
ຊົງຕັດສະຮູ້ແລະຊົງເຜີຍແຜ່ທັມ
ທັມທີ່ພຣະອົງຊົງຕັດສະຮູ້ນັ້ນຄື ອະຣິຍະສັດຈະ ໔’ ຄືຄວາມຈິງອັນປະເສີດ ໕ ປະການໄດ້ແກ່ ທຸກ ສະມຸໄທ ນິໂຣດ ມັຄ ພຣະພຸດທະເຈົ້າ ໄດ້ຊົງປະທັບນັ່ງ ຈະເລີນພາວະນາ ຢູ່ໃຕ້ກ້ອງຮົ່ມຕົ້ນພຣະສີມະຫາໂພ ຈົນຈິດເປັນສະມາທິ ໄດ້ຊົງ ບັນລຸຊານ ໔ ແລ້ວ ຊົງບຳເພັນພາວະນາຕໍ່ໄປຈົນໄດ້ບັນລຸຍານ ໓ ຄື: 1. ໃນປະຖົມມະຍາມ ຫຼືຍາມຕົ້ນໄດ້ບັນລຸ ປຸພເພນິວາສານຸສສະຕິຍານ ໝາຍເຖິງ ປັນຍາຍານຢັ່ງຮູ້ໃນອະດີດຊາດຕ່າງໆ ທີ່ຜ່ານມາຄື ສາມາດລະນຶກຊາດຂອງ ຕົນເອງ ແລະຂອງຄົນອື່ນໄດ້ນັບບໍ່ຖ້ວນ. 2. ໃນມັດຊິມະຍາມ ຫຼືຍາມທີສອງໄດ້ບັນລຸ ຈຸຕູປະປາຕະຍານ ໝາຍເຖິງ ປັນຍາ ຍານ ຄືການຮູ້ການເຫັນແຈ້ງໃນການເກີດແລະການຕາຍ ຂອງສັບພະສັດ ທັງຫຼາຍ ດ້ວຍຜົນຂອງກັມ ການກະທໍາທັງດີແລະຊົ່ວຂອງສັບພະສັດ ດ້ວຍ ທິບພະຈັກຂຸ (ຕາທິບ) ຊົງເຫັນການຈຸຕິແລະການອຸບັດຂຶ້ນຂອງສັດທັງຫຼາຍ. 3 ໃນປັດສິມະຍາມ ຫຼືຍາມທີ່ສາມໄດ້ບັນລຸ ອາສະວັກຂະຍະຍານ ໝາຍເຖິງ ປັນຍາຍານຢັ່ງຮູ້ວິທີການກຳຈັດກິເລດ ອາສະວະທັງຫຼາຍ…