ສາສະນາພຸດ

ສູນປະຕິບັດທຳ ວັດວິໂມກຂະວະ ນາຣາມ

ສູນປະຕິບັດທຳແຫ່ງນີ້ ຕັ້ງຢູ່ໃນ ວັດວິໂມກຂະວະນາຣາມ, ບ້ານສາລາຄໍາ (ທາງເຂົ້າວັດແມ່ນຂ້າງວັດສັສວາດສາລາຄຳ), ຫລັກ 10, ຖະນົນທ່າເດືອ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.         ຕາມການສອບຖ່າມຈາກແມ່ຊີທ່ານໜຶ່ງ (ເພີ່ນເຂົ້າມາຢູ່ທີ່ນີ້ເປັນເວລາຫລາຍກວ່າ 15 ປີ ແລ້ວ), ອະທິບາຍໃຫ້ຟັງວ່າ: ໃນສູນແຫ່ງນີ້ ມີແມ່ຊີ-ແມ່ຂາວທັງໝົດ 50 ກ່ວາຄົນ (ຊ່ວງທ້າຍເດືອນສິງຫາ 2022) ແລະ ພໍ່ຂາວ 5 ຄົນ. ຊຶ່ງຜູ້ທີ່ເຂົ້າມາປະຕິບັດທໍາມີທັງໄລຍະສັ້ນ ແລະ ຍາວ, ມີຈໍານວນຫລາຍແມ່ນໃນຊ່ວງເຂົ້າພັນສາ ແລະ ສຳລັບການສັນອາຫານແມ່ນຄາບດຽວຄືກັນໝົດ. ໜ້າທີ່ຫລັກໆ ແຕ່ລະວັນ ແມ່ນເຂົ້າຮ່ວມກັນໄຫ້ວພຣະ-ສວດມົນ 3 ຄັ້ງຕໍ່ວັນ ຄື: ຕອນເຊົ້າປະມານ 3-5 ໂມງເຊົ້າ, ຕອນສວຍ 13:30-15 ໂມງ ແລະ ຕອນແລງແມ່ນ 17-19ໂມງ. ສ່ວນການຟັງເທດສະນາຈາກພຣະສົງຈະມີທຸກໆ ວັນເສົາ ແລະ ອາທິດຕອນແລງ ຫລັງຈາກໄຫ້ວພຣະ-ສວດມົນສຳເລັດແລ້ວ.         ໃນວັດແຫ່ງນີ້ມີຫໍໜັງສືທຳມະໄວ້ໃຫ້ຄົນເຂົ້າອ່ານ…

Read More

ສີນ 227

ສິນ 227 ຂໍ້ເປັນສີນ ຫລື ຂໍ້ຫ້າມຂອງພຣະພິຂຸສົງ ເທຣວາດຕາມພຣະວິໃນບັນຍັດ ຈັດຢູ່ໃນສ່ວນອາທິພົມະຈາຣິຍະກາສິກຂາ. ສິນ 227 ເປັນສິກຂາບົດໃນພຣະປະຕິໂມກ ທີ່ພຣະພຸດທະເຈົ້າຊົງວາງຂໍ້ກຳນົດໄວ້ ບໍ່ໃຫ້ລະເມີດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຄະນະສົງ ແລະ ເພື່ອເປັນຂໍ້ປະຕິບັດພື້ນຖານ ອັນເອື້ອເຝື້ອຕໍ່ການປະພຶດພົມມະຈັນຂອງພຣະພິຂຸສົງ, ມີໂທດໃນການລ່ວງລະເມີດ ຮ້າຍແຮງທີ່ສຸດເຖິງຂັ້ນປາຣາສຶກ ຫລື ຂາດຈາກການເປັນພຣະສົົງ. ສິນ 227 ຫລື ພຣະວິໄນ ຜູ້ກະທຳຜິດສິນເອີ້ນວ່າ ລ່ວງພຣະວິໃນ ເປັນອາບັດ ລະດັບຊັ້ນຕ່າງໆ ຕາມຄວາມໜັກເບົາ ສາມາດແບ່ງລະດັບຄວາມອາບັດອອກໄດ້ ເປັນລຳດັບຊັ້ນ ຕັ້ງແຕ່ຊັ້ນຮ້າຍແຮງ ຈົນຮອດເບົາທີ່ສຸດ. ໃນອາບັດລະດັບເບົາຈະຕ້ອງມີການເປີດເຜີຍຄວາມຜິດ ເຊັ່ນ: ປາຈິດຕິ ສາມາດແກ້ໄດ້ໂດຍກ່າວສະແດງຄວາມຜິດຂອງຕົນ ກັບພຣະພິຂຸສົງອື່ນ ເພື່ອເປັນການສະແດງເຖິງຄວາມສຳນຶກຜິດ ແລະ ເພື່ອຈະຕັ້ງໃຈປະພຶດຕົນໃໝ່ ຫລື ເອີ້ນວ່າ ການສະແດງອາບັດ, ປົງອາບັດ ແຕ່ຖ້າເຖີງຊັ້ນປາຣາສຶກ ຍ່ອມຂາດຈາກການເປັນພຣະ ແລະ ບໍ່ສາມາດບວດເປັນພຣະສົງໄດ້ອີກ. ປາຣາຊຶກ 4 ຂໍ້ ສັງຂາທິເສສ ມີ 13…

