ຜິດສິນ 5 ມີຜົນກຳຕາມມາຄືແນວໃດ?

ຜົນກຳຈາກການທຳຜິດສິນຂໍ້ທີ 1ຜູ້ທີ່ທຳຜິດສີນຂໍ້ທີ 1 (ຂ້າສັດ, ບຽດບຽນສັດທຳຮ້າຍສັດ, ກັກຂັງ, ທໍລະມານສັດ) ຜົນກຳຄື: ມີປັນຫາສຸຂະພາບ, ເປັນພະຍາດຕ່າງໆ, ມີພະຍາດຊຳເຮື້ອ ປີ່ນປົ່ວບໍ່ເຊົາ ປີ່ນປົ່ວຫຍຸ້ງຍາກ, ມີອຸປະຕິເຫດເລື່ອຍໆ, ອາດມີການຂາດຕະກຳຄືກຳຕັດຮອນ ທຳໃຫ້ຕາຍກ່ອນເວລາອັນຄວນ, ບາງຄົນອາດພິການ, ມີປັນຫາຮ່າງກາຍບໍ່ສົມສ່ວນບໍ່ສົມປະກອບ, ເປັນກໍາພ້າພໍ່-ແມ່, ຄົນໃກ້ຕົວຖືກຂ້າຕາຍອາຍຸສັ້ນ, ຕາຍທໍລະມານ ຕາຍແບບດຽວກັບທີ່ໄດ້ຂ້າແລະທໍລະມານສັດ, ຮູບຮ່າງອັບປະລັກແລະມີພົມດ້ອຍດ້ານສັງຂານ. ຜົນກຳຈາກການທຳຜິດສິນຂໍ້ທີ 2ຜູ້ທີ່ທຳຜິດສິນຂໍ້ 2 (ລັກຊັບ, ຂີ້ລັກ, ສໍ້ໂກງ, ຍັກຍອກ, ທຳລາຍຊັບ) ຜົນກຳຄື: ທຸລະກິດບໍ່ຈະເລີນກ້າວໜ້າ ເຈ໊ງ ຂາດທູນ, ຝຶດເຄືອງ, ຖືກເຂົາໂກງ, ມີອຸປະຕິເຫດໃຫ້ເສັຍຊັບສິນຕ້ອງຊົດໃຊ້ໃຫ້ຄົນອື່ນຢ່າງບໍ່ມີເຫດຜົນ, ຊັບສິນຫາຍເລື່ອຍໆ, ຫລົງລືມຊັບວາງໄວ້ບໍ່ເປັນທີ່ຊອກຫາກໍ່ບໍ່ເຫັນ, ມີຄົນມາຜ້ານຊັບສິນເລື່ອຍໆ ທັງຄົນໃກ້ຕົວແລະຄົນທົ່ວໄປ, ລູກຫລານແຍ່ງຊີງມໍລະດົກ, ຖືກເຂົາລັກເຄື່ອງເລື່ອຍໆ, ຕະກູນອັບຈົນບໍ່ມີວັນສີ້ນສຸດ, ມີແຕ່ຄົນມາທຳລາຍຊັບສິນ. ຜົນກຳຈາກການທຳຜິດສິນຂໍ້ທີ 3ຜູ້ທຳຜິດສິນຂໍ້ 3 (ປະພຶດຜິດໃນກາມ-ຜິດລູກເມັຍຄົນອື່ນ, ລ່ວງເກີນລູກສາວຂອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ແຍ່ງຄົນຮັກຂອງຄົນອື່ນ, ກີດກັ້ນຄວາມຮັກຂອງຄົນອື່ນ, ນອກໃຈຄູ່ຄອງ, ຫລອກລວງຂົ່ມຂືນ,…

