ສາສະນາພຸດ

ຈິດຄືຫົວໃຈຂອງການກະທຳທຸກຢ່າງ

ຈິດຄືຫົວໃຈຂອງການກະທຳທຸກສິ່ງຢ່າງ, ຖ້າຈິດສະອາດໂລກທັງໃບກໍເບີ່ງສະຫວ່າງ ແຕ່ຖ້າຈິດເສົ້າມ່ອງ ແມ້ແຕ່ເປັນສິ່ງເລັກໜ້ອຍກໍພາເກີດເປັນຄວາມທຸກໄດ້. ພຣະພຸດທະເຈົ້າຕັດໄວ້ໃນພຣະໄຕຣປິດົກວ່າ: ຈິດທີ່ເສົ້າມ່ອງ ຍ່ອມນຳໄປສູ່ວິບາກທີ່ເສົ້າມ່ອງ, ຈິດທີ່ຜ່ອງໃສຍ່ອມນຳໄປສູ່ວິບາກທີ່ຜ່ອງໃສ. ແລ້ວເຄື່ອງເສົ້າມ່ອງຂອງຈິດຄືອັນໃດ? ພຣະອົງຕັດໄວ້ວ່າ ມີ 10 ຢ່າງ ເປັນຕົວການທີ່ທຳໃຫ້ຈິດເຮົາຂຸ້ນມົວ-ບໍ່ຜ່ອງໃສ:1) ລາຄະ ຄວາມກໍານັດຍິນດີໃນຮູບ, ສຽງ, ກີ່ນ, ລົດ ເມື່ອເຮົາຢຶດໝັ່ນຢາກໄດ້ຢາກມີ ຈິດກໍບໍ່ສະຫງົບ, ຍິ່ງຢາກຫລາຍ ຍິ່ງທຸກຫລາຍ.2) ໂທສະ: ຄວາມໂກດຄຽດ-ຄວາມຂັດເຂືອງ ປຽບເໝືອນໄຟທີ່ເຜົ່າໃຈຕົນເອງ ກ່ອນເຜົ່າຄົນອື່ນ.3) ໂມຫະ: ຄວາມຫລົງ ບໍ່ຮູ້ເທົ່າທັນຄວາມຈິງ ທໍາໃຫ້ຫລົງທາງໃນໂລກ, ບໍ່ເຫັນເຫດແລະຜົນໄປຕາມຄວາມເປັນຈິງ.4) ອັດຕາ: ຄວາມຖືຕົວ ເຫັນວ່າຕົນເອງສໍາຄັນກວ່າຜູ້ອື່ນ, ຈິດທີ່ເຕັມໄປດ້ວຍເຮົາ ຍ່ອມບໍ່ພົບຄວາມຫວ່າງ.5) ອິດສາ: ຄວາມລິດສະຢ່າ ເຫັນຜູ້ອື່ນໄດ້ດີແລ້ວ ໃຈອອກຮ້ອນເໝືອນກິນໄຟເຂົ້າໄປເອງ.6) ມານະ: ຄວາມເຢິຢິງຖືດີ ບໍ່ຍ່ອມຟັງ ບໍ່ຍອມລົດຕົວລົງເພື່ອຮຽນຮູ້.7) ຕະນີ່: ບໍ່ຢາກໃຫ້, ບໍ່ຢາກເສັຍ ແຕ່ລື່ມໄປວ່າ ທຸກສິ່ງໃນໂລກນີ້ບໍ່ມີອັນໃດເປັນຂອງເຮົາຢ່າງແທ້ຈິງ.8) ມັກຄະ: ການລົບລູ່ຄຸນທ່ານ ບໍ່ເຫັນຄຸນຂອງຜູ້ມີພຣະຄຸນ.9) ປາລາສະ: ຄວາມອວດດີ,…

