
ສະຫຼອງ ຕົ້ນກາຣະພຶກ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ) ພຸດໂທ ໂລເກ ອະນຸດຕະໂຣ ຕິດສະມານັງ ເສດຖັງ ກັບປາຣຸກໂຂ ພຸດໂທ ພະຄະວາ ສາວັດຖີຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣະຕິຕິ.ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຝູງມີຄວາມ ປາຖນາ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງ ໂສຕະຜາສາດຫູ ທັງສອງຟັງຍັງ ທຳມະເທສະນາ ຜະລະອາ ນິສົງສະ ແຫ່ງການຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ໃຫ້ເປັນທານ ແກ່ພຣະພິກຂຸສັງຄະເຈົ້າ ຫວັງເອົາບຸນ ເອົາກຸສົນຜົນທານ ໃນປັດຈຸບັນ ແລະ ອະນາຄົດ. ກໍ່ຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານນັ້ນແລ ສາທຸຊົນ ທີ່ມີສັດທາ ໄດ້ສະລະຈະຕຸປັດໄຈ ມາທຳການກໍ່ສ້າງ…