ທຳວັດແລງ


2.1    ຄຳບູຊາພຣະຣັຕນະໄຕຣ
ໂຍ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ,  ພຣະຜູ້ມີພຣະພາຄເຈົ້ານັ້ນພຣະອົງໃດ, ເປັນພຣະອະຣະຫັນ, ດັບໄຟກິເລສ ໄຟທຸກ ໂດຍສິ້ນເຊີງ, ຕັສຮູ້ຊອບໄດ້ໂດຍ ພຣະອົງເອງ;
ສວາກຂາໂຕ ເຍນະ ພະຄະວະຕາ ທັມໂມ   ພຣະທັມເປັນທັມອັນພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ສະແດງໄວ້ດີແລ້ວ;
ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ,   ພຣະສົງສາວົກຂອງພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ປະຕິບັດດີແລ້ວ;
ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ, ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິ ອະພິປູຊາຍາມະ,  ຂ້າພະເຈົ້າທັ້ງຫລາຍ, ຂໍບູຊາຢ່າງຍິ່ງ ຊຶ່ງພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ, ພ້ອມທັ້ງພຣະທັມ ແລະ ພຣະສົງ, ດ້ວຍເຄື່ອງສັກກາຣະທັ້ງຫລາຍເຫລົ່ານີ້,ອັນຍົກຂຶ້ນຕາມສົມຄວນແລ້ວຢ່າງໃດ,
ສາທຸໂນ ພັນເຕ ພະຄະວະ ສຸຈິຣະປະຣິນິພພຸໂຕປິ,  ຂ້າແຕ່ພຣະອົງຜູ້ຈະເຣີນ,ພຣະຜູ້ມີພຣະພາຄເຈົ້າແມ້ປະຣິນິພານນານແລ້ວ, ຊົງສ້າງຄຸນ ອັນສຳເຣັດປໂຫຍດໄວ້ແກ່ຂ້າພະເຈົ້າທັ້ງຫລາຍ,
ປັຈສິມາ ຊະນະຕານຸກັມປະມານະສາຊົງມີພຣະຫະຣຶທັຍອະນຸເຄາະ ແກ່ພວກຂ້າພະເຈົ້າ ອັນເປັນຊົນຮຸ່ນຫລັງ,    
ອິເມ ສັກກາເຣ ທຸຄຄະຕະປັນນາກາຣະພູເຕ ປະຕິຄຄັນຫາຕຸຂໍພຣະຜູ້ມີພຣະພາຄເຈົ້າ ຈົ່ງຮັບເຄື່ອງສັກກາຣະ ອັນເປັນບັນນາການຂອງຄົນຍາກທັ້ງຫລາຍເຫລົ່ານີ້,  
ອັມຫາກັງ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ.   ເພື່ອປໂຍດ ແລະ ຄວາມສຸກແກ່ຂ້າພະເຈົ້າທັ້ງຫລາຍ ຕລອດກາລະນານເທີ້ນ.

2.2 ຄຳນະມັດສະການ
ອະຣະຫັງ ສັມມາສັມພຸທໂທ ພະຄະວາ,   ພຣະຜູ້ມີພຣະພາຄເຈົ້າ ເປັນພຣະອະຣະຫັນ, ດັບໄຟກິເລສ ໄຟທຸກ ໂດຍສິ້ນເຊີງ, ຕັສຮູ້ຊອບໄດ້ໂດຍພຣະອົງເອງ;
ພຸທທັງ ພະຄະວັນຕັງ ອະພິວາເທມິຂ້າພະເຈົ້າອະພິວາດ ພຣະຜູ້ມີພຣະພາຄເຈົ້າ ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ( ຂາບລົງ 1 ຄັ້ງ )
ສວາກຂາໂຕ ພະຄະວະຕາ ທັມໂມ   ພຣະທັມເປັນສິ່ງ ທີ່ ພຣະຜູ້ມີພຣະພາຄເຈົ້າ ສະແດງໄວ້ດີແລ້ວ;
ທັມມັງ ນະມັສສາມິ,  ຂ້າພະເຈົ້າ ນະມັສການພຣະທັມ ( ຂາບລົງ 1 ຄັ້ງ )

ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ  ພຣະສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ປະຕິບັດດີແລ້ວ ,
ສັງຄັງ ນະມາມິ
   ຂ້າພະເຈົ້າ ນອບນ້ອມພຣະສົງ ( ຂາບລົງ 1 ຄັ້ງ )

2.3 ປຸພພະພາຄະນະມະກາຣະ
ກ່າວນຳ:  ຫັນທະທານິ ມະຍັງຕັງ ພະຄະວະຕັງ ວາຈາຍະ ອະພິຄາຍິຕຸງ, ປຸພພະພາຄະນະມະກາຣັນເຈວະ ພຸທທານຸສະຕິນະຍັນຈະ ກະໂຣ ມະເສ.

