ພຣະສີວະລີ ເປັນໂອຣົສຂອງພຣະນາມສຸບປະວາສາ ຣາຊທິດາແຫ່ງໂກລິຍະນະຄອນ ຕັ້ງແຕ່ທ່ານຈຸຕິລົງມາເກີດໃນຄັນຂອງພຣະມານດາ ໄດ້ເຮັດໃຫ້ລາບສັກກາຣະ ເກີດຂຶ້ນແກ່ພຣະມານດາເປັນອານັນ ທ່ານອາໄສຢູ່ຄັນຂອງພຣະມານດາ ດົນເຖິງ 7 ປີ 7 ເດືອນ 7 ວັນ ເມື່ອເຖິງເວລາຈະປະສູດ ພຣະມານດາ ໄດ້ຮັບທຸກຂະເວທະນາຢ່າງແຮງກ້າ ພຣະນາງຈຶ່ງຂໍໃຫ້ພຣະສາມີໄປຂາບບັງຄົມທູນຂໍພຣະພອນ ຈາກພຣະສັມມາສັມພຸທທະເຈົ້າ ແລະ ພຣະອົງກໍ່ຊົງຕັດປະທານພອນແກ່ພຣະນາງວ່າ : “ ຂໍພຣະນາງສຸບປະວາສາ ພຣະຣາຊທິດາແຫ່ງພຣະເຈົ້າໂກລິຍະ ຈົ່ງຜູ້ມີຄວາມສຸຂ ປຣາສະຈາກໂຣຄາພະຍາດ ປະສູດພຣະຣາຊະໂອຣັສເປັນຜູ້ປຣາສະຈາກໂຣຄ ” ດ້ວຍອໍານາດແຫ່ງພຣະພຸທທານຸພາບ ທຸຂເວທະນາຂອງພຣະນາງ ກໍ່ອັນຕະທານຫລາຍໄປ ພຣະນາງປະສູດພຣະຣາຊະໂອຣົສຢ່າງງ່າຍດາຍ ເຫມືອນນ້ຳໄຫລອອກຈາກຫມໍ້ ບັນດາພຣະຍາຕິວົງທັງຫລາຍ ຈຶ່ງໄດ້ຂະໜາດນາມພຣະໂອຣົສຂອງພຣະນາງສຸບປະວະສາວ່າ: ສີວະລີກຸມມານ ເມື່ອພຣະນາງມີພຣະວໍຣະກາຍທີ່ແຂງແຮງດີແລ້ວ ຈຶ່ງມີພຣະປະສົງທີ່ຈະຖວາຍທານ ຕິດຕໍ່ກັນເປັນເວລາ 7 ວັນ ຈຶ່ງບອກຄວາມປະສົງແກ່ສາມີໃຫ້ຂາບອະຣາດທະນານິມົນ ພຣະສັມມາສັມພຸທທະເຈົ້າ ພ້ອມດ້ວຍພຣະພິຂຸສົງສາວົກ ມາຮັບມະຫາທານ ແລະ ອາຫານບິນທະບາຕ ໃນຄັ້ງນີ້ ຕະຫລອດ 7 ວັນ ໃນວັນຖວາຍມະຫາທານນັ້ນ ສີວະລີກຸມມານ ມີພຣະວໍຣະກາຍທີ່ເຂັ້ມແຂງ ປຽບດັ່ງຜູ້ມີພະຊົນ 7 ປີ ແລະ ໄດ້ຊ່ວຍພຣະບິດາ ແລະ ພຣະມານດາຕ່າງໆ ມີການນຳ ທະມະກະຫຣົກ ( ກະບອກກອງນ້ຳ ) ມາກອງນ້ຳດື່ມ ແລະ ອັງຄາສ ( ຖວາຍອາຫານພຣະ) ພຣະສັມມາສັມພຸທທະເຈົ້າ ແລະ ບັນດາພຣະພິຂຸສົງສາວົກ ໃນຂະນະທີ່ ສີວະລີກຸມມານ ຊ່ວຍພຣະບິດາ ແລະ ພຣະມານດາຢູ່ນັ້ນ ພຣະສາລີບຸຕເຖຣະໄດ້ສັງເກດເບິ່ງຕະຫລອດເວລາ ແລະ ເກີດຄວາມຮູ້ສຶກພໍໃຈໃນພຣະຣາຊະກຸມມານນ້ອຍເປັນຢ່າງທີ່ສຸດ ເມື່ອເຖິງວັນທີ່ 7 ເຊິ່ງເປັນວັດສຸດທ້າຍ ພຣະເຖຣະໄດ້ສົນທະນາກັບ ສີວະລີກຸມມານ ແລ້ວຊັກຊວນໃຫ້ມາບວດ ສີວະລີກຸມມານ ຜູ້ມີຈິດໃຈໃນການນ້ອມໄປສູ່ການບວດຢູ່ແລ້ວ ເມື່ອພຣະເຖຣະຊັກຊວນ ຈຶ່ງຂາບທຸນຂໍອະນຸຍາດຈາກພຣະບິດາ ແລະ ພຣະມານດາ ເມື່ອໄດ້ຮັບການອະນຸຍາດແລ້ວ ຈຶ່ງໄດ້ຕິດຕາມພຣະເຖຣະໄປຍັງອາຣາມພຣະສາຣິບຸຕເຖຣະ ຜູ້ຮັບພາລະເປັນພຣະອຸປັຊຊາ ໄດ້ສອນພຣະກັມມະຖານເບື້ອງຕົ້ນ ຄື ຕະຈະປັນຈະກະກັມມະຖານ ທັງ 5 ໄດ້ແກ່ ເກສາ(ຜົມ) ໂລມາ(ຂົນ) ນະຂາ(ເລັບ) ທັນຕາ(ແຂ້ວ) ຕະໂຈ(ໜັງ) ໃຫ້ພິຈາລະນາທັງ 5 ເຫລົ່ານີ້ວ່າເປັນຂອງບໍ່ງາມເປັນຂອງສົກກະປົກ ບໍ່ຄວນເຂົ້າໄປຍຶດຫລົງໄຫລໃນສິ່ງເຫລົ່ານີ້ ສີວະລີກຸມມານ ໄດ້ສະດັບພຣະກັມມະຖານນັ້ນແລ້ວ ນຳໄປພິຈາລະນາໃນຂະນະທີ່ກຳລັງລົງມິດແຖ ເພື່ອແຖຜົມ ຄັ້ງທຳອິດນັ້ນທ່ານໄດ້ບັນລຸເປັນພຣະໂສດາບັນ ລົງມິດແຖຄັ້ງທີ່ 2 ທ່ານໄດ້ບັນລຸເປັນພຣະສະກະທາຄາມີ ລົງມິດແຖຄັ້ງທີ່ 3 ທ່ານໄດ້ບັນລຸເປັນພຣະອະນາຄາມີ ແລະເມື່ອລົງມິດແຖແລ້ວຫມົດ ທ່ານກໍ່ໄດ້ບັນລຸເປັນພຣະອະລະຫັນ.