ອ່ານຕໍ່
ເກີດເປັນຄົນຢ່າຄິດທາງຜິດ

ເກີດເປັນຄົນຢ່າຄິດໄປທາງຜິດ

ການທີ່ເຮົາໄດ້ເກີດມາເປັນຄົນໃນຊາດໜຶ່ງ, ໄດ້ມາຢື່ນຢູ່ໃນແຜນດິນໂລກໃບນີ້, ໄດ້ມາໃຊ້ຊິວິດຕາມວິຖີຂອງຕົນ ຈະລວຍ ຫລື ຈົນ, ຈະສູງຈະຕ່ຳດຳເຕັ້ຍ ເຮົາກໍບໍ່ຄວນທີ່ຈະໄປເສັຍເວລາຄິດ, ຄິດວ່າຕົນເອງຕ່ຳຕ້ອຍ ຫລື ສູງສົ່ງ. ເພາະຖ້າຄິດແບບນັ້ນ ມັນຄືຫລົງ ຫລົງໃນຕົວໃນຕົນ. ຫາກຄິດວ່າຕົນເອງນັ້ນສູງສົ່ງ ກໍຈະບຽດບຽນຜູ້ອື່ນ, ຢຽບຢ່ຳຜູ້ອື່ນໃຫ້ຕ່ຳເຕັ້ຍກວ່າຕົນ ຫລື ຫາກຄິດວ່າຕົນເອງຕ້ອຍຕ່ຳ ກໍຈະຄິດແຕ່ຈະຢຽບຢ້ຳຕົນເອງ, ດູຖູກຕົວເອງ ເອົາໂຕເອງເປັນເກນ ແລ້ວເອົາຕົວເອງໄປປຽບທຽບໄປວັດ. ເຮົາຈ່ົງຢ່າໄປເສັຍເວລາກັບສິ່ງເຫລົ່ານັ້ນເລີຍ. ເຮົາໄດ້ເກີດມາເປັນມະນຸດເໝືອນກັນ ກໍນັບວ່າມີບຸນໜັກແລ້ວ. ເຮົາຢ່າພາກັນຫລົງ, ຢຶດຕິດຢືດໝັ່ນ ສຳຄັນໝັ່ນໝາຍກັບອັນໃດນັກເລີຍ ເພາະຊີວິດນີ້ມັນບໍ່ມີອັນໃດແນ່ນອນ, ໃຫ່ຍໄດ້ກໍນ້ອຍໄດ້, ລວຍໄດ້ກໍຈົນໄດ້, ແຂງແຮງໄດ້ກໍເຈັບປ່ວຍໄດ້. ບໍ່ມີຜູ້ໃດໃຊ້ຊິວິດໄດ້ຄ້ຳຟ້າ ຫລື ວ່າຢູ່ໄດ້ເປັນກັບເປັນກັນ, ທຸກຄົນທຸກຊີວິດຕ່າງກໍມີເວລາຂອງຕົນ ແລະ ໃຫ້ເຮົາກັບມາຖາມຕົນເອງເບີ່ງວ່າ ເວລາທີ່ເຫລືອໃນຊີວິດນີ້ ເຮົາຈະມີຄຸນປະໂຫຍດອັນໃດຕໍເຮົາແດ່. ຖ້າມີແຕ່ຕັ້ງຈິດຕັ້ງໃຈທີ່ຈະທຳຄວາມຊົ່ວກໍລອງກັບມາຖາມຕົນເອງເບີ່ງວ່າ ທີ່ເຮັດໄປນ້ັນໄດ້ອັນໃດ? ເພື່ອອັນໃດ? ໃຫ້ລອງເບີ່ງໄປເລີກໆ ເບີ່ງລົງໄປໃນຈິດໃນໃຈ. ຖ້າຫາກວ່າເຮົາເຈີຄຳຕອບແລ້ວ ເຮົາກໍຈະເຫັນ ເຮົາກໍຈະເຂົ້າໃຈວ່າ ສິ່ງທີ່ທຳຊົ່ວຢູ່ນັ້ນ ມັນບໍ່ໄດ້ເກີດປະໂຫຍດອັນໃດ ນອກຈາກມີແຕ່ຈະທຳລາຍຕົນເອງ ຫາຄວາມວຸ່ນວາຍໃສ່ຕົນເອງ. ດັ່ງນັ້ນ, ຈົ່ງຢ່າພາກັນຫລົງຕົວຫລົງຕົນ,…

ອ່ານຕໍ່

ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້: “ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ“ ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ…

ອ່ານຕໍ່

ຄຳກ່າວຂອງພຣະສົງໃນການຮັບເຄື່ອງ

ທາງພຸດທະສາສະນາ ໃນການຮັບສິ່ງຂອງໃດໜຶ່ງຈາກອອກຕົນຍາດໂຍມ ພຣະສົງຈະມີຄຳກ່າວໃນຂະນະຮັບ. ຈາກນັ້ນ (ຫລັງປະເຄນເຄື່ອງ) ກໍຈະໃຫ້ພອນເພື່ອອະນຸໂມທະນາ (ຍິນດີໃນບຸນ) ແລະ ຢາດນ້ຳຕາມລຳດັບ. ສ່ວນຍາດໂຍມກໍກ່າວຄຳວ່າ “ສາທຸ”. ຊຶ່ງແຫລ່ງຂໍ້ມູນນີ້ໄດ້ມາຈາກວັດອານຸສອນ ເມືອງປາກຊັນ ແຂວງບໍລິຄຳໄຊ.

