ທຳວັດແລງ
2.1 ຄຳບູຊາພຣະຣັຕນະໄຕຣໂຍ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ, ພຣະຜູ້ມີພຣະພາຄເຈົ້ານັ້ນພຣະອົງໃດ, ເປັນພຣະອະຣະຫັນ, ດັບໄຟກິເລສ ໄຟທຸກ ໂດຍສິ້ນເຊີງ, ຕັສຮູ້ຊອບໄດ້ໂດຍ ພຣະອົງເອງ;ສວາກຂາໂຕ ເຍນະ ພະຄະວະຕາ ທັມໂມ ພຣະທັມເປັນທັມອັນພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ສະແດງໄວ້ດີແລ້ວ;ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ, ພຣະສົງສາວົກຂອງພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ປະຕິບັດດີແລ້ວ;ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ, ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິ ອະພິປູຊາຍາມະ, ຂ້າພະເຈົ້າທັ້ງຫລາຍ, ຂໍບູຊາຢ່າງຍິ່ງ ຊຶ່ງພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ, ພ້ອມທັ້ງພຣະທັມ ແລະ ພຣະສົງ, ດ້ວຍເຄື່ອງສັກກາຣະທັ້ງຫລາຍເຫລົ່ານີ້,ອັນຍົກຂຶ້ນຕາມສົມຄວນແລ້ວຢ່າງໃດ,ສາທຸໂນ ພັນເຕ ພະຄະວະ ສຸຈິຣະປະຣິນິພພຸໂຕປິ, ຂ້າແຕ່ພຣະອົງຜູ້ຈະເຣີນ,ພຣະຜູ້ມີພຣະພາຄເຈົ້າແມ້ປະຣິນິພານນານແລ້ວ, ຊົງສ້າງຄຸນ ອັນສຳເຣັດປໂຫຍດໄວ້ແກ່ຂ້າພະເຈົ້າທັ້ງຫລາຍ,ປັຈສິມາ ຊະນະຕານຸກັມປະມານະສາ, ຊົງມີພຣະຫະຣຶທັຍອະນຸເຄາະ ແກ່ພວກຂ້າພະເຈົ້າ ອັນເປັນຊົນຮຸ່ນຫລັງ, ອິເມ ສັກກາເຣ ທຸຄຄະຕະປັນນາກາຣະພູເຕ ປະຕິຄຄັນຫາຕຸ, ຂໍພຣະຜູ້ມີພຣະພາຄເຈົ້າ ຈົ່ງຮັບເຄື່ອງສັກກາຣະ ອັນເປັນບັນນາການຂອງຄົນຍາກທັ້ງຫລາຍເຫລົ່ານີ້, ອັມຫາກັງ ທິຄະຣັຕຕັງ…
