ບຸນສູງສຸດໃນທາງພຸດທະສາສະນາແມ່ນຫຍັງ?

ບຸນສູງສຸດໃນທາງພຸດທະສາສະນາ ໃນຊີວິດຂອງເຮົາ ຫລາຍຄົນສະແຫວ່ງຫາບຸນ ດ້ວຍການທຳທານ ສ້າງວັດ, ເຮັດໂຮງທານ ຫລື ຖວາຍສັງຂະທານ ແຕ່ໃນທາງພຸດທະສາສະນາ ພຣະພຸຸດທະເຈົ້າຕັດໄວ້ຢ່າງຊັດເຈນວ່າ: ບຸນທີ່ຍິງໃຫ່ຍທີ່ສຸດບໍ່ແມ່ນຢູ່ກັບສິ່ງຂອງທີ່ໃຫ້ ແຕ່ຢູ່ທີ່ຈິດໃຈທີ່ໃຫ້ ແລະ ປັນຍາທີ່ເຂົ້າໃຈ. ພຣະພຸດທະເຈົ້າຊົງສອນວ່າ ບຸນມີຢູ່ 3 ປະການໃຫ່ຍໆ

ອ່ານຕໍ່

ອານຸໂມທະນາບຸນ-ອະນຸໂມທະນາບາບ

ຄຳວ່າ “ອານຸໂມ” ເປັນຄວາມປິຕິຍິນດີ, ອີ່ມເຕັມໃຈກັບຄົນອື່ນທີ່ເຫັນເຂົາໄດ້ທຳຄວາມດີ. ແຕ່ບັດນີ້ຈະມາຟັງຄວາມໝາຍຂອງວ່າ ອານຸໂມທະນາບຸນ ແລະ ອານຸໂມທະນາບາບ ມັນຕ່າງກັນຢ່າງໃດ.

ອ່ານຕໍ່

9 ວິທີທຳບູຸນໄດ້ອະນິສົງແຮງ ຕັດເຄາະໝົດໂສກ ມີຄວາມຈະເລີນກ້າວໜ້າ

ເປີດ 9 ວິທີທຳບຸນໄດ້ອະນິສົງແຮງ ສົ່ງຜົນໃຫ້ຊີວິດຮຸ່ງເຮືອງ ມີຄວາມຈະເລີນກ້າວໜ້າ ເຮັດໄດ້ເລື່ອຍໆ ເສີມດວງຊະຕາ. 1. ຖືສີນ 5: ອະນິສົງເປັນຜົນໃຫ້ເກີດຄວາມໂຊກດີ ແລະ ແກ້ເຄາະໝົດກຳໄດ້. 2. ທຳບຸນປ່ອຍສັດ: ເປັນການບໍ່ບຽດບຽນຊີວິດຜູ້ອື່ນ ສົ່ງຜົນໃຫ້ໝົດທຸກໝົດໄພ ແລະ ພົບຄວາມສຸກໃນຊີວິດ. 3. ທຳບຸນໃຫ້ທານ: ທຳທານແກ່ຄົນທຸກຫຍາກອານາຖາ ເພື່ອເປັນບຸນສົ່ງເສີມໃຫ້ຊີວິດມີໂຊກ ມີຊັບແລະເຕັມດ້ວຍບາຣະມີ ຈະມີແຕ່ຄວາມລາບລື່ນ ເລື່ອງຕິດຄັດບໍ່ມີ ຈະແຄ້ວຄາດປອດໄພ ບໍ່ມີຄຳວ່າ ບໍ່ມີ ບໍ່ໄດ້ໃນຊີວິດ. 4. ຖວາຍສັງຄະທານ: ການຖວາຍສິ່ງຂອງທີ່ຈຳເປັນແດ່ພຣະສົງ ອະນິສົງບຸນຈະສົ່ງໃຫ້ຊີວິດໝົດເຄາະໝົດໂສກ ຄວາມເປັນຢູ່ອຸດົມສົມບູນ. 5. ຕື່ມນ້ຳມັນຕະກຽງ: ເພື່ອຄວາມຮຸ່ງເຮືອງ ດັ່ງແສງສະຫວ່າງຂອງຕະກຽງທີ່ກຳລັງລຸກໂຊນ ມີແສງສະຫວ່າງຄອຍນຳທາງຊີວິດພົ້ນຈາກຄວາມມືດມິດ ມີຄວາມຄິດ ແລະ ພົບທາງອອກຢູ່ສະເໝີ.6. ຊື້ເຂົ້າສານ ນ້ຳດື່ມ ກະດານຕີສຊູ ໄປຖວາຍວັດ: ເພື່ອໃຫ້ຊີວິດມັ່ງຄັ່ງອຸດົມສົມບູນແລະພຽບພ້ອມດ້ວຍບາຣະມີ.7. ພີມໜັງສືທຳມະແຈກ: ເສີມດວງໃຫ້ມີວາດສະໜາບາຣະມີ ເພື່ອໃຫ້ປັນຫາສະຫວ່າງ ໝົດທຸກໝົດໂສກ ບໍ່ມີເຄາະຮ້າຍ. 8. ບໍລິຈາກຄ່ານ້ຳ-ຄ່າໄຟ: ຈະຊ່ວຍໃຫ້ຊີວິດລາບລື່ນ ໝົດທຸກໝົດໂສກ…

