ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ການສວດມົນຂ້າມປີມີຈຸດປະສົງຫລັກ ເພື່ອສົ່ງທ້າຍປີເກົ່າດ້ວຍສິ່ງດີງາມ ຕ້ອນຮັບປີໃໝ່ດ້ວຍສິຣິມຸງຄຸນ ໂດຍມີປະໂຫຍດທັງທາງຈິດໃຈ (ຝຶກສະມາທິ, ຊຳລະລ້າງຈິດໃຈ, ສ້າງປັນຍາ) ແລະ ທາງກາຍ (ຫລຸດອຸບັດເຫດ) ເປັນການເລີ່ມຕົ້ນປີໃໝ່ດ້ວຍພະລັງບວກ ອຸທິດບຸນໃຫ້ຜູ້ອື່ນ ແລະ ເສີມດວງຊະຕາໃຫ້ແຄລ້ວຄລາດປອດໄພ.  ເຫດຜົນ ແລະ ອານິສົງຫລັກ: ສະຫລຸບ: ການສວດມົນຂ້າມປີຄືການເຮັດກິດຈະກຳດີໆ ເພື່ອປັບປ່ຽນຕົວເອງໃຫ້ເປັນຄົນທີ່ມີຄຸນນະພາບພ້ອມຮັບປີໃໝ່ ບໍ່ພຽງແຕ່ເລື່ອງຂອງໂຊກລາບ ແຕ່ລວມທັງການພັດທະນາຈິດໃຈໃຫ້ເຂັ້ມແຂງ ແລະ ສະຫງົບອີກດ້ວຍ. ການສູດມົນຂ້າມປີຂອງຊາວພຸດແມ່ນຈັດຂື້ນໃນວັນທີ 31 ຂອງເດືອນທັນວາ (12) ທຸກປີ ຫລື ໃນວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ຊື່່ງຂັ້ນຕອນ ແລະ ບົດສຸດມົນມີດັ່ງນີ້: *ແຕ່ງຂັນ 5 (ໃຊ້ຈານ ມີດອກໄມ້ 10 ດອກ ແລະ ທຽນ 10 ເຫລັ້ມ) *ໃຕ້ທຽນ 2 ເຫລັ້ມ ແລະ ທູບ 3 ດອກ. * ທາງກາຍ:…

ອ່ານຕໍ່

ການກະກຽມ ແລະ ເວລາສູດມົນຂ້າມປີ

ການກຽມຕົວເພື່ອສູດມົນຂ້າມປີ ໃນວັນທີ 31 ເດືອນທັນວາ (12) ບໍ່ພຽງແຕ່ເປັນການໄປຮ່ວມພິທີ ຫລື ເປັນການສູດມົນດ້ວຍຕົນເອງທີ່ເຮືອນເທົ່ານັ້ນ ແຕ່ຄືການກຽມທັງກາຍ ແລະ ໃຈ ໃຫ້ພ້ອມເພື່ອຮັບພະລັງບວກ ໃນປີໃໝ່ທີ່ຈະມາເຖິງ.  ຫາກທ່ານຕັ້ງໃຈຈະເລີ່ມປີໃໝ່ດ້ວຍສິ່ງດີໆ ນີ້ຄືຂັ້ນຕອນການກະກຽມ ແລະ ເວລາແບບງ່າຍໆ. ​1. ການກຽມທາງກາຍ (ຄວາມພ້ອມພາຍນອກ) ​* ຊຸດແຕ່ງກາຍ: ສວມໃສ່ເສື້ອຜ້າທີ່ສຸພາບ ແລະ ສວມໃສ່ສະບາຍ (ສີຂາວ ຫລື ສີອ່ອນ ຈະແດງເຖີງການສັງລວມ ແລະ ສະຫງົບທາງໃຈ) ທີ່ສຳຄັນຕ້ອງສາມາດລະບາຍອາກາດໄດ້ດີ ເພາະການສວດມົນດົນໆ ຈະເຮັດໃຫ້ອືດອັດ. ​* ເຮັດຮ່າງກາຍໃຫ້ສະອາດ: ຊຳລະລ້າງຮ່າງກາຍໃຫ້ສົດຊື່ນ (ອາບນ້ຳ ແລະ ຖູແຂ້ວ) ກ່ອນໄປຮ່ວມງານ ຫລື ເຂົ້າສູດມົນທີ່ຈັດໄວ້ຢູ່ເຮືອນ ເພື່ອໃຫ້ຄວາມຮູ້ສຶກປອດໂປ່ງພ້ອມຮັບສິ່ງໃໝ່ໆ. ​* ອາຫານ ແລະ ຢາ : ຮັບປະທານອາຫານໃຫ້ພໍດີ ບໍ່ໃຫ້ອິ່ມຈົນເກີນໄປ ເພາະອາດຈະເຮັດໃຫ້ງ່ວງນອນຂະນະສູດມົນ ແລະ ຢ່າລືມພົກຢາປະຈຳຕົວ ຫລື…

ອ່ານຕໍ່

ບົດສູດມົນຂ້າມປີ ກັບ 10 ບົດສວດສຸດຍອດເສີມມຸງຄຸນຊີວິດ

ຫລາຍຄົນມີຄວາມເຊື່ອວ່າ ການກ້າວເຂົ້າສູ່ປີໃໝ່ ຖ້າເຮົາທຳແຕ່ສິ່ງທີ່ດີ, ຄິດໃນສິ່ງທີ່ດີ ແລະ ເວົ້າໃນສິ່ງທີ່ດີ ໃນຄ່ຳຄືນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ນັ້ນ ຈະຊ່ວຍໃຫ້ພວກເຮົາໄດ້ພົບເຈີແຕ່ສີ່ງທີ່ດີໃນຊີວິດ. ເພາະສະນັ້ນ, ການສວດມົນຂ້າມປີໃນຄືນຂອງວັນທີ 31/12/2022 ໃນຊ່ວງເວລາຕໍ່ຈາກປີເກົ່າເຂົ້າຫາປີໃໝ່ 2023 ເປັນການເສີມສີຣິມຸງຄຸນ ແລະ ສ້າງບຸນບາຣະມີເປັນຢ່າງຍີ່ງໃຫ້ແກ່ຕົນເອງ ແລະ ຄອບຄົວ. ມີື້ນີ້ທາງທີມງານ ທຳມະລາວ ຈຶ່ງໄດ້ລວບລວມເອົາ ບົດສວດມົນຂ້າມປີ ທີ່ນິຍົມກັນສວດຫລາຍທີ່ສຸດມາຝາກກັນ ຊຶ່ງຜູ້ທີ່ມີຄວາມສົນໃຈສາມາດພີມອອກ ແລະ ໄປເຝຶກຕຽມຕົວກັນໄດ້ເລີຍ. ອິທັງ ເມ ຍາຕິນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ.ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ຍາດທັ້ງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັ້ງຫລາຍຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ ອິທັງ ເມ ຄຸຣູປັຊຊາຍາຈະຣິຍານັງ ໂຫຕຸ ສຸຂິຕາໂຫນຕຸ ຄຸຣູປັຊຊາຍາຈະຣິຍາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າຈົ່ງມີຄວາມສຸກ ອິທັງ ສັພພະເທວະຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັພເພເທວາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເທວະດາທັ້ງຫລາຍທັ້ງປວງ ຂໍໃຫ້ເທວະດາທັ້ງຫລາຍທັ້ງປວງ ຈົ່ງມີຄວາມສຸກ ອິທັງ…

ອ່ານຕໍ່