
ວັດ ກັບ ການບວດ
ຄຳວ່າ ‘’ ວັດ ‘’ ໝາຍເຖິງ ສະຖານທີ່ສຳຄັນໃນທາງພຸທທະສາສໜາ ເປັນທີ່ອາໄສຂອງພຣະສົງສຳມະເນນ ໃຊ້ເປັນສະຖານທີ່ຝຶກຝົນຕົນເອງ, ເຜີຍແຜ່ສິນທຳ ແລະ ເຜີຍແຜ່ສິ່ງທີ່ດີງາມໃຫ້ແກ່ພຸທທະສາສໜາ, ພຸທທະສາສະນິກະຊົນ ຫລື ພຸທທະບໍລິສັດທັງຫລາຍຜູ້ທີ່ມາທຳບຸນ, ໃຫ້ທານ, ຮັກສາສິນຜູ້ທີ່ມາອົບຮົມຝຶກຈິດພາວະນາ ໃຊ້ເປັນສະຖານທີ່ລວມນ້ຳໃຈຂອງຄົນລາວທົ່ວປະເທດ ໄດ້ມາທຳບຸນກັນໃນວັນສຳຄັນທາງພຸທທະສາສໜາ. ວັດຈຶ່ງມີຄຸນຄ່າ ເປັນຂອງຄູ່ກັນມາກັບພຸທທະສາສໜານັບເປັນເວລາຫລາຍພັນປີມາແລ້ວ, ວັດນັບໄດ້ວ່າເປັນສະຖານທີສາທາລະນະປະໂຫຍດສຳລັບທຸກຊົນຊັ້ນ, ທຸກເພດ, ທຸກໄວ ຜູ້ມີຄວາມປະສົງຕ້ອງການທຳບຸນໃຫ້ທານ, ສ້າງກຸສົນຕ່າງໆ ກໍ່ຈະຕ້ອງນຶກເຖິງວັດ ເຊັ່ນ: ການໄປທຳບຸນໃນວັນພຣະ, ວັນເກີດ, ວັນຕາຍ, ບວດລູກບວດຫລານ ຫລື ເປັນສະຖານທີ່ປະຕິບັດທັມຂອງອຸປາສົກ, ອຸປາສິກາ, ທອດກະຖິນ, ຜ້າປ່າສາມັກຄີ, ງານບຸນປີໃໝ່ ແລະ ອື່ນໆ ໄດ້ປະຕິບັດ ສືບທອດກັນມາ ໃນສະໄໝອະດິດຈົນຮອດປະຈຸບັນ. “ວັດ” ເປັນເຮືອນຫລັງທີສອງ ຂອງພຸທທະບໍລິສັດທັງຫລາຍ ເປັນທີ່ພັກກາຍ, ສະຫງົບໃຈ ຊ່ວຍຜ່ອນຄາຍຄວາມທຸກໄດ້ບໍ່ຫລາຍກໍ່ໜ້ອຍ ຕາມກຳລັງສະຕິປັນຍາ ຂອງຜູ້ທີ່ເຂົ້າມາປະຕິບັດທັມເພື່ອຂັບໄລ່ ກິເລດ ຕັນຫາ ໃຫ້ບັນເທົາເບົາບາງລົງ. …