
ວິປັດສະນາກຳມະຖານ
ວິປັດສະນາ ເປັນວິທີປະຕິບັດເພື່ອເກີດການປ່ຽນແປງຕົນເອງ ຜ່ານຂະບວນການສັງເກດຕົນເອງ ທີ່ເນັ້ນເຖິງການປະຕິສຳພັນຢ່າງເລິກຊຶ້ງ ລະຫວ່າງກາຍກັບຈິດໃຈ ໂດຍໃຫ້ຄວາມສຳຄັນກັບການສັງເກດຄວາມຮູ້ສຶກທາງກາຍທີ່ສຳພັນກັບຄວາມຮູ້ສຶກທາງຈິດໃຈຢ່າງຕໍ່ເນື່ອງ. ວິປັດສະນາ ເປັນເໝືອນດັ່ງການເດີນທາງສຳຫລວດ ແລະ ສັງເກດຕົນເອງສູ່ລະດັບທີ່ເລິກທີ່ສຸດຂອງກາຍແລະໃຈ ເພື່ອຊຳລະຈິດໃຈໃຫ້ບໍລິສຸດແລະສົ່ງຜົນໃຫ້ຈິດໃຈສົມດູນເຕັມໄປດ້ວຍຄວາມຮັກຄວາມເມດຕາ. ກົດທາງດ້ານວິທະຍາສາດທີ່ກ່ຽວກັບຄວາມຄິດ, ຄວາມຮູ້ສຶກທາງກາຍແລະໃຈ, ການຕັດສິນໃຈກາຍເປັນເລື່ອງທີ່ຊັດເຈນຂື້ນມາຈາກປະສົບການໂດຍກົງຂອງຜູ້ປະຕິບັດ. ຜູ້ປະຕິບັດເລີ່ມເຂົ້າໃຈເຖິງທຳມະຊາດທີ່ມີການຈະເລີນຂື້ນຫລື ເສື່ອມຖອຍ ການເກີດທຸກ ຫລື ການຫລຸດພົ້ນຈາກຄວາມທຸກ. ດັ່ງນັ້ນ ຈຶ່ງສາມາດດຳເນີນຊີວິດໄປຢ່າງມີສະຕິ ບໍ່ຫລົງຜິດ ຄວບຄຸມຕົນເອງໄດ້ ແລະ ມີຄວາມສຸກ. ຕາມຫລັກສູດຜູ້ເຂົ້າອົບຮົມຈະຕ້ອງປະຕິບັດຢ່າງໜັກແລະຈິງຈັງ. ຫລັກສູດທັງໝົດມີສາມຂັ້ນຕອນ, ຂັ້ນຕອນທຳອິດຄື ການຖືສິນຫ້າ ຕະຫລອດຫລັກສູດ ຄື: ເວັ້ນຈາກການຂ້າສັດ, ລັກຊັບ, ປະພຶດຜິດໃນກາມ, ຂີ້ຕົວະແລະເສບຂອງມື່ນເມົາ. ສິນທັງຫ້າຂໍ້ນີ້ ຈະຊ່ວຍໃຫ້ຈິດໃຈຂອງຜູ້ປະຕິບັດສະຫງົບຂື້ນ ບໍ່ດັ່ງນັ້ນຈິດໃຈຈະກະວົນກະວາຍເກີນກວ່າຈະສັງເກດຕົນເອງໄດ້. ຂັ້ນຕອນຕໍ່ໄປຄືການພັດທະນາສະມາທິ ໂດຍການຮຽນຮູ້ທີ່ຈະມີສະຕິຈົດຈໍຢູ່ກັບຄວາມຈິງຕາມທຳມະຊາດຂອງການໄຫລຂອງລົມຫາຍໃຈ ທີ່ປ່ຽນແປງຕະຫລອດເວລາຂະນະຫາຍໃຈເຂົ້າແລະຫາຍໃຈອອກຜ່ານຮູດັງ. ເມື່ອຮອດວັນທີສີ່ ຈິດຈະສະຫງົບແລະມີສະມາທິຫລາຍຂື້ນ ຜູ້ເຂົ້າອົບຮົມສາມາດເລີ່ມປະຕິບັດວິປັດສະນາ ໂດຍສັງເກດຄວາມຮູ້ສຶກທົ່ວຮ່າງກາຍ ພ້ອມທັງເຂົ້າໃຈທຳມະຊາດຂອງມັນແລະພັດທະນາອຸເປກຂາ (ວາງເສີຍ)ຕໍ່ຄວາມຮູ້ສຶືກທີ່ເກີດຂື້ນ ໂດຍຮຽນຮູ້ທີ່ຈະບໍ່ຕອບສະໜອງ. ໃນວັນສຸດທ້າຍຜູ້ເຂົ້າອົບຮົມ ຈະໄດ້ຮຽນຮູ້ເຖິງການປະຕິບັດເມດຕາພາວະນາ ເພື່ອແບ່ງປັນຄວາມບໍລິສຸດທີ່ພັດທະນາຂື້ນຕະຫລອດຫລັກສູດແກ່ສັບພະສັດທັງຫລາຍ. ການປະຕິບັດທັງໝົດນີ້ ເປັນການຝຶກຈິດຢ່າງແທ້ຈິງ ເຊັ່ນດຽວກັບການທີ່ເຮົາອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງ….