ສາສະນາພຸດ

ມຸງຄຸນຊີວິດ 38 ປະການ

ເປັນຫລັກທຳທາງພຣະພຸດທະສາສະນາ ທີ່ປະກອບດ້ວຍຂໍ້ປະຕິບັດ 38 ຂໍ້ ເພື່ອນຳພາຊີວິດໄປສູ່ຄວາມສຸກ, ຄວາມຈະເລີນ ແລະ ຄວາມສຳເລັດ

ອ່ານຕໍ່

ສູດມາຕິກາ

ກຸສະລາ ທັມມາ, ອະກຸສະລາ ທັມມາ, ອັພພະຍາກະຕາ ທັມມາ, ສຸຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ, ທຸກຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ, ອະທຸກຂະມະ ສຸຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ, ວິປາກາ ທັມມາ, ວິປາກະທັມມະ ທັມມາ, ເນວະວິປາກະ ນະວິປາກະ ທັມມະ ທັມມາ, ອຸປປາທິນ ນຸປາທານິຍາ ທັມມາ, ອະນຸປາທິນ ນຸປາທານິຍາ ທັມມາ, ອະນຸປາທິນນາ ນຸປາທານິຍາ ທັມມາ, ສັງກິລິຕຖະສັງກິເລ ສິກາ ທັມມາ, ອະສັງກິລິຕຖະສັງກິເລ ສິກາ ທັມມາ, ສັງກິລິຕ ຖາ ສັງກິເລສິກາ ທັມມາ, ສະວິຕັກກະ ສະວິຈາຣາ ທັມມາ, ອະວິຕັກກະ ວິຈາຣະມັຕຕາ ທັມມາ, ອະວິຕັກກາ ວິຈາຣາ ທັມມາ,…

ອ່ານຕໍ່

ກາລະທານະສູຕຕະຄາຖາ

ເປັນບົດສວດໃນພຸດທະສາສະນາ ທີ່ກ່າວເຖິງການໃຫ້ທານໃນເວລາອັນສົມຄວນແກ່ພຣະອະຣິຍະເຈົ້າ ຊຶ່ງໃຫ້ຜົນໄພບູນ. ໂດຍບົດສວດຈະຍົກຍ້ອງຜູ້ມີປັນຍາ ບໍ່ຂີ້ຖີ່ ມີຈິດໃຈເຫລືອມໃສໃນພຣະອະຣິຍະເຈົ້າ ແລະ ໃຫ້ທານຢ່າງຖືກຕ້ອງຕາມກາລະສະໄຫມ. ກ່ອນສວດແມ່ນໃຫ້ຕັ້ງນະໂມ 3 ຈົບກ່ອນ: ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຈົບ) ກາເລ ທະທັນຕິ ສະປັນຍາ ວະທັນຍູ ວີຕະມັຈສະຣາ ກາເລນະທິນນັງ ອະຣິເຍ ສຸອຸຊູພຸເຕສຸຕາທິສຸ ວິປປະສັນນະມະນາ ຕັສສະວິປຸລາ ໂຫຕິທັກຂິນາ ເຍຕັຕຖະ ອະນຸໂມທັນຕິ ເວຍຍາວັຈຈັງ ກະໂຣນຕິວາ ນະເຕນະ ທັກຂິນາ ໂອນາເຕປິ ປຸນຍັສສະ ພາຄິໂນ ຕັສະມາ ທະເທ ອັປປະຕິວານະຈິຕໂຕ ຍັຕຖະ ທິນນັງ ມະຫັບຜະລັງ ປຸນຍານິ ປະຣະໂລກັສະມິງ ປະຕິຕຖາ ໂຫນຕິ ປານິນັນຕິ.

