ວັດ ກັບ ການບວດ

     ຄຳວ່າ ‘’ ວັດ ‘’ ໝາຍເຖິງ ສະຖານທີ່ສຳຄັນໃນທາງພຸທທະສາສໜາ ເປັນທີ່ອາໄສຂອງພຣະສົງສຳມະເນນ ໃຊ້ເປັນສະຖານທີ່ຝຶກຝົນຕົນເອງ, ເຜີຍແຜ່ສິນທຳ ແລະ ເຜີຍແຜ່ສິ່ງທີ່ດີງາມໃຫ້ແກ່ພຸທທະສາສໜາ, ພຸທທະສາສະນິກະຊົນ ຫລື ພຸທທະບໍລິສັດທັງຫລາຍຜູ້ທີ່ມາທຳບຸນ, ໃຫ້ທານ, ຮັກສາສິນຜູ້ທີ່ມາອົບຮົມຝຶກຈິດພາວະນາ ໃຊ້ເປັນສະຖານທີ່ລວມນ້ຳໃຈຂອງຄົນລາວທົ່ວປະເທດ ໄດ້ມາທຳບຸນກັນໃນວັນສຳຄັນທາງພຸທທະສາສໜາ. ວັດຈຶ່ງມີຄຸນຄ່າ ເປັນຂອງຄູ່ກັນມາກັບພຸທທະສາສໜານັບເປັນເວລາຫລາຍພັນປີມາແລ້ວ, ວັດນັບໄດ້ວ່າເປັນສະຖານທີສາທາລະນະປະໂຫຍດສຳລັບທຸກຊົນຊັ້ນ,  ທຸກເພດ, ທຸກໄວ ຜູ້ມີຄວາມປະສົງຕ້ອງການທຳບຸນໃຫ້ທານ, ສ້າງກຸສົນຕ່າງໆ ກໍ່ຈະຕ້ອງນຶກເຖິງວັດ ເຊັ່ນ: ການໄປທຳບຸນໃນວັນພຣະ, ວັນເກີດ, ວັນຕາຍ, ບວດລູກບວດຫລານ ຫລື ເປັນສະຖານທີ່ປະຕິບັດທັມຂອງອຸປາສົກ, ອຸປາສິກາ,  ທອດກະຖິນ, ຜ້າປ່າສາມັກຄີ, ງານບຸນປີໃໝ່ ແລະ ອື່ນໆ ໄດ້ປະຕິບັດ ສືບທອດກັນມາ ໃນສະໄໝອະດິດຈົນຮອດປະຈຸບັນ. “ວັດ” ເປັນເຮືອນຫລັງທີສອງ ຂອງພຸທທະບໍລິສັດທັງຫລາຍ ເປັນທີ່ພັກກາຍ, ສະຫງົບໃຈ ຊ່ວຍຜ່ອນຄາຍຄວາມທຸກໄດ້ບໍ່ຫລາຍກໍ່ໜ້ອຍ ຕາມກຳລັງສະຕິປັນຍາ ຂອງຜູ້ທີ່ເຂົ້າມາປະຕິບັດທັມເພື່ອຂັບໄລ່ ກິເລດ ຕັນຫາ ໃຫ້ບັນເທົາເບົາບາງລົງ.

    ພຣພຸທທະສາສໜາ ຫລື ສາສໜາພຸດ ເປັນສາສໜາຂອງຜູ້ຮູ້ ຮູ້ຕືນ ຜູ້ເບີກບານ ດ້ວຍ ພຣະປັນຍາອັນສ່ອງໃສທີ່ມຸ່ງເນັ້ນເພື່ອການພົ້ນໄປຈາກຄວາມທຸກ ແລະ ສອນໃຫ້ຮູ້ຈັກກັບຄວາມທຸກ  ແລະ ວິທີການທີ່ຈະຫລຸດພົ້ນຈາກຄວາມທຸກທັງປວງ ຫລື ເອີ້ນວ່າ: ອະວິຊາ (ຄວາມບໍ່ຮູ້ຄວາມຈິງໃນທັມມະຊາດ ) ອັນເປັນເຫດໃຫ້ເກີດຄວາມທຸກທັງປວງຄື: ໂລພະ (ຄວາມໂລບ), ໂທສະ (ຄວາມໂກດ),  ແລະ ໂມຫະ (ຄວາມຫລົງ) ເນັ້ນການເຮັດຄວາມເຂົ້າໃຈ ແລະ ປະຕິບັດດ້ວຍປັນຍາ  ແລະ  ພິສູດໃຫ້ຮູ້ເຖິງຄວາມຈິງ.  ເຫັນເຫດຜົນວ່າສິ່ງນີ້ມີ,  ສິ່ງນັ້ນຈິ່ງຄ່ອຍມີ ແລະ ຄວາມເປັນໄປຕາມທັມມະຊາດ ແລະ ສັດໂລກທີ່ເປັນໄປຕາມກົດແຫ່ງກັມ ດ້ວຍຄວາມບໍ່ປະໝາດໃນຊີວິດ  ໃຫ້ ມີຄວາມສຸກໃນຊາດນີ້ ແລະ ຊາດຕໍ່ໆ ໄປດ້ວຍການສະສົມບຸນບາຣະມີຕະຫລອດເຖິງຜູ້ປາດຖະໜາໃນພຣະນິບພານ.

