ສາສະນາພຸດ

ອຸໂບສົດສິນແມ່ນຫຍັງ?

ອຸໂບສົດສິນ ຄືຂໍ້ປະຕິບັດສຳລັບການພັດທະນາຕົນເອງໃຫ້ສູງຂື້ນໄປ ເຊັ່ນດຽວກັບການຖືສີນ 8. ອຸບາສົກອຸບາສິກາ ຈະສະມາທານຮັກສາສິນເປັນປະຈຳໃນວັນສິນ ຄືມື້ຂື້ນ-ແຮມ 8 ແລະ 15ຄ່ຳ ຫລື ວັນສິນນັ້ນເອງ, ມີອົງສິກຂາບົດ ແລະ ອົງແຫ່ງສິນເໝືອນກັນ ຕ່າງກັນແຕ່ຄຳອາຣາທະນາ ຄຳສຳມະທານ ແລະ ກາລະເວລາທີ່ກຳນົດເທົ່ານັ້ນ. ອຸໂບສົດສີນ ແປວ່າ ການເຂົ້າຢູ່ ຫລື ການເຂົ້າຈຳສິນ ຊຶ່ງມີເວລາກຳນົດ ເຊັ່ນ: ໜຶ່ງວັນກັບໜຶ່ງຄືນໂດຍກຳນົດເອົາອາລຸນແຫ່ງວັນຣຸ່ງຂື້ນ ຫລື ເວລາໃກ້ພຣະອາທິດຈະຂື້ນ ຊຶ່ງມີສອງໄລຍະຄື: ມີແສງຂາວເຮື່ອໆ (ແສງເງິນ) ແລະ ແສງແດງ (ແສງທອງ) ໃນເວລາຮຸ່ງເຊົ້າເປັນການໝົດເຂດການສະມາທານ ຫລື ໝົດເວລາການຮັກສາອຸໂບສົດສິນ. ສ່ວນການຖືສິນ 8 ບໍ່ໄດ້ມີເວລາກໍານົດ ສາມາດຮັກສາໄດ້ຕະຫລອດເວລາ. ການສຳມະທານອຸໂບສົດສິນ ຈະສະມາທານຮ່ວມກັນທຸກຂໍ້ ເອີ້ນວ່າ: ເອກັສສະມາທານ. ດັ່ງການຮັກສາອຸໂບສົດສິນ ຈຶ່ງຕ້ອງຮັກສາທຸກສິກຂາບົດ ຫລື ທຸກຂໍ້ ຖ້າຂາດຂໍ້ໃດໄປກໍຖືວ່າສິນຂາດຈາກຄວາມເປັນຜູ້ຮັກສາອຸໂບສົດສິນ. ປະເພດຂອງອຸໂບສົດສິນ ອຸໂບສົດສິນ ແບ່ງອອກຕາມຊ່ວງເວລາໃນການຮັກສາສິນເປັນ 3…