ອ່ານຕໍ່

    ສັກກັຕະວາ ເປັນຄາຖາລະງັບໂລກໄພໄຂ້ເຈັບ

ນີ້ແມ່ນຄາຖາທີ່ພຣະພຸດທະເຈົ້າໄດ້ມອບໃຫ້ແກ່ ເທບພະບຸດອຸ່ນຫິສວິສໄຊ ເມື່ອ​ໄດ້​ທ່ອງ​ຄາຖານີ້ ​ຈຶ່ງ​ມີອາຍຸ​ຢູ່​ໃນ​ສະ​ຫວັນຍາວນານຕື່ມ. ຜູ້ໃດໄດ້ໝັ່ນສວດຄາຖານີ້ຈະລະງັບໂລກໄພໄຂ້ເຈັບ ທັງຈະມີອາຍຸຍືນຍາວ ໃຊ້ເສກຢາກິນແກ້ພະຍາດກໍໄດ້. ນອກຈາກຈະປາສະຈາກໂລກໄພໄຂ້ເຈັບແລ້ວ ຍັງແຄ້ວຄາດຈາກໄພຕ່າງໆ ເຊັ່ນ: ຣາຊະໄພ, ໂຈນລະໄພ ແລະ ອື່ນໆ ອີກ. ກ່ອນອື່ນຕັ້ງນະໂມ 3 ຈົບ: ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຈົບ)   *ສັກກັຕະວາ ພຸທທະຣະຕະນັງ       ໂອສະຖັງ ອຸຕຕະມັງ ວະຣັງ ຫິຕັງ ເທວະມະນຸສສານັງ           ພຸທທະເຕເຊນະ ໂສຕຖິນາ ນັສສັນຕຸປັທທະວາ `              ສັພເພທຸກຂາ ວູປະສະເມນຕຸເມ      *ສັກກັຕະວາ ທັມມະຣະຕະນັງ    ໂອສະຖັງ ອຸຕຕະມັງ ວະຣັງ ປະຣິລາຫູປະສະມະນັງ             ທັມມະເຕເຊນະ ໂສຕຖິນາ ນັສສັນຕຸປັທທະວາ                ສັພເພພະຍາ ວູປະສະເມນຕຸເມ      *ສັກກັຕະວາ ສັງຄະຣະຕະນັງ    ໂອສະຖັງ ອຸຕຕະມັງ…

ອ່ານຕໍ່

ຄົນເຮົາໄດ້ມາພົບກັນບໍ່ແມ່ນເລື່ອງບັງເອີນ?

ຄົນເຮົາທີ່ເຈີກັນບໍ່ແມ່ນເລື່ອງ “ບັງເອີນ” ຢູ່ທີ່ “ບຸນ” ທີ່ເຄີຍຮ່ວມເຮັດກັນມາ ເມື່ອມີວາດນາບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍມາເຈີກັນ

ອ່ານຕໍ່

ກິນເນື້ອສັດທີ່ບໍ່ເປັນບາບໃນສິນຫ້າຂໍ້ໜຶ່ງ

ດັ່ງທີ່ເຮົາຊາບແລ້ວວ່າ ສິນຫ້າ ເປັນຫລັກທຳພື້ນຖານທາງພຣະພຸດທະສາສະນາ ທີ່ຄົນໃນສາສະນາພຸດຮຽນຮູ້ມາຕັ້ງແຕ່ຍັງນ້ອຍ ແລະ ຊາວພຸດຫລາຍຄົນນຳມາໃຊ້ ໃນການດຳເນີນຊີວິດທີ່ຢຶດຖືກັນມາເປັນເວລາດົນນານ. ມີຫລາຍຄົນອາດຈະຍັງບໍ່ຮູ້ວ່າ ສິນຫ້າກ່ຽວຂ້ອງທາງດ້ານກົດໝາຍເຊັ່ນກັນ ຫລື ເອີ້ນໄດ້ວ່າ ສິນຫ້າກ່ຽວຂ້ອງກັບຊີວິດທາງໂລກແລະທາງທຳ. ໃນສິນຫ້າຂໍ້ທີ່ 1 ໄດ້ບັດຍັດໄວ້ຫ້າມຂ້າສັດ, ແຕ່ຫລາຍຄົນຍັງສົງໃສວ່າ ຖ້າກິນເນື້ອສັດທີ່ຄົນອື່ນຂ້າມາແລ້ວນັ້ນຈະເປັນບາບບໍ່?. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ກິນເນື້ອສັດທີ່ບໍລິສຸດໃນສາມກໍລະນີທີ່ບໍ່ເປັນບາບ-ກໍາ ເຊັ່ນ:1. ບໍ່ໄດ້ເຫັນຕອນເຂົາຂ້າສັດນັ້ນເພື່ອມາເປັນອາຫານ2. ບໍ່ໄດ້ຍິນ ວ່່າເຂົາຈະຂ້າສັດນັ້ນມາໃຫ້ຕົນເອງກິນ3. ບໍ່ມີຄວາມສົງໃສວ່າຂ້າສັດນັ້ນມາເພື່ອຕົນເອງ

