
ສະຫຼອງ ຫໍແຈກ ສາລາໂຮງທໍາ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ອິມິນາ ສຸຣຸຈິຣັງ ໂສ ອັນພັນເຕ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຳພະທຸລາ ພິກຂາເວ ທຳມະສາຂາ ກັດສະ ອະນາຖະ ບີນດິກະພຸດທະມາຍິ ໂກ ປັກກະຕິ ນະກະເຖສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການ ກໍ່ສ້າງຫໍແຈກໂຮງທໍາ ໃຫ້ເປັນທີ່ພັກພາອາໄສ ແກ່ພຣະພິກຂຸສາມະເນນ ແລະ ນໍລະຍິງຊາຍທັງຫຼາຍ ຊ່ວຍກັນອຸດໜູນຄ້ຳຈູນ ພຣະພຸດທະ ສາສນາໃຫ້ຖາວອນ ໝັ້ນຄົງ ດ້ວຍສັດທາ ອັນແຮງກ້າຕໍ່ກອງກຸສົນ. ບັດນີ້ການ ກໍສ້າງກໍສໍາເລັດລົງແລ້ວ ໂດຍບໍຣິບູນແຕ່ພຽງເທົ່ານີ້ ກໍເປັນມະຫາກຸສົນ ອັນໃຫຍ່ໄພສານ ນັບວ່າເປັນໂອກາດທີ່ດີ ຈະໄດ້ບໍາເພັນຈາຄະສະລະ…