ສາສະນາພຸດ

ເປັນຄົນຢາກໄດ້ເງິນ-ຕາຍໄປຢາກໄດ້ບຸນ

ຕອນມີຊີວິດເຮົາຢາກໄດ້ເງິນ, ຢາກໄດ້ສິ່ງທີ່ຢາກໄດ້ ແຕ່ພໍຕາຍໄປເຮົາກໍຢາກໄດ້ບຸນ, ຢາກໄດ້ທາງອອກຈາກຄວາມທຸກ. ຕອນຢູ່ເອົາແຕ່ທຳຕາມກິເລດ, ບໍ່ຮູ້ຈັກພໍ ພໍຕາຍໄປກໍກາຍເປັນເປດ ຫີວບໍ່ຮູ້ຈົບ, ຕອ້ງທ່ຽວຫາສວນບຸນຈາກຄົນເປັນ. ຈຳໄວ້ໃຊ້ຊີວິດຕອນນີ້ດ້ວຍສະຕິ ເພາະສິ່ງທີ່ເຮົາທຳວັນນີ້ຈະເປັນສິ່ງທີ່ເຮົາຕ້ອງເຈີໃນວັນສຸດທ້າຍ.

ອ່ານຕໍ່

ອະນິຈັງ ທຸກຂັງ ອະນັດຕາ

      ນີ້ຄືຫລັກທຳ “ໄຕຣລັກສະນະ” (ສາມັນລັກສະນະ 3 ປະການ) ເປັນຫລັກຄຳສອນພື້ນຖານສຳຄັນໃນພຣະພຸດສາສະໜາ ທີ່ອະທິບາຍເຖິງລັກສະນະ ຫລື ສະພາບທີ່ແທ້ຈິງຂອງສັບພະສິງທັງປວງ ບໍ່ວ່າຈະເປັນຮູບປະທຳ ຫລື ນາມມະທຳ ໂດຍມີລາຍລະອຽດດັ່ງນີ້: ທຸກຂັງ (Dukkha – ຄວາມທຸກ/ສະພາບທີ່ທົນໄດ້ຍາກ): ອະນິຈັງ (Anicca – ຄວາມບໍ່ທ່ຽງ/ຄວາມປ່ຽນແປງ): ອນັດຕາ (Anatta – ຄວາມບໍ່ມີຕົວຕົນ/ຄວາມບໍ່ແມ່ນຕົວຕົນທີ່ແທ້ຈິງ): ການເຂົ້າໃຈ ແລະ ເຫັນແຈ້ງໃນໄຕຣລັກສະນະນີ້ ຖືເປັນປັນຍາທີ່ນຳໄປສູ່ຄວາມເບື່ອໜ່າຍ ປ່ອຍຄວາມຢຶດໝັ່ນຖືໝັ້ນ ແລະ ເປັນຫົນທາງສູ່ຄວາມຫລຸດພົ້ນຈາກທຸກໃນທີ່ສຸດ.

