ອານິສົງ 9 ຂໍ້ຂອງການໃສ່ບາດຕອນເຊົ້າ ທີ່ຫລາຍຄົນຍັງບໍ່ຮູ້!!!

1. ການໃສ່ບາດທຸກວັນ ຍ່ອມໄດ້ຮັບອານິສົງໃຫ້ເປັນທີ່ຮັກຂອງທຸກຄົນ ລວມທັງສົ່ງຜົນໃຫ້ມີສະຕິປັນຍາດີ ເມື່ອຕາຍແລ້ວຍ່ອມເຂົ້າສູ່ສຸຄະຕິໂລກສະຫວັນ. 2. ການໃສ່ບາດທຸກວັນ ເຮັດໃຫ້ຈິດໃຈເກາະຢູ່ກັບຄວາມດີ 3. ເປັນການບັນເທົາຄວາມເຫັນແກ່ຕົວ ສ້າງໃຈໃຫ້ເເປັນສຸກ ແລະ ສ້າງສັງຄົມໃຫ້ຮົ່ມເຢັນ 4. ເປັນການຕໍ່ບຸນຕໍ່ລາບໃຫ້ກັບຕົນເອງ 5. ເພື່ອເປັນການອຸທິດສ່ວນກຸສົນໃຫ້ແກ່ບຸກຄົນອັນເປັນທີ່ຮັກ ທີ່ລ່ວງລັບໄປແລ້ວ ອັນເປັນການສະແດງຄວາມກະຕັນຍູຕໍ່ຜູ້ມີພະຄຸນ. 6. ເປັນການຮັກສາຂະນົບທຳນຽມປະເພນີ ແລ ະວັດທະນະທໍາອັນດີງາມຂອງເຮົາເອົາໄວ້ ເພື່ອຄວາມງົດງາມ ແລະ ມີສະເໜ່ອັນເປັນເອກະລັກຂອງຊາດ. 7. ເປັນແບບຢ່າງຈາກການສົ່ງຕໍ່ຄວາມດີຂອງຮຸ່ນສູ່ຮຸ່ນຄົນ ເພື່ອໃຫ້ລຸກຫລານມີແບບຢ່າງໃນການທຳຄວາມດີສຶບຕໍ່ໄປ. 8. ເປັນການສືບຕໍ່ອາຍຸຂອງພຣະພຸດທະສາສະນາ ເພາະພຣະສົງສະມາເນນ ຕ້ອງຢູ່ໄດ້ດ້ວຍການບິນບາດລ້ຽງຊີບ, ຖ້າບໍ່ມີໃຜໃສ່ບາດກໍ່ບໍ່ມີອາຫານ ເມື່ອບໍ່ມີອາຫານກໍບໍ່ອາດດຳລົງຊີວິດຢູ່ໄດ້ ແລະ ພຣະພຸດທະສາສະນາກໍ່ສິ້ນສຸດລົງໃນຍຸກປະຈຸບັນ. 9. ການໃສ່ບາດເປັນການສ້າງຄວາມປອງດອງໃຫ້ກັບຊາວພຸດ ເປັນການຢຸດຕິວິກິດຄວາມສັດທາ ເພາະຊາວພຸດທຸກບ້ານ ພ້ອມພຽງກັນໃສ່ບາດ ຈະເກີດເປັນພະລັງແຫ່ງຄວາມສາມັກຄີຂື້ນ, ເຊິ່ງພະລັງນີ້ຈະຊ່ວຍສ້າງສັງຄົມໃຫ້ເກີດຄວາມສະຫງົບສຸກ ດັ່ງທີ່ພຣະພຸດທະເຈົ້າຕັດວ່າ: “ຄວາມສາມັກຄີຂອງໝູ່ຄະນະ ຍ່ອມທຳໃຫ້ເກີດຄວາມສຸກ” ເຮັດໃຫ້ຊາວພຸດ ມີຄວາມເຂັ້ມແຂງ ແລະ ຈະສາມາດສ້າງກອບອັນດີງາມ ໃຫ້ແກ່ພິຂຸສາມະເນນທັງຫລາຍ ບໍ່ໄດ້ອອກນອກລູ່ນອກທາງໄດ້. ໃນເມື່ອຮູ້ປະໂຫຍດເຮັດບຸນໃສ່ບາດໃນຕອນເຊົ້າແລ້ວນັ້ນ ເອົາເປັນວ່າໃຜທີ່ຍັງບໍ່ທັນເຄີຍລອງ…

