະຣິຍາ: ເວັ້ນຈາກການເສບເມຖຸນ ອັນເປັນຂ້າເສິກແຫ່ງພົມມະຈັນ ຫລື ເວັ້ນຈາກການຮ່ວມປະເວນີກັບຄົນ ຫລື ສັດ.

4. ມຸສາວາທາ: ເວັ້ນຈາກການເວົ້າຕົວະຄື: ເວົ້າບໍ່ມີຄວາມຈິງ.

5. ສຸຣາເມຣະຍະ:  ເວັ້ນຈາກການດື່ມສຸລາເມໄລ ແລະ ຂອງມື່ນເມົາທົ່ວໄປ.

6. ວິກາລະໂພຊະນາ: ເວັ້ນຈາກການຮັບປະທານອາຫານໃນເວລາວິການ ຄືຕັ້ງແຕ່ທ່ຽງແລ້ວໄປ.

7. ນັດຈະຄີຕະວາ ທິຕະວິສຸ ກະທັດສະນາ: ເວັ້ນຈາກການແກ່ງຄ້ອນ, ຟ້ອນລໍາ ແລະ ຂັບຮ້ອງຫລີ້ນດົນຕີ.

8. ມາລາຄັນທະວິເລ ປະນະ ທາຣະນະ ມັນທະນະວິພູສະນັດຖານາ: ເວັ້ນຈາກການຕົບແຕ່ງຮ່າງກາຍດ້ວຍດອກໄມ້ຂອງຫອມແລະເຄື່ອງຍ້ອມເຄື່ອງທາ.

9. ອຸດຈາສະຍະນະ ມະຫາສະຍະນາ: ເວັ້ນຈາກການນັ່ງນອນທີ່ສູງໃຫ່ຍ ອັນຍັດດ້ວຍນຸ່ນແລະສໍາລີຝ້າຍ.

10. ຊາຕະຣູປະຣະຊະຕະ ປະຕິກຄະຫະນາ:  ເວັ້ນຈາກການຮັບເງິນທອງຄໍາຈາກມືຄົນທົ່ວໆ ໄປ

Leave a Reply

Your email address will not be published. Required fields are marked *