ສວາກຂາຕະຕາທິຄຸນະໂຍຄະວະເສນະ ເສີຍໂຍ,
ພຣະທັມເປັນສິ່ງທີ່ປະເສີດ ເພາະປະກອບດ້ວຍຄຸນ, ຄືຄວາມທີ່ພຣະຜູ້ມີພຣະ ພາຄເຈົ້າຕຣັສໄວ້ດີແລ້ວ ເປັນຕົ້ນ
ໂຍ ມັຄຄະປາກະ ປະຣິຍັຕຕິວິໂມກຂະເພໂທ,
ເປັນທັມອັນຈຳແນກ ເປັນມັຄ ຜົລ ປະຣະຍັຕ ແລະ ນິພພານ;
ທັມໂມ ກຸໂລກະປະຕະນາ ຕະທະທາຣິທາຣີ,
ເປັນທັມຊົງໄວ້ ຊຶ່ງຜູ້ຊົງທຳຈາກການຕົກໄປສູ່ໂລກທີ່ຊົ່ວ;
ວັນທາມະຫັງ ຕະມະຫະຣັງ ວະຣະທັມມະເມຕັງ
ຂ້າພະເຈົ້າໄຫວ້ ພຣະທັມອັນປະເສີດນັ້ນ ອັນເປັນເຄື່ອງກຳຈັດເສັຽເຊິ່ງຄວາມມືດ;
ທັມໂມ ໂຍ ສັພພະປານີນັງ ສະຣະນັງ ເຂມະມຸຕຕະມັງ,
ພຣະທັມ ອັນໃດ ເປັນສະຣະນະອັນກະເສມສູງສຸດຂອງສັດທັງຫລາຍ;
ທຸຕິຍານຸສສະຕິຕຖານັງ ວັນທາມິ ຕັງ ສິເຣນະຫັງ ,
ຂ້າພະເຈົ້າໄຫວ້ ພຣະທັມນັ້ນ ອັນເປັນທີ່ຕັ້ງແຫ່ງຄວາມຣະລຶກ ອົງທີ່ສອງດ້ວຍສຽນເກົ້າ;
ທັມມັສສາຫັສມິ ທາໂສ (ຜູ້ຍິງເວົ້າ: ທາສີ) ວະ ທັມໂມເມ ສາມິກິສສະໂຣ,
ຂ້າພະເຈົ້າເປັນທາດຂອງ ພຣະທັມ ພຣະທັມເປັນນາຍມີອິສລະເໜືອຂ້າພະເຈົ້າ;
ທັມໂມ ທຸກຂັສສະ ຄາຕາ ຈະ ວິທາຕາ ຈະ ຫິຕັສສະ ເມ,
ພຣະທັມເປັນເຄື່ອງກຳຈັດທຸກ ແລະຊົງໄວ້ຊຶ່ງປໂຍດແກ່ຂ້າພະເຈົ້າ;
ທັມມັສສາຫັງ ນິຍາເທມິ ສະຣິຣັນ ຊີວິຕັນຈິທັງ,
ຂ້າພະເຈົ້າມອບກາຍຖວາຍຊີວິດນີ້ແດ່  ພຣະທັມ;
ວັນທັນໂຕຫັງ​ (ວັນທັນຕີຫັງ) ຈະຣິສສາມິ ທັມມັສເສວະ ສຸທັມມະຕັງ,
ຂ້າພະເຈົ້າຜູ້ໄຫວ້ຢູ່ ຈັກປະພຶດຕາມຊຶ່ງຄວາມເປັນທັມດີຂອງພຣະທັມ;
ນັຕຖິ ເມ ສະຣະນັງ ອັນຍັງ ທັມໂມ ເມ ສະຣະນັງ ວະຣັງ,
ສາຣະນະອື່ນຂອງຂ້າພະເຈົ້າບໍ່ມີ ພຣະທັມເປັນສາຣະນະອັນປະເສີດ ຂອງຂ້າພະເຈົ້າ;
ເອເຕນະ ສັຈຈະວັຊເຊນະ ວັທໄທຍັງ ສັຕຖຸສາສະເນ,
ດ້ວຍການກ່າວຄຳສັຈນີ້ ຂ້າພະເຈົ້າຕ້ອງຈະເຣີນໃນພຣະສາສນາ ຂອງພຣະສາສດາ;
ທັມມັງ ເມ ວັນທະມາເນນະ (ວັນທະມານາຍະ) ຍັງ ປຸນຍັງ ປະສຸຕັງ ອິທະ,
ຂ້າພະເຈົ້າຜູ້ໄຫວ້ຢູ່ ຊຶ່ງພຣະທັມ ໄດ້ຂົນຂວາຍບຸນໃດໃນບັດນີ້;
ສັພເພປິ ອັນຕະຣາຍາ ເມ ມາເຫສຸງ ຕັສສະ ເຕຊະສາ,
ອັນຕະລາຍທັງປວງ ຢ່າໄດ້ມີແກ່ຂ້າພະເຈົ້າ ດ້ວຍເດຊແຫ່ງບຸນນັ້ນ;
( ໝອບຂາບລົງວ່າ )
ກາເຍນະ ວາຈາຍະວະ ເຈຕະສາ ວາ   ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ;
ທັມເມ ກຸກັມມັງ ປະກະຕັງ ມະຍາຍັງ   ກັມຫນ້າຕິຕຽນ ອັນໃດທີ່ຂ້າພະເຈົ້າກະທຳແລ້ວ ໃນພຣະທັມ;
ທັມໂມ ປະຕິຄຄັນຫາຕຸ ອັຈຈະຍັນຕັງ  ຂໍພຣະທັມ ຈົ່ງງົດ ຊຶ່ງໂທດລ່ວງເກີນອັນນັ້ນ;
ກາລັນຕະເຣ ສັງວະຣິຕຸງ ວະ ທັມເມ    ເພື່ອການສຳລວມຣະວັງ ໃນພຣະທັມ ໃນກາລຕໍ່ໄປ;
( ນັ່ງຄຸກເຂົ່າວ່າ )

