ເຂົ້າປະດັບດິນ ກັບ ຄຳສອນພຣະພຸດທະເຈົ້າ ໂດຍ ພຣະມະຫາສິງຫາ ໄຂ່ອຳພອນ

ບຸນເຂົ້າປະດັບດິນ ແມ່ນວັນອຸທິດບຸນກຸສົນໃຫ້ແກ່ບັນພະບຸລຸດ ແລະ ຍາດພີ່ນ້ອງຜູ້ລ່ວງລັບ ໂດຍເອົາອາຫານຄາວຫວານໄປແຈກຍາຍໄວ້ຕາມພື້ນດິນ, ຕົ້ນໄມ້, ກຳແພງວັດ, ໜ້າທາດ ເປັນຕົ້ນ.ໂດຍເຊື່ອວ່າ ຍາດພີ່ນ້ອງຜູ້ຕາຍໄປຈະໄດ້ຮັບເອົາ ນີ້ເປັນຮີດເກົ່າຈາກການນັບຖືຜີ ປະເພນີນັບຖືແບບນີ້ມີມາດົນນານ (ເຊິ່ງມີມາກ່ອນພຸດທະສາສະໜາຈະເຂົ້າມາມີບົດບາດ).“ຜີ” ຄຳນີ້ ນອກຈາກໝາຍເຖິງ ຜີຟ້າ ຜີແຖນ ຜີບ້ານ ຜີເມືອງ ແລະ ຍັງໝາຍເຖິງ ຜີບັນພະບຸລຸດ ຄື: ປູ່ຍ່າຕາທວດ ພໍ່ແມ່ ທີ່ລ່ວງລັບ ຍົກຕົວຢ່າງທາງພາກເໜືອ ໄດ້ຟັງມາວ່າ ເມື່ອເຖິງ ວັນແຮມ 15 ຄ່ຳ ເດືອນ 9 ຊາວບ້ານຈະເອົາອາຫານຄາວຫວານແຕ່ງເປັນພາ ວາງໄວ້ສ່ວນໃດສ່ວນໜຶ່ງທີ່ເໝາະສົມໃນເຮືອນຂອງຕົນເອງ ແລ້ວເອີ້ນ ຜີບັນພະບຸລຸດມາກິນ.ທີ່ອື່ນໆ ຂອງປະເທດເຮົາ ຫຼາຍບ່ອນຍັງນັດກັນເລືອກວັນລ້ຽງຜີປະຈຳປີ ມີການຂ້າຄວາຍ ຂ້າງົວ ຂ້າໄກ່ ເປັນຕົ້ນ ເປັນທຳນຽມຂອງໝູ່ບ້ານ ເມື່ອພຸດທະສາສະໜາເຂົ້າມາມີບົດບາດ ຈຶ່ງສະເໜີແນວຄິດເພື່ອປະຕິບັດໃຫ້ຖືກຕ້ອງແລະເປັນປະໂຫຍດຫຼາຍກວ່າ ໂດຍອະທິບາຍວ່າ ສິ່ງທີ່ບັນພະບຸລຸດ ຈະໄດ້ຮັບຈິງໆນັ້ນ ບໍ່ແມ່ນເຂົ້າປາອາຫານ ແຕ່ເປັນ ”ບຸນ” ຕ່າງຫາກ.ແລ້ວເຮັດແນວໃດຈຶ່ງໄດ້ບຸນ? ບຸນຈະເກີດໄດ້ດ້ວຍການຖວາຍທານແກ່ຜູ້ມີສີນ…

Read More

ບູນປີໃໝ່ລາວ

ຕຸດ​ສົງ­ການ ຫມາຍ​ເຖິງ​ພະ​ອາທິດ​ໄດ້​ເຄື່ອນ​ຍ້າຍ​ຈາກ​ປີ​ເກົ່າ​ເຂົ້າສູ່​ປີ​ໃຫມ່, ຕຸດຫມາຍ​ເຖິງ​ຕັດ ຫລື ສິ້ນ​ໃຫ້​ຫມົດ​ໄປ, ສົງ­ການ ຫມາຍເຖິງ​ການ​ເຄື່ອນ​ຍ້າຍ ໂດຍ​ເພິ່ນ​ຖືເອົາ​ສຸ­ລິ­ຍະ​ຄະ­ຕິ​ກົງ​ກັບ​ວັນ​ທີ 13-14 ແລະ 15 ຄ່ຳ ເດືອນ​ເມ­ສາ​ຂອງທຸກໆ​ປີ​ເປັນ​ວັນ​ຈັດ​ງານ​ບຸນ­ປີ­ໃຫມ່ລາວ, ຂໍ​ຢ່າ​ຊູ​ເວົ້າ “ກຸດ” ເຊິ່ງ​ມັນມີ​ຄວາມ​ວ່າ ກຸດ​ຫ້ຽນ​ໄປ​ເລີຍ, ທັງແມ່ນ​ພາ­ສາ​ເວົ້າ​ຂອງ​ຈີນ ແລະ ຫວຽດ­ນາມ, ສ່ວນ​ຄຳ​ວ່າ “ຕຸດ” ນັ້ນ​ແມ່ນ​ພາ­ສາ​ເວົ້າ​ເດີມ​ຂອງ​ລາວແທ້. ເພິ່ນ​ເຄີຍ​ເວົ້າ​ມາ​ແຕ່​ດຶກ​ດຳບັນ ເຊິ່ງ​ມີ​ຄວາມ​ຫມາຍ­ວ່າ: “ຢຸດຢູ່​ກ່ອນ” ສ່ວນ​ສົງ­ການ​ແມ່ນ​ເຄື່ອນຍ້າຍ​ໄປ​ສິ້ນ​ປີ​ເກົ່າ​ແລ້ວສົງ­ການ​ປີໃຫມ່​ກ້າວ​ ເຂົ້າ​ມາ​ແທນ​ຕາມ​ສຸ​ລິຍະ​ຄະ­ຕິ ດັ່ງ​ວ່າ ສົງ­ການ ເປັນ​ມື້​ທີຫວ່າງ​ກາງ​ປີ​ເກົ່າ​ກັບ​ປີ​ໃຫມ່​ນັ້ນເປັນ​ມື້​ຕຸດ​ຢູ່​ນີ້​ເອງ. ເຫດ­ຜົນ ແລະ ຄວາມ​ເປັນ​ມາຂອງ​ບຸນ­ປີ­ໃຫມ່​ລາວ (ບຸນ​ຕຸດ​ສົງການ​ລາວ) ແມ່ນ​ອີງ­ໃສ່​ນິ­ທານ​ພື້ນເມືອງ ແຕ່​ກ່ອນ​ຍັງ​ມີ​ຊາຍ​ຄົນ​ຫນຶ່ງຊື່­ວ່າ: ທຳ​ມະ​ບານ​ກຸມ­ມານ (ຄຳປາ­ລີ = ທຳ​ມະ​ປະ­ລະ) ເປັນ​ລູກຊາຍ​ຂອງ​ມະ­ຫາ​ເສດ­ຖີ​ຢູ່​ເມືອງຫນຶ່ງ (ບໍ່​ຊາບ​ຊື່) ມີ​ຜາ­ສາດ​ເຈັດຊັ້ນ, ຕັ້ງ​ຢູ່​ແຄມ​ແມ່­ນ້ຳ, ທຳ​ມະບານ​ການ​ກຸມ­ມານ​ຮຽນ​ຈົບ​ໄຕເພັດ (ມະ­ນຸດ, ສັດ, ສັງ­ຄົມ​ສາດ) ເປັນ​ຄົນ​ຮອບ​ຮູ້​ສະ­ຫລາດ​ເປັນ​ນັກປາດ​ອາ­ຈານ​ເກ່ງ​ກ້າ ​ຊື່​ສຽງ​ລືນາມ​ປາ­ກົດ​ໄປ​ທົ່ວ​ພົມ​ມະ​ໂລກ, ເທວະ​ໂລກ, ມະ­ນຸດ­ສະ­ໂລກ​ຈົນ​ສົ່ງຜົນ​ສະ­ທ້ອນ​ຮອດ​ກະ­ບິນ​ລະ​ພົມຜູ້ເປັນ​ເຈົ້າ​ພົມ​ມະ​ ໂລກ ເຊິ່ງ​ມີ​ຄວາມເກ່ງ​ກ້າ​ສາ­ມາດມີ​ຊື່​ສຽງ​ຮຽງນາມ​ເຫມືອນ​ກັນເມື່ອ​ໄດ້​ຍິນ​…

Read More

ບຸນເຂົ້າພັນສາ

ບຸນເຂົ້າພັນສາ ວັນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 ປະວັຕວັນເຂົ້າພັນສາ ຄວາມສຳຄັນແລະກິດຈະກັມມາຝາກ ຄືວັນສຳຄັນທາງພຸດທະສາສນານັ້ນຄື “ວັນເຂົ້າພັນສາ” ຊຶ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ຫນຶ່ງ ຕະຫລອດຣະຍະເວລາລະດູຝົນທີ່ມີກຳຫນົດເປັນຣະຍະເວລາ 3 ເດືອນ ຕາມທີ່ພຣະທັມວິນັຍບັນຍັຕໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລື ທີຮຽກຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະວັຕວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ຫມາຍເຖິງ ພຣະພິກຂຸສົງຄ໌ຕ້ອງຢູ່ປະຈຳ ໃນວັດໃດວັດຫນຶ່ງຣະຫວ່າງລະດູຝົນ ໂດຍເຫຕທີ່ພຣະພິກຂຸໃນສມັຍພຸດທະກາລ ມີຫນ້າທີ່ຈະຕ້ອງຈາຣິກໂປດສັຕວ໌ ແລະເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳຫນິວ່າໄປຢຽບເຂົ້າກ້າແລະພືດພັນອື່ນໆ ຈົນເສຍຫາຍ ພຣະພຸດທະເຈົ້າຈຶ່ງຊົງວາງຣະບຽບກາຣຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕລອດ 3 ເດືອນ ໃນຣະດູຝົນ ຄືເຣີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ “ປຸຣິມພັນສາ” ຖ້າປີໃດມີເດືອນ 8 ສອງຄັ້ງ(ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫລັງ…

Read More

ບຸນພຣະເຫວດ

ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕ ທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງ ຍືດ ຍາວ ຟັງແລ້ວມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກ ແລະ ຕື້ນ ຟັງແລ້ວ ໃຫ້ເກີດສັດທາ ຄວາມເຫລື້ອມໃສ ບຸນພຣະເວສຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນ ຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ຈິ່ງເອີ້ນກັນອີກຢ່າງນຶ່ງວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣ ເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນມາເຫິງນານ ຈົນເປັນປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງ ຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີຕາມໄດ້ ລາງເທື່ອບໍ່ໄດ້ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ…

Read More

ບຸນກະຖິນ

ເດີມທີຄວາມເປັນມາຂອງງານກະຖິນມີເຣື່ອງເລົ່າວ່າ  ໃນຄັ້ງພຸທກາລມີພິກຂຸຊາວເມືອງປາຖາ 30ອົງຄ໌ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າ ພຣະ ພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ  ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ ສເມີ.          ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະ ລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ…

Read More