
ຄຳຖວາຍສັງຄະທານອຸທິສໃຫ້ຜູ້ຕາຍ
ອິມານິ ມະຕະກະພັຕຕານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນເຈວະ ມາຕາປິຕຸ ອາທີນັນຈະ ຍາຕະການັງ ກາລະກະຕານັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະໆຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ມະຕະກະພັຕຕາຫານ ກັບ ທັງເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ, ເຊິ່ງມະຕະກະພັຕຕາຫານ ກັບທັງເຄື່ອງບໍຣິວາຣທັງຫລາຍນີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກ ແກ່ພວກຂ້ານ້ອຍທັງຫລາຍ ແລະ ແກ່ຍາຕທັງຫລາຍ ໝາຍມີ: ບິດາມານດາ, ຍາຕິພີ່ນ້ອງ ທີ່ຊື່ວ່າ………………. ຜູ້ທີ່ລ່ວງລັບໄປແລ້ວ ສີ້ນກາລະນານເທີ້ນ.