ປະຫວັດຂອງພຣະສີວະລີ

ພຣະສີວະລີ ເປັນໂອຣົສຂອງພຣະນາມສຸບປະວາສາ ຣາຊທິດາແຫ່ງໂກລິຍະນະຄອນ ຕັ້ງແຕ່ທ່ານຈຸຕິລົງມາເກີດໃນຄັນຂອງພຣະມານດາ ໄດ້ເຮັດໃຫ້ລາບສັກກາຣະ ເກີດຂຶ້ນແກ່ພຣະມານດາເປັນອານັນ ທ່ານອາໄສຢູ່ຄັນຂອງພຣະມານດາ ດົນເຖິງ 7 ປີ 7 ເດືອນ 7 ວັນ ເມື່ອເຖິງເວລາຈະປະສູດ ພຣະມານດາ ໄດ້ຮັບທຸກຂະເວທະນາຢ່າງແຮງກ້າ ພຣະນາງຈຶ່ງຂໍໃຫ້ພຣະສາມີໄປຂາບບັງຄົມທູນຂໍພຣະພອນ ຈາກພຣະສັມມາສັມພຸທທະເຈົ້າ ແລະ ພຣະອົງກໍ່ຊົງຕັດປະທານພອນແກ່ພຣະນາງວ່າ : “ ຂໍພຣະນາງສຸບປະວາສາ ພຣະຣາຊທິດາແຫ່ງພຣະເຈົ້າໂກລິຍະ ຈົ່ງຜູ້ມີຄວາມສຸຂ ປຣາສະຈາກໂຣຄາພະຍາດ ປະສູດພຣະຣາຊະໂອຣັສເປັນຜູ້ປຣາສະຈາກໂຣຄ ” ດ້ວຍອໍານາດແຫ່ງພຣະພຸທທານຸພາບ ທຸຂເວທະນາຂອງພຣະນາງ ກໍ່ອັນຕະທານຫລາຍໄປ ພຣະນາງປະສູດພຣະຣາຊະໂອຣົສຢ່າງງ່າຍດາຍ ເຫມືອນນ້ຳໄຫລອອກຈາກຫມໍ້ ບັນດາພຣະຍາຕິວົງທັງຫລາຍ ຈຶ່ງໄດ້ຂະໜາດນາມພຣະໂອຣົສຂອງພຣະນາງສຸບປະວະສາວ່າ: ສີວະລີກຸມມານ ເມື່ອພຣະນາງມີພຣະວໍຣະກາຍທີ່ແຂງແຮງດີແລ້ວ ຈຶ່ງມີພຣະປະສົງທີ່ຈະຖວາຍທານ ຕິດຕໍ່ກັນເປັນເວລາ 7 ວັນ ຈຶ່ງບອກຄວາມປະສົງແກ່ສາມີໃຫ້ຂາບອະຣາດທະນານິມົນ ພຣະສັມມາສັມພຸທທະເຈົ້າ ພ້ອມດ້ວຍພຣະພິຂຸສົງສາວົກ ມາຮັບມະຫາທານ ແລະ ອາຫານບິນທະບາຕ ໃນຄັ້ງນີ້ ຕະຫລອດ 7 ວັນ ໃນວັນຖວາຍມະຫາທານນັ້ນ ສີວະລີກຸມມານ ມີພຣະວໍຣະກາຍທີ່ເຂັ້ມແຂງ ປຽບດັ່ງຜູ້ມີພະຊົນ…

Read More

ສາສະໜາພຸດ (ພຸດທະສາສະນາ)

