ວິດີໂອຄະຕິທຳ-ຄຳສັ່ງສອນ-ປະຕິບັດທຳ
ເປັນຄົນຢາກໄດ້ເງິນ-ຕາຍໄປຢາກໄດ້ບຸນ
ຕອນມີຊີວິດເຮົາຢາກໄດ້ເງິນ, ຢາກໄດ້ສິ່ງທີ່ຢາກໄດ້ ແຕ່ພໍຕາຍໄປເຮົາກໍຢາກໄດ້ບຸນ, ຢາກໄດ້ທາງອອກຈາກຄວາມທຸກ. ຕອນຢູ່ເອົາແຕ່ທຳຕາມກິເລດ, ບໍ່ຮູ້ຈັກພໍ ພໍຕາຍໄປກໍກາຍເປັນເປດ ຫີວບໍ່ຮູ້ຈົບ, ຕອ້ງທ່ຽວຫາສວນບຸນຈາກຄົນເປັນ. ຈຳໄວ້ໃຊ້ຊີວິດຕອນນີ້ດ້ວຍສະຕິ ເພາະສິ່ງທີ່ເຮົາທຳວັນນີ້ຈະເປັນສິ່ງທີ່ເຮົາຕ້ອງເຈີໃນວັນສຸດທ້າຍ.
ເມື່ອກາຍດັບແລ້ວ ຈິດໄປໃສ່?
ຫລາຍຄົນກໍຍັງມີຄວາມຄິດວ່າ ການເສັຍຊິວິດ ຫລື ຕາຍໄປ ກໍໝາຍວ່າ ທຸກສິ່ງທຸກຢ່າງໄດ້ຈົບລົງໄປແລ້ວ ແຕ່ໃນທາງພຸດທະສາສະນານັ້ນ ແມ່ນພຽງແຕ່ເປັນກາຍສະຫລາຍໄປໃນຮູບແບບຂອງຂັນຫ້າ ຄື: ການສິ້ນສຸດຂອງທາດດິນ, ນ້ຳ, ລົມ ແລະ ໄຟ ທີ່ເປັນສວ່ນປະກອບຂອງຮ່າງກາຍເທົ່ານັ້ນ. ສ່ວນຈິດຈະເດີນໄປຕໍ່ຕາມບຸນຕາມກຳຂອງຄົນນັ້ນທີ່ໄດ້ສ້າງມາ. ລະອຽດເພີ່ມຕື່ມດັ່ງລຸ່ມນີ້:
ອີນຊີ 5 ແມ່ນຫຍັງ?
ອີນຊີຫ້າ ຄືທຳມະຝ່າຍດີ ທີ່ປຽບເໝືອນຜູ້ປົກຄອງ ຫລື ຮາກຖານກຳກັບຈິດ ໃຫ້ຕັ້ງໝັ່ນໃນການປະຕິບັດທຳ ເພື່ອນຳໄປສູ່ນິບພານ ປະກອບດ້ວຍ: 1. ສັດທາ, 2. ວິຣິຍະ, 3. ສະຕິ, 4. ສະມາທິ ແລະ 5. ປັນຍາ. ລາຍລະອຽດຟັງຕື່ມທາງວິດີໂອ.
ມຸງຄຸນຊີວິດ 38 ປະການ
ເປັນຫລັກທຳທາງພຣະພຸດທະສາສະນາ ທີ່ປະກອບດ້ວຍຂໍ້ປະຕິບັດ 38 ຂໍ້ ເພື່ອນຳພາຊີວິດໄປສູ່ຄວາມສຸກ, ຄວາມຈະເລີນ ແລະ ຄວາມສຳເລັດ