ອ່ານຕໍ່

ພົມວິຫານສີ່ຄືຫລັກທຳຄອງໃຈ

ພົມວິຫານສີ່ ຄືຫລັກທຳຄອງໃຈທີ່ທຳໃຫ້ຄົນເຮົາປະຕິບັດໃນທາງປະເສີດທັງຕໍ່ຕົນເອງແລະຜູ້ອື່ນ. ພົມວິຫານສີ່ປະກອບໄປດ້ວຍ: ເມດຕາ, ກະລຸນາ, ມຸທິຕາ ແລະ ອຸເປກຂາ.1. ເມດຕາ ຄື ການປາຖະໜາໃຫ້ຜູ້ອື່ນມີຄວາມສຸກ2. ກະລຸນາ ຄືມີຄວາມປາດຖະໜາໃຫ້ຜູ້ອື່ນພົ້ນທຸກ3. ມຸທິຕາ ຄືຍິນດີທີ່ເຫັນຜູ້ອື່ນໄດ້ດີ4. ອຸເປກຂາ ຄືການທຳໃຈໃຫ້ເປັນກາງ, ຮູ້ຈັກປ່ອຍຈັກວາງຫລື ວາງເສີຍ

ອ່ານຕໍ່

ການທໍາບຸນແມ່ນຫຍັງ?

ເຊື່ອວ່າຊາວພຸດເກືອບທຸກຄົນ ຄົງພໍເຂົ້າໃຈກັນຢູ່ແລ້ວວ່າ ການເຮັດບຸນຄືຫຍັງ? ແລະຄົງມີພາບໃນໃຈ ເຊັ່ນ: ການໄປຕັກບາດ, ຖວາຍພັດຕາຫານໃຫ້ພຣະ, ປ່ອຍປາ, ໃຫ້ອາຫານປາ, ເຮັດບຸນບໍລິຈາກ ແລະ ອີກຫລາຍຢ່າງ. ທັງນີ້ ໃນການເຮັດບຸນທັງຫລາຍທີ່ວ່າມາ ການເຮັດບຸນແບບໃດທີ່ໄດ້ອານິດສົງແຮງ?. ຫາກຈະຕອບຄຳຖາມນີ້ໃຫ້ໄດ້ດີເຮົາກັບມາທີ່ຈຸດເລີ່ມຕົ້ນ ຫລື ຄວາມໝາຍຂອງການເຮັດບຸນກັນກ່ອນດີກວ່າ. ການເຮັດບຸນຄືຫຍັງ?.ການເຮັດບຸນ ໝາຍເຖິງ ການປະກອບໃຫ້ຄວາມດີເກີດຂຶ້ນ ຊຶ່ງມາຈາກຄຳວ່າ “ບຸນ” ທີ່ໝາຍເຖິງ ຄວາມດີ ກົງກັນຂ້າມກັບຄຳວ່າ: ບາບ. ໃນພຣະໄຕຣປິດົກໄດ້ລະບຸວິທີການເຮັດບຸນ ໄວ້ 3 ປະການນຳກັນ ໄດ້ແກ່” ທານໄມ ຫລື ການໃຫ້ທານ ໝາຍເຖິງການສະລະ, ການມອບ, ການບໍລິຈາກສິ່ງຕ່າງ ໆ ໃຫ້ກັບຜູ້ອື່ນ ຫລື ແກ່ສັດອື່ນ. ບໍ່ວ່າຈະເປັນເຮັດບຸນລ້ຽງພຣະ ການຕັກບາດ, ຖວາຍສັງຄະທານ, ການບໍລິຈາກເງິນ ຫລື ສິນຊັບ, ການເຮັດໂຮງທານ ແລະ ການບໍລິຈາກອາຫານ ເປັນຕົ້ນ. ສິນໄມ ຫລື ການຖືສິນ…