ພຸດ​ສາສະນາ​ກຳ​ເນີດ​ຂຶ້ນ​ທີ່​ປະເທດ​ອິນ​ເດຍ​ ເມື່ອປະມານກ່ອນ ຄ.ສ 543​ ປີ​ ເກີດ​ຂຶ້ນ​ໃນ​ຍຸກ​ທີ່​ກຳ​ລັງ​ມີ​ການສະແຫວງຫາວິທີການດັບ​ທຸກ​ກັນ​ຢູ່​ທົ່ວໄປ​ ໂດຍ​ຜູ້ສົນ​ໃຈໃນ​ຍຸກ​ນັ້ນ​ຈະ​ນັບ​ຖື​ສາສະນາ​ພຣາມ​ກັນ​ຢູ່​ໂດຍ​ສ່ວນຫລາຍ​ 2.  ​ ສິ່ງທີ່​ເຄົາລົບ​ສູງ​ສຸດ​ ພຸດ​ທ​ສາສະນາ ​ເປັນ​ສາດສະຫນາ​ປະ​ເພດ​ອ​ະເທວ​ະນິຍົມ​ ຄື​ບໍ່​ຍອມ​ຮັບ​ວ່າ​ມີ​ເທບພະ​ເຈົ້າ​ໃດ​ໆ​ ວ່າ​ມີ​ອຳນາດ​ສູງ​ສຸດ​ແຕ່​ຈະ​ຍອມ​ຮັບ​ກົດ​ທຳມະຊາດ ​(ທໍາມະ​ ຫລື ​ທັມ​) ວ່າ​ເປັນ​ສິ່ງ​ສູງ​ສຸດ​ທີ່​ມີ​ລັກສະນະ​ຄ້າຍ​ກັບ​ພະ​ເຈົ້າ​ຂອງ​ສາດສະຫນາ​ປະ​ເພດ​ເທວະ​ນິຍົມ​. 3.  ສາດສະ​ດາ​ ສາດສະ​ດາ​ຄື​ ພະ​ພຸດ​ທະ​ເຈົ້າ​ຊຶ່ງ​ເດີມ​ຄື​: ເຈົ້າ​ຊາຍ​ສິດ​ທັດ​ຖະ​ ທີ່​ອອກ​ບວດ​ຄົ້ນ​ຫາ​ສັຈຈະທັມ ຈົນກະທັ້ງ​ໄດ້​ຄົ້ນ​ພົບ​ຄວາມ​ຈິງ​ຂອງ​ທຳມະຊາດ​ໃນ​ເລື່ອງ​ການ​ດັບ​ທຸກ​ຂອງ​ຈິດ​ໃຈ ​ຕາມ​ຫຼັກ​ເຫດຜົນ ​(ຫລື ​ຕາມ​ຫຼັກ​ວິທະຍາ​ສາດ​) ໄດ້​ຢ່າງ​ຖາວອນ​. 4.  ​ ຄຳພີ ຄື ​ພຣະ​ໄຕຣປີດົກ​ ອັນ​ປະກອບ​ດ້ວຍ​ ຄື: 4.1.   ພຣະ​ວິ​ນັຍ​ປີດົກ ຊຶ່ງ​ລວບລວມ​ເລື່ອງ​ສິນ​ຂອງ​ພິກ​ສຸ​ ແລະ ​ພິກ​ສຸ​ນີ​ເອົາ​ໄວ້​ທັງ​ໝົດ (The Basket of  Discipline)​ 4.2.  ພຣະ​ສູຕັນຕະປີດົກ​ ຊຶ່ງ​ລວບລວມ​ຄຳ​ສອນ​ຂອງ​ພຣະ​ພຸດ​ທະ​ເຈົ້າ​ ແລະ ​ພຣະ​ສາວົກ​ເອົາ​ໄວ້​ (The Basket of Discourses) 4.3. …