ອ່ານຕໍ່

ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ການສວດມົນຂ້າມປີມີຈຸດປະສົງຫລັກ ເພື່ອສົ່ງທ້າຍປີເກົ່າດ້ວຍສິ່ງດີງາມ ຕ້ອນຮັບປີໃໝ່ດ້ວຍສິຣິມຸງຄຸນ ໂດຍມີປະໂຫຍດທັງທາງຈິດໃຈ (ຝຶກສະມາທິ, ຊຳລະລ້າງຈິດໃຈ, ສ້າງປັນຍາ) ແລະ ທາງກາຍ (ຫລຸດອຸບັດເຫດ) ເປັນການເລີ່ມຕົ້ນປີໃໝ່ດ້ວຍພະລັງບວກ ອຸທິດບຸນໃຫ້ຜູ້ອື່ນ ແລະ ເສີມດວງຊະຕາໃຫ້ແຄລ້ວຄລາດປອດໄພ.  ເຫດຜົນ ແລະ ອານິສົງຫລັກ: ສະຫລຸບ: ການສວດມົນຂ້າມປີຄືການເຮັດກິດຈະກຳດີໆ ເພື່ອປັບປ່ຽນຕົວເອງໃຫ້ເປັນຄົນທີ່ມີຄຸນນະພາບພ້ອມຮັບປີໃໝ່ ບໍ່ພຽງແຕ່ເລື່ອງຂອງໂຊກລາບ ແຕ່ລວມທັງການພັດທະນາຈິດໃຈໃຫ້ເຂັ້ມແຂງ ແລະ ສະຫງົບອີກດ້ວຍ. ການສູດມົນຂ້າມປີຂອງຊາວພຸດແມ່ນຈັດຂື້ນໃນວັນທີ 31 ຂອງເດືອນທັນວາ (12) ທຸກປີ ຫລື ໃນວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ຊື່່ງຂັ້ນຕອນ ແລະ ບົດສຸດມົນມີດັ່ງນີ້: *ແຕ່ງຂັນ 5 (ໃຊ້ຈານ ມີດອກໄມ້ 10 ດອກ ແລະ ທຽນ 10 ເຫລັ້ມ) *ໃຕ້ທຽນ 2 ເຫລັ້ມ ແລະ ທູບ 3 ດອກ. * ທາງກາຍ:…

ອ່ານຕໍ່

ການກະກຽມ ແລະ ເວລາສູດມົນຂ້າມປີ

ການກຽມຕົວເພື່ອສູດມົນຂ້າມປີ ໃນວັນທີ 31 ເດືອນທັນວາ (12) ບໍ່ພຽງແຕ່ເປັນການໄປຮ່ວມພິທີ ຫລື ເປັນການສູດມົນດ້ວຍຕົນເອງທີ່ເຮືອນເທົ່ານັ້ນ ແຕ່ຄືການກຽມທັງກາຍ ແລະ ໃຈ ໃຫ້ພ້ອມເພື່ອຮັບພະລັງບວກ ໃນປີໃໝ່ທີ່ຈະມາເຖິງ.  ຫາກທ່ານຕັ້ງໃຈຈະເລີ່ມປີໃໝ່ດ້ວຍສິ່ງດີໆ ນີ້ຄືຂັ້ນຕອນການກະກຽມ ແລະ ເວລາແບບງ່າຍໆ. ​1. ການກຽມທາງກາຍ (ຄວາມພ້ອມພາຍນອກ) ​* ຊຸດແຕ່ງກາຍ: ສວມໃສ່ເສື້ອຜ້າທີ່ສຸພາບ ແລະ ສວມໃສ່ສະບາຍ (ສີຂາວ ຫລື ສີອ່ອນ ຈະແດງເຖີງການສັງລວມ ແລະ ສະຫງົບທາງໃຈ) ທີ່ສຳຄັນຕ້ອງສາມາດລະບາຍອາກາດໄດ້ດີ ເພາະການສວດມົນດົນໆ ຈະເຮັດໃຫ້ອືດອັດ. ​* ເຮັດຮ່າງກາຍໃຫ້ສະອາດ: ຊຳລະລ້າງຮ່າງກາຍໃຫ້ສົດຊື່ນ (ອາບນ້ຳ ແລະ ຖູແຂ້ວ) ກ່ອນໄປຮ່ວມງານ ຫລື ເຂົ້າສູດມົນທີ່ຈັດໄວ້ຢູ່ເຮືອນ ເພື່ອໃຫ້ຄວາມຮູ້ສຶກປອດໂປ່ງພ້ອມຮັບສິ່ງໃໝ່ໆ. ​* ອາຫານ ແລະ ຢາ : ຮັບປະທານອາຫານໃຫ້ພໍດີ ບໍ່ໃຫ້ອິ່ມຈົນເກີນໄປ ເພາະອາດຈະເຮັດໃຫ້ງ່ວງນອນຂະນະສູດມົນ ແລະ ຢ່າລືມພົກຢາປະຈຳຕົວ ຫລື…

ອ່ານຕໍ່