ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ການສວດມົນຂ້າມປີມີຈຸດປະສົງຫລັກ ເພື່ອສົ່ງທ້າຍປີເກົ່າດ້ວຍສິ່ງດີງາມ ຕ້ອນຮັບປີໃໝ່ດ້ວຍສິຣິມຸງຄຸນ ໂດຍມີປະໂຫຍດທັງທາງຈິດໃຈ (ຝຶກສະມາທິ, ຊຳລະລ້າງຈິດໃຈ, ສ້າງປັນຍາ) ແລະ ທາງກາຍ (ຫລຸດອຸບັດເຫດ) ເປັນການເລີ່ມຕົ້ນປີໃໝ່ດ້ວຍພະລັງບວກ ອຸທິດບຸນໃຫ້ຜູ້ອື່ນ ແລະ ເສີມດວງຊະຕາໃຫ້ແຄລ້ວຄລາດປອດໄພ. 

ເຫດຜົນ ແລະ ອານິສົງຫລັກ:

  • ເສີມສິຣິມຸງຄຸນໃຫ້ຊີວິດ: ເຊື່ອວ່າເປັນການເລີ່ມຕົ້ນສັກກະຣາດໃໝ່ດ້ວຍມຸງຄຸນ ເຮັດໃຫ້ພົບເຈີແຕ່ສິ່ງດີໆ ຕະຫລອດທັງປີ.
  • ຊຳລະຈິດໃຈໃຫ້ບໍລິສຸດ: ເປັນການປ່ອຍວາງເລື່ອງຮ້າຍໆ ໃນປີເກົ່າ ໃຫ້ໃຈເບົາສະບາຍພ້ອມຮັບສິ່ງໃໝ່ ດ້ວຍຄວາມສະຫງົບ.
  • ສ້າງບຸນກຸສົນ ແລະ ບາລະມີ: ການລະນຶກເຖິງຄຸນພຣະຣັຕະນະໄຕຣ ເປັນບຸນໃຫຍ່ທາງໃຈ ສະສົມບາລະມີ ແລະ ແຜ່ເມດຕາໃຫ້ຜູ້ອື່ນ.
  • ຝຶກສະມາທິ ແລະ ສະຕິ: ຈິດທີ່ຈົດຈໍ່ກັບການສວດມົນ ເຮັດໃຫ້ໃຈສະຫງົບ ມີສະຕິຮູ້ເທົ່າທັນບັນຫາ ແລະ ຄວາມເຄັ່ງຄຽດໄດ້ດີຂຶ້ນ.
  • ສົ່ງເສີມປັນຍາ: ການເຂົ້າໃຈຄວາມໝາຍຂອງບົດສວດ ຊ່ວຍໃຫ້ເກີດຄວາມຮູ້ ແລະ ປັນຍາ.
  • ຫລຸດຄວາມສ່ຽງ ແລະ ໄພອັນຕະລາຍ: ຊ່ວຍລຸດຄວາມສ່ຽງຈາກອຸບັດເຫດ, ອະບາຍຍະມຸກ ແລະ ສິ່ງຊົ່ວຮ້າຍຕ່າງໆ.
  • ອະທິຖານຈິດຂໍພອນ: ເປັນໄລຍະເວລາທີ່ຈິດຕັ້ງໝັ້ນ ເໝາະແກ່ການອະທິຖານຂໍພອນໃຫ້ຕົນເອງ ແລະ ຄອບຄົວ.
  • ສ້າງພະລັງບວກ ແລະ ແຮງບັນດານໃຈ: ເຕີມພະລັງໃຈໃຫ້ເຂັ້ມແຂງ ພ້ອມກ້າວຕໍ່ໄປດ້ວຍຄວາມຫວັງ. 

ສະຫລຸບ: ການສວດມົນຂ້າມປີຄືການເຮັດກິດຈະກຳດີໆ

ເພື່ອປັບປ່ຽນຕົວເອງໃຫ້ເປັນຄົນທີ່ມີຄຸນນະພາບພ້ອມຮັບປີໃໝ່ ບໍ່ພຽງແຕ່ເລື່ອງຂອງໂຊກລາບ ແຕ່ລວມທັງການພັດທະນາຈິດໃຈໃຫ້ເຂັ້ມແຂງ ແລະ ສະຫງົບອີກດ້ວຍ.

