ສາສະນາພຸດ

ສະມາທິ

ພຽງແຕ່ເຮົາຫລັບຕາ ຢຸດຄິດ ທຳໃຈຫວ່າງໆ ທີ່ສູນກາງກາຍ ພຽງເທົ່ານີ້ ກໍຈະໄດ້ພົບຄວາມທຸກທີ່ແທ້ຈິງ ຊຶ່ງຢູ່ພາຍໃນຕົວເຮົາ. ມະນຸດເຮົາປະກອບໄປດ້ວຍອົງປະກອບຫລັກສອງຢ່າງຄື: ກາຍ ແລະ ໃຈ ເຮົາມີວີທີການຫລາຍຢ່າງໃນການປັບກາຍໃຫ້ແຂງແຮງປາສະຈາກໂລກໄພໄຂ້ເຈັບ, ແຕ່ວິທີໃນການປັບໃຈໃຫ້ແຂງແກ່ນນັ້ນ ມີຄົນຈໍານວນໜ້ອຍໃຫ້ຄວາມສຳຄັນ. ຄົນເຮົາມັກຈະປ່ອຍໃຈໃຫ້ເພີດເພີນໄປກັບອາລົມ ແລະ ເລື່ອງລາວຕ່າງໆ ທີ່ນ່າເພີ່ງພໍໃຈ ແລະ ບໍ່ນ່າເພີ່ງພໍໃຈ ທໍາໃຫ້ໃຈເຮົານັ້ນມັກຈະລ່ອງລອຍອອກສູ່ນອກຕົວສະເໝີ. ສະມາທິ ຈຶ່ງເປັນວີທີທີ່ຈະນຳໃຈກັບມາສູ່ເນື້ອສູ່ຕົວອີກຄັ້ງໜຶ່ງ ຊຶ່ງເມື່ອປະຕິບັດເລື່ອຍໆ ກໍຈະທໍາໃຫ້ເຂົ້າເຖິງຄວາມສະຫງົບສຸກຂອງໃຈຢ່າງບໍ່ເຄີຍຮູ້ສຶກມາກ່ອນ ແລະ ຕາມທາງອົງແປດ ທີ່ພຣະສຳມາສຳພຸດທະເຈົ້າທ່ານໃຫ້ແລ້ວ ກໍຈະສາມາດທຳໃຫ້ບັນລຸທຳທີ່ລົງເລີກເຂົ້າໄປໄດ້ໃນທີ່ສຸດ. ລັກສະນະຂອງໃຈທີ່ເປັນສະມາທິ ລັກສະນະຂອງສະມາທິ ທີ່ເກີດຂື້ນຕໍ່ໃຈທີ່ທຳໃຫ້ໃຈມີຄວາມຕັ້ງໝັ່ນ ແລະ ແນວແນ່ຢູ່ໃນອາລົມ ຈະມີລັກສະນະທີ່ປະກົດຂື້ນໃຫ້ສັງເກດອີກຫລາຍປະການ ຫລື ກ່າວໄດ້ວ່າ ເມື່ອທຳສະມາທິໄດ້ປະສົບຜົນສຳເລັດ ຈົນໃຈເປັນສະມາທິ ຈະຕ້ອງມີລັກສະນະ ຫລື ຄຸນສົມບັດ 3 ປະການຄື:

ອ່ານຕໍ່

ຄາຖາຖ່ອນຂອງເຂົ້າຕົວ

(ໃຊ້ຄາຖານີ້ເພື່ອຖ່ອນຂອງເຂົ້າຕົວຕົນເອງ ແລະ ຖ່ອນໃຫ້ຄົນອື່ນກໍໄດ້) ຕັ້ງນະໂມ 3 ຈົບ ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ) ສູດມົນໄຫ້ວພຣະຣັຕະນະໄຕຣ ອະຣະຫັງ ສຳມາສຳພຸດໂທ ພະຄະວາ ພຸດທັງພະຄະວະຕັງ ອະພິວາເທມິ (ກາບລົງ) ສະວາກຂະໂຕ ພະຄະວະຕາ ທຳໂມທຳມັງ ນະມັດສາມິ (ກາບລົງ) ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງນະມາມິ (ກາບລົງ) ເລີ່ມສູດຄາຖາ ນະໂມເມສຸຂຄະໂຕ  ນະໂມເມ ໂສປັຕຕິ  ນະໂມສຸຄະໂຕ ໂຫຕິ  ອະສັນຍັຕຕາ ຈະ ສັມພະວາ  ປັຈຈຸປັນນາ ປັນຈະພຸທທາ ເສຕິ  ນະໂມສຸຄະໂຕ ຈະ  ອະນາຄະຕາ ນະມາມິຫັງ ສັບເພ ເທວາ ຍັກຂາ  ເປຕາ ພູຕາ ປະຣິຕາ ປະໂຣຄະຕາ ອັກຄະເນ ວາ…