ອ່ານຕໍ່

 ອະນິສົງຂອງການຖວາຍຢາປີ່ນປົ່ວພະຍາດ

ການຖວາຍຢາປີ່ນປົ່ວພະຍາດ ເປັນບຸນໃຫຍ່ທີ່ຄວນເຮັດເປັນຢ່າງຍິ່ງ  ເພາະການຖວາຍຢາໃຫ້ບຸນຫລາຍ. ຖ້າຜູ້ໃດບໍ່ຢາກເຈັບໄຂ້ໄດ້ປ່ວຍ ຫລື ບໍ່ຢາກທໍລະມານຈາກການເປັນພະຍາດທີ່ຮ້າຍແຮງ ຄວາມສ້າງບຸນນີ້ໃຫ້ເປັນອາຈິດສກຳ ຫລື ທຳບຸນປະເພດນີ້ເລືື່ອຍໆ. ດັ່ງເລື່ອງຄວາມເປັນມາຂອງ ພຣະພາກຸນເຖຣະ ພຣະອະຣະຫັນຜູ້ເປັນເລີດທີ່່ມີອາພາດໜ້ອຍ (ເຈັບໄຂ້ໜ້ອຍ) ເພາະອາດີດຊາດ ທ່ານໄດ້ຖວາຍຢາແກ່ ພຣະສໍາມາສໍາພຸດທະເຈົ້າ ອະໂນມທັສສີ ແລະ ຖວາຍຢາແກ່ ຄະນະພິຂຸສົງໃນຍຸກຂອງ ພຣະວິປັສສີພຸດທະເຈົ້າ. ດ້ວຍເຫດນີ້ ບຸນຈຶ່ງສົ່ງຜົນໃຫ້ພຣະພາກຸນເຖຣະ ມີອາຍຸຍືນຍາວເຖິງ 160ປີ, ບໍ່ອາພາດ ຫລື ບໍ່ປວ່ຍໄຂ້ເລີຍ ຊຶ່ງເອື່ອອໍານວຍຕໍ່ການປະຕິບັດທໍາມະຂອງທ່ານຢ່າງຫລວງຫລາຍ. ອີກທັງອານິສົງຈາກການຖວາຍຢາປີ່່ນປົວພະຍາດ ຍັງມີປະກົດຊັດແຈ້ງຢູ່ໃນ ພຣະໄຕປີດົກ ເຫລັ້ມ 32, ພຣະສຸດຕັນຕະປິດົກ ເຫລັ້ມ 24, ຂຸດທົກນິກາຍ ອະປະທານ ພາກ 1 ປິລິນທະວັກທີ 40, ປິລິນທະວັຈສເຖຣາປະທານທີ 1 (391). ຊຶ່ງຈະຂໍແບ່ງເປັນຂໍ້ໆ ລຸ່ມນີ້. ອະນິສົງ 10 ປະການຈາກການຖວາຍຢາປີ່ນປົ່ວພະຍາດ ຂໍ້ມູນຈາກເວບໄຊ https://www.kalyanamitra.org/

ອ່ານຕໍ່

ຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ

ຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ       ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈໍາພວກ ເທພ ເທິງສວັນຊັ້ນຟ້າ. ຍອດຊໍ່ຟ້າ ເປັນຈຸດສູງສຸດຂອງສີມ ເປັນເຄື່ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສະນາ. ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ, ສີມາ, ວິຫານ ແລະ ສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ.       ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນ ແລະ ຮູບຮ່າງໜ້າຕາຍອດຊໍ່ຟ້າກໍມີຕ່າງໆ ກັນ ແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ: ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼື ເປັນສັດຫິມະພານກໍໄດ້ ຢ່າງໃດກໍຕາມມີຄົນພຍາຍາມອະທິບາຍຮູບລັກສະນະ ແລະ ຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້:       ສະລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກ ເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດຂື້ນໃນຣະບົບພູມຈັກວານກ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕບົນໂລກ       ໃນສມັຍຫນຶ່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາຣະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປະໂຫຍດຈຳນວນ 33 ຄົນ…

ອ່ານຕໍ່