ຊີວິດເກີດມາຕ່າງກັນ

ແມ້ແຕ່ເກີດມາເປັນຄົນກໍບໍ່ເໝືອນກັນ ແລະ ຊີວິດນັ້ນກໍເປັນໄປຕາມກົດແຫ່ງຄວາມເປັນຈິງ, ເກີດມາແລ້ວປ່ຽນແປງ, ເກີດມາແລ້ວໄດ້ຮັບຄວາມທຸກ, ທີ່ສຸດແລ້ວເກີດມາແລ້ວກໍຈະຕ້ອງຕາຍຈາກໂລກນີ້. ເມື່ອເຮົາສຶກສາຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ ຈຶ່ງເກີດມີຄຳຖ່າມທີ່ທ່າທ້າຍຫລາຍ ສົມມຸດວ່າ: ເຮົາຕ້ອງຕາຍວັນນີ້ ຕາຍມື້ອື່ນນີ້ ຊິວິດນີ້ຈະເປັນແນວໃດ? ແຕ່ແລ້ວກໍຂື້ນກັບແຕ່ລະຄົນ ແຕ່ລະສະຕິປັນຍາຈະຄິດແນວໃດ. ອັດຕະມາເຄີຍຖາມບາງຄົນວ່າ: ບໍ່ຢ້ານຕາຍບໍ່ຄືໄປສ້າງບາບສ້າງກຳ ທຳແລ້ວບາບກຳນັ້ນມັນຈະສົ່ງຜົນ ບໍ່ສົ່ງຊາດນີ້ມັນກໍອາດຈະສົ່ງຊາດໜ້າ. ຊິວິດເກີດມາຕ້ອງແກ່ ຕ້ອງເຈັບ ແລະ ຕ້ອງຕາຍ. ບາງຄົນກໍບອກວ່າ: ເປັນເລື່ອງທຳມະດາ ຄົນເຮົາເກີດມາກໍຕ້ອງຕາຍ. ຄວາມຕາຍນັ້ນມັນເປັນທຳມະດາໂລກ, ແຕ່ວ່າຊີວິດຈິດໃຈຂອງເຮົາມັນບໍ່ທຳມະດາ ໃຜກໍຕາຍແນ່ນອນ, ເກີດມາກໍມີແຕ່ຕາຍ. ກ່ອນຊິຕາຍກໍເອົາຄັກໆກ່ອນ, ກິນຄັກໆ, ຫລີ້ນຄັກໆ, ມ່ວນຄັກໆ. ຄວາມຕາຍມັນເປັນເລື່ອງທຳມະດາ ແຕ່ວ່າມັນຈະບໍ່ທຳມະດາ, ຖ້າຈິດດວງວິຍານນີ້ຍັງບໍ່ທັນໄດ້ຮັບການພັດທະນາ. ອັນນີ້ເຮົາຕ້ອງໄດ້ເລີ່ມສຶກສາຈິດໃຈ ຈະຕ້ອງໃຫ້ເຮົາໄດ້ຄິດໄດ້ພິຈາລະນາວ່າ: ຊີວິດຂອງເຮົາໄດ້ມີເປົ້າໝາຍຢ່າງໃດ?. ເຮົາຈະໄດ້ອັນໃດໃນການເກີດມາ. ອັດຕະມາຈະບໍ່ກ່າວເຖິງຍົດຖາບັນດາສັກ, ເງິນທອງທີ່ຍາດຍົມສະສົມມາ ແລະ ສິ່ງທີ່ທ່ານທັງຫລາຍຕ້ອງການສະແຫວ່ງຫາ ເພາະສິ່ງເຫລົ່ານັ້ນເປັນເລື່ອງຂອງໂລກ, ມີລາບເສື່ອມລາບ, ມີຍົດເສື່ອມຍົດ, ມີຄົນຍົກຍ້ອງ, ມີຄົນນິນທາ, ມີສຸກ, ມີທຸກ ເອີ້ນວ່າ: ໂລກກະທຳທັງແປດ, ສິ່ງເຫລົ່ານັ້ນເຮົາມີທຸກຄົນ. ເວລາເຂົາຮັກເຂົາກໍວ່າເຮົາດີ…

ອ່ານຕໍ່

ຄົນເຮົາໄດ້ມາພົບກັນບໍ່ແມ່ນເລື່ອງບັງເອີນ?

ຄົນເຮົາທີ່ເຈີກັນບໍ່ແມ່ນເລື່ອງ “ບັງເອີນ” ຢູ່ທີ່ “ບຸນ” ທີ່ເຄີຍຮ່ວມເຮັດກັນມາ ເມື່ອມີວາດນາບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍມາເຈີກັນ

ອ່ານຕໍ່

ພຣະຈຳນວນຫລາຍຕົກນາລົກ

ພຣະພິຂຸ ທີ່ຕ້ອງອາບັດ (ລ່ວງລະເມີດພຣະວິໃນ) ກໍ່ຕ້ອງປົງອາບັດ (ສະແດງໂທດຂອງຕົນ) ແລ້ວບໍ່ເຮັດອີກ ຖ້າບໍ່ປົງອາບັດກໍຕົກນາລົກແນ່ນອນ. ຍ້ອນຫຍັງ? ເພາະຄົນທຳມະດາຖ້າທຳຜິດກໍຕົກນາລົກເຊັ່ນກັນ, ນີ້ເປັນພຣະພິຂຸທີ່ປະຕິຍານຕົນວ່າ ຈະດຳລົງຊີວິດແບບຂັດເກົາກິເລດໃນສະມະນະເພດ ຈຶ່ງໄດ້ລາບຈາກຊາວບ້ານ ເປັນອາຫານ ເຄື່ອງນຸ່ງຫົ່ມທຸກຢ່າງ ໂດຍຕົນເອງບໍ່ຕ້ອງສະແຫວ່ງຫາຫຍັງເລີຍ. ຖ້າບໍ່ປະພຶດປະຕິບັດໄປຕາມຄອງພຣະວິໃນ ເໝືອນກັບຫລອກລວງຄົນໃຫ້ຫລົງເຊື່ອວ່າ ຕົນເອງເປັນຜູ້ທີ່ທຳຄວາມດີ ແຕ່ທີ່ຈິງບໍ່ໄດ້ທຳເລີຍ.

ອ່ານຕໍ່

ຕາຍແລ້ວຟື້ນບອກໃຫ້ເປັນອຸທາຫອນສອນໃຈ

ຕາຍແລ້ວຟື້ນກັບຄືນມາ ນີ້ເປັນເລື່ອງເລົ່າຂອງຄົນຜູ້ຫນຶ່ງມາເລົ່າສູ່ຟັງ ເຫດການຫລັງຄວາມຕາຍ. ລາຍລະອຽດຕາມວິດີໂອ.

ອ່ານຕໍ່

ບາບກຳເຫັນກັບຊາດຈາກການຈູດ,ທໍລະມານແລະຂ້າໜູຂອງຄົນຊື່ດັງ

ທ້າວຈ່ອນນີ່ ແອນໂພເນ່ ນັກສະແດງຊື່ດັງໃນປະເທດໄທ ໄດ້ອອກມາເລົ່າເຫດການທີ່ໄຟໃຫມ້ຕົນເອງແລະໄດ້ຮັບອາການເຈັບປວດຢ່າງສາຫັດ ນັ້ນແມ່ນຍ້ອນຈາກຕົນເອງເຄີຍຈູດໄຟເຜົ່າຂ້າໜູຢູ່ໃນບໍລິເວນເຮືອນຕົນເອງ. ລາຍລະອຽດຕາມວິດີໂອ.

ອ່ານຕໍ່