ບຸນສູງສຸດໃນທາງພຸດທະສາສະນາ ໃນຊີວິດຂອງເຮົາ ຫລາຍຄົນສະແຫວ່ງຫາບຸນ ດ້ວຍການທຳທານ ສ້າງວັດ, ເຮັດໂຮງທານ ຫລື ຖວາຍສັງຂະທານ ແຕ່ໃນທາງພຸດທະສາສະນາ ພຣະພຸຸດທະເຈົ້າຕັດໄວ້ຢ່າງຊັດເຈນວ່າ: ບຸນທີ່ຍິງໃຫ່ຍທີ່ສຸດບໍ່ແມ່ນຢູ່ກັບສິ່ງຂອງທີ່ໃຫ້ ແຕ່ຢູ່ທີ່ຈິດໃຈທີ່ໃຫ້ ແລະ ປັນຍາທີ່ເຂົ້າໃຈ. ພຣະພຸດທະເຈົ້າຊົງສອນວ່າ ບຸນມີຢູ່ 3 ປະການໃຫ່ຍໆ
- ທານາໄມ ຄືບຸນທີ່ເກີດຈາກການໃຫ້, ການເສັຍສະລະຊັບສິນຂອງເພື່ອປະໂຫຍດແກ່ຜູ້ອື່ນ ເປັນການຝຶກໃຈໃຫ້ພົ້ນຈາກຄວາມຂີ້ຖີ່ ແລະ ຄວາມເຫັນແກ່ຕົວ.
- ສີລະໄມ ຄືບຸນທີ່ເກີດຈາກການຮັກສາສິນ, ການບໍ່ບຽດບຽນ, ບໍ່ລັກ, ບໍ່ຫລອກແລະບໍ່ທຳລາຍຜູ້ອື່ນ, ທຳໃຫ້ໃຈເຮົາສະຫງົບບໍ່ເດືອດຮ້ອນ.
- ພາວະນາໄມ ຄືບຸນທີ່ເກີດຂື້ນຈາກການອົບຮົມຈິດ, ມີສະຕິ ເຫັນຄວາມຈິງຂອງຊີວິດຕາມຄວາມເປັນຈິງ. ໃນພຣະໄຕປິດົກ ພຣະພຸດທະເຈົ້າຕັດວ່າ: ພາວະນາໄມ ບຸນຍະກິລິຍາວັດຖຸປະລະມັງ ແປວ່າ ພາວະນາເປັນບຸນທີ່ເລີດທີ່ສຸດ. ເປັນຫຍັງຈຶ່ງວ່າ ພາວະນາເປັນບຸນທີ່ສູງສຸດ ທານຊ່ວຍໃຫ້ເຮົາລະເວັ້ນຈາກຄວາມຂີ້ຖີ່, ສິນຊ່ວຍໃຫ້ລະເວັ້ນຄວາມຊົ່ວ, ແຕ່ພາວະນາຊ່ວຍໃຫ້ເຮົາລະເວັ້ນຈາກກິເລດໄດ້ໂດຍກົງ. ພຣະອົງຍັງຕັດໄວ້ອີກວ່າ: ແມ້ບຸກຄົນຈະໃຫ້ທານຫລາຍພຽງໃດ ກໍບໍ່ເທົ່າກັບການທຳໃຫ້ຈິດຕັ້ງຫມັ່ນພຽງຊົ່ວເວລາບໍ່ເທົ່າໃດ. ເພາະຂະນະທິ່ຈິດສະຫງົບ ເປັນສະມາທິ ຫລື ຂະນະທີ່ເຮົາເຫັນຕາມຄວາມຈິງວ່າ ທຸກສິ່ງບໍ່ທ່ຽງ ເປັນທຸກແລະບໍ່ແມ່ນຕົວຕົນ. ໃນວິນາທີນັ້ນ ຈິດໄດ້ພົ້ນຈາກອຳນາດຂອງກິເລດ ນັ້ນແລະຄືບຸນສູງສຸດໃນຊີວິດມະນຸດ. ລາຍລະອຽດຟັງຕໍ່ທາງວິດີໂອ…