Read More

ຮັບສິນ 10 ສຳລັບເນນກຽມບວດ

ມະ​ຍັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ທະສະ ສີລານິ ຍາຈາມະ (ວ່າ 3 ເທື່ອ) (ຖ້າຄົນດຽວຂື້ນຕົ້ນວ່າ ‘’ອະຫັງພັນເຕ ວິສູງວິສູງ ແລະ ລົງທ້າຍດ້ວຍ ຍາຈາມິ ’’ ຂ້າແຕ່ ທ່ານຜູ້ຈະເລີນ ຂ້າພະເຈົ້າທັງຫລາຍ ຂໍສະມະທານສີນ 10 ພ້ອມດ້ວຍໄຕສະຣະຄົມ ເພື່ອປະໂຫຍດແຫ່ງການຮັກ ເປັນຂໍ້ໆ. ອະຫັງພັນເຕ, ສະຣະນະສີລັງ ຍາຈາມິ ທຸຕິຍັມປິອະຫັງ ພັນເຕ ສະຣະນະສີລັງ ຍາຈາມິ ຕະຕິຍັມປິອະຫັງ ພັນເຕ ສະຣະນະສີລັວ ຍາຈາມິ ພຣະກ່າວ ແລະ ໃຫ້ຜູ້ຈະບວດເວົ້າຕາມເພື່ອຮັບສີນ: ນະໂມ ຕັສສະ  ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ເທື່ອ ) ພຣະກ່າວ: ‘’ ຍະມະຫັງ ວະທາມິຕັງ ວະເທມີ ‘’ ແລະ ໃຫ້ຜູ້ຮັບສີນຕອບວ່າ ‘’…

Read More

​ສະ​ມາ​ທານ​ສິ​ລ 8 ປະການ

ໃນ​ງານ​ຮັກ​ສາ​ສິ​ລ 8 ຜູ້​ທີ່​ຈະ​ຮັກ​ສາ​ສິ​ລ ຄວນ​ອາບ​ນ້ຳ​ຊຳ​ຣະ​ກາຍ​ໃຫ້​ບໍ​ຣິ​ສຸດ ແລ້ວ​ນຸ່ງ​ຫົ່ມ​ຜ້າ​ຂາວ ໂສ້ງ​ເສື້ອ​ຂາວ ຈະ​ເປັນ​ການ​ດີ​ທີ່​ສຸດ, ແຕ່​ຖ້າບໍ່​ມີ ບໍ່​ນຸ່ງ​ກໍ​ໄດ້ ແລ້ວ​ຂາບ​ລົງ ສາມ​ຄັ້ງ​ແລ້ວ​ກ່າວ​ວ່າ: ອິມີນາ ສັກກາເຣນະຕັງ ພຸທທັງ ອະພິປູຊະຍາມະ ອະຣະຫັງ ສັມມາສັມພຸທໂທ ພະຄະວາ ພຸທທັງ ພະຄະວັນຕັງ ອະພິວາເທມິ (ຂາບ) ອິມີນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງນະມັສສາມິ (ຂາບ) ອິມີນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ (ຂາບ) ຄຳອາ​ຣາ​ທະ​ນາ​ສິ​ລ 8 ມະ​ຍັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ ຍາ​ຈາ​ມະ ທຸຕິຍັມປິ  ມະ​ຍັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ…

Read More

ອາ​ຣາ​ທະ​ນາ​ສິ​ນ 5 (ຮັບສິລຫ້າ)