ອ່ານຕໍ່

ການທໍາບຸນແມ່ນຫຍັງ?

ເຊື່ອວ່າຊາວພຸດເກືອບທຸກຄົນ ຄົງພໍເຂົ້າໃຈກັນຢູ່ແລ້ວວ່າ ການເຮັດບຸນຄືຫຍັງ? ແລະຄົງມີພາບໃນໃຈ ເຊັ່ນ: ການໄປຕັກບາດ, ຖວາຍພັດຕາຫານໃຫ້ພຣະ, ປ່ອຍປາ, ໃຫ້ອາຫານປາ, ເຮັດບຸນບໍລິຈາກ ແລະ ອີກຫລາຍຢ່າງ. ທັງນີ້ ໃນການເຮັດບຸນທັງຫລາຍທີ່ວ່າມາ ການເຮັດບຸນແບບໃດທີ່ໄດ້ອານິດສົງແຮງ?. ຫາກຈະຕອບຄຳຖາມນີ້ໃຫ້ໄດ້ດີເຮົາກັບມາທີ່ຈຸດເລີ່ມຕົ້ນ ຫລື ຄວາມໝາຍຂອງການເຮັດບຸນກັນກ່ອນດີກວ່າ. ການເຮັດບຸນຄືຫຍັງ?.ການເຮັດບຸນ ໝາຍເຖິງ ການປະກອບໃຫ້ຄວາມດີເກີດຂຶ້ນ ຊຶ່ງມາຈາກຄຳວ່າ “ບຸນ” ທີ່ໝາຍເຖິງ ຄວາມດີ ກົງກັນຂ້າມກັບຄຳວ່າ: ບາບ. ໃນພຣະໄຕຣປິດົກໄດ້ລະບຸວິທີການເຮັດບຸນ ໄວ້ 3 ປະການນຳກັນ ໄດ້ແກ່” ທານໄມ ຫລື ການໃຫ້ທານ ໝາຍເຖິງການສະລະ, ການມອບ, ການບໍລິຈາກສິ່ງຕ່າງ ໆ ໃຫ້ກັບຜູ້ອື່ນ ຫລື ແກ່ສັດອື່ນ. ບໍ່ວ່າຈະເປັນເຮັດບຸນລ້ຽງພຣະ ການຕັກບາດ, ຖວາຍສັງຄະທານ, ການບໍລິຈາກເງິນ ຫລື ສິນຊັບ, ການເຮັດໂຮງທານ ແລະ ການບໍລິຈາກອາຫານ ເປັນຕົ້ນ. ສິນໄມ ຫລື ການຖືສິນ…