ການສູດມົນຂ້າມປີຂອງຊາວພຸດແມ່ນຈັດຂື້ນໃນວັນທີ 31 ຂອງເດືອນທັນວາ (12) ທຸກປີ ຫລື ໃນວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ຊື່່ງຂັ້ນຕອນ ແລະ ບົດສຸດມົນມີດັ່ງນີ້:

  1. ກະກຽມເຄື່ອງສັກກາລະບູຊາພຣະພຸດທະເຈົ້າ

*ແຕ່ງຂັນ 5 (ໃຊ້ຈານ ມີດອກໄມ້ 10 ດອກ ແລະ ທຽນ 10 ເຫລັ້ມ)

*ໃຕ້ທຽນ 2 ເຫລັ້ມ ແລະ ທູບ 3 ດອກ.

  1. ກະກຽມທາງຮ່າງກາຍ ແລະ ຈິດໃຈ:

* ທາງກາຍ: ອາບນ້ຳສະສາງຮ່າງກາຍໃຫ້ສະອາດ ພ້ອມຖູແຂ້ວ, ນຸ່ງຊຸດຂາວຈະເປັນການດີທີ່ສຸດ, ຖ້າບໍ່ມີຊຸດຂາວ ກໍໃສ່ຊຸດທຳມະດາ ແຕ່ຕ້ອງສະອາດ ດີແທ້ກໍເປັນຊຸດສີອອນໆ.

* ທາງໃຈ: ຮັກສາໃຈໃຫ້ເປັນສະມາທິ, ສະສາງຈິດໃຈທາງອະກຸສົນ, ຮັກສາສິນ 5 ໃຫ້ບໍລິສູດໃນວັນນັ້ນ.

  1. ເວລາກຳນົດ:  ຕ້ອງແມ່ນຢູ່ໃນຊ່ວງເວລາຮ່ອຍຕໍ່ລະຫວ່າງປີເກົ່າກັບປີໃໝ່, ແຕ່ຊ່ວງທີ່ນິຍົມກັນທີ່ສຸດ ທີ່ທາງວັດ ແລະ ຄົນປະຕິບັດຢູ່ເຮືອນ ແມ່ນລະຫວ່າງ 23: 30 – 00:30 ໂມງ. 
  2. ບົດສູດມົນ: ບົດສູດທີ່ໃຊ້ຢູ່ແຕ່ລະວັດ ຫລື ແຕ່ລະບ່ອນກໍມີຄວາມແຕກຕ່າງບາງຢ່າງ ແຕ່ບົດສູດທີ່ນິຍົມໃຊ້ກັນຢ່າງກວ້າງຂວາງມີດັ່ງນີ້. 
  3. ບົດບູຊາພຣະຣັດຕະນະໄຕຣ
  • ອິມິນາ ສັກກາເຣນະ ຕັງ ພຸດທັງອະພິປູຊະຍາມິ (ຫລາຍຄົນໃຫ້ວ່າ: ມະ) ອະຣະຫັງສຳມາສຳພຸດໂທ ພະຄະວາ ພຸດທັງພະຄະວະຕັງ ອະພິວາເທມິ (ກາບລົງ).
  • ອິມິນາ ສັກກາເຣນະ ຕັງ ທຳມັງອະພິປູຊະຍາມິ (ຫລາຍຄົນໃຫ້ວ່າ: ມະ) ສະວາກຂະໂຕ ພະຄະວະຕາ ທຳໂມທຳມັງ ນະມັດສາມິ (ກາບລົງ).
  • ອິມິນາ ສັກກະເຣນະ ຕັງ ສັງຄັງອະພິປູຊະຍາມິ (ຫລາຍຄົນໃຫ້ວ່າ: ມະ) ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງນະມາມິ (ກາບລົງ).

