ກິນເນື້ອສັດທີ່ບໍ່ເປັນບາບໃນສິນຫ້າຂໍ້ໜຶ່ງ

ດັ່ງທີ່ເຮົາຊາບແລ້ວວ່າ ສິນຫ້າ ເປັນຫລັກທຳພື້ນຖານທາງພຣະພຸດທະສາສະນາ ທີ່ຄົນໃນສາສະນາພຸດຮຽນຮູ້ມາຕັ້ງແຕ່ຍັງນ້ອຍ ແລະ ຊາວພຸດຫລາຍຄົນນຳມາໃຊ້ ໃນການດຳເນີນຊີວິດທີ່ຢຶດຖືກັນມາເປັນເວລາດົນນານ. ມີຫລາຍຄົນອາດຈະຍັງບໍ່ຮູ້ວ່າ ສິນຫ້າກ່ຽວຂ້ອງທາງດ້ານກົດໝາຍເຊັ່ນກັນ ຫລື ເອີ້ນໄດ້ວ່າ ສິນຫ້າກ່ຽວຂ້ອງກັບຊີວິດທາງໂລກແລະທາງທຳ. ໃນສິນຫ້າຂໍ້ທີ່ 1 ໄດ້ບັດຍັດໄວ້ຫ້າມຂ້າສັດ, ແຕ່ຫລາຍຄົນຍັງສົງໃສວ່າ ຖ້າກິນເນື້ອສັດທີ່ຄົນອື່ນຂ້າມາແລ້ວນັ້ນຈະເປັນບາບບໍ່?. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ກິນເນື້ອສັດທີ່ບໍລິສຸດໃນສາມກໍລະນີທີ່ບໍ່ເປັນບາບ-ກໍາ ເຊັ່ນ:1. ບໍ່ໄດ້ເຫັນຕອນເຂົາຂ້າສັດນັ້ນເພື່ອມາເປັນອາຫານ2. ບໍ່ໄດ້ຍິນ ວ່່າເຂົາຈະຂ້າສັດນັ້ນມາໃຫ້ຕົນເອງກິນ3. ບໍ່ມີຄວາມສົງໃສວ່າຂ້າສັດນັ້ນມາເພື່ອຕົນເອງ

Read More

ຄໍາສັຕຕະຫະ 

ຄຳສັຕຕະຫະ ແມ່ນຄຳກ່າວທີ່ໃຊ້ໃນຊ່ວງເຂົ້າພັນສາ ເມື່ອພຣະພິຂຸສົງມີຄວາມຈຳເປັນທີ່ຕ້ອງໄປນອນຄ້າງຄືນນອກວັດ. ຕາມພຣະວິໃນແລ້ວໃນຊ່ວງເຂົ້າພັນສາແມ່ນພຣະພິຂຸສົງຕ້ອງໄດ້ຈຳພັນສາຢູ່ແຕ່ໃນວັດ ຫລືວ່າບໍ່ອະນຸຍາດໃຫ້ໄປນອນຄ້າງຄືນນອກຕະຫລອດໄລຍະ 3 ເດືອນ. ໃນກໍລະນີໄປນອນນອກໃນຊ່ວງດັ່ງກ່າວຕ້ອງໄດ້ກ່າວຄຳຕໍ່ໄປນີ້ຫລັງຈາກໄຫວ້ພຣະ-ສວດມົນແລະຄະຣະວະທຳແລ້ວ ກ່ອນມີການອອກເດິນທາງໄປ. ສັຕຕະຫະກະຣະນີຍັງ ກິຈຈັງເມອັດຖີ ຕັສະມາ ມະຍາຄັນຕັພພັງ ອິມັສະມິງ ສັຕຕາຫັນພັນຕະເຣ ນິວັຕຕິສສາມີ (ວ່າ 3 ເທື່ອ).

Read More

ຂໍ້ຫ້າມສຳລັບຊາວພຸດ

“ສິນ 5” ເປັນຂໍ້ປະຕິບັດຂອງຊາວພຸດທີ່ຮູ້ຈັກກັນດີ. ຊື່ງພຣະພຸດທະເຈົ້າໄດ້ໃຫ້ໄວ້ເປັນຫຼັກການໃຫ້ແກ່ສາສະນິກະຊົນ ເພື່ອຍຶດໝັ້ນ ແລະ ປະຕິບັດຕາມ ດັ່ງຕໍ່ໄປນີ້.

Read More

5 ອາຊີບທີ່ພຣະພຸທທະເຈົ້າຫ້າມ

1. ສັດຖະວະນີຊຊາ ຄື: ການຄ້າຂາຍອາວຸດ2. ສັດຕະວະນີຊຊາ ຄື: ການຄ້າມະນຸດ3. ມັງສະວະນີຊຊາ ຄື: ການຄ້າຂາຍສັດເພື່ອນຳໄປຂ້າ ຫຼື ຊຸກຍູ້ໃຫ້ທຳຜິດສີນຂໍ້ທີ 14. ມັຊຊະວະນີຊຊາ ຄື: ການຄ້າຂາຍນ້ຳມື່ນເມົາ ລວມທັງຢາເສບຕິດທຸກປະເພດ5. ວິສະວະນິຊຊາ ຄື: ການຄ້າຂາຍຢາພິດ

Read More