ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້: “ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ“ ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ…

ອ່ານຕໍ່

ວັນທາຫລວງ

(ຂໍຂະມາພຣະຣັຕະນະໄຕຣແລະສິ່ງສັກສິດທັງປວງຕັ້ງນະໂມ 3 ຈົບ) ວັນທາມິ ພຸທທັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ທັມມັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ສັງຂັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕ ວັນທາມິ ຄຸຣຸ ອຸປັສຊາຍະ ຈະຣິເຍ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ກັມມັກຖານັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ອາຣາເມ ພັທທະສີມາຍັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ເຈຕິງຍັງ ສັພພັງ ສັພພັກຖາເນສຸ ປະຕິກທິຕາ ສະຣິຣະທາຕຸ ມະຫາ ໂພທິງ ພຸທທະຣູປັງ ສະກະຣັງ ສະທາ ນາຄະໂລເກ ເທວະໂລເກພຮັມະໂລເກ ຊັມພູທິເປ ລັງກາທີເປ ສະຣິຣະ ທາຕຸໂຍອະຣະຫັນຕາ ທາຕຸໂຍ…

ອ່ານຕໍ່

ຄຳອະທິຖານກ່ອນ ແລະ ຫລັງໃສ່ບາດທຳບຸນແບບສັ້ນໆ ຈື່ງ່າຍ

ຄຳກ່າວກ່ອນໃສ່ບາດ: ຍົກອາຫານຂື້ນເໜືອຫົວແລ້ວເວົ້າວ່າ: ‘’ ສຸທິນນັງວະຕະເມ ທານັງອາສະວັກ ຊະຍາວະຫັງໂຫນຕຸ ’’ ທານທີ່ຂ້າພະເຈົ້າຖວາຍດີແລ້ວນີ້ ຈົ່ງເປັນເຄື່ອງນຳມາຊຶ່ງຄວາມສີ້ນໄປແຫ່ງອາສວະກິເລດເຖິດ. ຄຳກ່າວຫລັງໃສ່ບາດ:  ‘’ ນັຕຖິເມສາຣະນັງອັນຍັງ ສັງໂຄເມ ສາຣະນັງວະຣັງ ເອເຕນະ ສັຈຈະວັຊເຊນະ ໂສຕຖິເມ ໂຫຕຸສັພພະທາ ’’ ສະຣະນະອື່ນຂອງຂ້າພະເຈົ້າບໍ່ມີ ພຣະສົງເປັນສະຣະນະອັນປະເສີດຂອງຂ້າພະເຈົ້າ ດ້ວຍການກ່າວຄຳສັດນີ້ ຂໍໃຫ້ຂ້າພະເຈົ້າຈະເລີນໃນພຣະສາສະໜາຂອງພຣະສາສະດາ.

ອ່ານຕໍ່

ຄຳຂໍຂະມາ

ກ່ອນອື່ນວ່າ:  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (3 ຈົບ) ຕໍ່ຈາກນັ້ນກໍເວົ້າ: ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ອຸກາສະ ທະວາຣັດຕະເຍນະ ກະຕັງ ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ອຸກາສະ ຂະມາມິ ພັນເຕ ຫາກຂ້າພະເຈົ້າເຄີຍຈົ່ງໃຈ ຫລື ປະມາດພາດພັ່ງ ລ່ວງເກີນຕໍ່ກັບບິດາ-ມານດາ, ຄູບາອາຈານ, ພຣະພຸດ, ພຣະທຳ, ພຣະອະຣະຫັນທຸກພຣະອົງ, ພຣະອະຣິຍະສົງເຈົ້າ ຕະຫລອດຈົນເຖິງສິ່ງສັກສິດທັງຫລາຍ, ລວມເຖິງຜູ້ມີພະຄຸນ ແລະ ທ່ານເຈົ້າກຳ-ນາຍເວນ ຈະດ້ວຍກາຍ-ວາຈາ-ໃຈ ຂໍໄດ້ໂປດກະລຸນາອະໂຫສິກຳ ແກ່ຂ້າພະເຈົ້ານັບຕັ້ງແຕ່ນີ້ເປັນຕົ້ນໄປຕາບເທົ່າເຂົ້າສູ່ປະລິນິພານດ້ວຍເທີ້ນ.

ອ່ານຕໍ່

ຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນ

ກ່ອນອື່ນວ່າ:  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ (3 ເທື່ອ) ຕໍ່ຈາກນັ້ນກໍເວົ້າ: ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ ກຳໃດໆ ບໍ່ວ່າຈະເປັນກາຍະກຳ, ວາຈີກຳ, ມະໂນກຳ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດ ທັງໂດຍຕັ້ງໃຈ ແລະ ບໍ່ໄດ້ຕັ້ງໃຈໃນຊາດພົບໃດກໍ່ຕາມ ຂໍໃຫ້ທ່ານເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໄດ້ຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ, ຢ່າໄດ້ຈອງເວນຈອງກຳ ຕໍ່ກັນອີກເລີຍ. ແມ້ແຕ່ກຳໃດ ທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າ, ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ ເພື່ອຈະໄດ້ບໍ່ມີເວນຕໍ່ກັນຕະຫລອດໄປ. ດ້ວຍອະນິສົງແຫ່ງອະໄພຍະທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ພົ້ນຈາກຄວາມທຸກຍາກລຳບາກເຂັ້ນໃຈ, ຄວາມທຸກຢ່າໄດ້ໃກ້, ຄວາມເຈັບໄຂ້ຢ່າໄດ້ມີ, ຂໍຈົ່ງມີແຕ່ຄວາມສຸກສະຫວັດດີມີໄຊ ສະນຽດຈັ່ງໄລ ແລະ ອັນຕະລາຍທັງຫລາຍ ຈົ່ງເສື່ອມສິ້ນຫາຍໄປ, ນຶກຄິດປາດຖະໜາສິ່ງໃດ ທີ່ເປັນໄປໂດຍຊອບປະກອບດ້ວຍທຳແລ້ວ ຂໍໃຫ້ສິ່ງນັ້ນ ຈົ່ງເກີດເປັນຜົນສຳເລັດ ຜົນສຳເລັດ ຜົນສຳເລັດເທີ້ນ.

ອ່ານຕໍ່