6. ສະມາທານສີນ 5 (ຮັບສິນຫ້າດ້ວຍຕົນເອງ)

    ອະ​ຍັງ ພັນ​ເຕ ວິ​ສຸງວິ​ສຸງ ຣັກ​ຂະ​ນັ​ຕ​ຖາ​ຍະ ຕິ​ສະ​ຣະ​ເນ​ນະສະ​ຫະ ປັນ​ຈະ ສີ​ລາ​ນິ ຍາ​ຈາ​ມິ

    ທຸ​ຕິ​ຍັມປິ​ ອະ​ຍັງ ພັນ​ເຕ ວິ​ສຸງວິ​ສຸງ ຣັກ​ຂະ​ນັ​ຕ​ຖາ​ຍະ ຕິ​ສະ​ຣະ​ເນ​ນະສະ​ຫະ ປັນ​ຈະ ສີ​ລາ​ນິ ຍາ​ຈາ​ມິ

    ຕະ​ຕິ​ຍັມ​ປິ​ ອະ​ຍັງ ພັນ​ເຕ ວິ​ສຸງວິ​ສຸງ ຣັກ​ຂະ​ນັ​ຕ​ຖາ​ຍະ ຕິ​ສະ​ຣະ​ເນ​ນະສະ​ຫະ ປັນ​ຈະ ສີ​ລາ​ນິ ຍາ​ຈາ​ມິ

    (ຖ້າຫລາຍຄົນຂື້ນຕົ້ນວ່າ ‘’ມະຍັງພັນເຕ ວິສູງວິສູງ… ແລະ ລົງທ້າຍດ້ວຍ ຍາຈາມະ ’’)

    ນະໂມ ຕັສສະ  ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ເທື່ອ )

    ພຸທທັງ ສະຣະນັງ ຄັຈສາມິ

    ທັມມັງ ສະຣະນັງ ຄັຈສາມິ

    ສັງຄັງ ສະຣະນັງ ຄັຈສາມິ

    ທຸຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ

    ທຸຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ

    ທຸຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ

    ຕະຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ

    ຕະຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ

    ຕະຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ

    1. ປາ​ນາ​ຕິ​ປາ​ຕາ ເວ​ຣະ​ມະ​ນີ ສິກ​ຂາ​ປະ​ທັງ ສະ​ມາ​ທິ​ຍາ​ມິ
    2. ອະ​ທິນ​ນາ​ທາ​ນາ ເວ​ຣະ​ມະ​ນີ ສິກ​ຂາ​ປະ​ທັງ ສະ​ມາ​ທິ​ຍາ​ມິ
    3. ​ກາ​ເມ​ສຸ​ມິ​ສາ​ຈາ​ຣາ ເວ​ຣະ​ມະ​ນີ ສິກ​ຂາ​ປະ​ທັງ ສະ​ມາ​ທິ​ຍາ​ມິ
    4. ມຸ​ສາ​ວາ​ທາ ເວ​ຣະ​ມະ​ນີ ສິກ​ຂາ​ປະ​ທັງ ສະ​ມາ​ທິ​ຍາ​ມິ
    5. ສຸ​ຣາ​ເມ​ຣະ​ຍະ ມັ​ຊ​ຊະ​ປະ​ມາ ທັກ​ທາ​ນາ ເວ​ຣະ​ມະ​ນີ ສິກ​ຂາ​ປະ​ທັງ ສະ​ມາ​ທິ​ຍາ​ມິ

    7. ໄຫ້ວພຸດທະຄຸນ

    ອິຕິປິໂສ ພະຄະວາ ອະຣະຫັງສຳມາສຳພຸດໂທ ວິຊາຈະຣະນະສຳປັນໂນ ສຸຄະໂຕ ໂລກະວິທູ ອະນຸດຕະໂຣ ປຸຣິສະທຳມະສາຣະຖິສັດຖາ ເທວະມະນຸດສານັງ ພຸດໂທພະຄະວາຕິ.

    8. ໄຫ້ວທຳມະຄຸນ

      ສະວາກຂາໂຕ ພະຄະວະຕາ ທຳໂມ ສັນທິຖິໂກ ອະກາລິໂກ ເອຫິປັດສິໂກ ໂອປະນະຍິໂກ ປັດຈັດຕັງ ເວທິຕັບໂພ ວິນຍູຫິຕິ.

