ດ້ວຍຄວາມສັດທາ-ເຫລື່່ອມໃສ່ໃນພຸດທະສາສະໜາ, ຂ້າພະເຈົ້າ ສາຍລົມ ແກ້ວວິພາກອນ ພ້ອມດ້ວຍທີມງານໄທບ້ານທີວີ ຈຶ່ງໄດ້ສ້າງເວບໄຊນີ້ຂື້ນມາ ເພື່ອເປັນອີກຊ່ອງທາງໜຶ່ງໃຫ້ແກ່ຊາວພຸດຜູ້ທີ່ສົນໃຈທັງຫລາຍ ໄດ້ເຂົ້າເຖິງໜັງສືທຳມະ, ຄະຕິທຳ ແລະ ຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ. ທັງນີ້ກໍເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ສາສະໜາພຸດໃຫ້ກວ້າງໄກຫລາຍຂຶ້ນ, ມີຄວາມຈະເລີນຮຸ່ງເຮືອງ, ເປັນເຄື່ອງມືຊ່ວຍບຳລຸງຈິດໃຈ ແລະ ສ້າງໃຫ້ຄົນເຮົາມີສິນລະທຳປະຈຳໃຈ ຢ້ານກົວຕໍ່ກັບບາບກຳທັງປວງ.

ຂ້າພະເຈົ້າເອງໃນນາມເປັນຜູ້ທີ່ລິເລີ່ມເວບໄຊນີ້ ກໍເຄີຍໄດ້ບວດເປັນພຣະສົງ ມາກ່ອນ. ຊຶ່ງບວດຄັ້ງທຳອິດໃນປີ 1992 ທີ່ວັດສຸວັນນະຄີລີ ,ບ້ານໂພນໂຮງ, ເມືອງໂພນໂຮງ, ແຂວງວຽງຈັນ ໃນຊ່ວງເປັນນັກຮຽນ ບວດເປັນພຣະແກ້ບະໃຫ້ອ້າຍ, ບວດຄັ້ງທີສອງຢູ່ວັດໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໃນປີ 2018 ບວດເປັນພຣະເພື່ອທຳບຸນໃຫ້ພໍ່ແມ່ ທີ່ຫາກໍຈາກໄປໃນໂລກນີ້ ແລະ ບວດຄັ້ງທີ 3 ເປັນການຕັ້ງໃຈບວດທັງຕົນເອງແລະຄອບຄົວ ເພື່ອສ້າງບຸນກຸສົນແກ່ຕົນເອງແລະຄອບຄົວ ທີ່ວັດ ບ້ານອານຸສອນໄຊ, ເມືອງປາກຊັນ, ແຂວງບໍລິຄຳໄຊ.

ເອກະສານທີ່ໄດ້ລວບລວມມາປະກອບໃນເວບໄຊນີ້ ຈະມີທັງຮູບແບບໜັງສື ແລະ ວີດີໂອ ເຊັ່ນ: ປະຫວັດຄວາມເປັນມາຂອງສາສະໜາພຸດ, ພຸດທະສາສະໜາເບື້ອງຕົ້ນ, ພິທີການທາງສາສະໜາ, ວັນສຳຄັນທາງພຸດທະສາສະໜາ, ພຣະປະຈຳວັນເກີດ, ບົດໄຫວ້-ພຣະສູດມົນ, ບົດເທດສະໜາ, ຄຳຖວາຍທານ, ລະບຽບສົງ (ສິນຫ້າ, ສິນແປດ, ສິນ 227), ບົດແຜ່ເມດຕາ-ບົດຢາດນ້ຳອຸທິດສ່ວນກຸສົນ, ຄາຖາ, ແລະ ອື່ນໆ. ຊຶ່ງຂໍ້ມູນເຫລ່ົ່ານີ້ ແມ່ນໄດ້ມາຈາກແຫລ່ງທີ່ນ່າເຊື່ອຖືໄດ້ ໃນຮູບແບບປື້ມໜັງສືທຳມະ ແລະ ເວບໄຊຕ່າງໆ ຂອງພາສາລາວ ແລະ ພາສາໄທ. ພ້ອມນັ້ນ, ກໍໄດ້ປະກອບວິດີທຽບສຽງສຳລັບບາງໜັງສືທຳມະ ເພື່ອສະດວກໃຫ້ແກ່ຜູ້ທີ່ສົນໃຈໃນການຮຽນຮູ້ ແລະ ທ່ອງຈຳ ເປັນຕົ້ນແມ່ນບົດສວດມົນ ດ້ວຍທຳນອງສຽງຂອງພຣະສົງແທ້, ປະສົມປະສານກັບການອ່ານ ຊຶ່ງຈະຊ່ວຍເຮັດໃຫ້ການຈື່ຈຳໄດ້ງ່າຍຂື້ນ ແລະ ໃຊ້ເວລາໜ້ອຍລົງ.

ຖ້າຫາກ ຄຸບາ-ອາຈານທ່ານໃດ ຫາກພົບເຫັນຈຸດປົກພ່ອງປະການໃດ ໂປຣດໄດ້ກະລຸນາຊ່ວຍແນະນຳແກ່ ທາງທີມງານຂອງພວກຜູ້ຂ້າດ້ວຍ ເພື່ອຈະໄດ້ປັບປຸງແກ້ໄຂ ເຮັດໃຫ້ເປັນເອກະສານທໍາມະທີ່ມີຄວາມຖືກຕ້ອງ ແລະ ສົມບູນແບບທີ່ສຸດ ໂດຍສົ່ງຄຳເຫັນຜ່ານອີເມລ thaibantvlaos@gmail.com
ຂໍໃຫ້ເວບໄຊທຳມະນີ້ ໄດ້ເປັນທຳມະທານອັນໃຫຍ່ຫລວງຂອງຂ້າພະເຈົ້າ, ທີມງານ ແລະ ຄອບຄົວ, ທັງເປັນແຫລ່ງທຳມະທີ່ໃຫ່ຍທີ່ສຸດໃນ ສປປລາວ. ມອບແດ່ບັນດາທ່ານທີ່ສົນໃຈສຶກສາທຳມະໃນພຸດທະສາສະນາ ເພື່ອກ້າວໄປສູ່ຄວາມຈະເລີນສຸກທາງໃຈ ແລະ ເຂົ້າສູ່ໂລກແຫ່ງສັນຕິສຸກທາງຄອບຄົວ ແລະ ສັງຄົມ.




