ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ນະໂມເມ ສັບພະເທວານັງ ສັບພະຄະຣະຫະຈະ ເທວານັງ ສຸລິຍັນຈະ ປະມຸນຈະຖະ ສະສິພຸມໂມ ຈະເທວານັງ ວຸໂທລາພັງ ພະວິດສະຕິ ຊິໂວສຸກະໂຣ ຈະມະຫາລາພັງ ໂສໂຣຣາຫູເກຕຸ ຈະມະຫາລາພັງ ສັບພະພະຍັງ ວິນາດສັນຕິ ສັບພະທຸກຂັງ ວິນາດສັນຕິ ສັບພະໂຣຄັງ ວິນາດສັນຕິ ລັກຂະນາ ອະຫັງວັນທາມິ ສັບພະທາ ສັບເພເທວາ ມັງປາລະຍັນຕຸ ສັບພະທາ ເອເຕນະ ມັງຄະລະເຕເຊນະ ສັບພະໂສດຖິ ພະວັນຕຸເມ ໆ
ຄົນທີ່ດວງຕົກ ເຮັດຫຍັງກໍຄັດໆ ຕິດໆ ບໍ່ລາບລື່ນ ດວງຊາຕາບໍ່ດີ ຈິດຕົກ ຈິດໃຈອ່ອນ ຄວນສວດຄາຖາບູຊາດວງຊາຕາ ເພາະເປັນຄາຖາທີ່ມີອະນຸພາບຫລາຍ ໃນການຄຸ້ມຄອງດວງຊາຕາ ພລິກດວງຊາຕາໃຫ້ດີຂື້ນໄດ້ ໂດຍບໍ່ຕ້ອງໄປຮ່ວມທຳພິທີສະເດາະເຄາະ ພຽງແຕ່ສວດຢູ່ທີ່ບ້ານທຸກໆ ວັນ ໂດຍໃຫ້ສວດຕາມກຳລັງວັນດັ່ງນີ້:
- ວັນຈັນ ສວດ 15 ຈົບ
- ວັນອັງຄານ ສວດ 8 ຈົບ
- ວັນພຸດ ສວດ 17 ຈົບ
- ວັນພະຫັດ ສວດ 19 ຈົບ
- ວັນສຸກ ສວດ 21 ຈົບ
- ວັນເສົາ ສວດ 10 ຈົບ
- ວັນອາທິດ ສວດ 6 ຈົບ