ອ່ານຕໍ່

ອານິສົງຂອງການຮັກສາອຸໂບສົດສິນ

ຈະເຫັນໄດ້ວ່າ ພຽງການຮັກສາອຸໂບສົດສິນເຄີ່່ງວັນແລະທຳດ້ວຍຄວາມເຕັມໃຈ ຍັງໄດ້ອານິສົງຂະໜາດນີ້ ແລ້ວຖ້າຜູ້ໃດໄດ້ຮັກສາສິນເປັນປະຈຳ ອານິສົງນີ້ຈະພັນລະນາຈັ່ງໃດກໍບໍ່ໝົດ ເປັນບຸນໃຫ່ຍທີ່ຈະນຳພາໃຫ້ໄດ້ສະຫວັນສົມບັດ, ວຽນວົນຢູ່ໃນສຸຂະຕິພູມເທົ່ານັ້ນ. ເມື່ອມາເກີດເປັນມະນຸດຈະມີດ້ວຍຮູບສົມບັດ, ຊັບສົມບັດ, ຄຸນສົມບັດ ໃນທີ່ສຸດກໍຈະໄດ້ນິພານສົມບັດ ເຂົ້າເຖີງຄວາມສຸກອັນເປັນອຳມະຕະ. ຜູ້ຮັກສາອຸໂບສົດສີນຈະໄດ້ຮັບອານິສົງຢ່າງຫລວງຫລາຍເກີນຄວນເກີນຄາດ ຢ່າງໜ້ອຍກໍໄດ້ 5 ອານິສົງດັ່ງນີ້ິ:       ນອກຈາກນີ້ ສິນ ຍັງເປັນບາດເບື້ອງຕົ້ນແຫ່ງສະມາທິ ທຳໃຫ້ໃກ້ຕ່ອມຣະຣົກຜົນນິບພານ  ດັ່ງນັ້ນຄົນທີ່ຕັ້ງໃຈຮັກສາສິນໄດ້ບໍລິສຸດ ກໍຈະມີຜົນຕໍ່ການນັ່ງສະມາທິໄປດ້ວຍ. ເພາະສະນັ້ນ ພຸດທະສາສະນິກາຊົນທີ່ດີ ກໍຄວນຈະຕັ້ງໃຈຮັກສາສິນໃຫ້ບໍລິສຸດ ທັງຍັງຕ້ອງເປັນກັນລະຍາມິດຊັກຊວນຄົນຮອບໆ ຂ້າງມາສະສົມບຸນໃຫ່ຍ ທີ່ເກີດຈາກການຮັກສາອຸໂບສົດສິນ ເພື່ອຟື້ນຟູວັດທະນະທໍາຊາວພຸດໃຫ້ແຂງແຮງຍິ່ງຂື້ນໄປ. ບຸກຄົນແມ້ຈະງົດງາມດ້ວຍເຄື່ອງປະດັບອັນມີຄ່າ ກໍຍັງບໍ່ງາມເທົ່າຜູ້ທີ່ມີສິນເປັນອາພອນ, ຜູ້ມີສິນຍ່ອມຕິຕຽນຕົນເອງບໍ່ໄດ້ ເມື່ອພິຈາລະນາເຖິງສິນທີ່ບໍລິສຸດ ຍ່ອມເກີດຄວາມຍິນດີທຸກເມື່ອ, ສິນຈຶ່ງເປັນຮາກຖານແຫ່ງຄວາມດີທຸກຢ່າງແລະກຳຈັດຄວາມຊົ່ວທັງປວງ.

