admin

ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້: “ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ“ ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ…

ອ່ານຕໍ່

ຄຳກ່າວຂອງພຣະສົງໃນການຮັບເຄື່ອງ

ທາງພຸດທະສາສະນາ ໃນການຮັບສິ່ງຂອງໃດໜຶ່ງຈາກອອກຕົນຍາດໂຍມ ພຣະສົງຈະມີຄຳກ່າວໃນຂະນະຮັບ. ຈາກນັ້ນ (ຫລັງປະເຄນເຄື່ອງ) ກໍຈະໃຫ້ພອນເພື່ອອະນຸໂມທະນາ (ຍິນດີໃນບຸນ) ແລະ ຢາດນ້ຳຕາມລຳດັບ. ສ່ວນຍາດໂຍມກໍກ່າວຄຳວ່າ “ສາທຸ”. ຊຶ່ງແຫລ່ງຂໍ້ມູນນີ້ໄດ້ມາຈາກວັດອານຸສອນ ເມືອງປາກຊັນ ແຂວງບໍລິຄຳໄຊ.

ອ່ານຕໍ່

ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ການສວດມົນຂ້າມປີມີຈຸດປະສົງຫລັກ ເພື່ອສົ່ງທ້າຍປີເກົ່າດ້ວຍສິ່ງດີງາມ ຕ້ອນຮັບປີໃໝ່ດ້ວຍສິຣິມຸງຄຸນ ໂດຍມີປະໂຫຍດທັງທາງຈິດໃຈ (ຝຶກສະມາທິ, ຊຳລະລ້າງຈິດໃຈ, ສ້າງປັນຍາ) ແລະ ທາງກາຍ (ຫລຸດອຸບັດເຫດ) ເປັນການເລີ່ມຕົ້ນປີໃໝ່ດ້ວຍພະລັງບວກ ອຸທິດບຸນໃຫ້ຜູ້ອື່ນ ແລະ ເສີມດວງຊະຕາໃຫ້ແຄລ້ວຄລາດປອດໄພ.  ເຫດຜົນ ແລະ ອານິສົງຫລັກ: ສະຫລຸບ: ການສວດມົນຂ້າມປີຄືການເຮັດກິດຈະກຳດີໆ ເພື່ອປັບປ່ຽນຕົວເອງໃຫ້ເປັນຄົນທີ່ມີຄຸນນະພາບພ້ອມຮັບປີໃໝ່ ບໍ່ພຽງແຕ່ເລື່ອງຂອງໂຊກລາບ ແຕ່ລວມທັງການພັດທະນາຈິດໃຈໃຫ້ເຂັ້ມແຂງ ແລະ ສະຫງົບອີກດ້ວຍ. ການສູດມົນຂ້າມປີຂອງຊາວພຸດແມ່ນຈັດຂື້ນໃນວັນທີ 31 ຂອງເດືອນທັນວາ (12) ທຸກປີ ຫລື ໃນວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ຊື່່ງຂັ້ນຕອນ ແລະ ບົດສຸດມົນມີດັ່ງນີ້: *ແຕ່ງຂັນ 5 (ໃຊ້ຈານ ມີດອກໄມ້ 10 ດອກ ແລະ ທຽນ 10 ເຫລັ້ມ) *ໃຕ້ທຽນ 2 ເຫລັ້ມ ແລະ ທູບ 3 ດອກ. * ທາງກາຍ:…

ອ່ານຕໍ່

ການກະກຽມ ແລະ ເວລາສູດມົນຂ້າມປີ

ການກຽມຕົວເພື່ອສູດມົນຂ້າມປີ ໃນວັນທີ 31 ເດືອນທັນວາ (12) ບໍ່ພຽງແຕ່ເປັນການໄປຮ່ວມພິທີ ຫລື ເປັນການສູດມົນດ້ວຍຕົນເອງທີ່ເຮືອນເທົ່ານັ້ນ ແຕ່ຄືການກຽມທັງກາຍ ແລະ ໃຈ ໃຫ້ພ້ອມເພື່ອຮັບພະລັງບວກ ໃນປີໃໝ່ທີ່ຈະມາເຖິງ.  ຫາກທ່ານຕັ້ງໃຈຈະເລີ່ມປີໃໝ່ດ້ວຍສິ່ງດີໆ ນີ້ຄືຂັ້ນຕອນການກະກຽມ ແລະ ເວລາແບບງ່າຍໆ. ​1. ການກຽມທາງກາຍ (ຄວາມພ້ອມພາຍນອກ) ​* ຊຸດແຕ່ງກາຍ: ສວມໃສ່ເສື້ອຜ້າທີ່ສຸພາບ ແລະ ສວມໃສ່ສະບາຍ (ສີຂາວ ຫລື ສີອ່ອນ ຈະແດງເຖີງການສັງລວມ ແລະ ສະຫງົບທາງໃຈ) ທີ່ສຳຄັນຕ້ອງສາມາດລະບາຍອາກາດໄດ້ດີ ເພາະການສວດມົນດົນໆ ຈະເຮັດໃຫ້ອືດອັດ. ​* ເຮັດຮ່າງກາຍໃຫ້ສະອາດ: ຊຳລະລ້າງຮ່າງກາຍໃຫ້ສົດຊື່ນ (ອາບນ້ຳ ແລະ ຖູແຂ້ວ) ກ່ອນໄປຮ່ວມງານ ຫລື ເຂົ້າສູດມົນທີ່ຈັດໄວ້ຢູ່ເຮືອນ ເພື່ອໃຫ້ຄວາມຮູ້ສຶກປອດໂປ່ງພ້ອມຮັບສິ່ງໃໝ່ໆ. ​* ອາຫານ ແລະ ຢາ : ຮັບປະທານອາຫານໃຫ້ພໍດີ ບໍ່ໃຫ້ອິ່ມຈົນເກີນໄປ ເພາະອາດຈະເຮັດໃຫ້ງ່ວງນອນຂະນະສູດມົນ ແລະ ຢ່າລືມພົກຢາປະຈຳຕົວ ຫລື…

ອ່ານຕໍ່

ຖ້າບໍ່ສະສົມບຸນໃໝ່ຈະເກີດອັນໃດຂື້ນ?

ວັນຄືນລ່ວງໄປລ່ວງໄປ ເຮົາໃຊ້ບຸນເກົ່າໝົດໄປທຸກວັນ ຕັ້ງຕື່ນເຊົ້າຈົນຮອດເວລາເຂົ້ານອນ, ທີ່ຍັງມີເຮືອແຮງສູດລົມຫາຍໃຈເຂົ້າອອກໄດ້ທຸກໆ ວັນ ກໍເພາະວ່າຍັງມີບຸນເກົ່າຄອຍປະປົນຢູ່ນະ. ເຮົາໃຊ້ບຸນເກົ່າຕະຫລອດເວລາ ກໍເໝືອນກັບເຮົາມີນ້ຳໃນຖັງທີ່ຕັກກິນຕັກໃຊ້ທຸກວັນ ຖ້າບໍ່ຕື່ມເຂົ້າໃສ່ອີກມັນກໍມີວັນໝົດ. ຖ້າດົນໆ ທຳບຸນເທື່ອໜຶ່ງກໍບໍໍ່ພຽງພໍກັບບຸນທີ່ເຮົາໃຊ້ໄປທຸກວັນນະ, ເມື່ອບຸນນ້ອຍບຸນຢ່ອນອຸປະສັກຕ່າງໆ ກໍຈະໂຮມເຂົ້າມາໃນຊີວິດ, ຈະເນັ່ງໄປທາງໃດກໍຕິດໆ ຄັດໆ ທັງໝົດ. ເມື່ອຮູ້ແບບນີ້ແລ້ວກໍໝັ່ນຫາເວລາໄປສະສົມບຸນໃຫ້ຫລາຍໆ, ເຂົ້າຍັງຕ້ອງກິີນທຸກວັນ ບຸນກໍຕ້ອງທຳທຸກວັນເຊັ່ນດຽວກັນນະ.

ອ່ານຕໍ່