ຜິດສິນ 5 ມີຜົນກຳຕາມມາຄືແນວໃດ?
ຜົນກຳຈາກການທຳຜິດສິນຂໍ້ທີ 1ຜູ້ທີ່ທຳຜິດສີນຂໍ້ທີ 1 (ຂ້າສັດ, ບຽດບຽນສັດທຳຮ້າຍສັດ, ກັກຂັງ, ທໍລະມານສັດ) ຜົນກຳຄື: ມີປັນຫາສຸຂະພາບ, ເປັນພະຍາດຕ່າງໆ, ມີພະຍາດຊຳເຮື້ອ ປີ່ນປົ່ວບໍ່ເຊົາ ປີ່ນປົ່ວຫຍຸ້ງຍາກ, ມີອຸປະຕິເຫດເລື່ອຍໆ, ອາດມີການຂາດຕະກຳຄືກຳຕັດຮອນ ທຳໃຫ້ຕາຍກ່ອນເວລາອັນຄວນ, ບາງຄົນອາດພິການ, ມີປັນຫາຮ່າງກາຍບໍ່ສົມສ່ວນບໍ່ສົມປະກອບ, ເປັນກໍາພ້າພໍ່-ແມ່, ຄົນໃກ້ຕົວຖືກຂ້າຕາຍອາຍຸສັ້ນ, ຕາຍທໍລະມານ ຕາຍແບບດຽວກັບທີ່ໄດ້ຂ້າແລະທໍລະມານສັດ, ຮູບຮ່າງອັບປະລັກແລະມີພົມດ້ອຍດ້ານສັງຂານ. ຜົນກຳຈາກການທຳຜິດສິນຂໍ້ທີ 2ຜູ້ທີ່ທຳຜິດສິນຂໍ້ 2 (ລັກຊັບ, ຂີ້ລັກ, ສໍ້ໂກງ, ຍັກຍອກ, ທຳລາຍຊັບ) ຜົນກຳຄື: ທຸລະກິດບໍ່ຈະເລີນກ້າວໜ້າ ເຈ໊ງ ຂາດທູນ, ຝຶດເຄືອງ, ຖືກເຂົາໂກງ, ມີອຸປະຕິເຫດໃຫ້ເສັຍຊັບສິນຕ້ອງຊົດໃຊ້ໃຫ້ຄົນອື່ນຢ່າງບໍ່ມີເຫດຜົນ, ຊັບສິນຫາຍເລື່ອຍໆ, ຫລົງລືມຊັບວາງໄວ້ບໍ່ເປັນທີ່ຊອກຫາກໍ່ບໍ່ເຫັນ, ມີຄົນມາຜ້ານຊັບສິນເລື່ອຍໆ ທັງຄົນໃກ້ຕົວແລະຄົນທົ່ວໄປ, ລູກຫລານແຍ່ງຊີງມໍລະດົກ, ຖືກເຂົາລັກເຄື່ອງເລື່ອຍໆ, ຕະກູນອັບຈົນບໍ່ມີວັນສີ້ນສຸດ, ມີແຕ່ຄົນມາທຳລາຍຊັບສິນ. ຜົນກຳຈາກການທຳຜິດສິນຂໍ້ທີ 3ຜູ້ທຳຜິດສິນຂໍ້ 3 (ປະພຶດຜິດໃນກາມ-ຜິດລູກເມັຍຄົນອື່ນ, ລ່ວງເກີນລູກສາວຂອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ແຍ່ງຄົນຮັກຂອງຄົນອື່ນ, ກີດກັ້ນຄວາມຮັກຂອງຄົນອື່ນ, ນອກໃຈຄູ່ຄອງ, ຫລອກລວງຂົ່ມຂືນ,…
