ພຣະພຸທທະສາສະນາ ບັນຍັດເລື່ອງການທຳບຸນໄວ້ມີ 3 ປະເພດ: ການທຳບຸນທັງສາມປະເພດນີ້ ຄືການທຳບຸນງ່າຍໆ, ທຳບຸນເຫັນຜົນທັນຕາ ເພາະຊ່ວຍໃຫ້ຈິດໃຈສະຫງົບ, ຊ່ວຍຕັດຕົ້ນເຫດແຫ່ງທຸກ, ຈິດໃຈຈິ່ງແຈ່ມໃສ ແລະ ເບີກບານ ຊຶ່ງເປັນຜົນທີ່ເຫັນໄດ້ແບບທັນທີເມື່ອເຮົາຄິດດີ, ເວົ້າດີ ແລະ ໝັ່ນບໍລິຫານຈິດໃຈໃຫ້ຕັ້ງຢູ່ໃນຄວາມບໍລິສຸດ. ການທຳບຸນແບບໃດໄດ້ອະນິສົງແຮງ ເຊື່ອວ່າຫລາຍໆ ຄົນຄົງເຄີຍມີຄຳຖ່າມທີ່ວ່າ ທຳບຸນອັນໃດ ທຳບຸນແບບໃດໄດ້ອະນິສົງແຮງ? ການທຳບຸນທີ່ດີທີ່ສຸດ ຄືການທຳບຸນທີ່ບໍ່ບຽດບຽນຕົນເອງ, ບໍ່ບຽດບຽນຄົນອື່ນ ບໍ່ວ່າຈະເລື່ອກທຳບຸນດ້ວຍວິທີໃດ ກໍຢ່າລື່ມວ່າ ການທຳບຸນທີ່ດີທີ່ສຸດ ຄືການທຳບຸນທີ່ຕົນເອງບໍ່ເດືອດຮ້ອນ ຢູ່ໃນຂອບເຂດທີ່ຕົນເອງສາມາດທຳບຸນໄດ້ ໂດຍບໍ່ບຽດບຽນຊັບຂອງຕົນເອງ ແລະ ຂອງຄົນອື່ນ. ທີ່ສຳຄັນການທຳບຸນທີ່ຖືກວິທີ ຍັງຕ້ອງປະກອບດ້ວຍປັດໃຈອື່ນໆ ຄື: ຊັບສິນ ຫລື ສິ່ງຂອງທີ່ໄດ້ມາຕ້ອງໄດ້ມາໂດຍສຸດຈະຣິດ ບໍ່ໄດ້ໄປບຽດບຽນຜູ້ໃດມາ ແລະ ການທຳບຸນຕ້ອງທຳດ້ວຍໃຈບໍລິສຸດ ເຕັມໃຈ ບໍ່ຝຶນທຳ ຈຶ່ງຈະເປັນການທຳບຸນທີ່ໄດ້ອະນິສົງແຮງ ແລະ ຊ່ວຍໃຫ້ຈິດໃຈສະຫງົບບໍລິສຸດຢ່າງແທ້ຈິງ.