Read More

ອານິສົງຂອງການຮັກສາອຸໂບສົດສິນ

ຈະເຫັນໄດ້ວ່າ ພຽງການຮັກສາອຸໂບສົດສິນເຄີ່່ງວັນແລະທຳດ້ວຍຄວາມເຕັມໃຈ ຍັງໄດ້ອານິສົງຂະໜາດນີ້ ແລ້ວຖ້າຜູ້ໃດໄດ້ຮັກສາສິນເປັນປະຈຳ ອານິສົງນີ້ຈະພັນລະນາຈັ່ງໃດກໍບໍ່ໝົດ ເປັນບຸນໃຫ່ຍທີ່ຈະນຳພາໃຫ້ໄດ້ສະຫວັນສົມບັດ, ວຽນວົນຢູ່ໃນສຸຂະຕິພູມເທົ່ານັ້ນ. ເມື່ອມາເກີດເປັນມະນຸດຈະມີດ້ວຍຮູບສົມບັດ, ຊັບສົມບັດ, ຄຸນສົມບັດ ໃນທີ່ສຸດກໍຈະໄດ້ນິພານສົມບັດ ເຂົ້າເຖີງຄວາມສຸກອັນເປັນອຳມະຕະ. ຜູ້ຮັກສາອຸໂບສົດສີນຈະໄດ້ຮັບອານິສົງຢ່າງຫລວງຫລາຍເກີນຄວນເກີນຄາດ ຢ່າງໜ້ອຍກໍໄດ້ 5 ອານິສົງດັ່ງນີ້ິ:       ນອກຈາກນີ້ ສິນ ຍັງເປັນບາດເບື້ອງຕົ້ນແຫ່ງສະມາທິ ທຳໃຫ້ໃກ້ຕ່ອມຣະຣົກຜົນນິບພານ  ດັ່ງນັ້ນຄົນທີ່ຕັ້ງໃຈຮັກສາສິນໄດ້ບໍລິສຸດ ກໍຈະມີຜົນຕໍ່ການນັ່ງສະມາທິໄປດ້ວຍ. ເພາະສະນັ້ນ ພຸດທະສາສະນິກາຊົນທີ່ດີ ກໍຄວນຈະຕັ້ງໃຈຮັກສາສິນໃຫ້ບໍລິສຸດ ທັງຍັງຕ້ອງເປັນກັນລະຍາມິດຊັກຊວນຄົນຮອບໆ ຂ້າງມາສະສົມບຸນໃຫ່ຍ ທີ່ເກີດຈາກການຮັກສາອຸໂບສົດສິນ ເພື່ອຟື້ນຟູວັດທະນະທໍາຊາວພຸດໃຫ້ແຂງແຮງຍິ່ງຂື້ນໄປ. ບຸກຄົນແມ້ຈະງົດງາມດ້ວຍເຄື່ອງປະດັບອັນມີຄ່າ ກໍຍັງບໍ່ງາມເທົ່າຜູ້ທີ່ມີສິນເປັນອາພອນ, ຜູ້ມີສິນຍ່ອມຕິຕຽນຕົນເອງບໍ່ໄດ້ ເມື່ອພິຈາລະນາເຖິງສິນທີ່ບໍລິສຸດ ຍ່ອມເກີດຄວາມຍິນດີທຸກເມື່ອ, ສິນຈຶ່ງເປັນຮາກຖານແຫ່ງຄວາມດີທຸກຢ່າງແລະກຳຈັດຄວາມຊົ່ວທັງປວງ.

Read More

ສະຫວັນແມ່ນສະຖານທີ່ຫຍັງແລະມີຈັກຊັ້ນ?

“ຖ້າເຮົທຳຄວາມດີຕາຍໄປຈະໄດ້ຂື້ນສະຫວັນ ແຕ່ຖ້າກະທຳຊົ່ວຈະຕ້ອງຕົກນາລົກ” ແນວຄິດເຮື່ອງສະຫວັນແລະນາລົກ ເປັນໜຶ່ງແນວຄິດຄວາມເຊື່ອທີ່ຄຸ້ນເຄີຍຊື່ງຖືກແອບແຝງໃນພຸດທະສາສະນາ ເພື່ອສັງສອນແລະເຕືອນໃຈ ເພື່ອບໍ່ໃຫ້ຄົນປະພຶດຜິດຈາກສີນແລະຜິດຈາກຫລັກຄຳສອນ. ພົດຈະນານຸກົມຣາຊະບັນດິດສະຖານ ໄດ້ໃຫ້ຄວາມໝາຍຂອງ “ສະຫວັນ” ໄດ້ວ່າ ໂລກຂອງເທວະດາ ເມືອງຟ້າ ອາດຈະໝາຍຄວາມວ່າ “ສະຫວັນ” ຢູ່ເທິ່ງຊັ້ນຟ້າແລະເປັນທີ່ພໍານັກຂອງເທວະດາ ຊຶ່ງໜັງສືໄຕຣພູມພຣະຣ່ວງ ໄດ້ອະທີິບາຍວ່າ: ສະຫວັນມີຢູ່ 6 ຊັ້ນ ທັງໝົດນີ້ເອີ້ນວ່າ: “ສະກາມາພະຈອນ”, ມີດັ່ງນີ້: ຊັ້ນທີ 1 ຊື່ວ່າ: ຈາຕຸມາຫາຣາຊິກາ ເປັນຊັ້ນຢູ່ຮອບເຂົາພຣະສຸເມນ ແບ່ງອອກເປັນ 4 ອານາບໍລິເວນຄື: ເຂດການປົກຄອງຄົນທັນ ຍັກ ນາກແລະກຸມພາ ເທວະດາຊັ້ນນີ້ຈະມີອາຍຸ 500 ປີທິບ ຫລື 9ລ້ານປີມະນຸດ ມີທ້າວຈະຕຸໂລກບານທັງສີ່ ຄື: ທ້າວທະຕະຣົດ, ທ້າວວິຣຸນຫົກ, ທ້າວວິຣູປັກແລະທ້າວກຸເວນ ເປັນຈອມເທບໃນທິດຂອງຕົນ. ຊັ້ນທີ 2 ຊື່ວ່າ: ດາວວດຶງ ເປັນສະຫວັນຊັ້ນທີ່ຢູ່ຂອງພຣະອິນ ຫລື ທ້າວສັກກະ ເປັນຈອມເທບ ມີບໍລິວານອີກ 32…