ອ່ານຕໍ່

ຄາຖາບູຊາທ້າວເວດສຸວັນ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ) ອິຕິປິໂສ ພະຄະວາ ຍົມມະຣາຊາໂນ ທ້າວເວດສຸວັນໂນ ມໍຣະນັງ ສຸຂັງ ອະຫັງ ສຸຄະໂຕ ນະໂມ ພຸທທາຍະ ທ້າວເວດສຸວັນໂນ ຈາຕຸມະຫາຣາຊິກາ ຍັກຂະພັນຕາພັທພູຣິໂຕ ເວສສະ ພຸສະ ພຸທທັງ ອະຣະຫັງ ພຸທໂທ ທ້າວເວດສຸວັນໂນ ນະໂມ ພຸທທາຍະ

ອ່ານຕໍ່

ບົດໄຫວ້ພຣະຕອນແລງ ພ້ອມວິດີໂອທຽບສຽງ

2.1    ຄຳບູຊາພຣະຣັຕນະໄຕຣໂຍໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ,  ສວາກຂາໂຕ  ເຍນະ ພະຄະວະຕາ ທັມໂມ,  ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ,  ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ,  ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິອະພິປູຊາຍາມະ,  ສາທຸໂນພັນເຕ ພະຄະວະ ສຸຈິຣະປະຣິນິພພຸໂຕປິ,  ປັຈສິມາ ຊະນະຕານຸກັມປະມານະສາ,  ອິເມສັກກາເຣ ທຸຄຄະຕະປັນນາກາຣະພູເຕ ປະຕິຄຄັນຫາຕຸ, ອັມຫາກັງ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ.   2.2   ຄຳນະມັດສະການອະຣະຫັງ ສັມມາສັມພຸທໂທ ພະຄະວາ,  ພຸທທັງພະຄະວັນຕັງ ອະພິວາເທມິ  ( ຂາບລົງ 1 ຄັ້ງ ) ສວາກຂາໂຕ ພະຄະວະຕາ ທັມໂມ,  ທັມມັງ ນະມັສສາມິ  ( ຂາບລົງ 1 ຄັ້ງ ) ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, …

ອ່ານຕໍ່

ອານິສົງ 9 ຂໍ້ຂອງການໃສ່ບາດຕອນເຊົ້າ ທີ່ຫລາຍຄົນຍັງບໍ່ຮູ້!!!