ການຮັບສີລ 5 ແມ່ນສາມາດເຮັດໄດ້ດ້ວຍຕົນເອງທີ່ບ້ານ. ກ່ອນທີ່ຈະທຳບຸນ ຫລື ໄຫວ້ພຣະສວດມົນແຕ່ລະຄັ້ງ ຄວນ ອາຣາທະນາສິນ 5 ດ້ວຍຕົນເອງກ່ອນ ຖ້າຫາກບໍ່ສະດວກໄປຮັບນຳພຣະສົງທີ່ວັດ ເພື່ອຈະໄດ້ບຸນກຸສົນທີ່ສົມບູນແບບ. ເມື່ອພ້ອມແລ້ວກໍເລີ່ມຕາມລຸ່ມນີ້ໄດ້ເລີຍ. ອະ​ຫັງ ພັນ​ເຕ ວິ​ສຸງ ວິ​ສຸງ ຣັກ​ຂະ​ນັ​ຕ​ຖາ​ຍະ ຕິ​ສະ​ຣະ​ເນ​ນະ ສະ​ຫະ ປັນ​ຈະ ສີ​ລາ​ນິ ຍາ​ຈາ​ມິ ທຸ​ຕິ​ຍັມປິ​ ມະ​ຍັງ ພັນ​ເຕ ວິ​ສຸງ ວິ​ສຸງ ຣັກ​ຂະ​ນັ​ຕ​ຖາ​ຍະ ຕິ​ສະ​ຣະ​ເນ​ນະ ສະ​ຫະ ປັນ​ຈະ ສີ​ລາ​ນິ ຍາ​ຈາ​ມິ ຕະ​ຕິ​ຍັມ​ປິ​ ມະ​ຍັງ ພັນ​ເຕ ວິ​ສຸງ ວິ​ສຸງ ຣັກ​ຂະ​ນັ​ຕ​ຖາ​ຍະ ຕິ​ສະ​ຣະ​ເນ​ນະ ສະ​ຫະ ປັນ​ຈະ ສີ​ລາ​ນິ ຍາ​ຈາ​ມິ ນະໂມ ຕັສສະ  ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ເທື່ອ ) ພຸທທັງ ສະຣະນັງ ຄັຈສາມິ…

Read More

ຄຳໃຫ້ພອນຕອນຮັບບຸນ-ຍາຖາສັບພີ

ຍະຖາ ວາຣິວະຫາ ປູຣາ ປະຣິປູເຣນ ຕິສາຄະຣັງ ເອວະເມ ວະອິໂຕທິນນັງ ເປຕານັງ ອຸປະກັປປະຕິ ອິຈສິຕັງ ປັດຖິຕັງ ຕຸມຫັງ ຂິບປະເມ ວະສະມິຊຊະຕຸ ສັບເພ ປູເຣນຕຸສັງກັບປາ ຈັນໂທ ປັນນະຣະໂສ ຍະທາ ມະນີໂຊ ຕິຣະໂສ ຍະຖາໆ ສັບພີຕິໂຍ ວິວັຊຊັນຕຸ ສັບພະໂຣໂຄ ວິນັສສະຕຸ ມາເຕ ພະວັຕຕະວັນຕະລາຍໂຍ ສຸຂີ ທີຄາຍຸໂກ ພະວະ ອະພິວາ ທະນະສິລິສສະ ນິຈຈັງ ວຸທທາປະຈາຍິໂນ ຈັຕຕາໂຣ ທັມມາ ວັດທັນຕິ ອາຍຸວັນໂນ ສຸຂັງ ພະລັງ.

Read More

ຄຳອະທິຖານກ່ອນ ແລະ ຫລັງໃສ່ບາດທຳບຸນແບບສັ້ນໆ ຈື່ງ່າຍ

ຄຳກ່າວກ່ອນໃສ່ບາດ: ຍົກອາຫານຂື້ນເໜືອຫົວແລ້ວເວົ້າວ່າ: ‘’ ສຸທິນນັງວະຕະເມ ທານັງອາສະວັກ ຊະຍາວະຫັງໂຫນຕຸ ’’ ທານທີ່ຂ້າພະເຈົ້າຖວາຍດີແລ້ວນີ້ ຈົ່ງເປັນເຄື່ອງນຳມາຊຶ່ງຄວາມສີ້ນໄປແຫ່ງອາສວະກິເລດເຖິດ. ຄຳກ່າວຫລັງໃສ່ບາດ:  ‘’ ນັຕຖິເມສາຣະນັງອັນຍັງ ສັງໂຄເມ ສາຣະນັງວະຣັງ ເອເຕນະ ສັຈຈະວັຊເຊນະ ໂສຕຖິເມ ໂຫຕຸສັພພະທາ ’’ ສະຣະນະອື່ນຂອງຂ້າພະເຈົ້າບໍ່ມີ ພຣະສົງເປັນສະຣະນະອັນປະເສີດຂອງຂ້າພະເຈົ້າ ດ້ວຍການກ່າວຄຳສັດນີ້ ຂໍໃຫ້ຂ້າພະເຈົ້າຈະເລີນໃນພຣະສາສະໜາຂອງພຣະສາສະດາ.

Read More