ອ່ານຕໍ່

ອານິສົງຂອງການສ້າງແລະຖວາຍພຣະພຸທທະຮູບ

“ພຣະພຸທທະຮູບ” ພຸທທະສິລສູງຄ່າ ສັນຍາລັກຂອງອົງພຣະສຳມາສຳພຸທທະເຈົ້າ ທີ່ເຮົາທຸກຄົນຊາວພຸດກາບໄຫ້ວບູຊາ ເປັນເໝືອນດັ່ງເຄື່ອງເຕືອນໃຈ ໃຫ້ຕັ້ງມັ້ນຢູ່ໃນສິນລະທຳອັນດີງາມ ກ່ຽວກັບຄວາມເປັນມາຂອງການກຳເນີດພຣະພຸທ ທະຮູບນັ້ນ ໄດ້ມີການຄົ້ນພົບຫລັກຖານເປັນສີລວັດຖຸບູຮານ ທີ່ປະເທດອີນເດັຍ ສະໄໝພຣະເຈົ້າອະໂສກມະຫາລາດ ຊື່ງເປັນອົງຊົງເຫລື່ອມໃສໃນພຸທທະສາສະນາຫລາຍຈົນຖືເປັນສາສະນາປະຈຳຊາດ ແຕ່ສະໄໝນັ້ນ ຍັງບໍ່ທັນມີ ພຣະພຸທທະຮູບທີ່ຈະໃຊ້ເປັນການເຄົາລົບບູຊາ ມີພຽງແຕ່ປູຊະນີຍະວັດຖຸທີ່ສ້າງໄວ້ ເພື່ອເປັນການສັກກະລະແທນ ເຊັ່ນ: ພຣະທັມມະຈັກ ແລະ ກວາງມອບ ເປັນຕົ້ນ. ຕໍ່ມາພາຍຫລັງທີ່ພຣະພຸທທະເຈົ້າດັບຂັນທະປະຣິນິພານແລ້ວ ຈຶ່ງໄດ້ມີການສ້າງພຣະພຸທທະຮູບຂື້ນ ໂດຍໃນຄັ້ງທຳອິດນັ້ນເປັນສີມືຂອງຊ່າງ ຊາວເກຼັກ ຊຶ່ງເປັນຊົນຊາດທີ່ເຂົ້າມາຢືດຄອງອີນເດັຍ ຈາກການ ລ່າອະນິຄົມຂອງພຣະເຈົ້າອະເລັກຊານເດີ ມະຫາລາດ ຊາວເກຼັກ ເປັນຜູ້ມີຄວາມຊ່ຽວຊານ ໃນການສ້າງຜົນງານດ້ານປະຕິນະກຳ ເປັນຮູບເທພພຣະເຈົ້າຕ່າງໆ. ເມື່ອມາຢູ່ອີນເດັຍ ເກີດມີຄວາມເຫລື່ອມໃສໃນພຸທທະສາສະນາ ຈື່ງສ້າງພຣະພຸທທະຮູບ ທີ່ເປັນຕົວແທນຂອງພຣະພຸທທະອົງຂື້ນມາ ເພື່ອສັກກະລະບູຊາ. ການສ້າງພຣະພຸທທະຮູບມີສອງຂະໜາດ: ພຣະພຸທທະຮູບຂະໜາດໃຫ່ຍ ແລະ ຂະໜາດນ້ອຍ. ພຣະພຸທທະຮູບທີ່ມີຂະໜາດໜ້າຕັກ 20 ນີ້ວຂື້ນໄປ ຈັດວ່າເປັນພຣະພຸທທະຮູບຂະໜາດໃຫ່ຍ ໂດຍສ່ວນໃຫ່ຍສ້າງເປັນພຣະປະທານໃນໂບດ ຫລື ວິຫານ ພຣະພຸທທະຮູບປາງຕ່າງໆ ແຕ່ກວ່າຈະອອກມາເປັນພຣະພຸທທະຮູບ ໃຫ້ເຮົາໄດ້ກາບໄຫວ້ບູຊາ ຕ້ອງໃຊ້ເວລາເປັນເດືອນເປັນປີ. ອານິສົງຂອງການຈັດສ້າງພຣະພຸທທະຮູບ…