1. ການໃສ່ບາດທຸກວັນ ຍ່ອມໄດ້ຮັບອານິສົງໃຫ້ເປັນທີ່ຮັກຂອງທຸກຄົນ ລວມທັງສົ່ງຜົນໃຫ້ມີສະຕິປັນຍາດີ ເມື່ອຕາຍແລ້ວຍ່ອມເຂົ້າສູ່ສຸຄະຕິໂລກສະຫວັນ. 2. ການໃສ່ບາດທຸກວັນ ເຮັດໃຫ້ຈິດໃຈເກາະຢູ່ກັບຄວາມດີ 3. ເປັນການບັນເທົາຄວາມເຫັນແກ່ຕົວ ສ້າງໃຈໃຫ້ເເປັນສຸກ ແລະ ສ້າງສັງຄົມໃຫ້ຮົ່ມເຢັນ 4. ເປັນການຕໍ່ບຸນຕໍ່ລາບໃຫ້ກັບຕົນເອງ 5. ເພື່ອເປັນການອຸທິດສ່ວນກຸສົນໃຫ້ແກ່ບຸກຄົນອັນເປັນທີ່ຮັກ ທີ່ລ່ວງລັບໄປແລ້ວ ອັນເປັນການສະແດງຄວາມກະຕັນຍູຕໍ່ຜູ້ມີພະຄຸນ. 6. ເປັນການຮັກສາຂະນົບທຳນຽມປະເພນີ ແລ ະວັດທະນະທໍາອັນດີງາມຂອງເຮົາເອົາໄວ້ ເພື່ອຄວາມງົດງາມ ແລະ ມີສະເໜ່ອັນເປັນເອກະລັກຂອງຊາດ. 7. ເປັນແບບຢ່າງຈາກການສົ່ງຕໍ່ຄວາມດີຂອງຮຸ່ນສູ່ຮຸ່ນຄົນ ເພື່ອໃຫ້ລຸກຫລານມີແບບຢ່າງໃນການທຳຄວາມດີສຶບຕໍ່ໄປ. 8. ເປັນການສືບຕໍ່ອາຍຸຂອງພຣະພຸດທະສາສະນາ ເພາະພຣະສົງສະມາເນນ ຕ້ອງຢູ່ໄດ້ດ້ວຍການບິນບາດລ້ຽງຊີບ, ຖ້າບໍ່ມີໃຜໃສ່ບາດກໍ່ບໍ່ມີອາຫານ ເມື່ອບໍ່ມີອາຫານກໍບໍ່ອາດດຳລົງຊີວິດຢູ່ໄດ້ ແລະ ພຣະພຸດທະສາສະນາກໍ່ສິ້ນສຸດລົງໃນຍຸກປະຈຸບັນ. 9. ການໃສ່ບາດເປັນການສ້າງຄວາມປອງດອງໃຫ້ກັບຊາວພຸດ ເປັນການຢຸດຕິວິກິດຄວາມສັດທາ ເພາະຊາວພຸດທຸກບ້ານ ພ້ອມພຽງກັນໃສ່ບາດ ຈະເກີດເປັນພະລັງແຫ່ງຄວາມສາມັກຄີຂື້ນ, ເຊິ່ງພະລັງນີ້ຈະຊ່ວຍສ້າງສັງຄົມໃຫ້ເກີດຄວາມສະຫງົບສຸກ ດັ່ງທີ່ພຣະພຸດທະເຈົ້າຕັດວ່າ: “ຄວາມສາມັກຄີຂອງໝູ່ຄະນະ ຍ່ອມທຳໃຫ້ເກີດຄວາມສຸກ” ເຮັດໃຫ້ຊາວພຸດ ມີຄວາມເຂັ້ມແຂງ ແລະ ຈະສາມາດສ້າງກອບອັນດີງາມ ໃຫ້ແກ່ພິຂຸສາມະເນນທັງຫລາຍ ບໍ່ໄດ້ອອກນອກລູ່ນອກທາງໄດ້. ໃນເມື່ອຮູ້ປະໂຫຍດເຮັດບຸນໃສ່ບາດໃນຕອນເຊົ້າແລ້ວນັ້ນ ເອົາເປັນວ່າໃຜທີ່ຍັງບໍ່ທັນເຄີຍລອງ…

