ສູນປະຕິບັດທຳ ວັດວິໂມກຂະວະ ນາຣາມ

ສູນປະຕິບັດທຳແຫ່ງນີ້ ຕັ້ງຢູ່ໃນ ວັດວິໂມກຂະວະນາຣາມ, ບ້ານສາລາຄໍາ (ທາງເຂົ້າວັດແມ່ນຂ້າງວັດສັສວາດສາລາຄຳ), ຫລັກ 10, ຖະນົນທ່າເດືອ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.

        ຕາມການສອບຖ່າມຈາກແມ່ຊີທ່ານໜຶ່ງ (ເພີ່ນເຂົ້າມາຢູ່ທີ່ນີ້ເປັນເວລາຫລາຍກວ່າ 15 ປີ ແລ້ວ), ອະທິບາຍໃຫ້ຟັງວ່າ: ໃນສູນແຫ່ງນີ້ ມີແມ່ຊີ-ແມ່ຂາວທັງໝົດ 50 ກ່ວາຄົນ (ຊ່ວງທ້າຍເດືອນສິງຫາ 2022) ແລະ ພໍ່ຂາວ 5 ຄົນ. ຊຶ່ງຜູ້ທີ່ເຂົ້າມາປະຕິບັດທໍາມີທັງໄລຍະສັ້ນ ແລະ ຍາວ, ມີຈໍານວນຫລາຍແມ່ນໃນຊ່ວງເຂົ້າພັນສາ ແລະ ສຳລັບການສັນອາຫານແມ່ນຄາບດຽວຄືກັນໝົດ. ໜ້າທີ່ຫລັກໆ ແຕ່ລະວັນ ແມ່ນເຂົ້າຮ່ວມກັນໄຫ້ວພຣະ-ສວດມົນ 3 ຄັ້ງຕໍ່ວັນ ຄື: ຕອນເຊົ້າປະມານ 3-5 ໂມງເຊົ້າ, ຕອນສວຍ 13:30-15 ໂມງ ແລະ ຕອນແລງແມ່ນ 17-19ໂມງ. ສ່ວນການຟັງເທດສະນາຈາກພຣະສົງຈະມີທຸກໆ ວັນເສົາ ແລະ ອາທິດຕອນແລງ ຫລັງຈາກໄຫ້ວພຣະ-ສວດມົນສຳເລັດແລ້ວ.

        ໃນວັດແຫ່ງນີ້ມີຫໍໜັງສືທຳມະໄວ້ໃຫ້ຄົນເຂົ້າອ່ານ ແລະ ສຶກສາຮ່ຳຮຽນໄດ້, ຄັນຜູ້ໃດຢາກໄດ້ໜັງສືນັ້ນໆ ກໍສາມາດໄປບູຊາເອົາໄດ້ ຊຶ່ງເປີດບໍລິການຕັັ້ງແຕ່ ວັນຈັນ-ວັນເສົາ.

        ຕອນນີ້ທາງວັດກຳລັງສ້າງຫໍພັກໃຫ້ແກ່ແມ່ຊີ- ແມ່ຂາວ ເນື່ອງຈາກສະຖານທີ່ພັກເຊົາປະຈຸບັນແມ່ນຄັບແຄບຫລາຍ. ຕາມການສັງເກດແມ່ນຄົງສຳເລັດໄປແລ້ວປະມານ 85% ຂອງການກໍ່ສ້າງ. ຖ້າຫາກວ່າຜູ້ໃດມີໃຈສັດທາ ຢາກຮ່ວມສົມທົບທຶນສ້າງອາຄານດັ່ງກ່າວ ກໍສາມາດຕິດຕໍ່ຮ່ວມບໍລິຈາກໄດ້ໂດຍກົງ. ຈຸດພິເສດວັດນີ້ ຈະບໍ່ໂຄສະນາຂໍແຜ່ປັດໃຈຈາກອອກຕົນຍາດໂຍມ ຫລື ສາສະນິກະຊົນແຕ່ຢ່າງໃດເລີຍ, ວ່າໄປແລ້ວກໍ່ເປັນວັດທີ່ເຄັ່ງຂັດພໍສົມຄວນ.

Leave a Reply

Your email address will not be published. Required fields are marked *