2.8 ສັງຄານຸສສະຕິ
ກ່າວນຳ: ຫັນທະມະຍັງ ສັງຄັງນຸສສະຕິນະຍັງ ກະໂຣມະເສ

ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ໝູ່ໃດ ປະຕິບັດດີແລ້ວ
ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ
ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ໝູ່ໃດ ປະຕິບັດຕຣົງແລ້ວ
ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ    ສາວົກຂອງ ພຣະຜູ້ມີພຣະພາກເຈົ້າໝູ່ໃດປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກແລ້ວ
ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ    ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ໝູ່ໃດ ປະຕິບັດສົມຄວນແລ້ວ
ຍະທິທັງ   ໄດ້ແກ່ບຸກຄົນເຫລົ່ານີ້ ຄື :
ຈັຕຕາຣິ ປຸຣິສະຍຸຄານິ ອັຕຖະ ປຸຣິສະປຸຄຄະລາ    ຄູ່ແຫ່ງບຸຣຸດ ໔ ຄູ່ ນັບລຽງຕົວບຸຣຸດໄດ້ ໘ ບຸຣຸດ
ເອສະ ພະຄະວະໂຕ ສາວະກະສັງໂຄ   ນັ້ນແຫລະ ສົງສາວົກຂອງ ພຣະຜູ້ມີພຣະພາຄເຈົ້າ 
ອາຫຸໄນໂຍ  ເປັນສົງຄວນ ແກ່ສັກກາຣະ ທີ່ເຂົານຳມາບູຊາ
ປາຫຸໄນໂຍ  ເປັນສົງຄວນ ແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ
ທັກຂິໄນໂຍ ເປັນຜູ້ຄວນ ຮັບທັກຂິນາທານ
ອັນຊະລີກະຣະນິໂຍ  ເປັນຜູ້ທີ່ບຸກຄົນທົ່ວໄປ ຄວນນອບນ້ອມ
ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະຕິ  ເປັນເນື້ອນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້                        