ນັບແຕ່ວັນທີ່ທ່ານບັນພະຊາມາ ປັດໄຈສີ່ໄດ້ເກີດແກ່ທ່ານມາກຫລາຍ ລາບຜົນເຫລົ່ານັ້ນໄດ້ເຜື່ອແຜ່ໄປຍັງພຣະສົງທັງປວງດ້ວຍ ບໍ່ວ່າພຣະສີວະລີ ຈະໄປບ່ອນໃດ ບໍ່ວ່າຈະທຸລະກັນດານພຽງໃດ ກໍ່ມັກຈະມີຜູ້ນຳເອົາອາຫານບິນທະບາຕມາຖວາຍສະເໝີ ແມ້ຈະໄປພ້ອມກັບພຣະພິຂຸສົງຫມູ່ໃຫຍ່ກໍ່ຕາມ ກໍ່ຈະມີອາຫານສັນຢ່າງພຽງພໍ ບໍ່ຂາດ ເພາະວ່າທ່ານເປັນຜູ້ມີລາບສະກາລະຫລາຍ ໄດ້ເລື່ອງລືໄປທົ່ວ ຈົນພຣະພຸທທະເຈົ້າ ຊົງປະທານຕຳແຫນ່ງເອຕທັຄຄະໃນດ້ານເປັນຜູ້ເລີດກວ່າຜູ້ອື່ນໃນທາງມີລາບຫລາຍ ສະໄຫມຫນຶ່ງ ພຣະພຸທທະເຈົ້າພ້ອມພຣະພິຂຸສົງຈຳນວນຫລາຍ ສະເດັດເພື່ອໄປຢາມພຣະເຣວະຕະ( ຂະທິຮະວະນິຍະເຣວະຕະ) ຜູ້ຢູ່ສະຫງັດວິເວກອົງດຽວໃນປ່າສະແກ ໄປເຖິງທາງແຍກແຫ່ງຫນຶ່ງພຣະອານົນຂາບທູນວ່າ ທາງຫນຶ່ງເປັນທາງອ້ອມ ໄລຍະໄກເຖິງ 60 ໂຍດ ຕາມທາງມີຫມູ່ບ້ານຄົນຢູ່ ແຕ່ອີກທາງຫນຶ່ງເປັນທາງຊື່ ໄລຍະທາງພຽງ 30 ໂຍດ ບໍ່ມີຄົນຢູ່ເລີຍ ເປັນທາງກັນດານ ເຮົາຈະໄປທາງໃດ ພຣະພຸທທະເຈົ້າຕັດຖາມ “ສີວະລີ ມາກັບເຮົາດ້ວຍຫລືບໍ່?” “ມາ ພຣະພຸທທະເຈົ້າ ຂະນ້ອຍ ” ພຣະອານົນຂາບທູນ ພຣະພຸທທະເຈົ້າຕັດວ່າ “ຖ້າຢ່າງນັ້ນເຮົາໄປທາງລັດ” ແລ້ວພຣະອົງກໍ່ສະເດັດດໍາເນີນນໍາຫນ້າໄປທາງລັດ ເພາະຊົງຮູ້ວ່າ ບໍ່ວ່າຈະໄປທາງໃດ ຖ້າມີພຣະສີວະລີໄປນຳ ກໍ່ບໍ່ລຳບາກດ້ວຍອາຫານບິນທະບາຕ ເຊິ່ງກໍ່ແມ່ນຄວາມຈິງຕາມນັ້ນ ບັນດາຫມູ່ເທວະດາທີ່ສິ່ງສະຖິດຢູ່ໃນປ່າ ກໍ່ໄດ້ນຳເອົາອາຫານມາຖວາຍພຣະພຸທທະເຈົ້າ ແລະ ພຣະສົງສາວົກ ຕະຫລອດຫົນທາງທີ່ຜ່ານໄປ ເພາະຜົນບຸນຂອງພຣະສີວະລີ ການທີ່ພຣະສີວະລີມີລາບຫລາຍກໍ່ດີ ຕ້ອງຢູ່ໃນທ້ອງພຣະມານດາເຖິງ 7 ປີກວ່າຈະອອກກໍ່ດີ ລ້ວນເປັນພຣະຜົນບຸນ ແລະ ບາບທີ່ເຮັດໄວ້ໃນປາງກ່ອນ ໃນຄຳພີອຸປາທານ ທ່ານໄດ້ເລົ່າອັດຕະຊີວະປະຫວັດໄວ້ວ່າ: ໃນສະໄຫມພຣະພຸທທະເຈົ້າທີ່ມີພຣະນາມວ່າ ປະທຸມຸຕຕຣະ ທ່ານເປັນກະສັດເມືອງຫນຶ່ງ ຖວາຍທານແດ່ພຣະພຸທທະເຈົ້າ ແລະ ພິຂຸ ແລ້ວຕັ້ງຄວາມປຣາຖະໜາຢາກໄດ້ ເອຕທັຄຄະໃນທາງເປັນຜູ້ມີລາບຫລາຍ.
