ຄຳຖວາຍຢາຮັກສາໂລຄາ

ອິມານິ ຄີລານະເພສັຊຊານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນຈະ ມາຕາປິຕຸ ອາທິນັນຈະ ຍາດຕະການັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະຂ້າແຕ່ພຣະສົ່ງຜູ້ຈະເຣີນ ຂ້າພະເຈົ້າທັງຫລາຍ ຂໍນ້ອມຖວາຍຢາບຳບັດຄວາມປ່ວຍໄຂ້ ກັບທັງເວດສະພັນທັງຫລາຍເຫລົ່ານີ້ ແກ່ພຣະສົງ ຂໍພຣະສົງຈົ່ງຮັບຢາບຳບັດຮັກສາຄວາມເຈັບປ່ວຍ ແລະ ເວດສະພັນທັງຫລາຍເຫລົ່ານີ້ ຂອງພວກຂ້າພະເຈົ້າທັງຫລາຍ ເພື່ອປະໂຫຍດສຸກແກ່ພວກຂ້າພະເຈົ້າທັງຫລາຍ ຍາດທັງຫລາຍ ມີມານດາ-ບິດາເປັນຕົ້ນ ດ້ວຍສີ້ນກາລະນານເທີ້ນ.

Read More

ຄຳຖວາຍສັງຄະທານ  (ແບບຍາວ)

          ສຸທິນນັງ  ວະຕະເມ  ທານັງ  ທານັງເມ  ປະລິດສຸດທັງ  ອາສະວັກຂະຍາວະຫັງ  ນິບພານະ ສັງຂາຕັງໂຫຕຸ. ທຸຕິຍັມປິ  ສຸທິນນັງ  ວະຕະເມທານັງ  ທານັງເມ  ປະລິດສຸດທັງ ອາສະວັກຂະຍາວະຫັງ  ນິບພານະ  ສັງຂາຕັງໂຫຕຸ. ຕະຕິຍັມປິ ສຸທິນນັງ  ວະຕະເມທານັງ  ທານັງເມ ປະລິດສຸດທັງ ອາສະວັກຂະຍາວະຫັງ ນິບພານະ  ສັງຂາຕັງ ໂຫຕຸ  ອະນາຄະເຕ  ກາເລ. ວັດຖຸທານ ທີ່ຂ້າພະເຈົ້າໄດ້ໃຫ້ດີແລ້ວ ຂໍຈົ່ງເປັນວັດຖຸທານ ອັນບໍລິສຸດ ເຖິງຄວາມສິ້ນໄປ ແຫ່ງອາສະວະກິເລດ ແລະ ເຄື່ອງດອງສັນດານ ແລະ ຂໍຈົ່ງເຖິງພະນິບພານ ໃນອະນາຄົດຕະການ ເບື້ອງໜ້ານັ້ນເຖິ້ນ. ອິມານິ  ມະຍັງ  ພັນເຕ  ບິນທະປາຕານິ  ພັດຕານິ  ສະປະລິວາລານິ  ພິກຂຸສັງຄັດສະ ໂອໂນຊະຍະມະ  ສາທຸໂນພັນເຕ  ພິກຂຸສັງໂຄ  ອິມານິ  ບິນທະປາຕານິ  ພັດຕານິ  ສະປະລິວາລານິ  ປະຕິກຄັນຫາຕຸ ອັມຫາກັງ ທີຄະລັດຕັງ  ຫິຕາຍະ  ສຸຂາຍະ.  ຂ້າແຕ່ພຣະສົງຜູ້ຈະເລີນ  ພວກຂ້າພະເຈົ້າທັງຫຼາຍ  ຂໍນ້ອມຖວາຍ  ເຊິ່ງເຂົ້າບິນດະບາດ  ແລະພັດຕາຫານ ກັບທັ້ງເຄື່ອງບໍລິວານ ທັງຫຼາຍເຫຼົ່ານີ້  ຂອງພວກຂ້າພະເຈົ້າທັງຫຼາຍ ເພື່ອປະໂຫຍດ  ແລະຄວາມສຸກແກ່ພວກຂ້າພະເຈົ້າທັງຫຼາຍ ສິ້ນການລະນານເຖີ້ນ  ຯ

Read More

ຄຳຖວາຍສັງຄະທານ (ແບບສັ້ນ)

ອິມານິ  ມະຍັງ ພັນເຕ  ພັດຕານິ  ສະປະຣິວາຣານິ  ພິກຂຸສັງຂັດສະ ໂອໂນຊະຍາມະ  ສາທຸໂນພັນເຕ  ພິກຂຸສັງໂຄ.   ອິມານິ ພັດຕານິ  ສະປະຣິວາຣານິ  ປະຕິຄັນຫາຕຸ  ອັມຫາກັງ  ທີຄະຣັດຕັງ  ຫິຕາຍະ  ສຸຂາຍະ ຯ ຂ້າແຕ່ພຣະສົງຜູ້ຈະເລີນ  ຂ້າພະເຈົ້າທັງຫຼາຍ ຂໍນ້ອມຖວາຍ ພັດຕາຫານກັບທັງເຄື່່ອງບໍລິວານທັງຫຼາຍເຫຼົ່ານີ້  ແກ່ພຣະພິກຂຸສົງ  ຂໍພຣະພິກຂຸສົງຈົ່ງຮັບ. ພັດຕາຫານກັບທັງບໍລິວານທັງຫຼາຍເຫົ່ານີ້ ຂອງຂ້າພະເຈົ້າທັງຫຼາຍ ເພື່ອປະໂຫຍດ ແລະ ຄວາມສຸກ ແກ່ຂ້າພະເຈົ້າທັງຫຼາຍ ຕະຫລອດການລະນານເຖີ້ນ  ຯ

Read More