ອ່ານຕໍ່

ວິບາກກຳຈາກການຫລິ້ນຊູ້, ຝ່າຝືນສິນຂໍ້ 3, ບາບໜັກ

ທຸກມື້ນີ້ ເລື່ອງຂອງການນອກໃຈ ມີໃຫ້ເຫັນ​ຢູ່​ເລື້ອຍໆ ທັງເລື່ອງຜົວໄປມີເມຍນ້ອຍ, ແອບໄປມີກິກ ຫລື ມີເພດສຳພັນແບບລັບໆ, ລວມທັງລ້ຽງສາວໆ ແບບລັບໆ ທີ່ມັກເຫັນໃນສື່ຕ່າງໆ. ບາງ​ຄົນກໍເຫັນ​ກັນ​ຈົນ​ຮູ້ສຶກ​ຄຸ້ນ​ເຄີຍ​ແລະລຶ່ງໄປແລ້ວ. ເຊິ່ງບັນຫາເຫຼົ່ານີ້ ທີ່​ຈະ​ພາ​ໄປ​ເຖິງ​ບັນ​ຫາ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມໂດຍລວມ ​ເຊັ່ນ​: ບັນ​ຫາ​ການ​ຢ່າ​ຮ້າງ​, ບັນຫາເດັກເປັນກໍາພ້າ ເຮັດໃຫ້ເດັກມີບັນຫາ. ນອກນັ້ນ ການປະພຶດຜິດທາງເພດແບບນີ້ ມັນຍັງຖືວ່າເປັນການຜິດສີນຢ່າງຮ້າຍແຮງ. ຜົນສະທ້ອນທີ່ອາດຈະໄດ້ຮັບໃນຊາດນີ້ 1. ໂລກໄພໄຂ້ເຈັບມາຢາມ ການມັກຫລາຍໃນທາງກາມມະລົມ ອາດຈະທຳໃຫ້ເກີດໂລກຕິດຕໍ່ທາງເພດສຳພັນ ລວມທັງຄວາມຄຽດຈາກການສັບຮ່າງຕົວະຍົວະຫຼອກລວງ ຍັງຈະສົ່ງຜົນເສຍຕໍ່ກັບຮ່າງກາຍ ແລະ ມັນສະໝອງ. 2. ແຍກຈາກຄົນທີ່ຮັກແທ້ ດ້ວຍການເປັນຄົນຫລອກລວງ, ບໍ່ຈິງໃຈ, ໃນທີ່ສຸດ ມັນຈະເຮັດໃຫ້ຄົນທີ່ຮັກຕົນເອງແທ້ໆ ຄ່ອຍໆ ຕີຕົວອອກຈາກໄປ, ປ່ອຍປະໃຫ້ຜົວທີ່ນອກໃຈ ຕ້ອງທົນທຸກທໍລະມານກັບຄວາມໂດດດ່ຽວ ເຖິງແມ່ນວ່າມີຄວາມຕ້ອງການຄົນທີ່ມີຄວາມເປັນຫ່ວງເປັນໄຍທີ່ສຸດ 3. ອາດຈະຖືກທໍາຮ້າຍຈາກຄົນອື່ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ທີ່​ໄດ້​ເຮັດ​ກັບ​ຄົນ​ອື່ນ, ຈຶ່ງບໍ່ຕ້ອງສົງໃສເລີຍທີ່ຈະຕ້ອງຖືກປ້ອງຮ້າຍ ຈາກຄົນທີ່ຖືກທຳຮ້າຍມາກ່ອນ. 4. ຖ້າມີລູກ ລູກຈະບໍ່ເຊື່ອຟັງ ດ້ວຍຄວາມທີ່ລູກໄດ້ເຫັນຕົວຢ່າງທີ່ບໍ່ດີ ຈຶ່ງເປັນສາຍເຫດ​ທີ່​ເຮັດ​ໃຫ້​ເດັກ​ນ້ອຍ​ດື້​ດ້ານ, ມີນິໃສຫຍາບຄາຍ ແລະ ບໍ່ໃຫ້ຄວາມນັບຖື 5. ຊີວິດບໍ່ຈະເລີນຮຸ່ງເຮືອງ…

ອ່ານຕໍ່

40 ຂໍ້ ກົດແຫ່ງກຳທີ່ມະນຸດຕ້ອງພົບເຈີ

ເລື່ອງຂອງກົດແຫ່ງກຳ ເປັນສິ່ງທີ່່ທຸກຕ້ອງພົບເຈີເລື່ອຍໆ ແລະ ຈະເຮັດແນວໃດເພື່ອຫລຸດກຳນັ້ນລົງ.  1. ກຳທີ່ບໍ່ມີລູກ ເວນກຳຈາກ: ຈາກການທຳຮ້າຍລູຸກຂອງສັດອື່ນ, ພັດພາກສັດອື່ນຈາກພໍ່ແມ່ຂອງພວກເຂົາ ຫລື ເຄີຍຂົ່ມເຫ່ງລູກຂອງຄົນອື່ນ. ຫຼຸດຜ່ອນກຳ:  ດ້ວຍການຢຸດກິນຊີ້ນສັດທຸກໆ 7 ວັນໃນທຸກໆ ເດືອນ, ທຳບູນປ່ອຍປາ, ປ່ອຍນົກປ່ອຍກາ, ທຳບຸນບໍລິຈາກທານ ທີ່ມູນິທິສັດ ຫລື ມຸນິທິສັດອອ່ນ. 2. ເຈັບປ່ວຍເລື່ອຍໆ ຫລື ເປັນໂລກຮ້າຍ ເວນກຳຈາກ:  ເຄີຍທຳທາລຸນກຳຕໍ່ສັດ ຫຸດຜ່ອນກຳ: ດ້ວຍການທຳບຸນທຳທານກັບສັດອານາຖາ, ໃຫ້ອາຫານໃຫ້ຄວາມເມດຕາ, ຊື້ຢາ ຫລື ບໍລິຈາກເງິນໃຫ້ໂຮງໝໍສົງ, ທຳບູຸນປ່ອຍເຕົ່າ, ຢຸດກິນເນື້ອສັດຕະຫລອດຊີວີດ. 3. ຕາບອດ ຫລື ເປັນໂລກຕາ ເວນກຳຈາກ: ເຄີຍທຳຮ້າຍສັດທີ່ດວງຕາ ຫລື ບໍ່ເຄີຍທຳບຸນຕື່ມນ້ຳມັນກະຕຽງໃນຊາດກ່ອນ, ຫລື ເຄີຍທຳລາຍໄຟຟ້າຂອງວັດ ຫລື ຂອງສາທາລະນະ. ຫຸດຜ່ອນກຳ: ຊື້ໂຄມໄຟ ຫລື ຫລອດໄຟຖວາຍວັດ, ຖວາຍທຽນຫໍ່ໃຫ່ຍ, ຖວາຍໄຟສາຍ, ເຕີມນ້ຳມັນກະຕຽງທຸກວັນສິນ,ບໍລິຈາກເງິນໃນກລອ່ງ…

ອ່ານຕໍ່