ປະຫວັດຂອງພຣະສີວະລີ

ພຣະສີວະລີ ເປັນໂອຣົສຂອງພຣະນາມສຸບປະວາສາ ຣາຊທິດາແຫ່ງໂກລິຍະນະຄອນ ຕັ້ງແຕ່ທ່ານຈຸຕິລົງມາເກີດໃນຄັນຂອງພຣະມານດາ ໄດ້ເຮັດໃຫ້ລາບສັກກາຣະ ເກີດຂຶ້ນແກ່ພຣະມານດາເປັນອານັນ ທ່ານອາໄສຢູ່ຄັນຂອງພຣະມານດາ ດົນເຖິງ 7 ປີ 7 ເດືອນ 7 ວັນ ເມື່ອເຖິງເວລາຈະປະສູດ ພຣະມານດາ ໄດ້ຮັບທຸກຂະເວທະນາຢ່າງແຮງກ້າ ພຣະນາງຈຶ່ງຂໍໃຫ້ພຣະສາມີໄປຂາບບັງຄົມທູນຂໍພຣະພອນ ຈາກພຣະສັມມາສັມພຸທທະເຈົ້າ ແລະ ພຣະອົງກໍ່ຊົງຕັດປະທານພອນແກ່ພຣະນາງວ່າ : “ ຂໍພຣະນາງສຸບປະວາສາ ພຣະຣາຊທິດາແຫ່ງພຣະເຈົ້າໂກລິຍະ ຈົ່ງຜູ້ມີຄວາມສຸຂ ປຣາສະຈາກໂຣຄາພະຍາດ ປະສູດພຣະຣາຊະໂອຣັສເປັນຜູ້ປຣາສະຈາກໂຣຄ ” ດ້ວຍອໍານາດແຫ່ງພຣະພຸທທານຸພາບ ທຸຂເວທະນາຂອງພຣະນາງ ກໍ່ອັນຕະທານຫລາຍໄປ ພຣະນາງປະສູດພຣະຣາຊະໂອຣົສຢ່າງງ່າຍດາຍ ເຫມືອນນ້ຳໄຫລອອກຈາກຫມໍ້ ບັນດາພຣະຍາຕິວົງທັງຫລາຍ ຈຶ່ງໄດ້ຂະໜາດນາມພຣະໂອຣົສຂອງພຣະນາງສຸບປະວະສາວ່າ: ສີວະລີກຸມມານ ເມື່ອພຣະນາງມີພຣະວໍຣະກາຍທີ່ແຂງແຮງດີແລ້ວ ຈຶ່ງມີພຣະປະສົງທີ່ຈະຖວາຍທານ ຕິດຕໍ່ກັນເປັນເວລາ 7 ວັນ ຈຶ່ງບອກຄວາມປະສົງແກ່ສາມີໃຫ້ຂາບອະຣາດທະນານິມົນ ພຣະສັມມາສັມພຸທທະເຈົ້າ ພ້ອມດ້ວຍພຣະພິຂຸສົງສາວົກ ມາຮັບມະຫາທານ ແລະ ອາຫານບິນທະບາຕ ໃນຄັ້ງນີ້ ຕະຫລອດ 7 ວັນ ໃນວັນຖວາຍມະຫາທານນັ້ນ ສີວະລີກຸມມານ ມີພຣະວໍຣະກາຍທີ່ເຂັ້ມແຂງ ປຽບດັ່ງຜູ້ມີພະຊົນ…

Read More