ອ່ານຕໍ່

 ອະນິສົງຂອງການຖວາຍຢາປີ່ນປົ່ວພະຍາດ

ການຖວາຍຢາປີ່ນປົ່ວພະຍາດ ເປັນບຸນໃຫຍ່ທີ່ຄວນເຮັດເປັນຢ່າງຍິ່ງ  ເພາະການຖວາຍຢາໃຫ້ບຸນຫລາຍ. ຖ້າຜູ້ໃດບໍ່ຢາກເຈັບໄຂ້ໄດ້ປ່ວຍ ຫລື ບໍ່ຢາກທໍລະມານຈາກການເປັນພະຍາດທີ່ຮ້າຍແຮງ ຄວາມສ້າງບຸນນີ້ໃຫ້ເປັນອາຈິດສກຳ ຫລື ທຳບຸນປະເພດນີ້ເລືື່ອຍໆ. ດັ່ງເລື່ອງຄວາມເປັນມາຂອງ ພຣະພາກຸນເຖຣະ ພຣະອະຣະຫັນຜູ້ເປັນເລີດທີ່່ມີອາພາດໜ້ອຍ (ເຈັບໄຂ້ໜ້ອຍ) ເພາະອາດີດຊາດ ທ່ານໄດ້ຖວາຍຢາແກ່ ພຣະສໍາມາສໍາພຸດທະເຈົ້າ ອະໂນມທັສສີ ແລະ ຖວາຍຢາແກ່ ຄະນະພິຂຸສົງໃນຍຸກຂອງ ພຣະວິປັສສີພຸດທະເຈົ້າ. ດ້ວຍເຫດນີ້ ບຸນຈຶ່ງສົ່ງຜົນໃຫ້ພຣະພາກຸນເຖຣະ ມີອາຍຸຍືນຍາວເຖິງ 160ປີ, ບໍ່ອາພາດ ຫລື ບໍ່ປວ່ຍໄຂ້ເລີຍ ຊຶ່ງເອື່ອອໍານວຍຕໍ່ການປະຕິບັດທໍາມະຂອງທ່ານຢ່າງຫລວງຫລາຍ. ອີກທັງອານິສົງຈາກການຖວາຍຢາປີ່່ນປົວພະຍາດ ຍັງມີປະກົດຊັດແຈ້ງຢູ່ໃນ ພຣະໄຕປີດົກ ເຫລັ້ມ 32, ພຣະສຸດຕັນຕະປິດົກ ເຫລັ້ມ 24, ຂຸດທົກນິກາຍ ອະປະທານ ພາກ 1 ປິລິນທະວັກທີ 40, ປິລິນທະວັຈສເຖຣາປະທານທີ 1 (391). ຊຶ່ງຈະຂໍແບ່ງເປັນຂໍ້ໆ ລຸ່ມນີ້. ອະນິສົງ 10 ປະການຈາກການຖວາຍຢາປີ່ນປົ່ວພະຍາດ ຂໍ້ມູນຈາກເວບໄຊ https://www.kalyanamitra.org/

ອ່ານຕໍ່

ຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ

ຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ       ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈໍາພວກ ເທພ ເທິງສວັນຊັ້ນຟ້າ. ຍອດຊໍ່ຟ້າ ເປັນຈຸດສູງສຸດຂອງສີມ ເປັນເຄື່ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສະນາ. ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ, ສີມາ, ວິຫານ ແລະ ສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ.       ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນ ແລະ ຮູບຮ່າງໜ້າຕາຍອດຊໍ່ຟ້າກໍມີຕ່າງໆ ກັນ ແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ: ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼື ເປັນສັດຫິມະພານກໍໄດ້ ຢ່າງໃດກໍຕາມມີຄົນພຍາຍາມອະທິບາຍຮູບລັກສະນະ ແລະ ຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້:       ສະລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກ ເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດຂື້ນໃນຣະບົບພູມຈັກວານກ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕບົນໂລກ       ໃນສມັຍຫນຶ່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາຣະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປະໂຫຍດຈຳນວນ 33 ຄົນ…

