ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້:
“ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ“
ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ ເພື່ອຈະໄດ້ບໍ່ມີເວນຕໍ່ກັນຕະຫລອດໄປ.
ດ້ວຍອະນິສົງແຫ່ງອະໄພຍະທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ຕະຫລອດຈົນວົງຄະລະຍາດ ແລະ ຜູ້ມີອຸປະກາລະພະຄຸນຂອງຂ້າພະເຈົ້າ ພົ້ນຈາກຄວາມທຸກຍາກລຳບາກເຂັນໃຈ, ຄວາມທຸກຢ່າໄດ້ໃກ້, ຄວາມເຈັບໄຂ້ຢ່າໄດ້ມີ, ຂໍຈົ່ງມີແຕ່ຄວາມສຸກສະຫວັດດີມີໄຊ ສະຫນຽດຈັ່ງໄລ ແລະ ອັນຕະລາຍທັງຫລາຍ ຈົ່ງເສື່ອມສິ້ນຫາຍໄປ, ນຶກຄິດປາດຖະໜາສິ່ງໃດ ທີ່ເປັນໄປໂດຍຊອບປະກອບດ້ວຍທຳແລ້ວ ຂໍໃຫ້ສິ່ງນັ້ນ ຈົ່ງເກີດເປັນຜົນສຳເລັດດ້ວຍເທີ້ນ.
ວິພານະປັຈະໂຍໂຫຕຸ ສາທຸ!