Read More

ຫຼັກປະຣະມັດຖະທັມຂອງພຣະພຸດທະສາສະນາ

ພຣະພຸດທະສາສະນາສອນເລື່ອງ ປະຣະມັດຖະທັມ ຄືສະພາບທັມຕາມຄວາມ ເປັນຈິງ ເປັນທັມທີ່ຍິ່ງໃຫຍ່ ເປັນສະພາວະທັມທີ່ເປັນໄປຕາມເຫດຕາມປັດໄຈ ເຖິງແມ່ນວ່າອົງພຣະສັມມາສັມພຸດທະເຈົ້າ ຈະຊົງອຸບັດຂຶ້ນມາຕັດສະຮູ້ ຫຼືບໍ່ກໍຕາມ ສະພາວະທັມທັງຫຼາຍ ກໍຍ່ອມເປັນໄປຕາມເຫດຕາມປັດໄຈຂອງມັນຢູ່ຢ່າງນັ້ນ ເມື່ອອົງພຣະສັມມາສັມພຸດທະເຈົ້າ ຊົງສະເດັດອຸບັດຂຶ້ນມາ ຕັດສະຮູ້ທັມທັງປວງ ດ້ວຍພຣະອົງເອງວ່າ ທັມທັງຫຼາຍທັງປວງບໍ່ແມ່ນຕົວຕົນ ບໍ່ແມ່ນສັດບຸກຄົນແລະ ທັມທັງປວງກໍບໍ່ຢູ່ໃນອໍານາດບັງຄັບບັນຊາຂອງຜູ້ໃດທັງສິ້ນ ຈຶ່ງນຳມາບອກນຳມາ ສະແດງ ເປີດເຜີຍ ເຮັດໃຫ້ເຂົ້າໃຈງ່າຍ ບັນຍັດ ຕັ້ງໄວ້ເປັນຫຼັກ ປະຣະມັດຖະທັມ ບໍ່ແມ່ນທັມທີ່ເຫຼືອວິໄສທີ່ຈະເຂົ້າໃຈໄດ້ ເພາະປະຣະມັດຖະທັມ ເປັນທັມທີ່ມີຈິງ ສະນັ້ນ ຄວາມເຫັນອັນຖືກຕ້ອງ (ສັມມາທິຕຖິ) ຄວາມເຂົ້າໃຈອັນຖືກຕ້ອງ (ສັມມາສັງກັບປ:) ຈຶ່ງເປັນການຮູ້ຄວາມຈິງຂອງປະຣະມັດຖະທັມ ຕາມລັກສະນະ ຂອງປະຣະມັດຖະທັມນັ້ນ ປະຣະມັດຖະທັມ 2 ປະເພດຄື ຮູບທັມແລະນາມທັມ ຫຼືຮູບ-ນາມ ຫຼືຮູບທາດ ນາມທາດ ຮູບທັມເປັນສະພາວະທີ່ບໍ່ຮັບຮູ້ອາຣົມ ນາມທັມເປັນສະພາວະທີ່ຮັບຮູ້ ອາຣົມ(ອາຣົມ ຄືສິ່ງທີ່ປາກົດແລະຮູ້ໄດ້ເປັນທັງຮູບທັມແລະນາມທັມ ເມື່ອຈິດ ເກີດຂຶ້ນຮູ້ສິ່ງໃດ ສິ່ງທີ່ຈິດຮຸ້ນັ້ນພາສາບາລີເອີ້ນວ່າ ອາຣັມມະນະ ຫຼື ອາຣົມ ຫຼັກ ຂອງພຣະພຸດທະສາສະນາອີກ…

Read More

ຫຼັກປະຕິບັດຂອງພຣະພຸດທະສາສະນາ

ພຣະພຸດທະສາສະນາ ມຸ້ງເນັ້ນເລື່ອງຄວາມພົ້ນທຸກ ແລະສອນໃຫ້ຮູ້ຈັກທຸກ ແລະວິທີການດັບທຸກ ສອນໃຫ້ພົ້ນຈາກຄວາມບໍ່ຮູ້ຈິງໃນທຳມະຊາດ ອັນເປັນເຫດ ໃຫ້ເກີດທຸກ ຈາກກິເລດທັງປວງ ຄວາມໂລບ ຄວາມໂກດ ແລະຄວາມຫຼົງ ລວມທັງເນັ້ນການສຶກສາ ການເຝິກຝົນພັດທະນາ ການທຳຄວາມເຂົ້າໃຈ ການ ໂຍນິໂສມະນະສິກາຣະດ້ວຍປັນຍາ ແລະພິສູດຮູ້ຂໍ້ເທັດຈິງເປັນເຫດເປັນຜົນວ່າ ສິ່ງນີ້ມີ ສິ່ງນີ້ຈຶ່ງມີ ຈົນເຫັນຕາມຄວາມເປັນຈິງວ່າ ສັບພະສິ່ງໃນທຳມະຊາດ ເປັນ ໄປຕາມກົດຂອງໄຕຣລັກ ແລະສັບພະສັດທັງຫຼາຍ ເປັນໄປຕາມກົດແຫ່ງກັມ ແລ້ວເລືອກໃຊ້ຫຼັກທັມ ໃນພຣະພຸດທະສາສະນາ ທີ່ເໝາະສົມກັບຜົນທີ່ຈະໄດ້ໃນສິ່ງທີ່ປາຖະນາຢ່າງຖືກຕ້ອງ ດ້ວຍຄວາມບໍ່ປະໝາດໃນຊີວິດ ໃຫ້ມີຄວາມສຸກທັງ ຊາດນີ້ແລະພົບຊາດຕໍ່ໆ ໄປ ຕະຫຼອດຈົນຄວາມປາຖະນາໃນພຣະນິບພານ ຂອງ ທ່ານຜູ້ມີປັນຍາ.

