ນັກບວດຖືກແຍກອອກເປັນປະເພດ

ຄົນບູລານເພື່ອແຍກນັກບວດອອກມາເປັນ 4 ປະເພດຄື:1. ອຸປະຊີລິກາ: ບວດມາເພື່ອລ້ຽງຊີວິດ ລ້ຽງປາກ-ລ້ຽງທ້ອງ2. ອຸປະກິລິກາ: ບວດແບບຫລີ້ນໆ ຫົວໆ ເຫັນຄົນອື່ນມາບວດກໍຄິດວ່າ ຄົງຄືຊິມ່ວນ. ບາງຄົນມາບວດໄດ້ພົບເຈີກັບຄົນດີໆ ໝູ່ຄະນະດີໆ ແລ້ວເກີດມີການປ່ຽນແປງແລະສັດທາໃນການບວດນັ້ນ ທັ້ງໆ ຄັ້ງທຳອິດແມ່ນບໍ່ມີສັດທາຫຍັງເລີຍ.3. ອຸປະທູສະກາ: ບວດມາເພື່ອທຳລາຍສາສະນາຄືເອົາທຳມະຂອງພຣະພຸດທະເຈົ້າມາທຳມາຫາກິນ.4. ອຸປະນິດສະລະນາ: ບວດມາເພື່ອອອກຈາກທຸກ, ອອກຈາກໂທດ, ອອກຈາກກິເລດຕັນຫາ, ມຸ້ງໝາຍຕາມຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ.

Read More

ບຸນເຂົ້າກຳສຳລັບພຣະພິກຂຸ

ບຸນເຂົ້າກຳທີ່ວ່າ ເປັນບຸນສຳລັບພຣະພິກຂຸໂດຍກົງນັ້ນກໍເພາະວ່າ ເປັນກິດຈະກຳທີ່ຕ້ອງທຳເພື່ອໃຫ້ພຣະທີ່ຕ້ອງອາບັດສັງຂາທີິເສສ (ອາບັດໜັກຮອງຈາກປາຣາສຶກ) ຊຶ່ງຖືວ່າເປັນຄຣຸກາບັດປະເພດໜຶ່ງ ພິກຂຸເມື່ອຕ້ອງອາບັດນີ້ແລ້ວຈະທຳພິທີຮຽກວ່າ: ວຸດຖານພິທີ ຫລື ພິທີເຂົ້າກຳຕາມຊາວພຸດທົ່ວໄປຮູ້ຮັກກັນ. ການເຂົ້າກຳ ຫລື ການຢູ່ປະຣິວາດກຳຂອງພິກຂຸຜູ້ຕ້ອງອາບັດສັງຂາທິເສສ ເອີ້ນວ່າ: “ເຂົ້າປະຣິວາດກຳ” ໂດຍພຣະພິກຂຸຜູ້ຕ້ອງອາບັດ (ກະທຳຜິດ) ໄດ້ສາລະພາບຕໍ່ໜ້າຄະນະສົງ ເພື່ອເປັນການຝຶກຈິດສຳນຶກເຖິງຄວາມປົກພ່ອງຂອງຕົນເອງ ແລະ ຕັ້ງໃຈປະພຶດຕົນໃຫ້ຖືກຕ້ອງຕາມລະບຽບສົງ. ສັງຂາທິເສສ (ຜິດທາງວິໃນ) ມີ 13 ຂໍ້ທີ່ພິກຂຸຜູ້ຕ້ອງອາບັດສັງຂາທີເສສ ຈະຕ້ອງເຂົ້າປະຣິວາດກຳ: ການເຂົ້າປະຣິວາດກຳ ເປັນການສຳລວມກາຍ-ວາຈາ-ໃຈ ບໍ່ໃຫ້ກະທຳຜິດອີກຕໍ່ໄປ ມີການນັ່ງສະມາທິ-ເດີນຈົງກົມ ສວດມົນ-ພາວະນາ ໃຊ້ເວລາຫລາຍກວ່າປົກກະຕິ ບາງທີມີການອົດເຂົ້າ-ອົດນ້ຳເຖິງ 2-3 ວັນກໍມີ ຫລື ບາງທີກໍ່ຖືກຝຶກຫັດຢ່າງໜັກ ທັງນີ້ກໍເພື່ອໃຫ້ຮູ້ ແລະເຂົ້າໃຈຄວາມຫຍາກລຳບາກຂອງຄຳວ່າ “ກຳ” ຫລື ຢູ່ໃນກໍາ ທີ່ແມ່ໄດ້ຢູ່ໄຟ ຫລືວ່າ ຢູ່ກຳນັ້ນມີຄວາມຍາກລຳບາກພຽງໃດ. ໃນກິດຈະກຳຂອງພຣະແບບນີ້ ພຸດທະສາສະນິກະຊົນ ຜູ້ຫວັງບຸນກຸສົນກໍຮ່ວມກັນເບີ່ງແຍງຮັກສາພຣະສົງທີ່ເຂົ້າຢູ່ກຳ ໂດຍການບໍລິຈາກທານ, ຮັກສາສິນ, ຟັງທຳ ກ່ຽວກັບການເຂົ້າຢູ່ປະຣິວາດກຳຂອງພຣະພິຂຸ.

Read More

ກິດຈະວັດ 10 ຢ່າງ ທີ່ພຣະສົງ-ສາມະເນນ

ຄືກິດຈະວັດພື້້ນຖານຂອງພຣະສົງ-ສາມະເນນ ໃນພຣະພຸທທະສາສະນາ ທີ່ບັນພຣະຊົນໄດ້ປະພຶດປະຕິບັດກັນຕະຫລອດມາ. 1. ລົງອຸໂປສົດ 2. ບິນທະບາດລ້ຽງຊີບ. 3. ໄຫວ້ພຣະ ສູດມົນ 4. ກວາດເດີ່ນວັດວາອາຮາມ, ວິຫານ, ລານພຣະທາດເຈດີ 5.ຮັກສາຜ້າຄອງ 6.ຢູ່ປະຣິວາດສະກັມ ຄື: ເຂົ້າກັມ ເວລາຕ້ອງອາບັດສັງຄາທິເສດ. 7.ແຖຜົມ, ແຖໜວດ, ຕັດເລັບ. 8.ສຶກສາຮໍ່າຮຽນພຣະທັມວິນັຍ ແລະ ປະຕິບັດຄຣູບາອາຈາຣຍ໌. 9.ຕ້ອງອາບັດແລ້ວ ສະແດງອາບັດເສັຍ. 10.ພິຈາຣະນາປັດຈະເວກຂະນະ ທັງ 4, ມີ: ຈີວອນ, ບິນທະບາດ, ທີ່ຟູ່ທີ່ອາໃສ ແລະ ຢາຮັກສາໂຣຄ. ກິດຈະວັດ 10 ຢ່າງນີ້ ຖືເປັນກິດໃຫຍ່ຂອງພຣະພິກຂຸ ແລະ ສາມະເນນ ທຸກໆ ອົງ ຊຶ່ງຈະຕ້ອງສຶກສາໃຫ້ຮູ້ຢ່າງຈະເເຈ້ງຊັດເຈນ ແລະ ຕ້ອງປະຕິບັດຕາມສົມຄວນແກ່ສະມະນະສາຮູບແຫ່ງຕົນ.

Read More