ສະຫຼອງ ກອງຫົດ

 ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ສັບພະທານັງ ທຳມະທານັງ ຊິນາຕິ ອິທັງ ຕຸມຫັງ ນະຫາຕະວາ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ທານະປາຣະມີ ອາຣັບພະກະເຖສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງສະ ແຫ່ງການຖວາຍ ສັງຄະທານ ພ້ອມທັງມີການ ເຖຣາພິ ເສກຫົດສົງ ພຣະພິຂຸສົງ ເພື່ອເປັນເຄື່ອງ ເຍືອງທາງໃຫ້ແກ່ ນໍຣະຍິງຊາຍທັງຫຼາຍ ທີ່ມີຈິດສັດທາ ເຫຼື້ອມໃສໃນ ພຣະພຸດທະສາສນາ ຈິ່ງໄດ້ແບ່ງ ຊັບສົມບັດອອກ ໃຫ້ເປັນທານ ຫວັງເອົາກຸສົນຜົນບຸນ ໃນຊາດນີ້ ແລະ ຊາດໜ້າ ຄົງຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານທຸກປະການ…

Read More

ສະຫລອງ ເຂົ້າຈີີ່

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ທາເນນະ ສຸຄະຕິງ ຍັນຕິ ອິມັງ ທຳມະເທສະນັງ ສັດຖາ ເຊຕະວັນເນ ວິ ຫະຣັນໂຕ ຣາຊະຄະຫະເສດຖິໂນ ເຄເຫ ປຸນນະທາສິ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ບາງເມື່ອພຣະພຸດທະເຈົ້າ ຍັງມີພຣະຊົນຢູ່. ໃນສະໄໝຄັ້ງນັ້ນ ພຣະອົງສະເດັດປະທັບ ສຳລານ ພຣະອະຣິຍະບົດ ຢູ່ໃນພຣະເຊຕະວັັນ ມະຫາວິຫານ ວັນໜຶ່ງ ພຣະອົງຊົງ ພຣະຜາຣົບນາງປຸນນະທາສີີ ໃຫ້ເປັນອຸປັດຕິຜົນ ແລ້ວຕັດ ພຣະສັດທຳມະເທສນາ ດ້ວຍບາດຄາຖາວ່າ “ທາເນນະ ສຸຄະຕິງ ຍັນຕຕິ”ດັ່ງນີ້ເປັນເຄົ້າ…

Read More

ສະຫລອງ ການຟັງທຳ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ສັດຖຸໂນ ສັດທຳມັງ ສຸຕະວາ ສັບພັດສະມິງ ຊິນະສາສະເນ ກັບປານິ ສະຕະສະຫັດສານິ ທຸກຄະຕິ ໂສ ນະ ຄັດສະຕິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການຟັງທຳແກ່ ນໍຣະຍິງຊາຍທັງຫຼາຍ ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຄື ທານ-ສີນ-ພາວະນາ ອັນທ່ານທັງຫຼາຍ ໄດ້ກະທຳແລ້ວ. ເພື່ອໃຫ້ເປັນປະທີບໃຕ້ ແສງສະຫວ່າງສ່ອງທາງ ທຽວໄປມາໃນວັດຕະ ສົງສານ ອັນທຳມະດາມວນໝູ່ ມະນຸດຈະເກີດມີປັນຍາ ຮູ້ແຈ້ງໃນອັດຖະທຳທີ່ເລີກແລບໄດ້ ຕ້ອງມີປັນຍາປະດັບດວງໃຈ ໃຫ້ຮູ່ງເຮືອງເໝືອນແສງສະຫວ່າງ ແຫ່ງດວງພຣະອາທິດ ແຕ່ປັນຍາຈະເກີດຂື້ນໄດ້ ຕ້ອງອາໃສການສຶກສາ ການຟັງຄູ-ອາຈານ…

Read More

ສະຫລອງການສ້າງ ວິດ-ຖ່າຍ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພາວະມິຫັນຕິ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ປຸບພະຈະຣິຍັງ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການສ້າງເວດຈະກຸດິງ (ຖານ) ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຣາສີ ທີ່ທ່ານພຸດທະບໍລິສັດ ທັງຫຼາຍ ໄດ້ສະລະຊັບສິ່ງຂອງ ອອກມາກະທຳສ້າງຖານ ໃນຄາວນີ້ ເພື່ອຍົກຍໍຜົນປະໂຫຍດ ທີ່ຈະເພິ່ງໄດ້ ຈາກການກະທຳນີ້ ໃຫ້ແຈ້ງຊັດຂື້ນ ຈົ່ງບຳລຸງເຈດຕະນາ 3 ໃຫ້ເຕັມປ່ຽມຢູ່ທຸກເວລາ…

Read More

ສະຫລອງ ການສ້າງ ກຸດີ-ກຸຕິ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ) ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ພິມພິສາຣັງ ເວລຸວະເນ ປຸບພະຣາເມ ລັດຖິວະເນ ສັນຕິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງກຸຕິວິຫານ ໃຫ້ເປັນທານແກ່ ພຣະພິກຂຸສົງ ເຊິ່ງມາແຕ່ທິດຕ່າງໆກໍດີ ຫຼື ທີ່ຍັງບໍ່ທັນໄດ້ມາ ກໍ່ດີ ຫຼື ທີ່ມາປະຈຳຢູ່ຕະຫຼອດ ຊີວິດກໍ່ດີ ຫຼື ຈະມາອາໃສ ຈຳພັນສາແລ້ວ ໜີໄປກໍ່ດີ ນໍຣະຍິງຊາຍຜູ້ໃດ ມີໃຈໃສ່ສັດທາ ແລມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານ…

Read More

ຄຸນບິດາ-ມານດາ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ) ອິທານິ ທໍາມັດສາວະນະ ທິວະເສສັນນິ ປະຕິຕາຍະມາຕາປິຕຸ ຄຸນະກະຖັງ ພາສິດສາມິຕັງ ສຸມາຖະສະມາຄະຕາຕິ. ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ອັນເປັນພຸດທະໂອວາດ ສາສະນາ ຄື ຄຳສອນຂອງພຣະພຸດທະເຈົ້າ ເພາະວ່າການຟັງທຳ ຄຳສອນຂອງພຣະພຸດທະເຈົ້ານີ້ ຍອມມີປະໂຫຍດ ມີອະນິສົງເປັນອັນມາກ ຜູ້ມີຜະຫຍາປັນຍາ ເພີ່ງຮູ້ດັ່ງນີ້ເຖີ້ນ ການຟັງທີ່ຈະເພີ່ງໄດ້ ໃນປະຈຸບັນນີ້ ມີຢູ່ 5 ປະການ ຄື: ການຟັງທັງ 5 ຂໍ້ນີ້ ຈະບັງເກີດໃຫ້ແກ່ຜູ້ຕັ້ງໃຈ ຟັງທຳມະເທສະນາ ເພາະດັ່ງນັ້ນການຟັງທຳ ສັັບປຸຣິສະເຈົ້າຈື່ງຈັດວ່າ ເປັນສາວະນານຸດຕະຣິຍະ ເປັນການຟັງອັນສູງສຸດ…

Read More