Read More

ຫຼັກສີນທັມຂອງພຣະພຸດທະສາສະນາ

ຫຼັກສິນທັມສຳຫຼັບຊາວພຸດ ທີ່ອົງພຣະສັມມາສັມພຸດທະເຈົ້າ ໄດ້ຊົງປະທານ ສັ່ງສອນໄວ້ ມີຢ່າງຫຼວງຫຼາຍຕາມລະດັບ ທັງຫຼັກຄຳສອນທີ່ເໝາະສົມກັບການ ດໍາຣົງຊີວິດຢູ່ປະຈໍາວັນ ແລະທີ່ສູງຂຶ້ນໄປ ຫາກພຸດທະສາສະນິກະຊົນ ຫຼືຊົນເຫຼົ່າ ໃດກໍຕາມ ຕັ້ງໝັ້ນ ປະພຶດປະຕິບັດຕາມ ຄຳສັ່ງສອນຂອງພຣະອົງແລ້ວ ຍ່ອມຈະ ບັງເກີດຄວາມສະຫງົບສຸກໃນການດໍາຣົງຊີວິດ ແລະໃນສັງຄົມໂດຍລວມຢ່າງ ແນ່ນອນເຊັ່ນ: ສີນ ໕ ເປັນມະນຸດສະທັມ ສີນ ໕ ປະການ ເປັນທັມຂອງມະນຸດ ເພື່ອສັງຄົມມະນຸດມີສີນ ໕ ປະການນີ້ ຈຶ່ງເປັນສັງຄົມອັນປະເສີດ ເປັນສັງຄົມທີ່ສະຫງົບສຸກໜ້າຢູ່ຄື: 1. ເວັ້ນຈາກປານາຕິບາຕ ໝາຍເຖິງ ການລະເວັ້ນຈາກການຂ້າ ການສັງຫານ ການບຽດບຽນຂົ່ມເຫັງ ການປະທຸດສະຮ້າຍຕໍ່ຊີວິດ ແລະຮ່າງກາຍ ເຄົາຣົບໃນຊີວິດຂອງຄົນອື່ນ ສັດອື່ນວ່າ ທຸກໆ ສັດຮັກຊີວິດຂອງຕົນ ໂດຍການມີທັມໃນໃຈຄື ຄວາມຮັກແພງ ຄວາມຫວັງດີ ປາຖະນາໃຫ້ມີຄວາມສຸກ ຄວາມຈະເຣີນແກ່ທຸກໆ ຊີວິດ ແລະຄວາມກະຣຸນາສົງສານ ຄິດຊ່ວຍເຫຼືອໃຫ້ພົ້ນຈາກ ຄວາມທຸກນັ້ນໆ 2. ເວັ້ນຈາກອະທິນນາທານ ໝາຍເຖິງ ການລະເວັ້ນຈາກການລັກ…

