ຈະຕຸມມະຫາລາສິກາ
(ບົດສູດນີ້ໃຊ້ສູດໃນງານອະພິທຳສົບ ຮ່ວມກັບບົດສູດມາຕິກາ ທີ່ແຂວງບໍລິຄຳໄຊ.) ຈະຕຸມມະຫາລາສິກາ ພູມມານັງ ເທວານັງ ສັທທັງສຸຕວາ
(ບົດສູດນີ້ໃຊ້ສູດໃນງານອະພິທຳສົບ ຮ່ວມກັບບົດສູດມາຕິກາ ທີ່ແຂວງບໍລິຄຳໄຊ.) ຈະຕຸມມະຫາລາສິກາ ພູມມານັງ ເທວານັງ ສັທທັງສຸຕວາ
“ຖ້າເຮົທຳຄວາມດີຕາຍໄປຈະໄດ້ຂື້ນສະຫວັນ ແຕ່ຖ້າກະທຳຊົ່ວຈະຕ້ອງຕົກນາລົກ” ແນວຄິດເຮື່ອງສະຫວັນແລະນາລົກ ເປັນໜຶ່ງແນວຄິດຄວາມເຊື່ອທີ່ຄຸ້ນເຄີຍຊື່ງຖືກແອບແຝງໃນພຸດທະສາສະນາ ເພື່ອສັງສອນແລະເຕືອນໃຈ ເພື່ອບໍ່ໃຫ້ຄົນປະພຶດຜິດຈາກສີນແລະຜິດຈາກຫລັກຄຳສອນ. ພົດຈະນານຸກົມຣາຊະບັນດິດສະຖານ ໄດ້ໃຫ້ຄວາມໝາຍຂອງ “ສະຫວັນ” ໄດ້ວ່າ ໂລກຂອງເທວະດາ ເມືອງຟ້າ ອາດຈະໝາຍຄວາມວ່າ “ສະຫວັນ” ຢູ່ເທິ່ງຊັ້ນຟ້າແລະເປັນທີ່ພໍານັກຂອງເທວະດາ ຊຶ່ງໜັງສືໄຕຣພູມພຣະຣ່ວງ ໄດ້ອະທີິບາຍວ່າ: ສະຫວັນມີຢູ່ 6 ຊັ້ນ ທັງໝົດນີ້ເອີ້ນວ່າ: “ສະກາມາພະຈອນ”, ມີດັ່ງນີ້: ຊັ້ນທີ 1 ຊື່ວ່າ: ຈາຕຸມາຫາຣາຊິກາ ເປັນຊັ້ນຢູ່ຮອບເຂົາພຣະສຸເມນ ແບ່ງອອກເປັນ 4 ອານາບໍລິເວນຄື: ເຂດການປົກຄອງຄົນທັນ ຍັກ ນາກແລະກຸມພາ ເທວະດາຊັ້ນນີ້ຈະມີອາຍຸ 500 ປີທິບ ຫລື 9ລ້ານປີມະນຸດ ມີທ້າວຈະຕຸໂລກບານທັງສີ່ ຄື: ທ້າວທະຕະຣົດ, ທ້າວວິຣຸນຫົກ, ທ້າວວິຣູປັກແລະທ້າວກຸເວນ ເປັນຈອມເທບໃນທິດຂອງຕົນ. ຊັ້ນທີ 2 ຊື່ວ່າ: ດາວວດຶງ ເປັນສະຫວັນຊັ້ນທີ່ຢູ່ຂອງພຣະອິນ ຫລື ທ້າວສັກກະ ເປັນຈອມເທບ ມີບໍລິວານອີກ 32…
ຈູດທູບ 1 ດອກ: ໄຫ້ວສົບຄົນຕາຍ ເຈົ້າທີ່ ວິນຍານທຳມະດາທີ່ບໍ່ແມ່ນເທບຈູດທູບ 2 ດອກ: ໃຊ້ບູຊາເຈົ້າທີ່ຈູດທູບ 3 ດອກ: ໃຊ້ບູຊາພຣະພຸດ ພຣະທຳ ພຣະສົງຈູດທູບ 5 ດອກ: ໃຊ້ບູຊາພຣະຣັຕະນະໄຕຣ ແລະ ທິດທັງຫ້າ ສານພຣະພູມຈູດທູບ 7 ດອກ: ໄຫ້ວພຣະພົມ ບູຊາພຣະອາທິດ ຖືຄະຕິຄຸ້ມຄອງທັງ 7 ວັນໃນສັບປະດາຈູດທູບ 8 ດອກ: ບູຊາເທບພະເຈົ້າຂອງຊາວອີນດູຈູບທູບ 9 ດອກ: ບູຊາແກ້ວ 9 ປະການ ພຣະພຸດທະຄຸນທັງ 9 ແລະ ເທວະຮັກຈູດທູບ 10 ດອກ: ໃຊ້ບູຊາເຈົ້າທີ່ ຕາມຄວາມເຊື່ອຂອງຊາວຈີນບາງກຸ່ມຈູບທູບ 12 ດອກ: ບູຊາເຈົ້າແມ່ກວນອີມ ບູຊາພຣະຄຸນຂອງແມ່ຈູດທູບ 16 ດອກ: ບູຊາເທບຊັ້ນຄູ ຫລື ພິທີກາງແຈ້ງ ທີ່ມີການອັນເຊີນເທວະດາ ທີ່ສຳຄັນໝາຍເຖິງສະຫວັນ 16ຊັ້ນຈູດທູບ…