2.9 ສັງຄາພິຄີຕິ
ກ່າວນຳ:  ຫັນທະມະຍັງ ສັງຄາພິຄີຕິງ ກະໂຣມະເສ

ສັທທັມມະໂຊ ສຸປະຕິປັຕຕິຄຸນາທິຍຸຕໂຕ,
ພຣະສົງ ທີ່ເກີດໂດຍພຣະສັທທັມ,ປະກອບດ້ວຍຄຸນມີການປະຕິບັດດີ ເປັນຕົ້ນ
ໂຍຕຖັພພິໂທ ອະຣິຍະປຸຄຄະລະສັງຄະເສຕໂຖ,
ເປັນໝູ່ແຫ່ງພຣະອະຣິຍະບຸຄຄົນອັນປະເສີດ ແປດຈຳພວກ;
ສີລາທິທັມມະປະວະຣາສະຍະກາຍະຈິຕໂຕ,  
ມີກາຍແລະຈິຕ ອັນອາສັຍທັມ ມີສີລເປັນຕົ້ນ ອັນບໍວອນ;
ວັນທາມະຫັງ ຕະມະຣິຍານະຄະນັງ ສຸສຸທທັງ,
ຂ້າພະເຈົ້າໄຫວ້ ໝູ່ແຫ່ງພຣະອະຣິຍະເຈົ້າເຫລົ່ານັ້ນ ອັນບໍຣິສຸດດ້ວຍດີ;
ສັງໂຄ ໂຍ ສັພພະປານີນັງ ສະຣະນັງ ເຂມະມຸຕຕະມັງ,
ພຣະສົງໝູ່ໃດ ເປັນສະຣະນະອັນກະເສມສູງສຸດຂອງສັຕທັງຫລາຍ;
ຕະຕິຍານຸສສະຕິຕຖານັງ ວັນທາມິ ຕັງ ສິເຣນະຫັງ,
ຂ້າພະເຈົ້າໄຫວ້ ພຣະສົງໝູ່ນັ້ນ ອັນເປັນທີ່ຕັ້ງແຫ່ງຄວາມຣະລຶກ ອົງທີ່ສາມ ດ້ວຍສຽນເກົ້າ
ສັງຄັສສາຫັສມິ ທາໂສ (ຜູ້ຍິງເວົ້າ: ທາສີ) ວະ ສັງໂຄ ເມ ສາມິກິສສະໂຣ,
ຂ້າພະເຈົ້າເປັນທາສຂອງ ພຣະສົງ ພຣະສົງເປັນນາຍມີອິສລະເໜືອຂ້າພະເຈົ້າ
ສັງໂຄ ທຸກຂັສສະ ຄາຕາ ຈະ ວິທາຕາ ຈະ ຫິຕັສສະ ເມ,
ພຣະສົງເປັນເຄື່ອງກຳຈັດທຸກ ແລະຊົງໄວ້ຊຶ່ງປໂຍດແກ່ຂ້າພະເຈົ້າ
ສັງຄັສສາຫັງ ນິຍາເທມິ ສະຣິຣັນຊີວິຕັນຈິທັງ,
ຂ້າພະເຈົ້າມອບກາຍຖວາຍຊີວິດນີ້ແດ່  ພຣະສົງ ,
ວັນທັນໂຕຫັງ (ວັນທັນຕີຫັງ) ຈະຣິສສາມິ ສັງຄັສໂສປະຕິປັນນະຕັງ,
ຂ້າພະເຈົ້າຜູ້ໄຫວ້ຢູ່ ຈັກປະພຶດຕາມຊຶ່ງຄວາມປະຕິບັດດີຂອງພຣະສົງ
ນັຕຖິ ເມ ສະຣະນັງ ອັນຍັງ ສັງໂຄ ເມ ສະຣະນັງ ວະຣັງ,
ສາຣະນະອື່ນຂອງຂ້າພະເຈົ້າບໍ່ມີ ພຣະສົງເປັນສາຣະນະອັນປະເສີດ ຂອງ ຂ້າພະເຈົ້າ
ເອເຕນະ ສັຈຈະວັຊເຊນະ ວັທໄທຍັງ ສັຕຖຸ ສາສະເນ,
ດ້ວຍການກ່າວຄຳສັຈນີ້ ຂ້າພະເຈົ້າຕ້ອງຈະເຣີນໃນພຣະສາສນາ ຂອງ ພຣະສາສດາ;
ສັງຄັງ ເມ ວັນທະມາເນນະ (ວັນທະມານາຍະ) ຍັງ ປຸນຍັງ ປະສຸຕັງ ອິທະ,
ຂ້າພະເຈົ້າຜູ້ໄຫວ້ຢູ່ ຊຶ່ງພຣະສົງ ໄດ້ຂົນຂວາຍບຸນໃດໃນບັດນີ້;
ສັພເພປິ ອັນຕະຣາຍາ ເມ ມາເຫສຸງ ຕັສສະ ເຕຊະສາ,
ອັນຕະລາຍທັງປວງ ຢ່າໄດ້ມີແກ່ຂ້າພະເຈົ້າ ດ້ວຍເດຊແຫ່ງບຸນນັ້ນ;
ໝອບຂາບລົງວ່າ )