Read More

ລັກສະນະພຣະພຸດທະສາສະນາ

ພຣະພຸດທະສາສະນາ ຫຼືສາສະນາພຸດ ເປັນສາສະນາໜຶ່ງທີ່ສຳຄັນແລະຈັດເປັນ ສາສະນາສາກົນ ມີອົງພຣະສັມມາສັມພຸດທະເຈົ້າ ຊົງເປັນອົງພຣະບໍຣົມສາສະດາ ມີພຣະທັມຄໍາສອນ ທີ່ອົງພຣະບໍຣົມສາສະດານັ້ນ ຊົງຕັດສະຮູ້ໂດຍຖືກຕ້ອງສຸດ ດ້ວຍພຣະອົງເອງແລ້ວ ໄດ້ຕັດສອນໄວ້ເປັນ ຫຼັກຄຳສອນສຳຄັນ ແລະມີພຣະສົງຫຼື ພຸດທະບໍຣິສັດທັງ ໔ ເປັນຊຸມຊົນ ຂອງຜູ້ນັບຖືພຣະສາສະນາ ແລະສຶກສາປະຕິບັດ ຕົນຕາມຫຼັກທັມຄຳສັ່ງສອນ ເພື່ອຮັກສາສືບທອດໄວ້ ເຊິ່ງຄຳສັ່ງສອນຂອງອົງພຣະ ບໍຣົມສາສະດາ ພຣະອົງນັ້ນ ເມື່ອລວມພຣະພຸດທະເຈົ້າ ພຣະທັມ ແລະພຣະສົງ ເຂົ້າດ້ວຍກັນເອີ້ນວ່າ ພຣະຣັດຕະນະໄຕຣ. ພຣະພຸດທະສາສະນາ ເປັນສາສະນາອະເທວະນິຍົມ ປະຕິເສດ ອຳນາດຍິ່ງໃຫຍ່ ແລະຄວາມມີຢູ່ຂອງພຣະເປັນເຈົ້າ ຫຼືພຣະຜູ້ສ້າງ ແຕ່ສອນຊົງໃຫ້ເຊື່ອໝັ້ນໃນ ສັກກະຍະພາບຂອງມະນຸດວ່າ ມະນຸດທຸກຄົນ ສາມາດພັດທະນາຈິດໃຈ ໄປສູ່ ຄວາມເປັນມະນຸດທີ່ສົມບູນໄດ້ ດ້ວຍການເຝິກຝົນອົບຮົມຕົນ ດ້ວຍຄວາມພາກ ພຽນພະຍາຍາມຂອງຕົນ ກ່າວຄື ພຣະພຸດທະສາສະນາ ສອນໃຫ້ມະນຸດບັນດານ ຊີວິດຂອງຕົນເອງ ດ້ວຍຜົນແຫ່ງການກະທຳຂອງຕົນ ຕາມກົດແຫ່ງກັມ (ຫຼັກ ຄວາມສົມເຫດສົມຜົນຂອງການກະທໍາ) ບໍ່ແມ່ນໄດ້ມາຈາກການອ້ອນວອນ ຮ້ອງ ຂໍຈາກພຣະເປັນເຈົ້າ ແລະສິ່ງສັກສິດຈາກພາຍນອກເຊິ່ງເປັນເລື່ອງໄກຕົວ…

Read More

ພຣະພຸດທະສາສະນາໃນປະເທດລາວ

ໃນພຸດທະສະຕະວັດທີ ໑ ຄືປີ ພ.ສ. ໘ (ກ່ອນ ຄ.ສ. ໕໓໕ ປີ) ພຣະເຈົ້າ ນັນທະເສນ ແຫ່ງ ນະຄອນສີໂຄດຕະບຸນ ແລະພຣະເຈົ້າແຜ່ນດິນທັງ ໔ ພຣ ນະຄອນ ພ້ອມດ້ວຍ ພຣະມະຫາກັດສະປະເຖຣະເຈົ້າ ພຣະອານົນເຖຣະເຈົ້າ ແລະພຣະອະຣະຫັນ ໕໐໐ ອົງ ໄດ້ມາສ້າງອຸບໂມງພຣະທາດພະນົມ ບັນຈຸ ພຣະອຸຣັງ ຄະທາດ (ກະດູກສ່ວນໜ້າເອິກ) ຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ທີ່ ດອຍກະປະນະຄິຣີພູກ່ຳພ້າ ມາເຖິງປີ ພ.ສ. ໘໐ (ກ່ອນ ຄ.ສ. ໔໖໓ ປີ) ພຣະ ເຈົ້າຈັນທະບຸຣີປະສິດທິສັກ ແຫ່ງ ນະຄອນສຸວັນນະພູມໜອງຄັນແທເສື້ອນ ພ້ອມ ດ້ວຍພຣະອະຣະຫັນ ໕ ອົງ ໄດ້ສ້າງອຸບໂມງພຣະທາດຫຼວງ ເພື່ອບັນຈຸພຣະບໍຣົມ ສາຣີກະທາດພຣະຄຸຍຫະທາດ) ຂອງອົງພຣະບໍຣົມສາສະດາ ເປັນອັນວ່າ ພຣະ ພຸດທະສາສະນາເຖຣະວາດ ແບບທີ່ພວກເຮົານັບຖືກັນຢູ່ໃນລາວປັດຈຸບັນ ໄດ້ແຜ່…

