
ສູນປະຕິບັດທຳ ຫລັກ 38
ສູນແຫ່ງນີ້ຕັ້ງຢູ່ລຽບທາງ 13 ໃຕ້, ຫລັກ 38 ຫລື ຫ່າງຈາກວຽກຈັນປະມານ 38 ກິໂລແມັດ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ
ສູນແຫ່ງນີ້ຕັ້ງຢູ່ລຽບທາງ 13 ໃຕ້, ຫລັກ 38 ຫລື ຫ່າງຈາກວຽກຈັນປະມານ 38 ກິໂລແມັດ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ
ສູນປະຕິບັດທຳແຫ່ງນີ້ຕັ້ງຢູ່ ພູສ່າເຫຼົ້າ (ສົ້ນຂົ້ວແມ່ນ້ຳຂອງ) ເມືອງປາກເຊ ແຂວງ ຈຳປາສັກ
ສູນປະຕິບັດທຳແຫ່ງນີ້ ຕັ້ງຢູ່ໃນ ວັດວິໂມກຂະວະນາຣາມ, ບ້ານສາລາຄໍາ (ທາງເຂົ້າວັດແມ່ນຂ້າງວັດສັສວາດສາລາຄຳ), ຫລັກ 10, ຖະນົນທ່າເດືອ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ. ຕາມການສອບຖ່າມຈາກແມ່ຊີທ່ານໜຶ່ງ (ເພີ່ນເຂົ້າມາຢູ່ທີ່ນີ້ເປັນເວລາຫລາຍກວ່າ 15 ປີ ແລ້ວ), ອະທິບາຍໃຫ້ຟັງວ່າ: ໃນສູນແຫ່ງນີ້ ມີແມ່ຊີ-ແມ່ຂາວທັງໝົດ 50 ກ່ວາຄົນ (ຊ່ວງທ້າຍເດືອນສິງຫາ 2022) ແລະ ພໍ່ຂາວ 5 ຄົນ. ຊຶ່ງຜູ້ທີ່ເຂົ້າມາປະຕິບັດທໍາມີທັງໄລຍະສັ້ນ ແລະ ຍາວ, ມີຈໍານວນຫລາຍແມ່ນໃນຊ່ວງເຂົ້າພັນສາ ແລະ ສຳລັບການສັນອາຫານແມ່ນຄາບດຽວຄືກັນໝົດ. ໜ້າທີ່ຫລັກໆ ແຕ່ລະວັນ ແມ່ນເຂົ້າຮ່ວມກັນໄຫ້ວພຣະ-ສວດມົນ 3 ຄັ້ງຕໍ່ວັນ ຄື: ຕອນເຊົ້າປະມານ 3-5 ໂມງເຊົ້າ, ຕອນສວຍ 13:30-15 ໂມງ ແລະ ຕອນແລງແມ່ນ 17-19ໂມງ. ສ່ວນການຟັງເທດສະນາຈາກພຣະສົງຈະມີທຸກໆ ວັນເສົາ ແລະ ອາທິດຕອນແລງ ຫລັງຈາກໄຫ້ວພຣະ-ສວດມົນສຳເລັດແລ້ວ. ໃນວັດແຫ່ງນີ້ມີຫໍໜັງສືທຳມະໄວ້ໃຫ້ຄົນເຂົ້າອ່ານ…