ອ່ານຕໍ່

ຊີວິດເກີດມາຕ່າງກັນ

ແມ້ແຕ່ເກີດມາເປັນຄົນກໍບໍ່ເໝືອນກັນ ແລະ ຊີວິດນັ້ນກໍເປັນໄປຕາມກົດແຫ່ງຄວາມເປັນຈິງ, ເກີດມາແລ້ວປ່ຽນແປງ, ເກີດມາແລ້ວໄດ້ຮັບຄວາມທຸກ, ທີ່ສຸດແລ້ວເກີດມາແລ້ວກໍຈະຕ້ອງຕາຍຈາກໂລກນີ້. ເມື່ອເຮົາສຶກສາຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ ຈຶ່ງເກີດມີຄຳຖ່າມທີ່ທ່າທ້າຍຫລາຍ ສົມມຸດວ່າ: ເຮົາຕ້ອງຕາຍວັນນີ້ ຕາຍມື້ອື່ນນີ້ ຊິວິດນີ້ຈະເປັນແນວໃດ? ແຕ່ແລ້ວກໍຂື້ນກັບແຕ່ລະຄົນ ແຕ່ລະສະຕິປັນຍາຈະຄິດແນວໃດ. ອັດຕະມາເຄີຍຖາມບາງຄົນວ່າ: ບໍ່ຢ້ານຕາຍບໍ່ຄືໄປສ້າງບາບສ້າງກຳ ທຳແລ້ວບາບກຳນັ້ນມັນຈະສົ່ງຜົນ ບໍ່ສົ່ງຊາດນີ້ມັນກໍອາດຈະສົ່ງຊາດໜ້າ. ຊິວິດເກີດມາຕ້ອງແກ່ ຕ້ອງເຈັບ ແລະ ຕ້ອງຕາຍ. ບາງຄົນກໍບອກວ່າ: ເປັນເລື່ອງທຳມະດາ ຄົນເຮົາເກີດມາກໍຕ້ອງຕາຍ. ຄວາມຕາຍນັ້ນມັນເປັນທຳມະດາໂລກ, ແຕ່ວ່າຊີວິດຈິດໃຈຂອງເຮົາມັນບໍ່ທຳມະດາ ໃຜກໍຕາຍແນ່ນອນ, ເກີດມາກໍມີແຕ່ຕາຍ. ກ່ອນຊິຕາຍກໍເອົາຄັກໆກ່ອນ, ກິນຄັກໆ, ຫລີ້ນຄັກໆ, ມ່ວນຄັກໆ. ຄວາມຕາຍມັນເປັນເລື່ອງທຳມະດາ ແຕ່ວ່າມັນຈະບໍ່ທຳມະດາ, ຖ້າຈິດດວງວິຍານນີ້ຍັງບໍ່ທັນໄດ້ຮັບການພັດທະນາ. ອັນນີ້ເຮົາຕ້ອງໄດ້ເລີ່ມສຶກສາຈິດໃຈ ຈະຕ້ອງໃຫ້ເຮົາໄດ້ຄິດໄດ້ພິຈາລະນາວ່າ: ຊີວິດຂອງເຮົາໄດ້ມີເປົ້າໝາຍຢ່າງໃດ?. ເຮົາຈະໄດ້ອັນໃດໃນການເກີດມາ. ອັດຕະມາຈະບໍ່ກ່າວເຖິງຍົດຖາບັນດາສັກ, ເງິນທອງທີ່ຍາດຍົມສະສົມມາ ແລະ ສິ່ງທີ່ທ່ານທັງຫລາຍຕ້ອງການສະແຫວ່ງຫາ ເພາະສິ່ງເຫລົ່ານັ້ນເປັນເລື່ອງຂອງໂລກ, ມີລາບເສື່ອມລາບ, ມີຍົດເສື່ອມຍົດ, ມີຄົນຍົກຍ້ອງ, ມີຄົນນິນທາ, ມີສຸກ, ມີທຸກ ເອີ້ນວ່າ: ໂລກກະທຳທັງແປດ, ສິ່ງເຫລົ່ານັ້ນເຮົາມີທຸກຄົນ. ເວລາເຂົາຮັກເຂົາກໍວ່າເຮົາດີ…

ອ່ານຕໍ່

7 ສິ່ງທີ່ພຣະພຸດທະເຈົ້າບໍ່ເຄີຍສັ່ງສອນ

2. ການເຊື່ອຢ່າງໄຮ້ເຫດຜົນ ຫລື ການເຊື່ອແບບງົມງາຍ ພຣະອົງເນັ້ນໃຫ້ເກີດປັນຍາ ພິສູດດ້ວຍຕົນເອງກ່ອນເຊື່ອ 3. ການເພີ່ງພາໄຊຍະສາດ-ໂຫລາສາດ, ການດູດວງ ຫລື ເຊື່ອເຄື່ອງລາງຂອງຂັງ. 4. ການບູຊາເທບພະເຈົ້າອົງອື່ນ ຫລືສິ່ງສັກສິດນອກແນວທາງ ເພື່ອຫວັງຄວາມຫລຸດພົ້ນ. 5. ການທໍລະມານຕົນເອງຢ່າງສຸດຕົງ ຫລື ການບຳເພັນກິລິຍາທີ່ໄຮ້ປະໂຫຍດ, ພຣະອົງສອນທາງສາຍກາງ. 6. ການຢຶດຕິດໃນພິທີກຳ ເພື່ອຫວັງຜົນບຸນຫລືຄວາມຂັງ. 7. ຄວາມເຊື່ອເລື່ອງຜູດຜີວິຍານ ທີ່ວຽນວ່າຍຕາຍເກີດ.

ອ່ານຕໍ່

ບຸນ-ກຳນຳພາຊີວິດ

ຄົນເຮົາເກີດມາມີອາຍຸຍື່ນຍົງ ເພາະບໍ່ປົດປົງຊີວິດສັດ, ເກີດມາລ່ຳລວຍຊັບ ເພາະຊອບໃຫ້ທານ, ເກີດມາມີຍົດຖາບັນດາສັກ ເພາະບໍ່ອິດສາ, ເກີດມາມີຮູບຮ່າງງາມໂສພາ ເພາະບໍ່ຂີີ້ໂກດ, ເກີດມາບໍ່ມີໂລກໄພໃຫ້ທຸກໃຫ້ໂທດເພາະບໍ່ມັກທໍລະມານສັດ, ເກີດມາມີຊື່ສຽງບໍ່ວິບັດເພາະຊອບຮັກສາສິນ, ເກີດມາບໍ່ຖືກຄະດີໂທດ ເພາະບໍ່ໃສ່ຮ້າຍປາຍສີຜູ້ອື່ນ, ເກີດມາມີບໍລິວານຕາກຕື່ນ ກໍເພາະວ່າມີເມດຕາ, ເກີດມາມີປັນຍາ ເພາະຊອບຟັງເທດຟັງທຳ.

ອ່ານຕໍ່