ຄືກິດຈະວັດພື້້ນຖານຂອງພຣະສົງ-ສາມະເນນ ໃນພຣະພຸທທະສາສະນາ ທີ່ບັນພຣະຊົນໄດ້ປະພຶດປະຕິບັດກັນຕະຫລອດມາ.
1. ລົງອຸໂປສົດ ຄືການເຂົ້າຮ່ວມຟັງການສູດປະຕິໂມກທຸກໆ ວັນສິນ 15ຄ່ຳ ແລະ ເປັນການປະຊຸມພຣະສົງ.
2. ບິນທະບາດລ້ຽງຊີບໃນແຕ່ລະວັນ.
3. ໄຫວ້ພຣະ-ສູດມົນທຸກວັນ
4. ກວາດເດີ່ນວັດວາອາຮາມ, ວິຫານ ແລະ ລານພຣະທາດເຈດີ.
5.ຮັກສາຜ້າຄອງ ນຸ່ງຜ້າຕາມຊຸດຂອງພຣະຕາມກາລະເທສະ, ຖືກຜ້າຄອງຕາມຈຳນວນຈຳກັດ ແລະ ທຳພິທີເອົາຄອງຜ້າທຸກວັນ.
6.ຢູ່ປະຣິວາດສະກັມ ຄື: ເຂົ້າກັມ ເວລາຕ້ອງອາບັດສັງຄາທິເສດ.
7.ແຖຜົມ, ແຖໜວດ ແລະ ຕັດເລັບ.
8.ສຶກສາຮໍ່າຮຽນພຣະທັມວິນັຍ ແລະ ປະຕິບັດຄຣູບາ-ອາຈາຣຍ໌.
9.ຕ້ອງອາບັດແລ້ວ ສະແດງອາບັດເສັຍ.
10.ພິຈາຣະນາປັດຈະເວກຂະນະ ທັງ 4, ມີ: ຈີວອນ, ບິນທະບາດ, ທີ່ຟູ່ທີ່ອາໃສ ແລະ ຢາຮັກສາໂຣຄ. ກິດຈະວັດ 10 ຢ່າງນີ້ ຖືເປັນກິດໃຫຍ່ຂອງພຣະພິກຂຸ ແລະ ສາມະເນນ ທຸກໆ ອົງ ຊຶ່ງຈະຕ້ອງສຶກສາໃຫ້ຮູ້ຢ່າງຈະເເຈ້ງຊັດເຈນ ແລະ ຕ້ອງປະຕິບັດຕາມສົມຄວນແກ່ສະມະນະສາຮູບແຫ່ງຕົນ.