Read More

ພຣະນິພພານ

ຄຳວ່າ ນິພພານ ມາຈາກ ນິ ອຸປະສັກ ແປວ່າ ອອກໄປ ໝົດໄປ ບໍ່ມີ ເລີກ ແລະ ວານະ ແປວ່າ ພັດ ໄປ ຫຼືເປັນໄປ ເຄື່ອງຮ້ອຍຮັດ ໃຊ້ເປັນກິຣິຍາຂອງໄຟ ຫຼື ການມອດໄຟ ຫຼືຂອງທີ່ຮ້ອນເພາະໄຟ ເມື່ອເອົາຄຳທັງ 2 ມາລວມກັນ ນິ + ວານະ = ນິວ່ານະ ແປງ ວ ເປັນ ພ ແລ້ວຊ້ອນ ພ ຂ້າງໜ້າ ເປັນ ນິພພານະ ແປວ່າ ດັບໄຟ ຫຼືດັບຮ້ອນ ໝາຍເຖິງ ຫາຍຮ້ອນ ເຢັນລົງ ຫຼື ເຢັນສະບາຍ (ແຕ່ບໍ່ແມ່ນດັບສູນ) ສະແດງພາວະທາງຈິດໃຈ ໝາຍເຖິງ ເຢັນໃຈ ສົດຊື່ນ ຊຸ່ມເຢັນໃຈ ດັບຄວາມ ຮ້ອນໃຈ ຫຼືແປວ່າ…

Read More

ປະຫວັດພຣະພຸດທະສາສະນາ

ຫຼັງຈາກ ທີ່ອົງພຣະສັມມາສັມພຸດທະເຈົ້າ ຊົງຕັດສະຮູ້ພຣະສັມໂພທິຍານແລ້ວ ໄດ້ສະເດັດໄປໂຜດ ພຣະປັນຈະວັກຄີ ທີ່ປ່າອິສິປະຕະນະມິຄະທາຍະວັນ ພຣະ ນະຄອນພາຣານະສີ ແຄວ້ນກາສີ ພຣະອົງໄດ້ຊົງສະແດງ ພຣະທັມມະຈັກກັບປະ ວັດຕະນະສູດ ທີ່ເອີ້ນວ່າ ປະຖົມມະເທສະນາ ແກ່ພຣະປັນຈະວັກຄີ ຈົນໄດ້ດວງຕາ ເຫັນທັມ ແລ້ວໄດ້ທູນຂໍບວດໃນທັມວິໄນເປັນຄະນະທໍາອິດ ແລະພຣະອົງໄດ້ເຜີຍ ແຜ່ພຣະທັມຄໍາສັ່ງສອນໄປໃນທີ່ຕ່າງໆ ທົ່ວຊຸມພູທະວີບເປັນເວລາ 45 ພັນສາ ເມື່ອພຣະຊົນມາຍຸ 80 ປີ ຈຶ່ງສະເດັດດັບຂັນທະປະຣິນິບພານ. ຫຼັງຈາກທີ່ ອົງພຣະບໍຣົມສາສະດາ ຊົງສະເດັດດັບຂັນທະປະຣິນິບພານແລ້ວ ຜ່ານມາຫຼາຍຮ້ອຍປີ ໄດ້ເກີດຄວາມຂັດແຍ່ງທາງດ້ານຄວາມຄິດ ຄວາມເຫັນ ແລະຄວາມເຊື່ອ ອັນເກີດມາຈາກການຕີຄວາມພຣະທັມວິໄນ ຄຳສັ່ງສອນທີ່ບໍ່ກົງ ກັນ ຈຶ່ງໄດ້ມີການແກ້ໄຂ ເພື່ອໃຫ້ພຣະທັມວິໄນດຳຣົງຄົງໝັ້ນຢູ່ຕໍ່ໄປດ້ວຍການທຳ ສັງຄາຍະນາ ຮ້ອຍກອງພຣະທັມວິໄນ ທີ່ຖືກຕ້ອງໄວ້ເປັນຫຼັກຖານ ສຳຫຼັບຢຶດຖື ເປັນແບບແຜນຕໍ່ໄປ ເພື່ອຈະຮັກສາພຣະທັມວິໄນນັ້ນ ຈຶ່ງນຳໄປສູ່ການສັງຄາຍະນາ ພຣະໄຕຣປິດົກ ແຕ່ຫຼັງຈາກການທຳສັງຄາຍະນາພຣະທັມວິໄນຄັ້ງທີ 2 ພຣະພຸດ ທະສາສະນາກໍເລີ່ມມີຮອຍແຫງ ເພາະຄວາມເຫັນບໍ່ກົງກັນ ເຊິ່ງເປັນສາເຫດພື້ນ ຖານຂອງການເກີດ ນິກາຍ…