ອ່ານຕໍ່

ອານິສົງຂອງການຟັງທຳມະ

ສະຫຼຸບແລ້ວ ອະນິສົງຈາກການຮັບຟັງທຳ 5 ຂໍ້ນີ້ ບັງເກີດແກ່ຜູ້ຕັ້ງໃຈຟັງທຳມະ ທີ່ສະແຫວງຫາຄວາມຫລຸດພົ້ນຈາກຄວາມທຸກ ຈະໄດ້ຮັບຜົນຢ່າງເຕັມທີ່ ຫາກຜູ້ຟັງໄດ້ຕັ້ງໃຈຟັງດ້ວຍຄວາມເຄົາລົບ,  ມີສະຕິພິຈະລະນາຕາມກະແສທຳ ທີ່ທ່ານໄດ້ສະແດງນັ້ນ ດັ່ງພຸດທະພົດທີ່ວ່າ: ຜູ້ຟັງດ້ວຍດີຍ່ອມໄດ້ປັນຍາ.

ອ່ານຕໍ່

ການທຳບຸນ

ພຣະພຸທທະສາສະນາ ບັນຍັດເລື່ອງການທຳບຸນໄວ້ມີ 3 ປະເພດ: ການທຳບຸນທັງສາມປະເພດນີ້ ຄືການທຳບຸນງ່າຍໆ, ທຳບຸນເຫັນຜົນທັນຕາ ເພາະຊ່ວຍໃຫ້ຈິດໃຈສະຫງົບ, ຊ່ວຍຕັດຕົ້ນເຫດແຫ່ງທຸກ, ຈິດໃຈຈິ່ງແຈ່ມໃສ ແລະ ເບີກບານ ຊຶ່ງເປັນຜົນທີ່ເຫັນໄດ້ແບບທັນທີເມື່ອເຮົາຄິດດີ, ເວົ້າດີ ແລະ ໝັ່ນບໍລິຫານຈິດໃຈໃຫ້ຕັ້ງຢູ່ໃນຄວາມບໍລິສຸດ. ການທຳບຸນແບບໃດໄດ້ອະນິສົງແຮງ ເຊື່ອວ່າຫລາຍໆ ຄົນຄົງເຄີຍມີຄຳຖ່າມທີ່ວ່າ ທຳບຸນອັນໃດ ທຳບຸນແບບໃດໄດ້ອະນິສົງແຮງ? ການທຳບຸນທີ່ດີທີ່ສຸດ ຄືການທຳບຸນທີ່ບໍ່ບຽດບຽນຕົນເອງ, ບໍ່ບຽດບຽນຄົນອື່ນ ບໍ່ວ່າຈະເລື່ອກທຳບຸນດ້ວຍວິທີໃດ ກໍຢ່າລື່ມວ່າ ການທຳບຸນທີ່ດີທີ່ສຸດ ຄືການທຳບຸນທີ່ຕົນເອງບໍ່ເດືອດຮ້ອນ ຢູ່ໃນຂອບເຂດທີ່ຕົນເອງສາມາດທຳບຸນໄດ້ ໂດຍບໍ່ບຽດບຽນຊັບຂອງຕົນເອງ ແລະ ຂອງຄົນອື່ນ. ທີ່ສຳຄັນການທຳບຸນທີ່ຖືກວິທີ ຍັງຕ້ອງປະກອບດ້ວຍປັດໃຈອື່ນໆ ຄື: ຊັບສິນ ຫລື ສິ່ງຂອງທີ່ໄດ້ມາຕ້ອງໄດ້ມາໂດຍສຸດຈະຣິດ ບໍ່ໄດ້ໄປບຽດບຽນຜູ້ໃດມາ ແລະ ການທຳບຸນຕ້ອງທຳດ້ວຍໃຈບໍລິສຸດ ເຕັມໃຈ ບໍ່ຝຶນທຳ ຈຶ່ງຈະເປັນການທຳບຸນທີ່ໄດ້ອະນິສົງແຮງ ແລະ ຊ່ວຍໃຫ້ຈິດໃຈສະຫງົບບໍລິສຸດຢ່າງແທ້ຈິງ.

ອ່ານຕໍ່