ເປີດ 9 ວິທີທຳບຸນໄດ້ອະນິສົງແຮງ ສົ່ງຜົນໃຫ້ຊີວິດຮຸ່ງເຮືອງ ມີຄວາມຈະເລີນກ້າວໜ້າ ເຮັດໄດ້ເລື່ອຍໆ ເສີມດວງຊະຕາ.
1. ຖືສີນ 5: ອະນິສົງເປັນຜົນໃຫ້ເກີດຄວາມໂຊກດີ ແລະ ແກ້ເຄາະໝົດກຳໄດ້.
2. ທຳບຸນປ່ອຍສັດ: ເປັນການບໍ່ບຽດບຽນຊີວິດຜູ້ອື່ນ ສົ່ງຜົນໃຫ້ໝົດທຸກໝົດໄພ ແລະ ພົບຄວາມສຸກໃນຊີວິດ.
3. ທຳບຸນໃຫ້ທານ: ທຳທານແກ່ຄົນທຸກຫຍາກອານາຖາ ເພື່ອເປັນບຸນສົ່ງເສີມໃຫ້ຊີວິດມີໂຊກ ມີຊັບແລະເຕັມດ້ວຍບາຣະມີ ຈະມີແຕ່ຄວາມລາບລື່ນ ເລື່ອງຕິດຄັດບໍ່ມີ ຈະແຄ້ວຄາດປອດໄພ ບໍ່ມີຄຳວ່າ ບໍ່ມີ ບໍ່ໄດ້ໃນຊີວິດ.
4. ຖວາຍສັງຄະທານ: ການຖວາຍສິ່ງຂອງທີ່ຈຳເປັນແດ່ພຣະສົງ ອະນິສົງບຸນຈະສົ່ງໃຫ້ຊີວິດໝົດເຄາະໝົດໂສກ ຄວາມເປັນຢູ່ອຸດົມສົມບູນ.
5. ຕື່ມນ້ຳມັນຕະກຽງ: ເພື່ອຄວາມຮຸ່ງເຮືອງ ດັ່ງແສງສະຫວ່າງຂອງຕະກຽງທີ່ກຳລັງລຸກໂຊນ ມີແສງສະຫວ່າງຄອຍນຳທາງຊີວິດພົ້ນຈາກຄວາມມືດມິດ ມີຄວາມຄິດ ແລະ ພົບທາງອອກຢູ່ສະເໝີ.
6. ຊື້ເຂົ້າສານ ນ້ຳດື່ມ ກະດານຕີສຊູ ໄປຖວາຍວັດ: ເພື່ອໃຫ້ຊີວິດມັ່ງຄັ່ງອຸດົມສົມບູນແລະພຽບພ້ອມດ້ວຍບາຣະມີ.
7. ພີມໜັງສືທຳມະແຈກ: ເສີມດວງໃຫ້ມີວາດສະໜາບາຣະມີ ເພື່ອໃຫ້ປັນຫາສະຫວ່າງ ໝົດທຸກໝົດໂສກ ບໍ່ມີເຄາະຮ້າຍ.
8. ບໍລິຈາກຄ່ານ້ຳ-ຄ່າໄຟ: ຈະຊ່ວຍໃຫ້ຊີວິດລາບລື່ນ ໝົດທຸກໝົດໂສກ ປະສົບແຕ່ຄວາມໂຊກດີ
9. ທຳບຸນໂລງສົບ: ຊື້ໂລງສົບບໍລິຈາກສົບອານາຖາໄຮ້ຍາດ ຈະໄດ້ອະນິສົງແຮງ ເສີມດວງຊະຕາໃຫ້ແຂງແຮງ ສາມາດຕ້ານເຄາະໄພໜັກຕ່າງໆ ແລະຜ່ອນໜັກໃຫ້ເປັນເບົາໄດ້.