Read More

ບຸບພະນິມິດແຫ່ງຊີວິດອັນດີງາມ

ຫຼັກທັມ ອັນເປັນຫຼັກປະກັນຂອງຊີວິດ ທີ່ຈະພັດທະນາໄປສູ່ຄວາມເປັນ ມະນຸດທີ່ສົມບູນ ຜູ້ເປັນສັດປະເສີດຢ່າງແທ້ຈິງ ໗ ປະການຄື: 1. ກໍລະຍານະມິຕຕະຕາ ຄວາມມີກັນຍານະມິດ ມິດ ມີເພື່ອນ ສະຫາຍທີ່ດີ ຄົບຫາຄົນທີ່ເປັນແຫຼ່ງແຫ່ງປັນຍາ ແລະແບບຢ່າງທີ່ ດີງາມ. 2. ສີລະສັມປະທາ ຄວາມເຖິງພ້ອມດ້ວຍສີນ ການທາສີນໃຫ້ເຖິງ ພ້ອມ ຕັ້ງຕົນຢູ່ໃນລະບຽບວິໄນ ແລະມີຄວາມປະພຶດທົ່ວໄປທີ່ ດີງາມ. 3. ສັນທະສັມປະທາ ເຖິງພ້ອມດ້ວຍສັນທະ ການທາໍສັນທະໃຫ້ເຖິງ ພ້ອມ ຄວາມໃຝ່ໃຈຢາກຈະທວຽກງານ ໜ້າທີ່ແລະສິ່ງທັງຫຼາຍ ທີ່ກ່ຽວຂ້ອງໃຫ້ດີງາມ ຄວາມໃຝ່ຮູ້ໃຝ່ສ້າງສັນ. 4. ອັຕຕະສັມປະທາ ຄວາມເຖິງພ້ອມດ້ວຍຕົນ ທີ່ເຝິກຝົນດີແລ້ວ ການທຳຕົນ ໃຫ້ເຖິງພ້ອມດ້ວຍຄຸນສົມບັດ ຂອງຜູ້ທີ່ພັດທະນາ ແລ້ວໂດຍສົມບູນ ທັງດ້ານກາຍ ສີນ ຈິດ ແລະປັນຍາ ທີ່ຈະເປັນ ພາວິຕັດ ຄືຜູ້ມີຕົນອັນໄດ້ພັດທະນາແລ້ວ 5. ທິຕຖິສັມປະທາ ຄວາມເຖິງພ້ອມດ້ວຍທິດຖິ ການທາໍທິດຖິໃຫ້ ເຖິງພ້ອມ ການຕັ້ງຢູ່ໃນຫຼັກຄວາມຄິດ ຄວາມເຊື່ອຖືທີ່ຖືກຕ້ອງ…

Read More