ບວດ ຫລື ບັນພະຊາ ໝາຍເຖິງການຖືເພດເປັນນັກບວດ (ເພດພຣົມມຈັນ) ເຊັ່ນ: ເປັນພິກຂຸ ເປັນສຳມະເນນ ເປັນລືລີ. ບວດ ຫລື ບັນພະຊາ ແປວ່າງົດ ເວັ້ນຈາກການທຳຊົ່ວ ທັງປວງດ້ວຍການຊະນະທາງໂລກີ ເພື່ອໄປຖືເພດເປັນນັກບວດ ເພື່ອຄວາມຫລຸດພົ້ນຈາກກອງທຸກທັງປວງ. ການບວດ ຄື ການຍົກຖານະຈາກຜູ້ນັບຖືພຣະຣັດຕະນະໄຕຣ ຂຶ້ນມາເປັນສ່ວນໜຶ່ງຂອງພຣະຣັດຕະນະ ຊຶ່ງເປັນຫົນທາງພຣະນິພານ.

     ການບວດ ເປັນສິ່ງທີ່ເຮັດໄດ້ຍາກ ກວ່າຈະມີການບວດ ຕ້ອງມີຄວາມພ້ອມດ້ວຍອົງປະກອບຫລາຍຢ່າງ, ຜູ້ບວດຈະຕ້ອງເປັນສັມມາຖິດທິ, ຜູ້ບວດຈະຕ້ອງເກີດເປັນມະນຸດທີ່ບໍ່ພິການ ຫລື ເປັນພະຍາດຕິດແປດທີ່ຮ້າຍແຮງ,  ບໍ່ເຄີຍຖືກໂທດມາກ່ອນ ແລະ ບໍ່ເຖົ້າເກີນໄປ. ການບວດນັ້ນ ມີອະນິສົງຫລາຍ ບຸກຄົນໃດໄດ້ບວດຕົນເອງໃນພຸທທະສາສໜາ ດ້ວຍສັດທາເຫລື່ອມໃສ ຈະໄດ້ອະນິສົງ 64 ກັບ, ບິດາ-ມານດາ ຈະໄດ້ອະນິສົງ 32 ກັບ, ບຸກຄົນ ໃດໄດ້ບວດລູກຂອງຕົນ ຫລື ລູກຂອງຜູ້ອື່ນກໍ່ດີ ກໍ່ຈະບໍ່ໄດ້ໄປສູ່ອະບາຍພູມ.

ການຖືສິນ ໝາຍເຖິງ ການສັງລວມຕົນດ້ວຍກາຍ, ວາຈາ ແລະ ຈິດໃຈ ເຊັ່ນ: ກາຍ ຈະຕ້ອງສຸພາບອ່ອນນ້ອມ, ການເວົ້າຈາຈະຕ້ອງບໍ່ຫຍາບຄາຍ, ຈິດໃຈຈະຕ້ອງປະພຶດປະຕິບັດໃນທາງທີ່ດີ, ຖືກຕ້ອງ  ແລະ  ເໝາະສົມ ຫລື ເວົ້າອີກຢ່າງໜຶ່ງ ຄືການຖືຕົວໃຫ້ເປັນປົກກະຕິ, ເພາະຖ້າຄົນເຮົາຜິດປົກກະຕິກໍ່ຖືວ່າບໍ່ມີສິນ ເຊັ່ນວ່າ:  ປົກກະຕິຂອງຄົນຕ້ອງບໍ່ບຽດບຽນກັນ,  ບໍ່ຂ້າກັນເຫລົ່ານີ້ເປັນຕົ້ນ,  ເຊິ່ງແຕກຕ່າງຈາກຄວາມເປັນປົກກະຕິຂອງສັດທີ່ມີແຕ່ຄວາມໂຫດຮ້າຍປ່າເຖື່ອນ.

Leave a Reply

Your email address will not be published. Required fields are marked *