ອ່ານຕໍ່

ປະຫວັດຂອງພຣະສີວະລີ

ພຣະສີວະລີ ເປັນໂອຣົສຂອງພຣະນາມສຸບປະວາສາ ຣາຊທິດາແຫ່ງໂກລິຍະນະຄອນ ຕັ້ງແຕ່ທ່ານຈຸຕິລົງມາເກີດໃນຄັນຂອງພຣະມານດາ ໄດ້ເຮັດໃຫ້ລາບສັກກາຣະ ເກີດຂຶ້ນແກ່ພຣະມານດາເປັນອານັນ ທ່ານອາໄສຢູ່ຄັນຂອງພຣະມານດາ ດົນເຖິງ 7 ປີ 7 ເດືອນ 7 ວັນ ເມື່ອເຖິງເວລາຈະປະສູດ ພຣະມານດາ ໄດ້ຮັບທຸກຂະເວທະນາຢ່າງແຮງກ້າ ພຣະນາງຈຶ່ງຂໍໃຫ້ພຣະສາມີໄປຂາບບັງຄົມທູນຂໍພຣະພອນ ຈາກພຣະສັມມາສັມພຸທທະເຈົ້າ ແລະ ພຣະອົງກໍ່ຊົງຕັດປະທານພອນແກ່ພຣະນາງວ່າ : “ ຂໍພຣະນາງສຸບປະວາສາ ພຣະຣາຊທິດາແຫ່ງພຣະເຈົ້າໂກລິຍະ ຈົ່ງຜູ້ມີຄວາມສຸຂ ປຣາສະຈາກໂຣຄາພະຍາດ ປະສູດພຣະຣາຊະໂອຣັສເປັນຜູ້ປຣາສະຈາກໂຣຄ ” ດ້ວຍອໍານາດແຫ່ງພຣະພຸທທານຸພາບ ທຸຂເວທະນາຂອງພຣະນາງ ກໍ່ອັນຕະທານຫລາຍໄປ ພຣະນາງປະສູດພຣະຣາຊະໂອຣົສຢ່າງງ່າຍດາຍ ເຫມືອນນ້ຳໄຫລອອກຈາກຫມໍ້ ບັນດາພຣະຍາຕິວົງທັງຫລາຍ ຈຶ່ງໄດ້ຂະໜາດນາມພຣະໂອຣົສຂອງພຣະນາງສຸບປະວະສາວ່າ: ສີວະລີກຸມມານ ເມື່ອພຣະນາງມີພຣະວໍຣະກາຍທີ່ແຂງແຮງດີແລ້ວ ຈຶ່ງມີພຣະປະສົງທີ່ຈະຖວາຍທານ ຕິດຕໍ່ກັນເປັນເວລາ 7 ວັນ ຈຶ່ງບອກຄວາມປະສົງແກ່ສາມີໃຫ້ຂາບອະຣາດທະນານິມົນ ພຣະສັມມາສັມພຸທທະເຈົ້າ ພ້ອມດ້ວຍພຣະພິຂຸສົງສາວົກ ມາຮັບມະຫາທານ ແລະ ອາຫານບິນທະບາຕ ໃນຄັ້ງນີ້ ຕະຫລອດ 7 ວັນ ໃນວັນຖວາຍມະຫາທານນັ້ນ ສີວະລີກຸມມານ ມີພຣະວໍຣະກາຍທີ່ເຂັ້ມແຂງ ປຽບດັ່ງຜູ້ມີພະຊົນ…

ອ່ານຕໍ່

ສາສະໜາພຸດ (ພຸດທະສາສະນາ)

ພຸດ​ສາສະນາ​ກຳ​ເນີດ​ຂຶ້ນ​ທີ່​ປະເທດ​ອິນ​ເດຍ​ ເມື່ອປະມານກ່ອນ ຄ.ສ 543​ ປີ​ ເກີດ​ຂຶ້ນ​ໃນ​ຍຸກ​ທີ່​ກຳ​ລັງ​ມີ​ການສະແຫວງຫາວິທີການດັບ​ທຸກ​ກັນ​ຢູ່​ທົ່ວໄປ​ ໂດຍ​ຜູ້ສົນ​ໃຈໃນ​ຍຸກ​ນັ້ນ​ຈະ​ນັບ​ຖື​ສາສະນາ​ພຣາມ​ກັນ​ຢູ່​ໂດຍ​ສ່ວນຫລາຍ​ 2.  ​ ສິ່ງທີ່​ເຄົາລົບ​ສູງ​ສຸດ​ ພຸດ​ທ​ສາສະນາ ​ເປັນ​ສາດສະຫນາ​ປະ​ເພດ​ອ​ະເທວ​ະນິຍົມ​ ຄື​ບໍ່​ຍອມ​ຮັບ​ວ່າ​ມີ​ເທບພະ​ເຈົ້າ​ໃດ​ໆ​ ວ່າ​ມີ​ອຳນາດ​ສູງ​ສຸດ​ແຕ່​ຈະ​ຍອມ​ຮັບ​ກົດ​ທຳມະຊາດ ​(ທໍາມະ​ ຫລື ​ທັມ​) ວ່າ​ເປັນ​ສິ່ງ​ສູງ​ສຸດ​ທີ່​ມີ​ລັກສະນະ​ຄ້າຍ​ກັບ​ພະ​ເຈົ້າ​ຂອງ​ສາດສະຫນາ​ປະ​ເພດ​ເທວະ​ນິຍົມ​. 3.  ສາດສະ​ດາ​ ສາດສະ​ດາ​ຄື​ ພະ​ພຸດ​ທະ​ເຈົ້າ​ຊຶ່ງ​ເດີມ​ຄື​: ເຈົ້າ​ຊາຍ​ສິດ​ທັດ​ຖະ​ ທີ່​ອອກ​ບວດ​ຄົ້ນ​ຫາ​ສັຈຈະທັມ ຈົນກະທັ້ງ​ໄດ້​ຄົ້ນ​ພົບ​ຄວາມ​ຈິງ​ຂອງ​ທຳມະຊາດ​ໃນ​ເລື່ອງ​ການ​ດັບ​ທຸກ​ຂອງ​ຈິດ​ໃຈ ​ຕາມ​ຫຼັກ​ເຫດຜົນ ​(ຫລື ​ຕາມ​ຫຼັກ​ວິທະຍາ​ສາດ​) ໄດ້​ຢ່າງ​ຖາວອນ​. 4.  ​ ຄຳພີ ຄື ​ພຣະ​ໄຕຣປີດົກ​ ອັນ​ປະກອບ​ດ້ວຍ​ ຄື: 4.1.   ພຣະ​ວິ​ນັຍ​ປີດົກ ຊຶ່ງ​ລວບລວມ​ເລື່ອງ​ສິນ​ຂອງ​ພິກ​ສຸ​ ແລະ ​ພິກ​ສຸ​ນີ​ເອົາ​ໄວ້​ທັງ​ໝົດ (The Basket of  Discipline)​ 4.2.  ພຣະ​ສູຕັນຕະປີດົກ​ ຊຶ່ງ​ລວບລວມ​ຄຳ​ສອນ​ຂອງ​ພຣະ​ພຸດ​ທະ​ເຈົ້າ​ ແລະ ​ພຣະ​ສາວົກ​ເອົາ​ໄວ້​ (The Basket of Discourses) 4.3. …