      9. ໄຫ້ວສັງຂະຄຸນ

        ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ

        ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ 

        ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ 

        ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ 

        ຍະທິທັງ ຈັດຕາຣິ ປຸຣິສະຍຸຄານິ ອັດຖະ ປຸຣິສະປຸກຄະລາ ເອສະພະຄະວະໂຕ ສາວະກະສັງໂຄ ອາຫຸໄນໂຍ ປາຫຸໄນໂຍ ທັກຂິນໄນໂຍ ອັນຊະລິກະຣະນິໂຍ ອະນຸດຕະຣັງ ປຸນຍັກເຂດຕັງ ໂລກັດສະຕິ.

        10. ພາຫຸງ (ເລີ່ມສູດເວລາ 00:00 ໂມງ ທີ່ເລີ່ມເຂົ້າວັນໃຫມ່)

        1. ພາຫຸງສະຫັດ ສະມະພິນີມມິດຕະສາວຸທັນຕັງ ຄຣີເມຂະລັງ ອຸທິຕະໂຄຣະສະເສນະມາຣັງ ທານາທິທຳມາ ວິທິນາ ຊິຕະວາ ມູນິນໂທ ຕັນເຕຊະສາພະວະຕຸເຕ ຊະຍະມັງຄະລານິ.
        2. ມາຣາຕິເຣ ກະມະພິຍຸບຊິຕະສັບພະຣັດຕິງ ໂຄຣຳປະນາ ລະວະກະມັກ ຂະມະຖັດທະຍັກຂັງ ຂັນຕິສຸທັນ ຕະວິທິນາ ຊິຕະວາ ມຸນີນໂທ ຕັນເຕຊະສາ ພະວະຕຸເຕ ຊະຍະມັງຄະລານິ.
        3. ນາລາຄີຣິງ ຄະຊະວະຣັງ ອະຕິມັດຕະພູຕັງ ທາວາຄີຈັກ ກະມະສະນີ ວະສຸທາຣຸນັນຕັງ ເມດຕຳພູເສກະວິທີິນາ  ຊິຕະວາ ມູນີນໂທ ຕັນເຕຊະສາ ພະວະຕຸເຕ ຊະຍະມັງຄະລານິ.
        4. ອຸກຂິດຕະຂັກ ຄະມະຕິຫັດຖະ ສຸທາຣຸນັນຕັງ ທາວັນຕິໂຍຊະນະປະຖັງ ຄຸລີມາລະວັນຕັງ ອິດທິພິສັງຂະຕະມະໂນ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸເຕ ຊະຍະມັງຄະລະນິ.
        5. ກັດຕະວານະ ກັດທະມຸທະຣັງ ອິວະ ຄັບພິນີຍາ ຈິນຈາຍະ ທຸດທະວະຈະນັງ ຊະນະກາຍະມັດເຊ ສັນເຕນະ ໂສມະວິທີນາ ຊິຕາວາ ມູນີນໂທ ຕັນເຕຊະສາ ພະວະຕຸເຕ ຊະຍະມັງຄະລານິ.
        6. ສັດຈັງວິຫາຍະ ມະຕິສັດຈະກະວະເກຕຸງ ວາທາພິໂຣ ປິຕະມະນັງ ອະທິອັນທະພູຕັງ ປັນຍາປະທິປະຊາ ລິໂຕ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວັນຕຸເຕ ຊະຍະມັງຄະລານິ.
        7. ນັນໂທປະນັນທະພູຊະຄັງ ວິພູທັງ ມະຫິດທິງ ປຸດເຕນະ ເຖຣະ ພຸຊະເຄນະ ທະມາປະຍັນໂຕ ອິດທູປະເທສະວິທິນາ ຊິຕະວາ ມູນິນໂທ ຕັນເຕຊະສາ ພະວະຕຸເຕ ຊະຍະມັງຄະລານິ.
        8. ທຸກຄາຫະ ທິດຖິພູສະເຄນະ ສຸທັດຖະທັດຖັງ ພຣົມມາ ວິສຸດທິດຊູຕິມິດທິ ພະກາພິທານັງ ຍານາຄະເທນະ ວິທິນາ ວິທີນາ ຊິຕະວາ ມູນິນໂທ ຕັນເຕຊະສາ ພະວະຕຸເຕ ຊະຍະມັງຄະລານິ.
        9. ເອຕາປິ ພຸດທະຊະຍະມັງຄະລະ ອັດຖະຄາຖາ ໂຍວາ ຈະໂນທິດນາທິເນ ສະຣະເຕ ມະຕັນທິຫິຕະວານະ ເນກະວິວິທານິ ຈຸປັດທະວານິ ໂມກຂັງສຸຂັງ ອະທິຄະເມຍຍະ ນະໂຣສະປັນໂຍ.