ອ່ານຕໍ່

ນັກບວດຖືກແຍກອອກເປັນປະເພດ

ຄົນບູລານເພື່ອແຍກນັກບວດອອກມາເປັນ 4 ປະເພດຄື:1. ອຸປະຊີລິກາ: ບວດມາເພື່ອລ້ຽງຊີວິດ ລ້ຽງປາກ-ລ້ຽງທ້ອງ2. ອຸປະກິລິກາ: ບວດແບບຫລີ້ນໆ ຫົວໆ ເຫັນຄົນອື່ນມາບວດກໍຄິດວ່າ ຄົງຄືຊິມ່ວນ. ບາງຄົນມາບວດໄດ້ພົບເຈີກັບຄົນດີໆ ໝູ່ຄະນະດີໆ ແລ້ວເກີດມີການປ່ຽນແປງແລະສັດທາໃນການບວດນັ້ນ ທັ້ງໆ ຄັ້ງທຳອິດແມ່ນບໍ່ມີສັດທາຫຍັງເລີຍ.3. ອຸປະທູສະກາ: ບວດມາເພື່ອທຳລາຍສາສະນາຄືເອົາທຳມະຂອງພຣະພຸດທະເຈົ້າມາທຳມາຫາກິນ.4. ອຸປະນິດສະລະນາ: ບວດມາເພື່ອອອກຈາກທຸກ, ອອກຈາກໂທດ, ອອກຈາກກິເລດຕັນຫາ, ມຸ້ງໝາຍຕາມຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ.

ອ່ານຕໍ່

ວິທີປົງ (ສະແດງ) ອາບັດຂອງພຣະພິກຂຸເມື່ອໄດ້ລະເມີດພຣະວິໃນ

ດັ່ງທີ່ເຮົາຊາບແລ້ວວ່າ ພຣະພິຂຸສົງແມ່ນຖືສິນ 227 ຂໍ້ ເຊັ່ນ: ຫ້າມສັນອາຫານຫລັງຈາກ 12 ໂມງທ່ຽງຈົນຮອດມື້ຟ້າແຈ້ງສະຫວ່າງຂອງວັນທັດໄປ, ຫ້າມກິນອາຫານຄ້າງຄືນ, ຫ້າມຮັບເງິນຄຳ, ຫ້າມລັກ, ຫ້າມຖົ່ມນ້ຳລາຍໃສ່ຫຍ້າຂຽວ, ຫ້າມຢືນຖ່າຍເບົາແລະຖ່າຍໜັກ, ຫ້າມລົມກັນໃນເວລາສັນອາຫານ, ຫ້າມສັນເຂົ້າຄຳໃຫ່ຍ, ຫ້າມຍໍ້າອາຫານດັງສຽງ … ເປັນຕົ້ນ. ດັ່ງນັ້ນແຕ່ລະວັນອາດຈະມີການທຳຜິດພຣະວິໃນໄດ້ ແລະ ຕ້ອງໄດ້ສະແດງອາບັດລະຫວ່າງພຣະຕໍ່ພຣະ (ຖ້າບໍ່ປົງອາບັດຈະມີກຳຕິດຕົວແລະເຖິງຂັ້ນຕົກນາລົກອະເວຈີ ຫລື ຜິດຕາມຄວາມຜິດນັ້ນໆ). ວິທີການແມ່ນຜູ້ພັນສາອອ່ນປົງອາບັດກັບຜູ້ພັນສາແກ່, ໂດຍຜູ້ພັນສາແກ່ນັ່ງແລະປະນົມມືນົບ ແລະ ຜູ້ພັນສາອອ່ນປະນົມມືນົບແລະກາບຈຸພື້ນຕໍ່ໜ້າອົງແກ່. ການປະຕິບັດແມ່ນປ່ຽນກັນກ່າວດັ່ງນີ້: ພັນສາອ່ອນວ່າ: ສັພພາຕາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ) ສັພພາຄະ ຣຸລະຫຸກາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ) ອະຫັງ ພັນເຕ ສັມພະຫຸລາ ນານາວັດຖຸກາໂຍ ອາປັດຕິໂຍ ອາປັຊຊິງ ຕາຕຸມຫະມູເລ ປະຕິເທເສມິ. ພັນສາແກ່ຮັບວ່າ: ປັສສະສິ ອາວຸໂສ ຕາອາປັຕຕິໂຍ…

ອ່ານຕໍ່