ອ່ານຕໍ່

ກິດຈະວັດ 10 ຢ່າງສຳລັບພຣະສົງ-ສາມະເນນ

ຄືກິດຈະວັດພື້້ນຖານຂອງພຣະສົງ-ສາມະເນນ ໃນພຣະພຸທທະສາສະນາ ທີ່ບັນພຣະຊົນໄດ້ປະພຶດປະຕິບັດກັນຕະຫລອດມາ. 1. ລົງອຸໂປສົດ ຄືການເຂົ້າຮ່ວມຟັງການສູດປະຕິໂມກທຸກໆ ວັນສິນ 15ຄ່ຳ ແລະ ເປັນການປະຊຸມພຣະສົງ. 2. ບິນທະບາດລ້ຽງຊີບໃນແຕ່ລະວັນ. 3. ໄຫວ້ພຣະ-ສູດມົນທຸກວັນ 4. ກວາດເດີ່ນວັດວາອາຮາມ, ວິຫານ ແລະ ລານພຣະທາດເຈດີ. 5.ຮັກສາຜ້າຄອງ ນຸ່ງຜ້າຕາມຊຸດຂອງພຣະຕາມກາລະເທສະ, ຖືກຜ້າຄອງຕາມຈຳນວນຈຳກັດ ແລະ ທຳພິທີເອົາຄອງຜ້າທຸກວັນ. 6.ຢູ່ປະຣິວາດສະກັມ ຄື: ເຂົ້າກັມ ເວລາຕ້ອງອາບັດສັງຄາທິເສດ. 7.ແຖຜົມ, ແຖໜວດ ແລະ ຕັດເລັບ. 8.ສຶກສາຮໍ່າຮຽນພຣະທັມວິນັຍ ແລະ ປະຕິບັດຄຣູບາ-ອາຈາຣຍ໌. 9.ຕ້ອງອາບັດແລ້ວ ສະແດງອາບັດເສັຍ. 10.ພິຈາຣະນາປັດຈະເວກຂະນະ ທັງ 4, ມີ: ຈີວອນ, ບິນທະບາດ, ທີ່ຟູ່ທີ່ອາໃສ ແລະ ຢາຮັກສາໂຣຄ. ກິດຈະວັດ 10 ຢ່າງນີ້ ຖືເປັນກິດໃຫຍ່ຂອງພຣະພິກຂຸ ແລະ ສາມະເນນ ທຸກໆ ອົງ ຊຶ່ງຈະຕ້ອງສຶກສາໃຫ້ຮູ້ຢ່າງຈະເເຈ້ງຊັດເຈນ…

ອ່ານຕໍ່