        11. ມະຫາກາຣຸນິໂກ

        ມະຫາກາຣູນິໂກ ນາໂຖຫິຕາຍະ ສັບພະປານີນັງ ປູເຣຕະວາ ປາຣະມີ ສັບພາ ປັດໂຕ ສຳໂພທິມຸດຕະມັງ ເອເຕນະ ສັດຈະວັດເຊນະ ໂຫຕຸແຕ ຊະຍະມັງຄະລັງໆ.

        ຊະຍັນໂຕ ໂພທິຍາມູເລ  ສັກກະຍານັງ  ນັນທິວັດຕະໂນ  ເອວັງຕະວັງ  ວິຊະໂຍໂຫຫິ ຊະຍັດສຸ  ຊະຍະມັງຄະເລ ອະປະລາຊິຕະປັນລັງເກ  ສີເສ ປະຖະວິໂປກຂະເລ ອະພິເສເກ ສັບພະພຸດທານັງ ອັກຄັບປັດໂຕ ປະໂມທະຕິ ສຸນັກຂັດຕັງ  ສຸມັງຄະລັງ  ສຸປະພາຕັງ  ສຸຫຸດຖິຕັງ ສຸກຂະໂນ  ສຸມຸຫຸດໂຕ ຈະສຸຍິນຖັງ ພຣົມມະຈາລິສຸ ປະທັກຂິນັງ  ກາຍະກັມມັງ ວາຈາກັມມັງ  ປະທັກຂິນັງ ປະທັກຂິນັງ  ມະໂນກັມມັງ ປະນິທີເຕ  ປະທັກຂິນາ  ປະທັກຂິນານິ  ກັດຕ໌ວານະ ລະພັນຕັດເຖ ປະທັກຂິເນ ຯ

        12. ຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

        ກ່າວຄຳຕໍ່ໄປນີ້:

        “ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ”

        ກຳໃດໆ ບໍ່ວ່າຈະເປັນກາຍະກຳ, ວາຈີກຳ, ມະໂນກຳ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດ ທັງໂດຍຕັ້ງໃຈ ແລະ ບໍ່ໄດ້ຕັ້ງໃຈໃນຊາດພົບໃດກໍ່ຕາມ ຂໍໃຫ້ທ່ານເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໄດ້ຍົກໂທດໃຫ້ເປັນອະໂຫສິກຳ ແກ່ຂ້າພະເຈົ້າ, ຢ່າໄດ້ຈອງເວນຈອງກຳ ຕໍ່ກັນອີກເລີຍ. ແມ້ແຕ່ກຳໃດ ທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າ, ຂ້າພະເຈົ້າຂໍອະ ໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ ເພື່ອຈະໄດ້ບໍ່ມີເວນຕໍ່ກັນຕະຫລອດໄປ. 

        ດ້ວຍອະນິສົງແຫ່ງອະໄພຍະທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ພົ້ນຈາກຄວາມທຸກຍາກ ລຳບາກເຂັ້ນໃຈ, ຄວາມທຸກຢ່າໄດ້ໃກ້, ຄວາມເຈັບໄຂ້ຢ່າໄດ້ມີ, ຂໍຈົ່ງມີແຕ່ຄວາມສຸກສະຫວັດດີມີໄຊ ສະນຽດຈັ່ງໄລ ແລະ ອັນຕະລາຍທັງຫລາຍ ຈົ່ງເສື່ອມສິ້ນຫາຍໄປ, ນຶກຄິດປາດຖະໜາສິ່ງໃດທີ່ເປັນໄປໂດຍຊອບປະກອບ ດ້ວຍທຳແລ້ວ ຂໍໃຫ້ສິ່ງນັ້ນ ຈົ່ງເກີດເປັນຜົນສຳເລັດ ເປັນຜົນສຳເລັດ ເປັນຜົນສຳເລັດດ້ວຍເທີ້ນ.

