7 ສິ່ງທີ່ພຣະພຸດທະເຈົ້າບໍ່ເຄີຍສັ່ງສອນ

2. ການເຊື່ອຢ່າງໄຮ້ເຫດຜົນ ຫລື ການເຊື່ອແບບງົມງາຍ ພຣະອົງເນັ້ນໃຫ້ເກີດປັນຍາ ພິສູດດ້ວຍຕົນເອງກ່ອນເຊື່ອ 3. ການເພີ່ງພາໄຊຍະສາດ-ໂຫລາສາດ, ການດູດວງ ຫລື ເຊື່ອເຄື່ອງລາງຂອງຂັງ. 4. ການບູຊາເທບພະເຈົ້າອົງອື່ນ ຫລືສິ່ງສັກສິດນອກແນວທາງ ເພື່ອຫວັງຄວາມຫລຸດພົ້ນ. 5. ການທໍລະມານຕົນເອງຢ່າງສຸດຕົງ ຫລື ການບຳເພັນກິລິຍາທີ່ໄຮ້ປະໂຫຍດ, ພຣະອົງສອນທາງສາຍກາງ. 6. ການຢຶດຕິດໃນພິທີກຳ ເພື່ອຫວັງຜົນບຸນຫລືຄວາມຂັງ. 7. ຄວາມເຊື່ອເລື່ອງຜູດຜີວິຍານ ທີ່ວຽນວ່າຍຕາຍເກີດ.

ອ່ານຕໍ່

ບຸນ-ກຳນຳພາຊີວິດ

ຄົນເຮົາເກີດມາມີອາຍຸຍື່ນຍົງ ເພາະບໍ່ປົດປົງຊີວິດສັດ, ເກີດມາລ່ຳລວຍຊັບ ເພາະຊອບໃຫ້ທານ, ເກີດມາມີຍົດຖາບັນດາສັກ ເພາະບໍ່ອິດສາ, ເກີດມາມີຮູບຮ່າງງາມໂສພາ ເພາະບໍ່ຂີີ້ໂກດ, ເກີດມາບໍ່ມີໂລກໄພໃຫ້ທຸກໃຫ້ໂທດເພາະບໍ່ມັກທໍລະມານສັດ, ເກີດມາມີຊື່ສຽງບໍ່ວິບັດເພາະຊອບຮັກສາສິນ, ເກີດມາບໍ່ຖືກຄະດີໂທດ ເພາະບໍ່ໃສ່ຮ້າຍປາຍສີຜູ້ອື່ນ, ເກີດມາມີບໍລິວານຕາກຕື່ນ ກໍເພາະວ່າມີເມດຕາ, ເກີດມາມີປັນຍາ ເພາະຊອບຟັງເທດຟັງທຳ.

ອ່ານຕໍ່

ເມື່ອກາຍດັບແລ້ວ ຈິດໄປໃສ່?

ຫລາຍຄົນກໍຍັງມີຄວາມຄິດວ່າ ການເສັຍຊິວິດ ຫລື ຕາຍໄປ ກໍໝາຍວ່າ ທຸກສິ່ງທຸກຢ່າງໄດ້ຈົບລົງໄປແລ້ວ ແຕ່ໃນທາງພຸດທະສາສະນານັ້ນ ແມ່ນພຽງແຕ່ເປັນກາຍສະຫລາຍໄປໃນຮູບແບບຂອງຂັນຫ້າ ຄື: ການສິ້ນສຸດຂອງທາດດິນ, ນ້ຳ, ລົມ ແລະ ໄຟ ທີ່ເປັນສວ່ນປະກອບຂອງຮ່າງກາຍເທົ່ານັ້ນ. ສ່ວນຈິດຈະເດີນໄປຕໍ່ຕາມບຸນຕາມກຳຂອງຄົນນັ້ນທີ່ໄດ້ສ້າງມາ. ລະອຽດເພີ່ມຕື່ມດັ່ງລຸ່ມນີ້:

ອ່ານຕໍ່

ພົມວິຫານສີ່ຄືຫລັກທຳຄອງໃຈ

ພົມວິຫານສີ່ ຄືຫລັກທຳຄອງໃຈທີ່ທຳໃຫ້ຄົນເຮົາປະຕິບັດໃນທາງປະເສີດທັງຕໍ່ຕົນເອງແລະຜູ້ອື່ນ. ພົມວິຫານສີ່ປະກອບໄປດ້ວຍ: ເມດຕາ, ກະລຸນາ, ມຸທິຕາ ແລະ ອຸເປກຂາ.1. ເມດຕາ ຄື ການປາຖະໜາໃຫ້ຜູ້ອື່ນມີຄວາມສຸກ2. ກະລຸນາ ຄືມີຄວາມປາດຖະໜາໃຫ້ຜູ້ອື່ນພົ້ນທຸກ3. ມຸທິຕາ ຄືຍິນດີທີ່ເຫັນຜູ້ອື່ນໄດ້ດີ4. ອຸເປກຂາ ຄືການທຳໃຈໃຫ້ເປັນກາງ, ຮູ້ຈັກປ່ອຍຈັກວາງຫລື ວາງເສີຍ