ຕໍ່ມາອີກໃນຊາຕຫນຶ່ງ ທ່ານເກີດເປັນກຸລະບຸຕຜູ້ທຸກຍາກ ໄດ້ຖວາຍນ້ຳເຜິ້ງກັບນົມສົ້ມແດ່ພຣະພຸທທະເຈົ້າ ພຣະນາມວ່າ: ວິປັສສີ ດ້ວຍສັດທາຢ່າງຍິ່ງ ດ້ວຍອານິສົງແຫ່ງຜົນທານນັ້ນ ທ່ານຈຶ່ງເປັນຜູ້ມີລາບຫລາຍໃນຊາດນີ້
ໃນສ່ວນທີ່ທ່ານຕ້ອງທຸກທໍລະມານຢູ່ໃນຄັນມານດາ ເຖິງ 7 ປີ ນັ້ນ ເພິ່ນບໍ່ໄດ້ກ່າວໄວ້ ແຕ່ພຣະສົງໄດ້ທູນຖາມພຣະພຸທທະເຈົ້າ ແລະ ພຣະອົງຊົງເຫລົ່າວ່າ: ໃນຊາດຫນຶ່ງ ພຣະສີວະລີເກີດເປັນກະສັດ ຍົກທັບໄປລ້ອມເມືອງຂ້າເສີກ ເພື່ອເອົາເປັນເມືອງຂຶ້ນ ລ້ອມຢູ່ 7 ປີ ກະສັດເມືອງທີ່ຖືກລ້ອມໄວ້ ບໍ່ຍອມ ຈົນຊາວເມືອງເດືອດຮ້ອນຫລາຍ ຈຶ່ງລຸກຮືຈັບພຣະຣາຊາຂອງຕົນ ຍົກເມືອງໃຫ້ກະສັດຜູ້ບຸກລຸກ ເພື່ອຍຸດຕິບັນຫາ ເພາະຜົນບາບທີ່ໄດ້ເຮັດໄວ້ນັ້ນ ທ່ານຈຶ່ງຕ້ອງຢູ່ໃນທ້ອງມານດາເຖິງ 7 ປີ ກວ່າຈະອອກມາ ຫລັງຈາກສະເຫວີຍຜົນກັມໃນນາຮົກມາດົນນານ ຖ້າພິຈາລະນາຕາມປະຫວັດຂອງເລື້ອງພຣະສີວະລີ ທ່ານມີລາບຫລາຍ ເພາະຜົນທານທີ່ຖວາຍດ້ວຍຈິດເຫລືອມໃສ ກໍ່ຈະໃຫ້ຄວາມຄິດແກ່ເຮົາຊາວພຸທວ່າ: ຖ້າເຮົາຢາກໄດ້ຫຍັງ ເຮົາກໍ່ຄວນໃຫ້ກ່ອນ ການເຮັດບຸນເຮັດທານ ຄືການໃຫ້ ຍິ່ງໃຫ້ຫລາຍກໍ່ບໍ່ຕ້ອງຫວ່ງວ່າຈະບໍ່ໄດ້ (ຍິ່ງໃຫ້ຍິ່ງໄດ້) ນີ້ຄືກົດເກນຂອງທຳມະຊາດ ເພາະສະນັ້ນ ທ່ານຢາກໄດ້ລາບ ເຖິງກັບໄປຊອກຫາພຣະສີວະລີມາບູຊາ ກໍ່ຄວນປະຕິບັດຕາມປະຕິປະທາ ຂອງພຣະສີວະລີນັ້ນກໍ່ຄື ໃຫ້ຮູ້ຈັກເຮັດບຸນເຮັດທານ ຊ່ວຍເຫລືອເກື້ອກູນເພື່ອນມະນຸດ ແລະ ສັດຮ່ວມໂລກໃຫ້ຫລາຍຂຶ້ນ ບໍ່ເຫັນແກ່ຕົວ ເມື່ອນັ້ນລາບຜົນ ກຸສົນບຸນທັງຫລາຍ ຈະຫລັ່ງໄຫລ ມາສູ່ທ່ານ ສ່ວນຄົນທີ່ມັກແຕ່ເອົາ ກຸສົນບຸນບໍ່ເຄີຍເຮັດ ເຖິງຈະມີພຣະ ຫລື ຫ້ອຍພຣະສີວະລີໃນຄໍ ກໍຄົງຫາລາບບໍ່ໄດ້ບໍ່ເຈີ ນັ້ນແລ.