        13. ຄຳຢາດນ້ຳ (ອະທາສິເມ)

        ອະທາສິເມ ອະກາສິເມ ຍາຕິມິຕຕາ ສະຂາຈະເມ ເປຕານັງ ທັກຂິນັງທັຊຊາ ປຸພເພ ກະຕະມະນຸສສະຣັງ ນະຫິຣຸນນັງ ວາໂສໂກວາ ຍາວັນຍາ ປະຣິເທວະນາ ນະຕັງ ເປຕານະ ມັຕຖາຍະ ເອວັງ ຕິຕຖັນຕິ ຍາຕະໂຍ ອະຍັນຈະໂຂ ທັກຂິນາທິນນາ ສັງຄັມຫິ ສຸປະຕິຕຖິຕາ ທິຄະຣັຕຕັງ ຫິຕາຍັສສະ ຖານະໂສ ອຸປະກັປປະຕິ ໂສຍາຕິທັມໂມ ຈະອະຍັງ ນິທັສສິໂຕ ເປຕານະ ປູຊາ ຈະກະຕາອຸລາຣາ ພະລັນຈະ ພິກຂຸນະ ມະນຸປປະທິນນັງ ຕຸມເຫຫິ ປຸນຍັງ ປະສຸຕັງ ອະນັປປະກັນຕິ.

        14. ແຜ່ເມດຕາໃຫ້ຕົນເອງ

        ອະຫັງ ສຸຂິໂຕໂຫມິ ຂໍໃຫ້ຂ້າພະເຈົ້າ ມີຄວາມສຸກ

        ອະຫັງ ນິທຸກໂຂໂຫມິ ຂໍໃຫ້ຂ້າພະເຈົ້າ ປາສະຈາກຄວາມທຸກ

        ອະຫັງ ອະເວໂຣໂຫມິ ຂໍໃຫ້ຂ້າພະເຈົ້າ ປາສະຈາກເວນ

        ອະຫັງ ອັບພະຍາປັດໂຊໂຫມິ ຂໍໃຫ້ຂ້າພະເຈົ້າ ປາສະຈາກອຸປະສັກອັນຕະລາຍທັງປວງ

        ສຸຂີອັດຕານັງ ປະຣິຫະຣາມິ ຂໍໃຫ້ຂ້າພະເຈົ້າ ມີຄວາມສຸກກາຍ-ສຸກໃຈ ຮັກສາກາຍວາຈາໃຈ

        ໃຫ້ພົ້ນຈາກຄວາມທຸກໄພທັງປວງເຖິດ

        15. ແຜ່ເມດຕາໃຫ້ສັພພະສັດ

        ສັບເພສັດຕາ ສັດທັງຫລາຍທັງປວງ ທີ່ເປັນເພື່ອນທຸກ ເກີດ ແກ່ ເຈັບ ຕາຍ ດ້ວຍກັນໝົດທັງສີ້ນ

        ອະເວຣາໂຫນຕຸ ຈົ່ງເປັນສຸກເປັນສຸກເຖິ້ນ ຢ່າໄດ້ມີເວນແກ່ກັນ ແລະ ກັນເລີຍ

        ອັບພະຍາປັດຊາໂຫນຕຸ ຈົ່ງເປັນສຸກເປັນສຸກເຖິ້ນ ຢ່າໄດ້ບຽດບຽນ ຊື່ງກັນ ແລະ ກັນເລີຍ

        ອະນິຄາໂຫນຕຸ ຈົ່ງເປັນສຸກເປັນສຸກເຖິ້ນ ຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ

        ສຸຂິອັດຕານັງປະຣິຫະຣັນຕຸ ຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສີ້ນເຖີ້ນ

        Leave a Reply

        Your email address will not be published. Required fields are marked *