ກາເຍນະ ວາຈາຍະວະ ເຈຕະສາ ວາ   ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ;
ສັງເຄ ກຸກັມມັງ ປະກະຕັງ ມະຍາຍັງ  ກັມຫນ້າຕິຕຽນ ອັນໃດທີ່ຂ້າພະເຈົ້າກະທຳແລ້ວ ໃນພຣະສົງ;
ສັງໂຄ ປະຕິຄຄັນຫາຕຸ ອັຈຈະຍັນຕັງ  ຂໍພຣະສົງ ຈົ່ງງົດ ຊຶ່ງໂທດລ່ວງເກີນອັນນັ້ນ;
ກາລັນຕະເຣ ສັງວະຣິຕຸງ ວະ ສັງເຄ    ເພື່ອການສຳລວມຣະວັງ ໃນພຣະສົງ ໃນກາລຕໍ່ໄປ;

ອຸທທິສສະນະຄາຖາ (ຢາດນ້ຳ)

ກ່າວນຳ:  ຫັນທະມາຍັງ ອຸທທິສສະນະຄາຖາໂຍ ພະນາມະເສ

ອິມິນາ ປຸນຍະກັມເມ ນະອຸປັດຊາຍາ ຄຸນຸດຕະຣາ ອາຈາຣິຍູປະກາຣາ ຈະ ມາຕາປິຕາ ຈະຍາຕະກາ ປິຍາມະມັງ ສຸຣິໂຍ ຈັນທິມາ ຣາຊາ ຄຸນະວັນຕາ ນະຣາປິຈະ ພຣົມມະ ມາຣາ ຈະອິນທາ ຈະຕຸໂລກະປາລາ ຈະ ເທວະຕາ ຍະໂມມິດຕາ ມະນຸດສາ ຈະ ມັດຊັດຕາ ເວຣິກາປິ ຈະ ສັບເພສັດຕາ ສຸຂີໂຫນຕຸ ປຸນຍານິປະກະຕານິເມ  ສຸຂັງຈະຕິວິທັງ ເທນຕຸ  ຂິບປັງປາເປຖະໂວມະຕັງ

ອິມິນາ ປຸນຍະ ກັມເມນະ ອິມິນາອຸດທິເສນະ ຈະ ຂິບປາຫັງ ສຸລະເພ ເຈວະຕັນ ຫຸປາທານະ ເສທະນັງ ເຍສັນຕາ ເນຫິນາ ທັມມາ  ຍາວະ ນິບພານະໂຕ ມະມັງ ນັດສັນຕຸ ສັບພະທາ  ເຍວະ ຍັດຖະ ຊາໂຕ ພະເວ ພະເວ ອຸຊຸຈິດຕັງ ສະຕິປັນຍາ ສັນເລໂຂ ວິຣິຍັມຫິນາ ມາຣາລະພັນຕຸ ໂນນາສັງ ກາຕຸນ ຈະ ວິຣິເຍສຸເມ ພຸດທາທິປະວະໂຣ ນາໂຖ ທັມໂມ ນາໂຖວະຣຸດຕະໂມ ນາໂຖປັດເຈກະພຸດໂທ ຈະ ສັງໂຄ ນາໂຖຕະໂຣ ມະມັງ ເຕໂສດຕະມານຸພາເວນະ ມາໂຣກາສັງ ລະພັນຕຸມາ ຯ

Leave a Reply

Your email address will not be published. Required fields are marked *