Read More

ຜິດສິນ 5 ມີຜົນກຳຕາມມາຄືແນວໃດ?

ຜົນກຳຈາກການທຳຜິດສິນຂໍ້ທີ 1ຜູ້ທີ່ທຳຜິດສີນຂໍ້ທີ 1 (ຂ້າສັດ, ບຽດບຽນສັດທຳຮ້າຍສັດ, ກັກຂັງ, ທໍລະມານສັດ) ຜົນກຳຄື: ມີປັນຫາສຸຂະພາບ, ເປັນພະຍາດຕ່າງໆ, ມີພະຍາດຊຳເຮື້ອ ປີ່ນປົ່ວບໍ່ເຊົາ ປີ່ນປົ່ວຫຍຸ້ງຍາກ, ມີອຸປະຕິເຫດເລື່ອຍໆ, ອາດມີການຂາດຕະກຳຄືກຳຕັດຮອນ ທຳໃຫ້ຕາຍກ່ອນເວລາອັນຄວນ, ບາງຄົນອາດພິການ, ມີປັນຫາຮ່າງກາຍບໍ່ສົມສ່ວນບໍ່ສົມປະກອບ, ເປັນກໍາພ້າພໍ່-ແມ່, ຄົນໃກ້ຕົວຖືກຂ້າຕາຍອາຍຸສັ້ນ, ຕາຍທໍລະມານ ຕາຍແບບດຽວກັບທີ່ໄດ້ຂ້າແລະທໍລະມານສັດ, ຮູບຮ່າງອັບປະລັກແລະມີພົມດ້ອຍດ້ານສັງຂານ. ຜົນກຳຈາກການທຳຜິດສິນຂໍ້ທີ 2ຜູ້ທີ່ທຳຜິດສິນຂໍ້ 2 (ລັກຊັບ, ຂີ້ລັກ, ສໍ້ໂກງ, ຍັກຍອກ, ທຳລາຍຊັບ) ຜົນກຳຄື: ທຸລະກິດບໍ່ຈະເລີນກ້າວໜ້າ ເຈ໊ງ ຂາດທູນ, ຝຶດເຄືອງ, ຖືກເຂົາໂກງ, ມີອຸປະຕິເຫດໃຫ້ເສັຍຊັບສິນຕ້ອງຊົດໃຊ້ໃຫ້ຄົນອື່ນຢ່າງບໍ່ມີເຫດຜົນ, ຊັບສິນຫາຍເລື່ອຍໆ, ຫລົງລືມຊັບວາງໄວ້ບໍ່ເປັນທີ່ຊອກຫາກໍ່ບໍ່ເຫັນ, ມີຄົນມາຜ້ານຊັບສິນເລື່ອຍໆ ທັງຄົນໃກ້ຕົວແລະຄົນທົ່ວໄປ, ລູກຫລານແຍ່ງຊີງມໍລະດົກ, ຖືກເຂົາລັກເຄື່ອງເລື່ອຍໆ, ຕະກູນອັບຈົນບໍ່ມີວັນສີ້ນສຸດ, ມີແຕ່ຄົນມາທຳລາຍຊັບສິນ. ຜົນກຳຈາກການທຳຜິດສິນຂໍ້ທີ 3ຜູ້ທຳຜິດສິນຂໍ້ 3 (ປະພຶດຜິດໃນກາມ-ຜິດລູກເມັຍຄົນອື່ນ, ລ່ວງເກີນລູກສາວຂອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ແຍ່ງຄົນຮັກຂອງຄົນອື່ນ, ກີດກັ້ນຄວາມຮັກຂອງຄົນອື່ນ, ນອກໃຈຄູ່ຄອງ, ຫລອກລວງຂົ່ມຂືນ,…

Read More