ອ່ານຕໍ່

ວິທີປົງ (ສະແດງ) ອາບັດຂອງພຣະພິກຂຸເມື່ອໄດ້ລະເມີດພຣະວິໃນ

ດັ່ງທີ່ເຮົາຊາບແລ້ວວ່າ ພຣະພິຂຸສົງແມ່ນຖືສິນ 227 ຂໍ້ ເຊັ່ນ: ຫ້າມສັນອາຫານຫລັງຈາກ 12 ໂມງທ່ຽງຈົນຮອດມື້ຟ້າແຈ້ງສະຫວ່າງຂອງວັນທັດໄປ, ຫ້າມກິນອາຫານຄ້າງຄືນ, ຫ້າມຮັບເງິນຄຳ, ຫ້າມລັກ, ຫ້າມຖົ່ມນ້ຳລາຍໃສ່ຫຍ້າຂຽວ, ຫ້າມຢືນຖ່າຍເບົາແລະຖ່າຍໜັກ, ຫ້າມລົມກັນໃນເວລາສັນອາຫານ, ຫ້າມສັນເຂົ້າຄຳໃຫ່ຍ, ຫ້າມຍໍ້າອາຫານດັງສຽງ … ເປັນຕົ້ນ. ດັ່ງນັ້ນແຕ່ລະວັນອາດຈະມີການທຳຜິດພຣະວິໃນໄດ້ ແລະ ຕ້ອງໄດ້ສະແດງອາບັດລະຫວ່າງພຣະຕໍ່ພຣະ (ຖ້າບໍ່ປົງອາບັດຈະມີກຳຕິດຕົວແລະເຖິງຂັ້ນຕົກນາລົກອະເວຈີ ຫລື ຜິດຕາມຄວາມຜິດນັ້ນໆ). ວິທີການແມ່ນຜູ້ພັນສາອອ່ນປົງອາບັດກັບຜູ້ພັນສາແກ່, ໂດຍຜູ້ພັນສາແກ່ນັ່ງແລະປະນົມມືນົບ ແລະ ຜູ້ພັນສາອອ່ນປະນົມມືນົບແລະກາບຈຸພື້ນຕໍ່ໜ້າອົງແກ່. ການປະຕິບັດແມ່ນປ່ຽນກັນກ່າວດັ່ງນີ້: ພັນສາອ່ອນວ່າ: ສັພພາຕາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ) ສັພພາຄະ ຣຸລະຫຸກາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ) ອະຫັງ ພັນເຕ ສັມພະຫຸລາ ນານາວັດຖຸກາໂຍ ອາປັດຕິໂຍ ອາປັຊຊິງ ຕາຕຸມຫະມູເລ ປະຕິເທເສມິ. ພັນສາແກ່ຮັບວ່າ: ປັສສະສິ ອາວຸໂສ ຕາອາປັຕຕິໂຍ…

ອ່ານຕໍ່

ຄຳອາຣາທະນາເທດ

ພຣັມມາ ຈະ ໂລກາທິປະຕິ ສະຫັມປະຕິ ກັຕອັນຊະລີ ອັນທິວະຣັງ ອະຍາຈະຖະ ສັນຕີທະ ສັຕຕາປປະຣະຊັກຂະຊາຕິກາ ເທເສຕຸ ທັມມັງ ອະນຸກັມປີມັງ ປະຊັງ (ອີມັງ ທັມມະເທສະນັງ ພຸທທະປັນຍັຕຕັງ ສຸນາມິ)

ອ່ານຕໍ່

ມົງຄົລຈັກກະວານນ້ອຍ

ສັພພະພຸທທານຸພາເວນະ ສັພພະທັມມານຸພາເວນະ ສັພພະສັງຄານຸພາເວນະ ພຸທທະຣະຕະນັງ ທັມມະຣະຕະນັງ ສັງຄະຣະຕະນັງ ຕິນນັງຣະຕະນານັງອານຸພາເວນະ ຈະຕຸຣາສີ ຕິສະຫັສສະທັມມັກຂັນທານຸພາເວນະ ປິຕະກັຕຕະຍານຸພາເວນະ ຊິນະສາວະການຸພາເວນະ ສັພເພເຕໂຣຄາ ສັພເພເຕພະຍາ ສັພເພເຕອັນຕະຣາຍາ ສັພເພເຕອຸປັທທະວາ  ສັພເພເຕທຸນນິມິຕຕາ ສັພເພເຕອະວະມັງຄະລາວິນັສສັນຕຸ ອາຍຸວັທທະໂກ ທະນະວັທທະໂກ ສິຣິວັທທະໂກ ຍະສະວັທທະໂກ ພະລະວັທທະໂກ ວັນນະວັທທະໂກ ສຸຂະວັທທະໂກ ໂຫຕຸ ສັພພະທາ ທຸກຂະໂຣຄະພະຍາ ເວຣາ             ໂສກາ  ສັຕຕຸ ຈຸປັທທະວາ ອະເນກາ ອັນຕະຣາຍາປີ               ວິນັສສັນຕຸ ຈະ ເຕຊະສາ ຊະຍະສິທທິ ທະນັງ ລາພັງ             ໂສຕຖິ ພາຄະຍັງ ສຸຂັງ ພະລັງ ສິຣິ ອາຍຸ ຈະ ວັນໂນ ຈະ              ໂພຄັງ ວຸທທີ ຈະ ຍະສະວາ ສະຕະວັສສາ ຈະ…

ອ່ານຕໍ່